ກອງປະຊຸມຄົບຄະນະບໍລິຫານງານພັກ ເປີດກວ້າງຂອງກະຊວງ ຜທ

ກອງປະຊຸມຄົບຄະນະບໍລິຫານງານພັກ ເປີດກວ້າງຂອງກະຊວງ ຜທ
ກອງປະຊຸມຄົບຄະນະບໍລິຫານງານພັກ ເປີດກວ້າງຄັ້ງທີ 10 ສະໄໝທີ IV ຂອງກະຊວງແຜນການ ແລະ ການລົງທຶນ(ຜທ) ໄດ້ຈັດຂຶ້ນໃນວັນທີ 14 ກຸມພານີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານ ຂອງສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກເລຂາຄະນະພັກລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ,ມີສະຫາຍຮອງເລຂາຄະນະພັກ,ຄະນະປະຈຳພັກ,ຄະນະພັກ,ເລຂາໜ່ວຍພັກ,ຄະນະໜ່ວຍພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ສະຫຼຸບຕີລາຄາການນໍາພາ-ຊີ້ນໍາວຽກງານຂອງຄະນະບໍລິຫານງານພັກກະຊວງແຜນການ ແລະ ການລົງທຶນ ປະຈຳປີ 2023 ແລະ ແຜນວຽກຈຸດສຸມໃນປີ 2024,ສະຫຼຸບຕີລາຄາຄືນການຈັດຕັ້ງຜັນຂະຫາຍຜົນຂອງການດໍາເນີນຊີວິດການເມືອງກາງສະໄໝ ຂອງໜ່ວຍພັກໃນໄລຍະຜ່ານມາ,ເຜີຍແຜ່ແຜນການກະກຽມດໍາເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກ, ຄະນະພັກຮາກຖານ ແລະ ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ຜທ ສະບັບເລກທີ 178/ ຄຈພ.ກຜທ, ລົງວັນທີ 13 ທັນວາ 2023,ເຜີຍແຜ່ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມໃນການກະກຽມກອງປະຊຸມໃຫຍ່ຂັ້ນຮາກຖານພັກ, ຄະນະພັກຮາກຖານ ແລະ ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ຜທ ສະບັບເລກທີ 179/ຄຈພ.ກຜທ, ລົງວັນທີ 13 ທັນວາ 2023 ແລະ ເຜີຍແຜ່ຄໍາແນະນໍາກ່ຽວກັບການກະກຽມກອງປະຊຸມໃຫຍ່ຂັ້ນຮາກຖານພັກ, ຄະນະພັກຮາກຖານ ທົ່ວອົງຄະນະພັກກະຊວງ ຜທ ປີ 2024 ສະບັບເລກທີ 180/ຄຈພ.ກຜທ, ລົງວັນທີ13 ທັນວາ 2023, ໃນນັ້ນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ສຸມສະຕິປັນຍາ ແລະ ປະກອບຄໍາຄິດ, ຄໍາເຫັນຕໍ່ເນື້ອໃນຕ່າງໆ ຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ລົງເລິກຕີລາຄາຄືນກ່ຽວກັບ ການນໍາພາ-ຊີ້ນໍາ ວຽກງານຮອບດ້ານ ຂອງຄະນະພັກກະຊວງ ແລະ ຄວາມຮັບຜິດຊອບ ຂອງຄະນະພັກຮາກຖານ, ບັນດາໜ່ວຍພັກຕ່າງໆຕື່ມອີກ.
ໂອກາດດັ່ງກ່າວ ສະຫາຍ ຄຳເຈນ ວົງໂພສີໄດ້ໂອ້ລົມ ຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ ແລະ ນຳພາຂອງອົງຄະນະພັກກະຊວງຜທ,ຜ່ານມາສາມາດມີຜົນສຳເລັດຫຼາຍດ້ານ ແລະ ໄດ້ເນັ້ນໃຫ້ຄະນະພັກຮາກຖານ,ບັນດາໜ່ວຍພັກ ແລະ ບັນດາສະຫາຍສະມາຊິກພັກຕ້ອງສືບຕໍ່ກຳແໜ້ນແນວທາງ,ມະຕິຄຳສັ່ງຂອງສູນກາງພັກ ກໍຄືລັດຖະບານ ໂດຍສະເພາະຕ້ອງກຳແໜ້ນເອກະສານຕ່າງໆ,ສຳລັບການກະກຽມໃຫ້ແກ່ກອງປະຊຸມ 3 ຂັ້ນ ບົນພື້ນຖານນັ້ນຕ້ອງເອົາໃຈໃສ່ກະກຽມດຳເນີນກອງປະຊຸມໜ່ວຍພັກຂອງຕົນໃຫ້ສຳເລັດຕາມແຜນການຂອງອົງຄະນະພັກກະຊວງ ຜທທີ່ວາງອອກ,ຄະນະພັກຮາກຖານ,ບັນດາໜ່ວຍພັກຕ້ອງເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ແລະ ວຽກງານປັບປຸງ-ກໍ່ສ້າງພັກຕາມ 5ຫຼັກການ ແລະ 3 ທິດນຳໃນກົດລະບຽບຂອງພັກສະໄໝທີ XI ຂອງພັກແລະຄຳສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກ,ປອດໃສ,ເຂັ້ມແຂງ,ໜັກແໜ້ນ,ຄະນະພັກຮາກຖານ,ບັນດາໜ່ວຍພັກ ແລະ ສະມາຊິກພັກ ຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງຕໍ່ການດຳເນີນຊີວິດການເມືອງ ກາງສະໄໝຂອງບັນດາໜ່ວຍພັກຕົນໃນໄລຍະຜ່ານມາໃຫ້ປະກົດຜົນເປັນຈິງ,ວຽກງານຂະຫຍາຍພັກໃຫ້ແຕ່ລະໜ່ວຍພັກເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍຕາມກົດລະບຽບພັກສະໄໝທີ XI, ການຂະຫຍາຍພັກຖືຄຸນນະພາບເປັນກົກ, ພ້ອມປະຕິບັດຕາມຄໍາແນະນໍາ ເລກທີ 102/ຄຈສພ, ລົງວັນທີ 24 ມິຖຸນາ 2021 ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ,ໃຫ້ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກ ຂອງຄະນະໜ່ວຍພັກ ແລະ ຄະນະພັກຮາກຖານໃນກະຊວງ ຜທ ໂດຍຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດຫຼັກການນຳພາຂອງພັກ,ເພີ່ມທະວີການນໍາພາ-ຊີ້ນໍາເພື່ອສ້າງການຫັນປ່ຽນທີ່ແຂງແຮງ,ເລິກເຊິ່ງໃນວຽກງານພະນັກງານ ແນໃສ່ສ້າງໃຫ້ມີກຳລັງຖັນແຖວພະນັກງານໜຸ່ມ ທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ, ຈົງຮັກພັກດີ ຕໍ່ພັກຕໍ່ປະເທດຊາດ ແລະ ປະຊາຊົນ, ມີຄວາມຮັບຜິດຊອບສູງ, ຫ້າວຫັນບຸກບືນ, ເອົາການງານໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ,ຄະນະພັກກະຊວງ ແລະ ບັນດາຮາກຖານພັກຕ້ອງເພີ່ມທະວີວຽກງານຕິດຕາມ-ກວດກາ,ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ເປັນປົກກະຕິ ແລະ ແທດເຖິງທຸກກົມ,ທຸກພະແນກການ ແລະ ດ້ານວຽກງານວິຊາສະເພາະ ບັນດາສະຫາຍກຳມະການພັກກະຊວງ ແລະ ຄະນະໜ່ວຍພັກຈົ່ງສືບຕໍ່ເອົາໃຈໃສ່ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນຳກະຊວງ ຜທ,ຊຸກຍູ້ບັນດາກົມວິຊາການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ສຳເລັດຕາມກຳນົດເວລາ ແລະ ເອົາໃຈໃສ່ປະສານກັບຂະແໜງການກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ຈອດກັນ.
(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມໃຫຍ່ຜູ້ແທນຄະນະພັກຮາກຖານ ດ່ານສາກົນຂົວມິດຕະພາບ 1 ຄັ້ງທີ II

ກອງປະຊຸມໃຫຍ່ຜູ້ແທນຄະນະພັກຮາກຖານ ດ່ານສາກົນຂົວມິດຕະພາບ 1 ຄັ້ງທີ II

ກອງປະຊຸມໃຫຍ່ຜູ້ແທນຄະນະພັກຮາກຖານ ດ່ານສາກົນຂົວມິດຕະພາບ 1 ຄັ້ງທີ II ຈັດຂຶ້ນວັນທີ 13 ມັງກອນນີ້ ທີ່ດ່ານສາກົນຂົວມິດຕະພາບ 1 ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງສະຫາຍ ດາວເພັດ ອາລຸນ ກຳມະການພັກ ນວ ເລຂາຄະນະພັກຮາກຖານດ່ານສາກົນຂົວມິດຕະ ພາບ 1, ມີສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ນວ ປະທານສະພາປະຊາຊົນ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫ້ອງວ່າການແຂວງ ເຊື່ອມຊຶມເອກະສານໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ຫ້ອງວ່າການແຂວງ ເຊື່ອມຊຶມເອກະສານໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ວັນທີ 7 ມັງກອນ ນີ້ ທີ່ຫ້ອງປະຊຸມ ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານ ການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະພັກຮາກຖານ ຫ້ອງວ່າການແຂວງຄໍາມ່ວນ, ໂດຍການເປັນປະທານຂອງ ສະຫາຍ ພາກອນ ແກ້ວມະນີ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງວ່າການແຂວງ, ມີບັນດາສະຫາຍໃນຄະນະພັກຮາກຖານ, ຄະນະໜ່ວຍພັກ, ຕະຫຼອດຮອດສະມາຊິກພັກພາຍໃນຮາກຖານເຂົ້າຮ່ວມ.
ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ IX

ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ IX

ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ IX ຂຶ້ນໃນວັນທີ 5 ມັງກອນນີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານນາງ ຄຳພັດ ວັນລາສີ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກການຕ່າງປະເທດແຂວງ, ມີຄະນະພະແນກ, ມີບັນດາພະນັກງານເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV ໄດ້ໄຂຂຶ້ນໃນ ວັນທີ 29 ທັນວານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ປະທານສະພາປະຊາຊົນ ແຂວງໄຊສົມບູນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີບັນດາການນຳພັກ-ລັດ ຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18, ພ້ອມດ້ວຍ ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ນັກທຸລະກິດ ເຂົ້າຮ່ວມ.
ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ