ກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 11 ສະໄໝທີ IV ອົງຄະນະພັກສານປະຊາຊົນສູງສຸດ

ກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 11 ສະໄໝທີ IV ອົງຄະນະພັກສານປະຊາຊົນສູງສຸດ
ກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 11 ສະໄໝທີ IVຂອງອົງຄະນະພັກສານປະຊາຊົນສູງສຸດ ໄດ້ຈັດຂຶ້ນໃນວັນທີ 27 ທັນວາ ນີ້ ທີ່ສານດັ່ງກ່າວ,ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງວຽງທອງ ສີພັນດອນຄະນະເລຂາທິການສູນກາງພັກເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງ ຊຶ່ງມີບັນດາສະຫາຍຮອງເລຂາຄະນະບໍລິຫານງານພັກ, ຄະນະປະຈຳພັກ, ກຳມະການຄະນະບໍລິຫານງານພັກ,ເລຂາ, ຮອງເລຂາ, ປະທານກວດກາໜ່ວຍພັກ ສານປະຊາຊົນສູງສຸດ ເຂົ້າຮ່ວມ.
ປະທານກອງປະຊຸມໄດ້ກ່າວຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ວ່າ:ພວກເຮົາຈະໄດ້ພ້ອມກັນຮັບຟັງ ແລະ ຄົ້ນຄວ້າປະກອບຄຳຄິດຄຳເຫັນຕໍ່ບັນດາເນື້ອໃນເອກະສານສໍາຄັນດັ່ງນີ້:1    ສະຫຼຸບຕີລາຄາການນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກ ໃນ 1 ປີ ຜ່ານມາ ແລະ ທິດທາງແຜນການປະຈຳປີ 2024; 2.    ພິຈາລະນາຮັບຮອງແຜນດຳເນີນງານຂອງຄະນະບໍລິຫານງານພັກ ສະໄໝທີ IV ປະຈຳປີ 2024; 3.    ລາຍງານການປະເມີນຄືນແຜນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງບັນດາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ສານປະຊາຊົນສູງສຸດ; 4.    ຕີລາຄາວຽກງານແນວຄິດ, ຕ້ານ, ສະກັດກັ້ນປາກົດການຫຍໍ້ທໍ້ໃນສານປະຊາຊົນ;5.    ສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ  ແລະ ປັບປຸງກົງຈັກການຈັດຕັ້ງ;6.    ນຳສະເໜີແຜນປະເມີນຄືນການກຳນົດພະນັກງານ-ນຳພາຄຸ້ມຄອງ ຂອງສານປະຊາຊົນໃນຂອບເຂດທົ່ວປະເທດ;7. ຕີລາຄາຄືນວຽກງານຂໍ້ມູນຂ່າວສານ ແລະ ການສ້າງຄວາມຮັບຮູ້ເຂົ້າໃຈກ່ຽວກັບກົດໝາຍ ແລະ ການດຳເນີນຄະດີຂອງສານ; 8.    ຕີລາຄາການຄົ້ນຄວ້າຄະດີແບບໃໝ່, ການປະຊຸມສານຢ່າງເປັນລະບົບ;9.    ສະຫຼຸບ, ຕີລາຄາວຽກງານສະຫະພັນກຳມະບານ  ແລະ 10ສະຫຼຸບຕີລາຄາວຽກງານຊາວໜຸ່ມ. 
(ຂ່າວ-ພາບ: ອານຸພົນ)

ຄໍາເຫັນ

ຂ່າວການເມືອງ

ຫສພ ເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

ຫສພ ເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

ຫ້ອງວ່າການສູນກາງພັກຈັດກອງປະຊຸມເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ, ໃນວັນທີ 8 ພຶດສະພາ ຜ່ານມາ ທີ່ຫ້ອງປະຊຸມຂອງ ຫສພ, ພາຍໃຕ້ການເປັນປະທານຂອງສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ,
ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX

ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX

ວັນທີ 8 ພຶດສະພານີ້, ຢູ່ສະໂມສອນກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ
ໄຂກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II

ໄຂກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II

ກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 8 ພຶດສະພານີ້ ທີ່ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເປັນປະທານຂອງທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ.
ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຄັ້ງທີVI

ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຄັ້ງທີVI

ໃນວັນທີ 7 ພຶດສະພາຜ່ານມານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງ ຄັ້ງທີ VI ທີ່ຫ້ອງປະຊຸມຫ້ອງວ່າການເມືອງ. ໂດຍການເປັນປະທານຂອງທ່ານ ສົມບັດ ຈະເລີນມີໄຊ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ.

ສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX

ສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ 2025 ຢູ່ທີ່ສະໂມສອນແຂວງຄໍາມ່ວນ ໂດຍການເປັນປະທານຂອງ ສະຫາຍ ເຫຼັງຄໍາ ໄຊຄໍາຜັນ ວ່າການເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ, ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ.
ປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ

ປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພານີ້,ໃຫ້ກຽດເປັນປະທານໂດຍທ່ານ ພັອ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫສພ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫສພ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫ້ອງວ່າການສູນກາງພັກ(ຫສພ) ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພານີ້ທີ່ຫ້ອງປະຊຸມໃຫຍ່ຂອງ ຫສພ, ພາຍໃຕ້ການເປັນປະທານຂອງສະຫາຍ ມີໄຊ ພົມເຂ ຄະນະປະຈຳພັກຮອງຫົວໜ້າຫ້ອງວ່າການສູນກາງພັກປະທານສະຫະພັນກໍາມະບານ ຫສພ; ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ເລັດ ໄຊຍະພອນ
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນໃນວັນທີ່ 6 ພຶດສະພາຜ່ານມາ ທີ່ຄະນະບໍລິຫານງານຊາວໜຸ່ມແຂວງ ໂດຍເປັນປະທານຂອງ ທ່ານ ຄຳຄ່ອງ ພົມມະປັນຍາ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.

ເພີ່ມເຕີມ