ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຄັ້ງທີ 2 ສະໄໝທີ X

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຄັ້ງທີ 2 ສະໄໝທີ X

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຄັ້ງທີ 2 ສະໄໝທີ X
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຄັ້ງທີ 2 ສະໄໝທີ X ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23 ຫາ 25 ກັນຍາ 2025 ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນະເຂດ, ໂດຍການເປັນປະທານຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ, ມີສະຫາຍຮອງເລຂາພັກແຂວງ, ກຳມະການປະຈຳພັກແຂວງ, ກຳມະການພັກແຂວງເຂົ້າຮ່ວມ.
ກອງປະຊມຄບຄະນະບລຫານງານພກແຂວງສະຫວນນະເຂດ ຄງທ 2 ສະໄໝທ X - image 1
 

ໃນກອງປະຊຸມ ພາຍຫຼັງສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມເປັນທາງການ, ສະຫາຍ ອ່ອນລຳພັນ ບົວສີແກ້ວ ກຳມະການພັກແຂວງໄດ້ເຜີຍແຜ່ຄໍາສັງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 173/ຄລສພ, ລົງວັນທີ 5 ກໍລະກົດ 2024 ວ່າດ້ວຍການຄາດຄະເນແບ່ງຄວາມຮັບຜດຊອບຂອງຄະນະປະຈຳພັກແຕ່ລະຂັ້ນ, ຄາດຄະເນການແບ່ງຄວາມຮັບຜິດຊອບ ຄະນະປະຈຳພັກແຂວງ-ນະຄອນຫຼວງວຽງຈັນໃຫ້ປະຕິບັດດັ່ງນີ້: ເລຂາຄະນະບໍລິຫານງານພັກແຂວງ ເປັນປະທານສະພາປະຊາຊົນແຂວງ-ນະຄອນຫຼວງວຽງຈັນ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ເປັນປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ-ນະຄອນຫຼວງວຽງຈັນ, ຮັບຜິດຊອບນໍາພາ-ຊີ້ນໍາວຽກງານຮອບດ້ານ ແລະ ຮັບຜິດຊອບໂດຍກົງຕໍ່ຜົນໄດ້, ຜົນເສຍໃນການນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງແຂວງ-ນະຄອນຫຼວງວຽງຈັນ; ຮອງເລຂາຄະນະບໍລິຫານງານພັກແຂວງ-ນະຄອນຫຼວງວຽງຈັນ: ເປັນປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງເລຂາຄະນະບໍລິຫານງານພັກແຂວງ-ນະຄອນຫຼວງວຽງຈັນ ຮັບຜິດຊອບຊີ້ນໍາວຽກງານການເມືອງແນວຄິດ, ວຽກງານພັກ-ພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ອົງການຈັດຕັ້ງມະຫາຊົນ.

ສ່ວນກຳມະການປະຈຳພັກແຂວງ-ນະຄອນຫຼວງວຽງຈັນທີ່ໄດ້ຮັບການເລືອກຕັ້ງ ແມ່ນແບ່ງງານນໍາພາໃນບາງຂົງເຂດຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຂອງແຕ່ລະອົງຄະນະພັກເປັນຕົ້ນ: ປະທານແນວລາວສ້າງຊາດ, ຫົວໜ້າຄະນະຈັດຕັ້ງ, ປະທານຄະນະກວດກາພັກ-ລັດ, ຂົງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮອງປະທານສະພາປະຊາຊົນ, ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ເລຂາຄະນະບໍລິຫານງານພັກເມືອງ-ນະຄອນໃນເທດສະບານແຂວງ-ນະຄອນຫຼວງວຽງຈັນ. ພ້ອມນັ້ນໄດ້ເຜີຍແຜ່ເອກະສານແຈ້ງການເລກທີ 865/ຄຈສພ, ລົງວັນທີ 14 ກໍລະກົດ 2025 ກ່ຽວກັບການເອີ້ນຊື່ປະທານ, ຮອງປະທານຄະນະກຳມະການປົກຄອງຂັ້ນແຂວງ, ຂັ້ນເມືອງ; ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 1344/ຄຈສພ, ລົງວັນທີ 13 ສິງຫາ 2025 ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງທ້ອງຖິ່ນ; ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 1573/ຄຈສພ, ລົງວັນທີ 5 ກັນຍາ 2025 ກ່ຽວກັບຈໍານວນ ແລະ ການແຕ່ງຕັ້ງກຳມະການຄະນະປົກຄອງແຕ່ລະຂັ້ນ.

ກອງປະຊມຄບຄະນະບລຫານງານພກແຂວງສະຫວນນະເຂດ ຄງທ 2 ສະໄໝທ X - image 2
 

ໃນກອງປະຊຸມ, ສະຫາຍ ຄຳວິໃສ ຜຸຍຍະວົງ ກຳມະການປະຈຳພັກແຂວງໄດ້ຜ່ານຮ່າງແຜນຈັດຕັ້ງເຊື່ອມຊຶມເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X. ຈາກນັ້ນ, ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງເລຂາພັກແຂວງ ກໍໄດ້ຜ່ານຮ່າງແຜນດໍາເນີນງານຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X, ສະຫາຍ ນາງ ດາວວອນ ໄຊສຸລຽນ ຮອງເລຂາພັກແຂວງ ຜ່ານຮ່າງລະບອບແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X ແລະ ໃນກອງປະຊຸມຍັງໄດ້ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ ຄັ້ງທີ X ແລະ ແຜນງົບປະມານແຫ່ງລັດ 5 ປີຂອງແຂວງໄລຍະປີ 2026-2030, ຮັບຟັງການລາຍງານກ່ຽວກັບກະກຽມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ສະຫຼຸບບັ້ນແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 2021-2025; ຮັບຟັງການລາຍງານການກະກຽມຄວາມພ້ອມໃນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສຄັ້ງທີ V, ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ແຂວງ ແລະ ທິດທາງໃນຕໍ່ໜ້າ, ຜ່ານຮ່າງມະຕິຕົກລົງວ່າດ້ວຍການແບ່ງວຽກ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກແຂວງສະໄໝທີ X, ຕິດພັນກັບການປັບປຸງໂຄງປະກອບການຈັດຕັ້ງຂອງຄະນະກຳມະການປົກຄອງແຂວງ. ຫຼັງຈາກນັ້ນ, ປະທານກອງປະຊຸມກໍໄດ້ມີຄຳຖາມເຈາະຈີ້ມໃຫ້ສະຫາຍຄະນະບໍລິຫານງານພັກແຂວງໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງເອກະສານ ເພື່ອຄວາມເປັນເອກະພາບໃນວຽກງານ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ