ກອງປະຊຸມຄົບຄະນະບໍລິຫານງານພັກເມືອງເງິນ ຄັ້ງທີ 14 ສະໄຫມທີ V

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງເງິນ ຄັ້ງທີ 14 ສະໄຫມທີ V

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງເງິນ ຄັ້ງທີ 14 ສະໄຫມທີ V
ວັນທີ 5 ພະຈິກຜ່ານມາ ທີ່ສະໂມສອນ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດດກອງປະຊຸມຄົບຄະນະບໍລິຫານງານພັກເມືອງເງິນ ຄັ້ງທີ 14 ສະໄຫມທີ V

ພາຍໃຕ້ການເປັນປະທານຂອງສະຫາຍ ທະວິສັກ ໄຊຍະວົງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆເງິນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ສຳລານ ສຸວັນນະໂຊດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກທົ່ວເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງບົດລາຍງານການນໍາພາ-ຊີ້ນໍາ ວຽກງານຮອບດ້ານ ໄລຍະ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2024, ຮ່າງບົດລາຍງານກ່ຽວກັບການຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ໄລຍະ 9 ເດືອນຜ່ານມາ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2024 ຕິດພັນກັບການຕີລາຄາ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ. ຮັບຟັງ ຄຳແນະນຳຂອງທ່ານເຈົ້າແຂວງ ສະບັບເລກທີ 82/ຈຂ.ຊຍ, ລົງວັນທີ 11 ກໍລະກົດ 2024 ກ່ຽວກັບການເຊື່ອຖື ຮີດຄອງປະເພນີ ຂອງປະຊາຊົນບັນດາເຜົ່າຢູ່ແຂວງ. ຮັບຟັງການປະກອບຄໍາເຫັນ ຈາກບັນດາໜ່ວຍພັກຮາກຖານອ້ອມຂ້າງເມືອງ ແລະ ໜ່ວຍພັກຮາກຖານບ້ານຈໍານວນໜຶ່ງ. ຈາກນັ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນຢ່າງມີຈຸດສຸມ ແລະ ມີຄວາມຮັບຜິດຊອບສູງ ໃສ່ຮ່າງບົດລາຍງານດັ່ງກ່າວ.

(ຂ່າວ: ອິນແປງ ແຫວນຄຳ)

ຄໍາເຫັນ

ຂ່າວການເມືອງ

ເມືອງເລົ່າງາມ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X

ເມືອງເລົ່າງາມ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X

ກອງປະຊຸມ ທາບທາມບຸກຄະລາກອນເຂົ້າໂຄງປະກອບຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງພັກແຂວງ ສາລະວັນ (ຮອບທີ 1) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນະທານຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ທັງແມ່ນຫົວໜ້າອະນຸກຳມະການ ໂຄງປະກອບບຸກຄະລາກອນ ແລະ ດຳເນີນຊີວິດການເມືອງຂັ້ນແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ພູທົງ ຄໍາມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນຳວຽກງານເສດຖະກິດ ທັງແມ່ນຜູ້ຊີ້ນຳເມືອງເລົ່າງາມ.
ປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງໂຮມວຽກງານຈໍານວນໜຶ່ງຂອງ ຖວທ ມາຂຶ້ນກັບ ຄອສພ

ປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງໂຮມວຽກງານຈໍານວນໜຶ່ງຂອງ ຖວທ ມາຂຶ້ນກັບ ຄອສພ

ພິທີປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງການໂຮມວຽກງານຈໍານວນໜຶ່ງຂອງກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນານີ້ ທີ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ໂດຍມີ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນາທໍາ ແລະ ທ່ອງທ່ຽວ, ມີບັນດາສະຫາຍຄະນະໂຄສະນາອົບຮົມສູນກາງ, ພ້ອມດ້ວຍພະນັກງານ-ລັດຖະກອນ ກ່ຽວຂ້ອງເຂົ້າຮ່ວມ.
ປະກາດແຕ່ງຕັ້ງທ່ານ ໂພຄຳ ຈັນທະສຸກ ເປັນຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ

ປະກາດແຕ່ງຕັ້ງທ່ານ ໂພຄຳ ຈັນທະສຸກ ເປັນຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ

ພິທີປະກາດແຕ່ງຕັ້ງ ແລະ ມອບ-ຮັບໜ້າທີຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ລະຫວ່າງ ຜູ້ເກົ່າ ແລະ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນານີ້ ຢູ່ຫ້ອງປະຊຸມພະແນກດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ມີພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທຫລ ປະກາດການຈັດຕັ້ງພະນັກງານການນໍາຂັ້ນສູງ

ທຫລ ປະກາດການຈັດຕັ້ງພະນັກງານການນໍາຂັ້ນສູງ

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານການນໍາຂັ້ນສູງຂຶ້ນໃນວັນທີ 23 ມິຖຸນານີ້ ທີ່ ທຫລ ເປັນກຽດເຂົ້າຮ່ວມຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີສະມາຊິກສະພາບໍລິຫານ ທຫລ, ຄະນະບໍລິຫານງານພັກ, ຄະນະນໍາ ທຫລ ພ້ອມແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ

ສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 23 ມິຖຸນານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ພົນໂທສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ. ໃນວາລະປະຊຸມ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ, ຊຶ່ງໄດ້ຍົກບາງຄວາມໝາຍສໍາຄັນວ່າ:ຈຸດປະສົງການສ້າງກົດ
ປະກາດແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ

ປະກາດແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ

ພິທີປະກາດການຈັດຕັ້ງຍົກຍ້າຍ, ແຕ່ງຕັ້ງ, ມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງຜູ້ເກົ່າ ແລະ ຜູ້ໃໝ່ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 20 ມິຖຸນານີ້ ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ຈໍາປາສັກ​ ລະດົມຄຳເຫັນໃສ່ຮ່າງລາຍງານການເມືອງ ຄັ້ງທີ X

ຈໍາປາສັກ​ ລະດົມຄຳເຫັນໃສ່ຮ່າງລາຍງານການເມືອງ ຄັ້ງທີ X

ແຂວງຈໍາປາສັກ​ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ເພື່ອລະດົມຄຳເຫັນໃສ່ຮ່າງລາຍງານການເມືອງ, ຮ່າງແຜນແຜນພັດທະນາເສດຖະກິດ​ - ສັງຄົມ 5 ປີ ຄັ້ງທີ X (2026​ -2030) ກອງປະຊຸມໃຫຍ່ອົງຄະນະພັກແຂວງຈໍາປາສັກ ສະໄໝທີ VIII ຂຶ້ນໃນວັນທີ 20 ມິຖຸນານີ້ ​ທີ່ສະໂມສອນ​ນະຄອນປາກເຊ​ ໂດຍການ​ເປັນປະທານ​ຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະການ​ສູນກາງ​ພັກ​ ເລຂາຄະນະ​ບໍລິຫານ​ງານພັກ​ແຂວງ​ ເຈົ້າແຂວງ​ຈໍາປາສັກ.​
ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ ຜ່ານ ທີ່ກະຊວງດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການຄະນະພັກກະຊວງ, ຮອງລັດຖະມົນຕີ, ເລຂາໜ່ວຍພັກ, ຄະນະກົມ, ພະນັກງານຫຼັກແຫຼ່ງຈາກກະຊວງສາທາລະນະສຸກ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເຂົ້າຮ່ວມເປັນສັກຂີພິຍານ.
ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະມາຊິກສະຫະພັນກຳມະບານ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະມາຊິກສະຫະພັນກຳມະບານ ຄອສພ

ຄະນະບໍລິຫານງານສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງຕົນຂຶ້ນ ໃນວັນທີ 19 ມີຖຸນານີ້ ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານຂອງ ສະຫາຍ ວັນຕຸລາ ຣັກນຸດ ກຳມະການຄະນະພັກ ຄອສພ ປະທານຄະນະບໍລິຫານງານສະຫະພັນກໍາມະບານ ຄອສພ; ເປັນກຽດເຂົ້າຮ່ວມມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄອສພປະທານສະພາທິດສະດີສູນກາງພັກ ແລະ ສະຫາຍ ນາງ ອາລິຍາວັນ ອັກຄະວົງ ຮອງເລຂາຄະນະພັກ ຮອງປະທານສູນກາງສະຫະພັນກຳມະບານລາວ, ພ້ອມດ້ວຍບັນດາແຂກ ແລະ ຜູ້ຕາງໜ້າຈາກ ຄະນະບໍລິຫານງານສະຫະພັນກຳມະບານອ້ອມຂ້າງສູນກາງພັກ ແລະ ສະມາຊິກສະຫະພັນກຳມະບານ ໃນທົ່ວ ຄອສພ.
ມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສກກ) ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ ນີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພະນັກງານຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ