ກອງປະຊຸມໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ ແລະ ອາກອນໃຫ້ລັດ

ກອງປະຊຸມໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ ແລະ ອາກອນໃຫ້ລັດ
ເພື່ອຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ກັບກະຊວງການເງິນ ເຂົ້າສູ່ພາກປະຕິບັດຕົວຈິງ, ແນວລາວສ້າງຊາດຮ່ວມກັບພະແນກການເງິນ ແຂວງສະຫວັນນະເຂດໄດ້ຈັດກອງປະຊຸມໂຄສະນາປຸກລະດົມການປະຕິບັດພັນທະການເສຍພາສີ-ອາກອນ ໃຫ້ລັດ ຂຶ້ນໃນວັນທີ 10 ພຶດສະພາ 2024 ຢູ່ສະໂມສອນຂອງຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານຂອງທ່ານ  ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ; ມີກໍາມະການສູນກາງແນວລາວສ້າງຊາດປະຈໍາແຂວງ, ແນວລາວສ້າງຊາດແຂວງ, ພະນັກງານອ້ອມຂ້າງແຂວງ ແລະ ຜູ້ປະກອບການຄ້າຂາຍ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ບາງເນື້ອໃນເອກະສານທີ່ສຳຄັນ ຄື: ຄວາມຮູ້ພື້ນຖານກ່ຽວກັບກົດໝາຍວ່າດ້ວຍພາສີ ແລະກົດໝາຍຂົງເຂດສ່ວຍສາອາກອນ, ການຊຳລະພາສີ-ອາກອນຜ່ານລະບົບທະນາຄານພັດທະນາລາວ ແລະເອກະສານປະເທດລາວຄົນລາວເປັນເຈົ້າຂອງ.
ທ່ານ ຮອງປະທານ ສນຊ ໄດ້ມີຄໍາເຫັນສັງລວມ ແລະເນັ້ນຕໍ່ກອງປະຊຸມຕື່ມວ່າ: ໃຫ້ແຕ່ລະພາກສ່ວນຈົ່ງຮ່ວມມືກັນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປສືບຕໍ່ຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈີງຕາມພາລະບົດບາດ ຂອງແຕ່ລະພາກສ່ວນດ້ວຍຄວາມຮັບຜິດຊອບສູງ,ສຶກສາອົບຮົມປຸກລະດົມໃຫ້ຜູ້ປະກອບການ, ນັກທຸລະກິດ, ຊາວຄ້າຂາຍ ກໍ່ຄືພົນລະເມືອງລາວທຸກຄົນ ເຂົ້າຮ່ວມຂະບວນການຕ່າງໆ ຂອງພັກ-ລັດ ເປັນຕົ້ນ ແມ່ນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຂອງແຂວງ ຕິດພັນກັບ 2 ວາລະແຫ່ງຊາດ ແລະ ພ້ອມກັນເປັນເຈົ້າການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ, ສືບຕໍ່ເຕົ້າໂຮມປະຊາຊົນລາວບັນດາເຜົ່າໃຫ້ຮັກສາມູນເຊື້ອຄວາມສາມັກຄີປອງດອງ ເປັນປຶກແຜ່ນແໜ້ນໜາ  ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.(ຂ່າວ:ສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບຸນຜ້າປ່າສາມັກຄີ 8 ແຂວງພາກເໜືອ ຄັ້ງທີ 2 ລະດົມທືນໄດ້ຫຼາຍກວ່າ 430 ລ້ານກີບ

ບຸນຜ້າປ່າສາມັກຄີ 8 ແຂວງພາກເໜືອ ຄັ້ງທີ 2 ລະດົມທືນໄດ້ຫຼາຍກວ່າ 430 ລ້ານກີບ

ງານບຸນຜ້າປ່າສາມັກຄີ ອົງການພຸດທະສາສະໜາສໍາພັນລາວ (ອພສ) 8 ແຂວງພາກເໜືອ ຄັ້ງທີ 2 ທີ່ວັດສາມັກຄີໄຊ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 9 ມີນາ ຜ່ານມານີ້ ໂດຍເປັນປະທານຂອງພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ, ມີພະອາຈານ ຄະນະປະຈໍາສູນກາງ ອພສ ແລະ ພະອາຈານຕາງໜ້າ ອົງການພຸດທະສາສະໜາສໍາພັນລາວ ຈາກ 8 ແຂວງພາກເໜືອ, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດການນຳຂັ້ນສູງ ຂອງພັກ-ລັດ ປະທານບຸນຜ້າປ່າສາມັກຄີ ຝ່າຍຄາລະວາດ, ຕະຫຼອດເຖີງອອກຕົນຍາດໂຍມຜູ້ໃຈບຸນ ຈາກຫຼາຍພາກສ່ວນ ເຂົ້າຮ່ວມ.
ໜ່ວຍພັກດ່ານສາກົນຂົວມິດຕະພາບນ້ຳເຫືອງ ສະຫຼຸບວຽກການກໍ່ສ້າງໜ່ວຍພັກປອດໃສ, ປະຈຳປີ 2025

ໜ່ວຍພັກດ່ານສາກົນຂົວມິດຕະພາບນ້ຳເຫືອງ ສະຫຼຸບວຽກການກໍ່ສ້າງໜ່ວຍພັກປອດໃສ, ປະຈຳປີ 2025

ໜ່ວຍພັກດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ຂຶ້ນໃນວັນທີ 10 ມີນານີ້ ຢູ່ທີ່ຫ້ອງປະຊຸມດ່ານດັ່ງກ່າວ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ມີພາກສ່ວນກ່ຽວຂ້ອງ ແລະ ສະມາຊິກພັກເຂົ້າຮ່ວມ.
ກົມຕຳຫຼວດຄຸມຂັງ-ດັດສ້າງ ສະຫຼຸບວຽກງານປະຈຳປີ 2025

ກົມຕຳຫຼວດຄຸມຂັງ-ດັດສ້າງ ສະຫຼຸບວຽກງານປະຈຳປີ 2025

ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2025 ແລະ ທິດທາງປີ 2026 ໃນວັນທີ 11 ມີນານີ້ ໂດຍການເປັນປະທານຂອງສະຫາຍ ພົຈວ ລັດສະໝີ ໄຊຍະຄຳ ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະກົມ, ພະແນກ, ຄ້າຍ, ແຂກຮັບເຊີນ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນກົມເຂົ້າຮ່ວມ.
ຝຶກອົບຮົມວຽກງານວິຊາສະເພາະ ໃຫ້ຂະແໜງຄຸ້ມຄອງຊັບສິນແຫ່ງລັດ 5 ແຂວງພາກກາງ

ຝຶກອົບຮົມວຽກງານວິຊາສະເພາະ ໃຫ້ຂະແໜງຄຸ້ມຄອງຊັບສິນແຫ່ງລັດ 5 ແຂວງພາກກາງ

ກົມຄຸ້ມຄອງຊັບສິນແຫ່ງລັດ ໄດ້ເປີດຝຶກອົບຮົມໃນຫົວຂໍ້ “ວຽກງານຄຸ້ມຄອງຊັບສິນຂອງລັດໃຫ້ພະນັກ ງານຂະແໜງການຄຸ້ມຄອງຊັບສິນແຫ່ງລັດ 5 ແຂວງພາກກາງ ໃນລະຫວ່າງວັນທີ 10-12 ມີນາ ນີ້ ທີ່ສະຖາບັນເສດຖະກິດ-ການເງິນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຍົມມະລາ ວໍລະຈິດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ແລະ ທ່ານ ວໍລະເດດ ໂຄດສີເມືອງ ຮອງຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ, ມີຄະນະຮັບຜິດຊອບ, ວິທະຍາກອນ, ສໍາມະນາກອນກ່ຽວຂ້ອງເຂົ້າຮ່ວມ.
ເຊກອງ ຊີ້ແຈງກ່ຽວກັບການສະໜອງນໍ້າມັນທົ່ວແຂວງ

ເຊກອງ ຊີ້ແຈງກ່ຽວກັບການສະໜອງນໍ້າມັນທົ່ວແຂວງ

ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງເຊກອງ ໄດ້ຊີ້ແຈງຕໍ່ສື່ມວນຊົນ ໃນຕອນແລງວັນທີ 10 ມີນານີ້້ ກ່ຽວກັບສະພາບຄວາມເຄັ່ງຮ້ອນການສະໜອງນໍ້າມັນ ພາຍໃນແຂວງເຊກອງ ໃຫ້ຮູ້ວ່າ: ສະພາບການກ່ອນໜ້ານີ້ ແຂວງເຊກອງ ມີບໍລິສັດນໍາເຂົ້າ 7 ບໍລິສັດ ເປັນຜູ້ນໍາເຂົ້້ານໍ້າມັນເຊື້ອໄຟ ໂດຍມີປໍ້າຕົວແທນຈໍາໜ່າຍທົ່ວແຂວງ 32 ປໍ້າ, ເປີດ 7 ປໍ້າ. ໃນນີ້, ເມືອງທ່າແຕງ ມີ 13 ປໍ້າ, ເປີດ 2 ປໍ້າ, ລະມາມ 13 ປໍ້າ, ເປີດ 5 ປໍ້າ, ດາກຈຶງ 4 ປໍ້າ (ປິດ) ແລະ ເມືອງກະລຶຶມ 2 ປໍ້າ (ປິດ) ລໍຖ້າການສະໜອງນໍ້າມັນ.
ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງຄໍາມ່ວນ ປາຖະກະຖາວັນແມ່ຍິງສາກົນ

ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງຄໍາມ່ວນ ປາຖະກະຖາວັນແມ່ຍິງສາກົນ

ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງຄໍາມ່ວນ ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 116 ປີ, ພາຍໃຕ້ຄໍາຂວັນ "ສິດທິ, ຄວາມຍຸຕິທຳ, ການລົງມືປະຕິບັດ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ" ຂຶ້ນໃນວັນທີ 10 ມີນານີ້, ໂດຍມີທ່ານ ພາກອນ ແກ້ວມະນີ ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ, ທ່ານ ນາງ ສຸດທິລົມ ສຸລິວົງ ຮອງປະທານສະຫະພັນແມ່ຍິງແຂວງ, ມີແຂກຖືກເຊີນ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.
ສະຫາຍ ຄໍາພັນ ພົມມະທັດ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກກະຊວງຍຸຕິທຳຜູ້ໃໝ່

ສະຫາຍ ຄໍາພັນ ພົມມະທັດ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກກະຊວງຍຸຕິທຳຜູ້ໃໝ່

ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ໄດ້ຮັບການແຕ່ງຕັ້ງ ເປັນເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທຳ (ຜູ້ໃໝ່) ພິທີມອບ-ຮັບໜ້າທີ່ ລະຫວ່າງເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທໍາ (ຜູ້ເກົ່າ-ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 10 ມີນານີ້ ທີ່ກະຊວງຍຸຕິທຳ, ເປັນກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍຄະນະປະຈຳພັກ, ກຳມະການ ຄະນະບໍລິຫານງານພັກກະຊວງ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ໂຄງການກໍ່ສ້າງຫໍທັມມະສະພາແຂວງຫຼວງພະບາງ ສຳເລັດ48% ຂອງໜ້າວຽກທັງໝົດ

ໂຄງການກໍ່ສ້າງຫໍທັມມະສະພາແຂວງຫຼວງພະບາງ ສຳເລັດ48% ຂອງໜ້າວຽກທັງໝົດ

ວັນທີ່ 10 ມີນານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດການນຳຂັ້ນສູງ ຂອງພັກ-ລັດ ປະທານຄະນະຮັບຜິດຊອບໂຄງການກໍ່ສ້າງຫໍທັມມະສະພາ ແຂວງຫຼວງພະບາງ ຝ່າຍຄາຣະວາດ ພ້ອມດ້ວຍຄະນະຮັບຜິດຊອບຝ່າຍພຣະສົງ ແລະພາກສ່ວນກ່ຽວຂ້ອງ ໄດ້ເຄື່ອນໄຫວກວດກາໜ້າວຽກ ໂຄງການກໍ່ສ້າງຫໍທັມມະສະພາ ອົງການພຸດທະສາສະໜາສໍາພັນລາວ ແຂວງຫຼວງພະບາງ
ດ່ານສາກົນປາກຕາພານ ສະຫຼູບວວຽກງານບໍລິຫານ-ຄຸ້ມຄອງ ປະຈໍາປີ 2025

ດ່ານສາກົນປາກຕາພານ ສະຫຼູບວວຽກງານບໍລິຫານ-ຄຸ້ມຄອງ ປະຈໍາປີ 2025

ດ່ານສາກົນປາກຕາພານ ແຂວງສາລະວັນ ສະຫຼູບການເຄື່ອນໄຫວວຽກງານບໍລິຫານ-ຄຸ້ມຄອງ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026ຂຶ້ນໃນວັນທີ 6 ມີນາຜ່ານມາ ທີ່ຫ້ອງປະຊຸມຂອງຕົນ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນຂະແໜງການທີ່ກ່ຽວຂ້ອງ ຂັ້ນແຂວງ-ຂັ້ນເມືອງ ເຂົ້າຮ່ວມ.
ເປີດບໍລິການແລ່ນທົດລອງລົດເມດ່ວນ BRT

ເປີດບໍລິການແລ່ນທົດລອງລົດເມດ່ວນ BRT

ໃນຕອນເຊົ້າວັນທີ 10 ມີນາ ນີ້ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດໃຫ້ບໍລິການແລ່ນທົດລອງລົດເມດ່ວນ BRT ຢ່າງເປັນທາງການ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ອຳໄພວັນ ແກ້ວປະດິດ ຮອງຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ມີທ່ານ ຄຳສະຫວັນ ໂຄດໄຊ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ນວ), ທ່ານ ພັນໂທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫຼວດຈະລາຈອນ ນວ.
ເພີ່ມເຕີມ