ກອງປະຊຸມກົນໄກການຮ່ວມມື 4 ປະເທດ 9 ຝ່າຍ ຄັ້ງທີ IX ທີ່ແຂວງຫຼວງນໍ້າທາ 

ກອງປະຊຸມກົນໄກການຮ່ວມມື 4 ປະເທດ 9 ຝ່າຍ ຄັ້ງທີ IX ທີ່ແຂວງຫຼວງນໍ້າທາ 
ກອງປະຊຸມກົນໄກການຮ່ວມມື 4 ປະເທດ 9 ຝ່າຍ ເຂດຊາຍແດນ ຄັ້ງທີ IX ທີ່ແຂວງຫຼວງນໍ້າທາ ໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນຢ່າງເປັນທາງການຫວ່າງບໍ່ດົນມານີ້ ທີ່ເຂດເສດຖະກິດສະເພາະບໍ່ເຕ່ນແດນງາມໂດຍການເຂົ້າຮ່ວມຂອງທ່ານ  ວຽງສະຫວັດ  ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ມີບັນດາການນໍາຂັ້ນສູງ ຈາກ ກິ່ງແຂວງສິບສອງພັນນາ ແຫ່ງ ສປ ຈີນ,ແຂວງຊຽງໃໝ່,ແຂວງຊຽງລາຍ ແຫ່ງຣາຊະອານາຈັກໄທ,ເມືອງຊຽງຕຸງ,ເມືອງທ່າຂີ້ເຫຼັກ ສະຫະພາບມຽນມາ,ແຂວງອຸດົມໄຊ,ແຂວງຫຼວງພະບາງ, ແຂວງບໍ່ແກ້ວຂອງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈກອງປະຊຸມຄັ້ງທີ 8 ຊຶ່ງຈັດຂຶ້ນໃນປີ 2019 ຜ່ານມາ ທີ່ແຂວງອຸດົມໄຊ ພ້ອມທັງຕີລາຄາຄືນຜົນໄດ້ຮັບຈາກການຈັດຕັ້ງປະຕິບັດຕົວຈິງ ເພື່ອຖອດຖອນບົດຮຽນດ້ານດີ, ຂໍ້ຄົງຄ້າງກໍຄືສິ່ງທ້າທາຍດ້ານຕ່າງໆ ເພື່ອວາງທິດທາງແຜນການຮ່ວມມືຂອງບັນດາຝ່າຍໃນຕໍ່ໜ້າໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ .
ໂອກາດນີ້, ທ່ານ ວຽງສະຫວັດ ສີພັນດອນ ໄດ້ຍົກໃຫ້ເຫັນເຖິງໝາກຜົນຂອງກອງປະຊຸມຕະຫຼອດໄລ ຍະຜ່ານມາ ແລະ ສາມາດຢັ້ງຢືນໄດ້ວ່າ ກົນໄກການຮ່ວມມືນີ້ ມີບົດບາດສູງຕໍ່ການພົວພັນຮ່ວມມື ໄມຕີຈິດ ມິດຕະພາບອັນດີງາມ ລະຫວ່າງ 9 ຝ່າຍເປັນຢ່າງດີ  ແລະ ມີຜົນສໍາເລັດຢ່າງຕໍ່ເນື່ອງໃນຫຼາຍດ້ານ ຊຶ່ງກອງປະຊຸມຄັ້ງນີ້ ແນໃສ່ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມການຮ່ວມມື 4 ປະເທດ  9  ຝ່າຍໃນໄລຍະຜ່ານມາ ແລະພ້ອມກັນປະກອບຄໍາຄິດຄໍາເຫັນ ຕໍ່ທິດທາງກົນໄກການຮ່ວມມືໃນຕໍ່ໜ້າ. ແຂວງຫຼວງນໍ້າທາເປັນແຂວງທາງຜ່ານຂອງອະນຸພາກພື້ນແມ່ນໍ້າຂອງ ແລະ ແລວທາງເສດຖະກິດ ເໜືອ-ໃຕ້ ຄືຈີນ ແລະ ຣາຊະອານາຈັກໄທ, ຕາເວັນອອກ-ຕາເວັນຕົກ ຫວຽດນາມແລະ ມຽນມາ, ເປັນປ້ອມດ່ານໜ້າຂອງການຮ່ວມມືອາຊຽນ-ຈີນ ແລະ ປະຕູດ່ານນຳເຂົ້າ-ສົ່ງອອກສິນຄ້າສູ່ຈີນ, ມີທາງລົດໄຟຜ່ານ, ມີສະໜາມບິນພາຍໃນ ແລະ ມີປະຕູດ່ານອອກສູ່ຕ່າງປະເທດ 4 ດ່ານ ຄື:ດ່ານສາກົນ1 ດ່ານ, ດ່ານທ້ອງຖິ່ນ 2 ດ່ານ, ດ່ານປະເພນີ 1 ດ່ານ ມີເຂດເສດຖະກິດສະເພາະບໍ່ເຕ່ນແດນງາມ ທີ່ເປັນສູນກາງການຄ້າ,ການລົງທຶນ ແລະ ເປັນສະຖານທີ່ທ່ອງທ່ຽວທີ່ເປັນທ່າແຮງໃນການສ້າງວຽກເຮັດງານທຳໃຫ້ແກ່ແຮງງານພາຍໃນແຂວງ; ມີປ່າສະຫງວນແຫ່ງຊາດນໍ້າຫ້າ ແລະ ມີແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ,ທຳມະຊາດ ແລະວັດທະນະທຳ ທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມແຂວງຫຼວງນໍ້າທາ.
ກອງປະຊຸມກົນໄກການຮ່ວມມື 4 ປະເທດ 9 ຝ່າຍ ເຂດຊາຍແດນ ຄັ້ງທີ IX  ຍັງໄດ້ພ້ອມກັນລົງນາມໃນບົດບັນທຶກ ເພື່ອສືບຕໍ່ຈັດຕັ້ງປະຕິບັດການຮ່ວມມືໃນຂັ້ນຕໍ່ໄປ ນອກຈາກນີ້ພາຍຫຼັງສໍາເລັດກອງປະຊຸມຄະນະຜູ້ແທນໄດ້ເດີນທາງໄປຮ່ວມຊົມງານວາງສະແດງຜະລິດຕະພັນສິນຄ້າຂອງແຂວງ,ທ່ຽວຊົມບັນດາບໍລິສັດໂລຈິສຕິກຢູ່ເຂດດ່ານພາສີສາກົນບໍ່ເຕ່ນ, ທ່ຽວຊົມສະຖານທີ່ວັດທະນະທຳເຂດເສດຖະກິດບໍ່ເຕ່ນ ແລະຢ້ຽມຊົມສູນຈຳລອງເຂດຖະກິດບໍ່ເຕ່ນແດນງາມ ເພື່ອເປັນຊ່ອງທາງໃຫ້ນັກທຸລະກິດເຂົ້າມາລົງທຶນພາຍໃນແຂວງຫຼວງນໍ້າທານັບມື້ຫຼາຍຂຶ້ນ.
(ຂ່າວ-ພາບ: ມຸນຕີ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ X

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ X

ພາຍຫຼັງສໍາເລັດການປະກາດຜົນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກແຂວງ ສາລະວັນ ສະໄໝທີ X ໃນຕອນເຊົ້າວັນທີ 7 ສິງຫາ ຜ່ານມາ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງສາລະວັນ ສະໄໝທີ X ໂດຍມີ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ສະຫາຍ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ຜູ້ຕາງໜ້າກອງພົນທີ 5 ຕະຫຼອດຮອດ ພະນັກງານປະຕິວັດອາວຸໂສບໍານານ, ບັນດາຜູ້ແທນສົມບູນ ຈໍານວນ 363 ສະຫາຍ, ແລະ ແຂກຖືກເຊີນ ເຂົ້າຮ່ວມຮັບຟັງຢ່າງຫຼວງຫຼາຍ.
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງ ອົງຄະນະພັກ ສມປຊ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງ ອົງຄະນະພັກ ສມປຊ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 8 ສິງຫານີ້ ທີ່ສະໂມ ສອນ ຂອງສະຖາບັນດັ່ງກ່າວ, ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານ ຂອງອົງຄະນະພັກ, ສ້າງການຫັນປ່ຽນໃນວຽກງານບໍາລຸງ-ກໍ່ສ້າງພະນັກງານ, ຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ໃນທົ່ວລະບົບໂຮງຮຽນພັກ ຢ່າງແຂງແຮງ, ເລິກເຊິ່ງ, ປະດິດສ້າງ ແລະ ທັນສະໄໝ. ພາຍໃຕ້ການເປັນປະທານ ຂອງສະຫາຍ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງ ປກຊ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງ ປກຊ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ (ປກຊ) ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 7 ສິງຫານີ້, ທີ່ກະຊວງ ປກຊ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີບັນດາຄະນະເລຂາທິການສູນກາງພັກ, ແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ເປີດຂຶ້ນຢ່າງເປັນທາງການ

ໃນວັນທີ 6 ສິງຫານີ້ ທີ່ສະໂມສອນແຂວງສາລະວັນ ໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ພາຍໃຕ້ການເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ, ມີສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ສະຫາຍ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ບັນດາສະຫາຍຮອງເລຂາພັກແຂວງ, ບັນດາສະຫາຍຄະນະປະຈຳພັກແຂວງ, ບັນດາສະຫາຍການນໍາຜູ້ຕາງໜ້າຈາກແຂວງອ້ອມຂ້າງແຂວງ ແລະ ກອງພົນທີ 5 ຕະຫຼອດຮອດພະນັກງານປະຕິວັດອາວຸໂສບໍານານ, ບັນດາສະຫາຍຜູ້ແທນສົມບູນຈໍານວນ 363 ສະຫາຍ ຊຶ່ງເປັນຕົວແທນ ແລະ ຕາງໜ້າໃຫ້ແກ່ສະມາຊິກພັກຈໍານວນ 16,839 ສະຫາຍ ໃນທົ່ວແຂວງສາລະວັນ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກສະຫະພັນນັກຮົບເກົ່າ ແຂວງຄໍາມ່ວນ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກສະຫະພັນນັກຮົບເກົ່າ ແຂວງຄໍາມ່ວນ

ວັນທີ 5 ສິງຫານີ້, ໜ່ວຍພັກຮາກຖານສະຫະພັນນັກຮົບເກົ່າ ແຂວງຄໍາມ່ວນໄດ້ດຳເນີນກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງຕົນຂຶ້ນ ໂດຍການເປັນປະທານຂອງສະຫາຍ ພັທ ນາງ ຄໍາຜາຍ ອາດສົມພູ ວ່າການເລຂາໜ່ວຍພັກ ຮອງປະທານສະຫະພັນນັກຮົບເກົ່າແຂວງຄໍາມ່ວນ.
ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ສະໄໝວິສາມັນ

ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ສະໄໝວິສາມັນ

ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝວິສາມັນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ສິງຫານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ, ມີສະຫາຍ ດາວ ບົວລະພາ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ປະກາດ ທ່ານ ຄຳພັນ ຄຳພູບົວ ເປັນປະທານຄະນະກໍາມະການປົກຄອງເມືອງພຽງ

ປະກາດ ທ່ານ ຄຳພັນ ຄຳພູບົວ ເປັນປະທານຄະນະກໍາມະການປົກຄອງເມືອງພຽງ

ກອງປະຊຸມ ເຜີຍແຜ່, ແນະນໍາການໂຮມ, ຍຸບ, ໂອນບາງວຽກງານຫ້ອງການ ແລະ ປະກາດການຈັດຕັ້ງ ປະທານ, ຮອງປະທານຄະນະກໍາມະການປົກຄອງເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 4 ສິງຫາຜ່ານມາ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ວຽກງານພັກພະນັກງານແຂວງໄຊຍະບູລີ.
ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງ ປກສ

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງ ປກສ

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ເປີດ​ຂຶ້ນ​ໃນວັນທີ 5 ສິງຫານີ້ ທີ່ສະໂມສອນກະຊວງ ປກສ ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ເລຂາພັກກະຊວງ ປກສ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ມີແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງ​ທີ 14 ສະ​ໄໝທີ XI

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງ​ທີ 14 ສະ​ໄໝທີ XI

ໃນວັນທີ 4 ສິງຫາຜ່ານມານີ້, ແຂວງອັດຕະປືໄດ້ຈັດກອງປະຊຸມຄົບ​ຄະ​ນະ​ບໍລິຫານງານພັກ​ແຂວງ ເປີດກວ້າງ ຄັ້ງ​ທີ 14 ສະ​ໄໝ​ທີ XI ຂຶ້ນທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເປັນປະທານຂອງ ສະ​ຫາຍ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ (ຜູ້ປະຈໍາການເລຂາພັກແຂວງ) .
ກອງປະຊຸມທາບທາມບຸກຄະລາກອນ ສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງຊຽງຂວາງ

ກອງປະຊຸມທາບທາມບຸກຄະລາກອນ ສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງຊຽງຂວາງ

ໃນວັນທີ 29 ກໍລະກົດ 2025, ທີ່ຫ້ອງວ່າການແຂວງຊຽງຂວາງ, ສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຮອບດ້ານແຂວງຊຽງຂວາງ ໄດ້ໃຫ້ກຽດເປັນປະທານກອງປະຊຸມທາບທາມຮ່າງເນື້ອໃນບັນດາເອກະສານສຳຄັນແລະ ທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງຊຽງຂວາງ ສະໄໝທີ IX (ຮອບທີ 2); ມີສະຫາຍ ບຸນຈັນ ສີວົງພັນ, ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງໆຊຽງຂວາງ; ສະຫາຍ ນາງ ບຸດສະດີ ທະນະເມືອງ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ພ້ອມດ້ວຍບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກຮາກຖານ, ອາດີດການນຳແຂວງ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ໄດ້ຕາງໜ້າໃຫ້ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ