ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ໄຊສະຖານ

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ໄຊສະຖານ
ວັນທີ 7 ພຶດສະພາ 2024 ນີ້ ເມືອງໄຊສະຖານ ແຂວງໄຊຍະບູລີໄດ້ດໍາເນີນກອງປະຊຸມຄົບຄະນະ ບໍລິຫານງານພັກເມືອງ ຄັ້ງທີ 15 ສະໄໝທີ II ຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເຂົ້າຮ່ວມເປັນກຽດຂອງ ສະຫາຍ ສົມຫວັງ ແກ້ວວິໄລສັກ ກໍາມະການປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ສີສະໝອນ ນາມວົງ ເລຂາພັກເມືອງ ເຈົ້າເມືອງ ມີກໍາມະການປະຈໍາພັກເມືອງ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານ ເລຂາໜ່ວຍພັກຫ້ອງການ, ສໍານັກງານ, ອົງການ, ເລຂາໜ່ວຍພັກບ້ານເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ສະຫາຍ ສີສະໝອນ ນາມວົງ ເລຂາພັກເມືອງ ເຈົ້າເມືອງ ໄດ້ສະເໜີຈຸດປະສົງພ້ອມທັງກ່າວໄຂກອງປະຊຸມຢ່າງເປັນທາງການແລ້ວ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 14 ສະໄໝທີ II , ສະຫຼຸບຕີລາການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສົງຄົມ ໃນໄລຍະ 3 ເດືອນຜ່ານມາ ( 1-2-3 ) ແລະ ທິດທາງແຜນການເດືອນ ( 4-5-6 ) ພ້ອມນີ້ປະທານກອງປະຊຸມຍັງໄດ້ມີຄໍາເຫັນເຈາະຈີມຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຈາກນັ້ນບັນດາຜູ້ແທນກອງປະຊຸມກໍ່ໄດ້ມີການຂື້ນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາເພື່ອຊອກໃຫ້ເຫັນບັນຫາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນສືບຕໍ່ແກ້ໄຂໃນຕໍ່ໜ້າ, ຮັບຟັງການລາຍງານກ່ຽວກັບການເກັບລາຍຮັບເຂົ້າງົບປະມານ ປະຈໍາໄຕມາດ I ແລະ ທິດທາງແຜນການປະຈໍາໄຕມາດ II ປີ 2024, ການເກັບກູ້ຜົນຜະລິດພືດລະດູແລ້ງ, ການຕ້ານ ແລະ ສະກັດກັ້ນໄຟໄໝ້ລາມປ່າ ຕິດພັນກັບການປູກພືດລະດູຝົນ ປີ 2024, ສະພາບການຮຽນ-ການສອນ ແລະບັນຫານັກຮຽນຂາດຮຽນ ຕິດພັນກັບການສອບເສັງພາກຮຽນ ທີ II, ການສ້າງບ້ານຢຸດຕິການຖ່າຍຊະຊາຍ ຈໍານວນ 3 ບ້ານ, ການກະກຽມປະກາດຮັບຮອງເປັນເມືອງຢຸດຕິການຖ່າຍຊະຊາຍ ຕິດພັນກບການຕ້ານ ແລະ ສະກັດກັ້ນພະຍາດທີ່ອາດເກີດຂື້ນໃນລະດູຝົນ, ການເກັບເຂົ້າພັນທະປະຈໍາປີ 3023 ພ້ອມທັງສະເໜີທິດທາງແຜນການ ການເກັບເຂົ້າພັນທະໃນປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວຽກງານປ້ອງກັບຊາດ, ຜ່ານແຜນດໍາເນີນງານ ແລະ ຮ່າງມະຕິແບ່ງຄວາມຮັບຜິດຊອບໃຫ້ຄະນະບໍລິຫານງານພັກເມືອງ ແລະບັນດາຫ້ອງການອ້ອມຂ້າງ ພ້ອມນີ້ ບັນດາຜູ້ແທນກອງປະຊຸມກໍ່ໄດ້ມີການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ. ຈາກນັ້ນປະທານກອງປະຊຸມຍັງໄດ້ມີຄໍາເຫັນສັງລວມຕໍ່ກັບບັນຫາທີ່ບັນດາຜູ້ແທນກອງປະຊຸມໄດ້ມີການປະກອບຄໍາຄິດ-ຄໍາເຫັນ.
ກອງປະຊຸມໃນຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງສະຫາຍ ສົມຫວັງ ແກ້ວວິໄລສັກ ກໍາມະການປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ. ຕອນທ້າຍກອງປະຊຸມ ສະຫາຍ ສີສະໝອນ ນາມວົງ ເລຂາພັກເມືອງ ເຈົ້າເມືອງ ຍັງໄດ້ຂື້ນຮັບຄໍາໂອວາດ ພ້ອມທັງໄດ້ກ່າວປິດກອງປະຊຸມ.

ຄໍາເຫັນ

ຂ່າວການເມືອງ

ເມືອງເລົ່າງາມ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X

ເມືອງເລົ່າງາມ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X

ກອງປະຊຸມ ທາບທາມບຸກຄະລາກອນເຂົ້າໂຄງປະກອບຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງພັກແຂວງ ສາລະວັນ (ຮອບທີ 1) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນະທານຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ທັງແມ່ນຫົວໜ້າອະນຸກຳມະການ ໂຄງປະກອບບຸກຄະລາກອນ ແລະ ດຳເນີນຊີວິດການເມືອງຂັ້ນແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ພູທົງ ຄໍາມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນຳວຽກງານເສດຖະກິດ ທັງແມ່ນຜູ້ຊີ້ນຳເມືອງເລົ່າງາມ.
ປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງໂຮມວຽກງານຈໍານວນໜຶ່ງຂອງ ຖວທ ມາຂຶ້ນກັບ ຄອສພ

ປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງໂຮມວຽກງານຈໍານວນໜຶ່ງຂອງ ຖວທ ມາຂຶ້ນກັບ ຄອສພ

ພິທີປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງການໂຮມວຽກງານຈໍານວນໜຶ່ງຂອງກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນານີ້ ທີ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ໂດຍມີ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນາທໍາ ແລະ ທ່ອງທ່ຽວ, ມີບັນດາສະຫາຍຄະນະໂຄສະນາອົບຮົມສູນກາງ, ພ້ອມດ້ວຍພະນັກງານ-ລັດຖະກອນ ກ່ຽວຂ້ອງເຂົ້າຮ່ວມ.
ປະກາດແຕ່ງຕັ້ງທ່ານ ໂພຄຳ ຈັນທະສຸກ ເປັນຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ

ປະກາດແຕ່ງຕັ້ງທ່ານ ໂພຄຳ ຈັນທະສຸກ ເປັນຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ

ພິທີປະກາດແຕ່ງຕັ້ງ ແລະ ມອບ-ຮັບໜ້າທີຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ລະຫວ່າງ ຜູ້ເກົ່າ ແລະ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນານີ້ ຢູ່ຫ້ອງປະຊຸມພະແນກດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ມີພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທຫລ ປະກາດການຈັດຕັ້ງພະນັກງານການນໍາຂັ້ນສູງ

ທຫລ ປະກາດການຈັດຕັ້ງພະນັກງານການນໍາຂັ້ນສູງ

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານການນໍາຂັ້ນສູງຂຶ້ນໃນວັນທີ 23 ມິຖຸນານີ້ ທີ່ ທຫລ ເປັນກຽດເຂົ້າຮ່ວມຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີສະມາຊິກສະພາບໍລິຫານ ທຫລ, ຄະນະບໍລິຫານງານພັກ, ຄະນະນໍາ ທຫລ ພ້ອມແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ

ສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 23 ມິຖຸນານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ພົນໂທສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ. ໃນວາລະປະຊຸມ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ, ຊຶ່ງໄດ້ຍົກບາງຄວາມໝາຍສໍາຄັນວ່າ:ຈຸດປະສົງການສ້າງກົດ
ປະກາດແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ

ປະກາດແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ

ພິທີປະກາດການຈັດຕັ້ງຍົກຍ້າຍ, ແຕ່ງຕັ້ງ, ມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງຜູ້ເກົ່າ ແລະ ຜູ້ໃໝ່ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 20 ມິຖຸນານີ້ ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ຈໍາປາສັກ​ ລະດົມຄຳເຫັນໃສ່ຮ່າງລາຍງານການເມືອງ ຄັ້ງທີ X

ຈໍາປາສັກ​ ລະດົມຄຳເຫັນໃສ່ຮ່າງລາຍງານການເມືອງ ຄັ້ງທີ X

ແຂວງຈໍາປາສັກ​ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ເພື່ອລະດົມຄຳເຫັນໃສ່ຮ່າງລາຍງານການເມືອງ, ຮ່າງແຜນແຜນພັດທະນາເສດຖະກິດ​ - ສັງຄົມ 5 ປີ ຄັ້ງທີ X (2026​ -2030) ກອງປະຊຸມໃຫຍ່ອົງຄະນະພັກແຂວງຈໍາປາສັກ ສະໄໝທີ VIII ຂຶ້ນໃນວັນທີ 20 ມິຖຸນານີ້ ​ທີ່ສະໂມສອນ​ນະຄອນປາກເຊ​ ໂດຍການ​ເປັນປະທານ​ຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະການ​ສູນກາງ​ພັກ​ ເລຂາຄະນະ​ບໍລິຫານ​ງານພັກ​ແຂວງ​ ເຈົ້າແຂວງ​ຈໍາປາສັກ.​
ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ ຜ່ານ ທີ່ກະຊວງດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການຄະນະພັກກະຊວງ, ຮອງລັດຖະມົນຕີ, ເລຂາໜ່ວຍພັກ, ຄະນະກົມ, ພະນັກງານຫຼັກແຫຼ່ງຈາກກະຊວງສາທາລະນະສຸກ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເຂົ້າຮ່ວມເປັນສັກຂີພິຍານ.
ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະມາຊິກສະຫະພັນກຳມະບານ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະມາຊິກສະຫະພັນກຳມະບານ ຄອສພ

ຄະນະບໍລິຫານງານສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງຕົນຂຶ້ນ ໃນວັນທີ 19 ມີຖຸນານີ້ ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານຂອງ ສະຫາຍ ວັນຕຸລາ ຣັກນຸດ ກຳມະການຄະນະພັກ ຄອສພ ປະທານຄະນະບໍລິຫານງານສະຫະພັນກໍາມະບານ ຄອສພ; ເປັນກຽດເຂົ້າຮ່ວມມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄອສພປະທານສະພາທິດສະດີສູນກາງພັກ ແລະ ສະຫາຍ ນາງ ອາລິຍາວັນ ອັກຄະວົງ ຮອງເລຂາຄະນະພັກ ຮອງປະທານສູນກາງສະຫະພັນກຳມະບານລາວ, ພ້ອມດ້ວຍບັນດາແຂກ ແລະ ຜູ້ຕາງໜ້າຈາກ ຄະນະບໍລິຫານງານສະຫະພັນກຳມະບານອ້ອມຂ້າງສູນກາງພັກ ແລະ ສະມາຊິກສະຫະພັນກຳມະບານ ໃນທົ່ວ ຄອສພ.
ມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສກກ) ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ ນີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພະນັກງານຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ