ກອງປະຊຸມແລກປ່ຽນວຽກງານຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ

ກອງປະຊຸມແລກປ່ຽນວຽກງານຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ
ກອງປະຊຸມແລກປ່ຽນວຽກງານຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ(ຂສລ) ປະຈໍາປີ 2023 ໄດ້ຈັດຂຶ້ນໃນວັນທີ 16 ພະຈິກຜ່ານມາທີ່ຫ້ອງປະຊຸມໃຫຍ່ອາຄານຕະຫຼາດຫຼັກຊັບລາວໂດຍການເປັນປະທານຂອງທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວປະທານສະພາບໍລິຫານ ບໍລິສັດ ຂສລ, ມີພະນັກງານ, ສະມາຊິກບໍລິສັດກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງຂັນແກ້ວຫຼ້າມະນີເງົາກ່າວວ່າ: ວຽກງານຂໍ້ມູນຂ່າວສານສິນເຊື່ອເປັນວຽກງານທີ່ສໍາຄັນ ທີ່ຕິດພັນກັບແຜນຍຸດທະສາດຂອງທະນາຄານແຫ່ງ ສປປ ລາວ ແລະ ຄໍາສັ່ງຂອງລັດຖະບານໃນການປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດຢູ່ ສປປ ລາວ ຊຶ່ງບໍລິສັດ ມີພາລະບົດບາດໃນການເກັບກໍາຂໍ້ມູນ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ຮັບປະກັນຄຸນນະພາບ ລວມທັງຂໍ້ມູນສິນເຊື່ອ, ຂໍ້ມູນຈາກພາກສ່ວນສາທາລະນຸປະໂພກ ແລະ ກະຊວງທີ່ກ່ຽວຂ້ອງ. ພ້ອມນີ້, ວຽກງານຂໍ້ມູນຂ່າວສານສິນເຊື່ອ ຍັງມີຄວາມສໍາຄັນໃນລະດັບສາກົນ ແລະ ມີຢູ່ຫຼາຍປະເທດ ທີ່ເປັນຂໍ້ມູນສໍາຄັນໃຫ້ແກ່ບັນດາສະຖາບັນການເງິນ ເພື່ອນໍາໃຊ້ເຂົ້າໃນການພິຈາລະນາສິນເຊື່ອໃຫ້ມີປະສິດທິພາບ ແລະ ຫຼຸດຜ່ອນຄວາມສ່ຽງສິນເຊື່ອ. ກອງປະຊຸມໃນຄັ້ງນີ້, ຍັງເປັນເວທີໃນການແລກປ່ຽນບົດຮຽນ, ຂໍ້ສະດວກແລະຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານຂໍ້ມູນຂ່າວສານສິນເຊື່ອລະຫວ່າງບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງສປປລາວ, ສະມາຊິກແລະພາກສ່ວນກ່ຽວຂ້ອງເພື່ອປັບປຸງແກ້ໄຂວຽກງານຂໍ້ມູນຂ່າວສານສິນເຊື່ອໃຫ້ດີຂຶ້ນເທື່ອລະກ້າວ.
ໃນໂອກາດນີ້, ທ່ານ ນາງວິນຄໍາລຸນທອນຜູ້ອໍານວຍການໃຫຍ່ບໍລິສັດຂສລ ໄດ້ຂຶ້ນສະຫຼຸບລາຍງານການເຄື່ອນໄຫວວຽກງານ ຂສລ ປະຈໍາປີ 2023ໂດຍມີຜົນສໍາເລັດທາງດ້ານວຽກງານເປັນຕົ້ນ ໄດ້ສະໜອງການບໍລິການຂໍ້ມູນຂ່າວສານສິນເຊື່ອແບບທັນທີ ໃຫ້ແກ່ສະມາຊິກ ຈໍານວນ 180  ແຫ່ງ, ມີຈໍານວນ 216.319 ລາຍການ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 5,13%; ໄດ້ສໍາເລັດການສຳເລັດການເກັບກຳຂໍ້ມູນການຊົມໃຊ້ ແລະ ຊໍາລະຄ່າໄຟຟ້າ ທົ່ວປະເທດ ຮອດເດືອນ ກໍລະກົດ ປີ 2023 ມີຈໍານວນ 1.393.315 ກົງເຕີເຂົ້າໃນຖານຂໍ້ມູນຂ່າວສານສິນເຊື່ອ; ໄດ້ສໍາເລັດການເກັບກໍາຂໍ້ມູນການຊົມໃຊ້ ແລະ ຊໍາລະຄ່ານໍ້າປະປາ ພາຍໃນນະຄອນຫຼວງວຽງຈັນ ນັບແຕ່ປີ 2021 ຮອດເດືອນຕຸລາ ປີ 2023. ໃນນັ້ນ, ໄດ້ສໍາເລັດການອັບໂຫຼດເຂົ້າໃນລະບົບຂໍ້ມູນຂ່າວສານສິນເຊື່ອຮອດເດືອນສິງຫາ ປີ 2023; ໄດ້ຈັດຕັ້ງປະຕິບັດວຽກງານກວດກາແກ້ໄຂຂໍ້ມູນ ແລະ ຊຸກຍູ້ສະມາຊິກປະຕິບັດວຽກງານຂໍ້ມູນຂ່າວສານສິນເຊື່ອຈໍານວນ 32 ແຫ່ງ (ກວດກາໃນຮູບແບບກັບທີ່ 14 ແຫ່ງ ແລະ ຮູບແບບອອນລາຍ 18 ແຫ່ງ); ໄດ້ສໍາເລັດອອກໃບອະນຸຍາດເຂົ້າເປັນສະມາຊິກຂອງ ບໍລິສັດ ຂສລ ໄດ້ ຈໍານວນ 41 ແຫ່ງ ທຽບໃສ່ແຜນແມ່ນປະຕິບັດໄດ້ 205%; ໄດ້ສຳເລັດການເຜີຍແຜ່, ຝຶກອົບຮົມ ແລະ ແນະນໍາວຽກງານຂໍ້ມູນຂ່າວສານສິນເຊື່ອ, ຂໍ້ກໍານົດກົດລະບຽບ ແລະ ການນໍາໃຊ້ລະບົບຂໍ້ມູນຂ່າວສານສິນເຊື່ອ ໃຫ້ແກ່ສະມາຊິກ ຈຳນວນ 34 ແຫ່ງ (ນະຄອນຫຼວງ 27 ແຫ່ງ ແລະ ທ້ອງຖິ່ນ 7 ແຫ່ງ. ໃນນັ້ນໄດ້ເຮັດໃນຮູບແບບອອນລາຍ 1 ຄັ້ງ); ສໍາເລັດການສ້າງຜະລິດຕະພັນການຊໍາລະຄ່ານໍ້າປະປາ (ຜູ້ຊົມໃຊ້ພາຍໃນນະຄອນຫຼວງວຽງຈັນ) ຊຶ່ງປັດຈຸບັນສາມາດໃຫ້ບໍລິການໃນຮູບແບບຜະລິດຕະພັນສາທາລະນຸປະໂພກ (ລວມມີຄ່າໄຟຟ້າ ແລະ ຄ່ານໍ້າປະປາ) ຊຶ່ງກໍາລັງກະກຽມປະກາດໃຫ້ສະມາຊິກທົດລອງນໍາໃຊ້. ໄດ້ສໍາເລັດການຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາ ທີ່ຕິດພັນກັບວຽກງານຂໍ້ມູນຂ່າວສານສິນເຊື່ອ ແລະ ວຽກງານບໍລິຫານອື່ນໆ.
ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການສັງລວມລາຍງານບັນຫາຄຸນນະພາບຂໍ້ມູນຂ່າວສານສິນເຊື່ອ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນຮ່ວມກັນໃນຫົວຂໍ້: ການບໍລິການສິນເຊື່ອ.(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ