![]() |
ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບ ການປະຕິບັດໜ້າທີ່ໃນໄລຍະຜ່ານມາຂອງໜ່ວຍງານສັງເກດການອາຊຽນ, ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນຕຸລາ 2025. ພ້ອມກັນນັ້ນ, ກອງປະຊຸມໄດ້ຮັບຟັງການແຈ້ງສະພາບການປັດຈຸບັນທາງດ້ານຊາຍແດນ ໂດຍລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນຂອງ ກຳປູເຈຍ ແລະ ລັດຖະມົນຕີກະຊວງການຕ່າງປະເທດຂອງ ໄທ. ໃນກອງປະຊຸມ, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ປະກອບຄຳເຫັນ ໂດຍໄດ້ສະແດງຄວາມເປັນຫ່ວງຕໍ່ສະພາບການໃນປັດຈຸບັນ ແລະ ຮຽກຮ້ອງໃຫ້ທັງສອງຝ່າຍແກ້ໄຂບັນຫາໂດຍສັນຕິວິທີ ໂດຍສອດຄ່ອງກັບກົດບັດອົງການສະຫະປະຊາຊາດ, ກົດບັດອາຊຽນ, ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້. ກອງປະຊຸມໄດ້ຢໍ້າຄືນເຖິງຄວາມໝາຍໝັ້ນຕໍ່ຄວາມເປັນເອກະພາບ ແລະ ຄວາມສາມັກຄີຂອງອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນ ລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ອີງຕາມກົດບັດອາຊຽນ.
ໃນກອງປະຊຸມດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສປປ ລາວ ໄດ້ຢໍ້າຄືນນະໂຍບາຍການຕ່າງປະເທດ ອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ໃນການຮັດແໜ້ນການພົວພັນຮ່ວມມືກັບປະເທດຕ່າງໆ, ລວມທັງ ກຳປູເຈຍ ແລະ ໄທ. ພ້ອມນັ້ນ, ກໍໄດ້ຮຽກຮ້ອງໃຫ້ທັງສອງຝ່າຍໃຊ້ຄວາມອົດທົນອົດກັ້ນ ຫຼີກເວັ້ນການໃຊ້ກຳລັງ ບົນຈິດໃຈໄມຕີຈິດ ມິດຕະພາບ ໃນຖານະເປັນປະເທດສະມາຊິກອາຊຽນດ້ວຍກັນ, ກັບຄືນປະຕິບັດຕາມຂໍ້ຕົກລົງເພື່ອສັນຕິພາບ ທີ່ສອງປະເທດໄດ້ລົງນາມ ໃນວັນທີ 26 ຕຸລາ 2025, ທີ່ ກົວລາລໍາເປີ ແລະ ນຳໃຊ້ກົນໄກທີ່ມີຢູ່ ເພື່ອຊອກຫາຊ່ອງທາງແກ້ໄຂບັນຫາໂດຍສັນຕິວິທີ.
![]() |
ພາຍຫຼັງກອງປະຊຸມ ໄດ້ມີການອອກຖະແຫຼງການຂອງປະທານ, ຊຶ່ງໄດ້ລະບຸກ່ຽວກັບຄວາມພະຍາຍາມຂອງອາຊຽນ ໃນການແກ້ໄຂບັນຫາທີ່ພວມດຳເນີນຢູ່ ພ້ອມທັງສະແດງຄວາມຍິນດີຕໍ່ກັບການປຶກສາຫາລືຂອງທັງສອງປະເທດ ເພື່ອບັນລຸການຢຸດຍິງ ແລະ ສະແດງຄວາມຫວັງວ່າສະພາບຄວາມເຄັ່ງຕຶງຈະຫຼຸດຜ່ອນລົງໂດຍໄວ, ໃນນີ້ ຄະນະກຳມະການຊາຍແດນຂອງສອງປະເທດ ຈະຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດການຢຸດຍິງໃນໄວໆນີ້.
ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ເພື່ອເສີມຂະຫຍາຍການພົວພັນຮ່ວມມື ແລະ ປຶກສາຫາລືບັນຫາທີ່ມີຄວາມສົນໃຈຮ່ວມກັນ. (ຂ່າວ: ກຕທ)


ຄໍາເຫັນ