ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ VIII
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ ຄັ້ງທີ 10 ສະໄໝທີ VIII ໄດ້ຈັດຂຶ້ນໃນວັນທີ່ 27 ພຶດສະພານີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ, ມີຄະນະບໍລິຫານງານພັກແຂວງເຂົ້າຮ່ວມ.

ສະຫາຍເລຂາພັກແຂວງ ໄດ້ກ່າວເປີດກອງປະຊຸມຊຶ່ງໄດ້ເນັ້ນໃຫ້ຜູ້ແທນກອງປະຊຸມ ຈົ່ງສຸມຫົວຄິດປະດິດສ້າງ ປະກອບຄຳຄິດເຫັນ ເພື່ອວາງແຜນວຽກໃຫ້ຖືກຕ້ອງຕາມທ່າແຮງບົ່ມຊ້ອນຕາມຄວາມເປັນຈິງ ຄະນະບໍລິຫານງານພັກແຂວງໄດ້ສະຫຼຸບຕີລາຄາການນຳພາ - ຊີ້ນຳວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025. ຜົນການກະກຽມ, ດຳເນີນກອງປະຊຸມໃຫຍ່ຮາກຖານພັກອ້ອມຂ້າງເມືອງ ແລະ ກອງປະຊຸມໃຫຍ່ຮາກຖານພັກອ້ອມຂ້າງແຂວງ ແລະ ແຜນຄາດຄະເນການກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ - ສັງຄົມ, ວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດກ່ຽວກັບການແກ້ໄຂສິ່ງເສບຕິດ.ຜ່ານບົດສຳຫຼວດການນຳພາຂອງຄະນະບໍລິຫານງານພັັັກແຂວງ ສະໄໝທີ VIII. ຜ່ານບົດລາຍງານການເມືອງ ແລະ ຜ່ານຮ່າງແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ X ຂອງແຂວງ.

ສະຫາຍ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ຜ່ານມະຕິຕົກລົງ ວ່າດ້ວຍມາດຖານ, ເງື່ອນໄຂຜູ້ແທນສົມບູນ ແລະ ສຳຮອງເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ສະບັບເລກທີ 05/ກມສພ, ລົງວັນທີ 12 ພຶດສະພາ 2025.

(ຂ່າວ: ລັດທະພອນ ແສງໄລຄຳ)

ຄໍາເຫັນ

ຂ່າວການເມືອງ

ອັດຕະປື ດໍາເນີນປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ຄັ້ງທີ IX

ອັດຕະປື ດໍາເນີນປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ຄັ້ງທີ IX

ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວແຂວງອັດຕະປື ຄັ້ງທີ IX ໄຂຂຶ້ນໃນວັນທີ 25 ມິຖຸນາຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພູວັນ ພົມມະຈັນ ກໍາມະການພັກແຂວງ ກໍາມະການສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີແຂກຖືເຊີນ ແລະ ຜູ້ແທນສົມບູນ 146 ສະຫາຍ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດສະໄໝທີ V

ໃນວັນທີ 24 ມິຖຸນາ ນີ້ ທີ່ ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກຄັ້ງທີ 13 ຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດສະໄໝທີ V ຂຶ້ນ, ໂດຍການເປັນປະທານຂອງສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີສະຫາຍຮອງເລຂາ, ສະຫາຍຄະນະປະຈໍາພັກ, ບັນດາສະຫາຍກໍາມະການຄະນະບໍລິຫານງານພັກ, ບັນດາຄະນະໜ່ວຍພັກ, ຫົວໜ້າ-ຮອງຫົວໜ້າ ຫ້ອງການ, ບັນດາກົມ ແລະ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ເຂົ້າຮ່ວມ.
ກະຊວງຍຸຕິທຳ ສໍາມະນາວຽກງານຈັດຕັ້ງ ແລະ ພະນັກງານຢູ່ແຂວງ ບໍລິຄຳໄຊ

ກະຊວງຍຸຕິທຳ ສໍາມະນາວຽກງານຈັດຕັ້ງ ແລະ ພະນັກງານຢູ່ແຂວງ ບໍລິຄຳໄຊ

ຊຸດຝຶກອົບຮົມຍົກລະດັບວຽກງານຈັດຕັ່ງ ແລະ ພະນັກງານຊຸດທີ 2 ໃຫ້ພະນັກງານຂະແໜງຍຸຕິທໍາທ້ອງຖິ່ນ ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາຜ່ານມາ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ບໍລິຄຳໄຊ ໃຫ້ກຽດເຂົ້າຮ່ວມກ່າວເປີດຂອງທ່ານ ໄພວີ ສີບົວລະພາ ລັດຖະມົນຕີກະຊວງ ຍຸຕິທຳ.
ເມືອງເລົ່າງາມ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X

ເມືອງເລົ່າງາມ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X

ກອງປະຊຸມ ທາບທາມບຸກຄະລາກອນເຂົ້າໂຄງປະກອບຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ສາລະວັນ (ຮອບທີ 1) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນະທານຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ທັງແມ່ນຫົວໜ້າອະນຸກຳມະການ ໂຄງປະກອບບຸກຄະລາກອນ ແລະ ດຳເນີນຊີວິດການເມືອງຂັ້ນແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ພູທົງ ຄໍາມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນຳວຽກງານເສດຖະກິດ ທັງແມ່ນຜູ້ຊີ້ນຳເມືອງເລົ່າງາມ.
ປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງໂຮມວຽກງານຈໍານວນໜຶ່ງຂອງ ຖວທ ມາຂຶ້ນກັບ ຄອສພ

ປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງໂຮມວຽກງານຈໍານວນໜຶ່ງຂອງ ຖວທ ມາຂຶ້ນກັບ ຄອສພ

ພິທີປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງການໂຮມວຽກງານຈໍານວນໜຶ່ງຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນານີ້ ທີ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ໂດຍມີ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາສະຫາຍຄະນະໂຄສະນາອົບຮົມສູນກາງ, ພ້ອມດ້ວຍພະນັກງານ-ລັດຖະກອນ ກ່ຽວຂ້ອງເຂົ້າຮ່ວມ.
ປະກາດແຕ່ງຕັ້ງທ່ານ ໂພຄຳ ຈັນທະສຸກ ເປັນຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ

ປະກາດແຕ່ງຕັ້ງທ່ານ ໂພຄຳ ຈັນທະສຸກ ເປັນຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ

ພິທີປະກາດແຕ່ງຕັ້ງ ແລະ ມອບ-ຮັບໜ້າທີຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ລະຫວ່າງ ຜູ້ເກົ່າ ແລະ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນານີ້ ຢູ່ຫ້ອງປະຊຸມພະແນກດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ມີພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທຫລ ປະກາດການຈັດຕັ້ງພະນັກງານການນໍາຂັ້ນສູງ

ທຫລ ປະກາດການຈັດຕັ້ງພະນັກງານການນໍາຂັ້ນສູງ

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານການນໍາຂັ້ນສູງຂຶ້ນໃນວັນທີ 23 ມິຖຸນານີ້ ທີ່ ທຫລ ເປັນກຽດເຂົ້າຮ່ວມຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີສະມາຊິກສະພາບໍລິຫານ ທຫລ, ຄະນະບໍລິຫານງານພັກ, ຄະນະນໍາ ທຫລ ພ້ອມແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ

ສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 23 ມິຖຸນານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ພົນໂທສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ. ໃນວາລະປະຊຸມ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ, ຊຶ່ງໄດ້ຍົກບາງຄວາມໝາຍສໍາຄັນວ່າ:ຈຸດປະສົງການສ້າງກົດ
ປະກາດແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ

ປະກາດແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ

ພິທີປະກາດການຈັດຕັ້ງຍົກຍ້າຍ, ແຕ່ງຕັ້ງ, ມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງຜູ້ເກົ່າ ແລະ ຜູ້ໃໝ່ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 20 ມິຖຸນານີ້ ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ຈໍາປາສັກ​ ລະດົມຄຳເຫັນໃສ່ຮ່າງລາຍງານການເມືອງ ຄັ້ງທີ X

ຈໍາປາສັກ​ ລະດົມຄຳເຫັນໃສ່ຮ່າງລາຍງານການເມືອງ ຄັ້ງທີ X

ແຂວງຈໍາປາສັກ​ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ເພື່ອລະດົມຄຳເຫັນໃສ່ຮ່າງລາຍງານການເມືອງ, ຮ່າງແຜນແຜນພັດທະນາເສດຖະກິດ​ - ສັງຄົມ 5 ປີ ຄັ້ງທີ X (2026​ -2030) ກອງປະຊຸມໃຫຍ່ອົງຄະນະພັກແຂວງຈໍາປາສັກ ສະໄໝທີ VIII ຂຶ້ນໃນວັນທີ 20 ມິຖຸນານີ້ ​ທີ່ສະໂມສອນ​ນະຄອນປາກເຊ​ ໂດຍການ​ເປັນປະທານ​ຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະການ​ສູນກາງ​ພັກ​ ເລຂາຄະນະ​ບໍລິຫານ​ງານພັກ​ແຂວງ​ ເຈົ້າແຂວງ​ຈໍາປາສັກ.​
ເພີ່ມເຕີມ