ກອງປະຊຸມຄົບຄະນະກໍາມະການບໍລິຫານງານ ອພສ ແຂວງໄຊຍະບູລີ

ກອງປະຊຸມຄົບຄະນະກໍາມະການບໍລິຫານງານ ອພສ ແຂວງໄຊຍະບູລີ
ກອງປະຊຸມສາມັນຄົບຄະນະກໍາມະການບໍລິຫານງານອົງການພຸດທະສາສະໜາສໍາພັນລາວ (ອພສ) ແຂວງໄຊຍະບູລີຄັ້ງທີ 4 ສະໄໝທີ IV ປະຈໍາປີ 2023 ໄດ້ຈັດຂຶ້ນໃນວັນທີ 1 ກຸມພານີ້ ທີ່ຫ້ອງປະຊຸມແນວລາວສ້າງຊາດແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຂອງ ພະອາຈານ ບຸນທຽນ ພຸດທະວະໂຣ ປະທານ ອພສ ແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາສີ ແພງສະຫວັນ ກໍາມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງໄຊຍະບູລີ, ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມແບບທາງໄກ ແລະ ເຊິ່ງໜ້າ.
    ພະອາຈານ ບຸນທຽນ ພຸດທະວະໂຣໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຕໍ່ຮ່າງລາຍງານການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 4 ໃນໄລຍະ 1 ປີ ຜ່ານມາ ແລະ ພ້ອມກັນວາງແຜນການປີ 2024, ຄົ້ນຄວ້າ ແລະ ຮັບຮອງເອົາການປັບປຸງກົງຈັກ ແລະ ບຸກຄະລາກອນໃນຄະນະກໍາມະການອພສ ແຂວງໄຊຍະບູລີ ຈໍານວນໜຶ່ງເພື່ອທົດແທນອົງທີ່ລາສິກຂາ. ຈາກນັ້ນ ພະອາຈານ ສົມພອນ ຄໍາຈະເລີນ ຮອງປະທານ ອພສ ແຂວງໄຊຍະບູລີ ໄດ້ຂຶ້ນລາຍງານຕື່ມວ່າ: ຕະຫຼອດໄລຍະ 1 ປີ ຜ່ານມາ ອພສ ແຂວງຂັ້ນຕ່າງໆ ໄດ້ເອົາໃຈໃສ່ສັ່ງສອນພະສົງ ສໍາມະເນນ ທາງດ້ານຫຼັກສິນທໍາ ຄຽງຄູ່ກັບການເຜີຍແຜ່ລະບຽບກົດໝາຍຂອງຝ່າຍບ້ານເມືອງຢ່າງຕໍ່ເນື່ອງ ແນໃສເຮັດໃຫ້ພະສົງ, ສໍາມະເນນມີລະບຽບວິໄນ, ຢືດຖືຫຼັກສິນທໍາເປັນແບບແຜນໃນການດໍາລົງຊີວິດ ຕິດພັນກັບນໍ້າໃຈຮັກຊາດ ຮັກລະບອບໃໝ່ສາມາດສ້າງຄວາມສາມັກຄີຊ່ວຍເຫຼືອຊຶ່ງກັນ ແລະ ກັນ ປັດຈຸບັນອພສ ປະຈໍາແຂວງໄຊຍະບູລີ ມີຄະນະກໍາມະການສູນກາງ ອພສ ແຫ່ງ ສປປ ລາວ 2 ອົງ, ຄະນະກໍາມະການບໍລິຫານງານ ອພສ ແຂວງທັງໝົດ 20 ອົງ ໃນນັ້ນຄະນະບໍລິຫານປະຈໍາການ ອພສ ແຂວງ 7 ອົງ, ຄະນະທີ່ປຶກສາ ອພສ ແຂວງ 2 ອົງ ແລະ ຄະນະກໍາມະການບໍລິຫານງານ ອພສ ເມືອງ 10 ເມືອງທົ່ວແຂວງ ທັງໝົດ 86 ອົງ ແລະ ມີວັດທັງໝົດ 333 ວັດ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 1 ວັດ, ວັດທີ່ມີພະສົງປະຈໍາການຢູ່ 272 ວັດ ແລະ ວັດບໍ່ມີພະສົງຢູ່ປະຈໍາການ 61 ວັດ ທົ່ວແຂວງໄຊຍະບູລີ ມີພະສົງ, ສໍາມະເນນ ແລະ ແມ່ຂາວທັງໝົດ 1.470 ອົງ.    
ຂ່າວ-ພາບ: ຄໍາໝັ້ນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄອສພ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ຄອສພ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ເນື່ອງໃນໂອກາດໃກ້ຈະເຖິງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1/6/1980-1/6/2025) ແລະ ວັນເດັກສາກົນ ຄົບຮອບ 100 ປີ (1/6/1925-1/6/2025),
ສະຖານທູດຈີນ ແລະ ອົງການຈັດຕັ້ງສາກົນຢ້ຽມຢາມທັດສະນະສຶກສາເສັ້ນທາງລົດໄຟລາວ-ຈີນ

ສະຖານທູດຈີນ ແລະ ອົງການຈັດຕັ້ງສາກົນຢ້ຽມຢາມທັດສະນະສຶກສາເສັ້ນທາງລົດໄຟລາວ-ຈີນ

ສະຖານທູດຈີນຮ່ວມກັບອົງການສະຫະປະຊາຊາດແລະອົງການຈັດຕັ້ງສາກົນ ໄດ້ລົງຢ້ຽມຢາມ ແລະທັດສະນະສຶກສາຢູ່ເສັ້ນທາງລົດໄຟລາວ-ຈີນ ໃນວັນທີ 30 ພຶດສະພາ 2025 ໂດຍໄດ້ເດີນທາງຈາກສະຖານີນະຄອນຫຼວງວຽງຈັນ ຮອດສະຖານີຫຼວງພະບາງ ຊຶ່ງນໍາໂດຍ ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນ ປະຈໍາລາວ, ອົງການປະສານງານສະຫະປະຊາຊາດ (UNRCO); ທ່ານ Bakhodir Burkhanov ຜູ້ປະສານງານສະຫະປະຊາຊາດ ປະຈໍາ ລາວ, ແລະມີບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ UNFPA, ILO, WHO, UNICEP ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫຼວງນ້ຳທາ ຈັດກິດຈະກຳປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ

ຫຼວງນ້ຳທາ ຈັດກິດຈະກຳປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ

ໃນວັນທີ 27 ພຶດສະພາຜ່ານມານີ້, ການນໍາແຂວງຫຼວງນໍ້າທາ ໄດ້ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ໂດຍການເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ, ມີຫົວໜ້າ-ຮອງຫົວໜ້າພະແນກການ, ພະນັກງານທະຫານ, ຕຳຫຼອດຮອດປະຊາຊົນບັນດາເຜົ່າພາຍໃນແຂວງເຂົ້າຮ່ວມ.
ພິທີປູກຕົ້ນໄມ້ ແລະ ປ່ອຍປາ ຢູ່ເຂື່ອນໄຟ້ຟ້ານໍ້າມັງ 3

ພິທີປູກຕົ້ນໄມ້ ແລະ ປ່ອຍປາ ຢູ່ເຂື່ອນໄຟ້ຟ້ານໍ້າມັງ 3

ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ຄົບຮອບ 100 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ໝູນວຽນຄົບຮອບອີກວາລະໜຶ່ງ,ໃນຕອນເຊົ້າວັນທີ 30 ພຶດສະພານີ້, ບໍລິສັດຜະລິດໄຟຟ້າລາວມະຫາຊົນ ຮ່ວມກັບ ເຂື່ອນໄຟຟ້ານໍ້າມັງ 3 ໄດ້ຈັດພິທີປູກຕົ້ນໄມ້ ແລະ ປ່ອຍປາ ຢູ່ເຂື່ອນໄຟຟ້ານໍ້າມັງ 3 ເມືອງທຸລະຄົມ ແຂວງວຽງຈັນ, ເປັນກຽດເຂົ້າຮ່ວມມີ ທ່ານ ສຸລິວັດ ສຸວັນນະຈູມຄໍາ ປະທານສະພາບໍລິຫານ ຜ-ຟຟລ ຮອງລັດຖະມົນຕີກະຊວງການເງິນ, ມີແຂກຖືກເຊີນຈາກຂັ້ນສູນກາງ, ຂັ້ນແຂວງ, ເມືອງ ແລະ ບ້ານອ້ອມຂ້າງເຂົ້າຮ່ວມ.
ກິດຈະກຳປູກຕົ້ນໄມ້ເພື່ອສ້າງຕົວເມືອງນະຄອນຫຼວງວຽງຈັນໃຫ້ສວຍງາມ

ກິດຈະກຳປູກຕົ້ນໄມ້ເພື່ອສ້າງຕົວເມືອງນະຄອນຫຼວງວຽງຈັນໃຫ້ສວຍງາມ

ພິທີຈັດກິດຈະກຳ“ປູກຕົ້ນໄມ້ເພື່ອສ້າງຕົວເມືອງນະຄອນຫຼວງວຽງຈັນໃຫ້ສວຍງາມ” ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ແລະ ເພື່ອຂໍ່ານັບຮັບຕ້ອນ 3 ວັນ ປະຫວັດສາດຂອງຊາດ, ຈັດໂດຍ ສະຫະພັນກຳມະບານ 3 ອົງການ,ຄະນະບໍລິຫານງານສູນກາງກຳມະບານລາວ(ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ, ສະຖາບັນເສດຖະກິດ ແລະ ສັງຄົມແຫ່ງຊາດ) ຂຶ້ນໃນວັນທີ 30 ພຶດສະພານີ້ ທີ່ສວນປະຕູໄຊ, ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ອາລິຍາວັນ ອັກຄະວົງຮອງປະທານສູນກາງສະຫະພັນກຳມະບານລາວ, ພ້ອມດ້ວຍສະມາຊິກກຳມະບານເຂົ້າຮ່ວມ.
ຫສພຈັດພິທີປູກຕົ້ນໄມ້ ແລະ ສະຫຼອງວັນເດັກສາກົນ

ຫສພຈັດພິທີປູກຕົ້ນໄມ້ ແລະ ສະຫຼອງວັນເດັກສາກົນ

ເນື່ອງໃນໂອກາດທີ່ໃກ້ຈະເຖິງ ວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 45ປີ(1/6/1980-1/6 /2025) ແລະວັນເດັກສາກົນ ຄົບຮອບ 100ປີ (1/6/1925 - 1/6/2025), ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຂະບວນການປູກຕົ້ນໄມ້ ຂຶ້ນໃນວັນທີ30 ພຶດສະພານີ້ ທີ່ຫສພ.
ທ່ານ ນາງ ປານີ ຢາທໍ່ຕູ້ ຮ່ວມປູກຕົ້ນໄມ້ ໃນຂະບວນການປູກຕົ້ນໄມ້ ຂອງກະຊວງ ປກສ

ທ່ານ ນາງ ປານີ ຢາທໍ່ຕູ້ ຮ່ວມປູກຕົ້ນໄມ້ ໃນຂະບວນການປູກຕົ້ນໄມ້ ຂອງກະຊວງ ປກສ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ສ້າງຂະບວນການປູກຕົ້ນໄມ້ເນື່ອງໃນໂອກາດຂໍ່ານັບຮັບຕ້ອນແລະສະເຫຼີມສະຫຼອງວັນເດັກນ້ອຍສາກົນຄົບຮອບ 100ປີແລະວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 45 ປີ ຂຶ້ນໃນເຊົ້າວັນທີ 30 ພຶດສະພານີ້ ທີ່ສູນຮັບຕ້ອນແລະຝຶກອົບຮົມວິຊາສະເພາະກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບໂດຍການໃຫ້ກຽດເຂົ້າຮ່ວມແລະນໍາພາປູກຕົ້ນໄມ້ໃນຄັ້ງນີ້ໂດຍທ່ານນາງປານີຢາທໍ່ຕູ້ກຳມະການກົມການເມືອງສູນກາງພັກຮອງປະທານປະເທດແຫ່ງສປປລາວ.
ຫສປທມອບໃບຢັ້ງຍືນໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນປະຈຳປີ 2024

ຫສປທມອບໃບຢັ້ງຍືນໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນປະຈຳປີ 2024

ຫ້ອງວ່າການສຳນັກງານປະທານປະເທດ(ຫສປທ)ໄດ້ມອບໃບຢັ້ງຍືນໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນປະຈຳປີ2024ໃຫ້5ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກຫສປທໃນວັນທີ30ພຶດສະພານີ້ທີ່ຫ້ອງປະຊຸມຫສປທ,ໂດຍການເປັນປະທານຂອງສະຫາຍນາງເຂັມມະນີພົນເສນາກຳມະການສູນກາງພັກເລຂາຄະນະພັກຫົວໜ້າ ຫສປທ; ມີເລຂາ-ຮອງເລຂາບັນດາໜ່ວຍພັກ, ພະນັກງານບໍານານ,ສະມາຊິກພັກ-ພະນັກງານພາຍໃນ ຫສປທ ເຂົ້າຮ່ວມ.
ຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງສ້າງລາຄາໄຟຟ້າປີ2025-2029

ຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງສ້າງລາຄາໄຟຟ້າປີ2025-2029

ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງສ້າງລາຄາໄຟຟ້າປີ 2025-2029 ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພາຜ່ານມາທີ່ກະຊວງພະລັງງານແລະບໍ່ແຮ່ (ພບ)ພາຍໃຕ້ການເປັນປະທານຂອງທ່ານຄໍາໂສ້ກຸໂພຄໍາຫົວໜ້າຫ້ອງການກະຊວງພະລັງງານແລະບໍ່ແຮ່; ມີທ່ານອາຄົມເດດວົງໄຊຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າ (ຟຟລ), ມີຄະນະກົມ,ຄະນະສະຖາບັນ, ຄະນະອຳນວຍການຟຟລພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.
ນາ​ຍົກຫວຽດນາມ ສະ​ເໜີ​ໃຫ້​ຍົກ​​ເງິນ​ລົງ​ທຶນ ຫວຽດ​ນາມ - ໂອ​ແມນ ຂຶ້ນລະດັບ​1 ຕື້ໂດລາ

ນາ​ຍົກຫວຽດນາມ ສະ​ເໜີ​ໃຫ້​ຍົກ​​ເງິນ​ລົງ​ທຶນ ຫວຽດ​ນາມ - ໂອ​ແມນ ຂຶ້ນລະດັບ​1 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 29 ພຶດສະພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ເນສເຊີ ບິນ ຊຸລິມານ ອັລ ຮາທິ ຮອງປະທານອົງການລົງທຶນແຫ່ງຊາດ ໂອມານ (OIA) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ເພີ່ມເຕີມ