ກອງປະຊຸມແນະນໍາການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ

ກອງປະຊຸມແນະນໍາການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ
ກອງປະຊຸມແນະນໍາການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມເພື່ອການພັດທະນາສີຂຽວໃນ ສປປ ລາວ (ຫຼື GAMCIL);ໄດ້ຈັດຂຶ້ນໃນວັນທີ 8 ມັງກອນ ນີ້ ຢູ່ໂຮງແຮມຈຳປາສັກແກຣນ ນະຄອນປາກເຊ ແຂວງຈຳປາສັກ ໂດຍການເປັນປະທານຂອງທ່ານ ໂພສີ ແກ້ວມະນີວົງຮອງລັດຖະມົນຕີກະຊວງ ຖວທ,ທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງພ້ອມຄະນະ,ທ່ານ ສະຫວັນຄອນ ຣາຊມົນຕຣີປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ;ມີບັນດາທ່ານຫົວໜ້າຂະແໜງ,ຮອງຂະແໜງອ້ອມຂ້າງພະແນກ ຖວທແຂວງ,ຕາງໜ້າຈາກຫ້ອງການອົງການແຄນາໆຊາດປະຈຳ ສປປລາວ ເຂົ້າຮ່ວມ.
     ທ່ານ ທອງຫຼໍ່ ດວງສະຫວັນກຳມະການຄະນະບໍລິຫານງານຄະນະສະມາຄົມນັກຂ່າວແຫ່ງ ສປປ ລາວ  ຫົວໜ້າຄະນະບໍລິຫານ ແລະ ຈັດຕັ້ງປະຕິບັດໂຄງການ ຂຶ້ນນໍາສະເໜີກ່ຽວກັບ: ການສ້າງກົນໄກປະສານງານລະຫວ່າງສະມາຄົມນັກຂ່າວ ແຫ່ງ ສປປ ລາວ ກັບຄູ່ຮ່ວມງານຢູ່ຂັ້ນແຂວງ ແລະ ບັນດາສື່ອອນລາຍທີ່ຍັງບໍ່ທັນໄດ້ລົງທະບຽນ: ການສ້າງເວັບໄຊສະມາຄົມນັກຂ່າວລາວ ແລະ ການສ້າງຕຳລາການສິດສອນນັກຂ່າວ ແບບເຊິ່ງໜ້າ-ອອນລາຍແລະ ການສ້າງສະມາຄົມສື່ອອນລາຍລາວ (Lao Online Media Association (LOMA)ແລະ ທ່ານສະຫວັນຄອນ ຣາຊມົນຕຣີສະເໜີພາລະບົດບາດ ຂອງສະມາຄົມຕໍ່ກັບການຈັດຕັ້ງປະຕິບັດໂຄງການ GAMCIL.
ທ່ານ ໂພສີ ແກ້ວມະນີວົງ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ກອງປະຊຸມໂດຍມີເປົ້າໝາຍເພື່ອຊ່ວຍແນະນໍາບັນດາທ່ານຜູ້ຮັບຜິດຊອບ ແລະ ຜູ້ເຄື່ອນໄຫວວຽກງານສື່ມວນຊົນພາຍໃນນະຄອນຫຼວງວຽງຈັນ ໃຫ້ຮັບຊາບ ແລະ ເຂົ້າໃຈ ກ່ຽວກັບວິທີການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນ ສປປ ລາວ (ຫຼື GAMCIL). ຄືດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ໂຄງການດັ່ງກ່າວແມ່ນໄດ້ເປີດໂຕຢ່າງເປັນທາງການ ພາຍຫຼັງທີ່ໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ໃນວັນທີ 14 ກັນຍາ 2023 ຜ່ານມາ ລະຫວ່າງ ກະຊວງຖວທ ຊຶ່ງຕາງໜ້າໂດຍ ກົມສື່ມວນຊົນ ແລະ ອົງການແຄຣ ນານາຊາດ ປະຈຳ ສປປ ລາວ.
   ຈຸດປະສົງຫຼັກຂອງໂຄງການນີ້ ກໍເພື່ອຊ່ວຍສະໜັບສະໜູນ ແລະ ສົ່ງເສີມໃຫ້ ບັນດາສື່ມວນຊົນຂອງລັດ ແລະ ສື່ພາກສັງຄົມທີ່ໄດ້ລົງທະບຽນຖືກຕ້ອງຕາມກົດໝາຍ ຢູ່ສປປ ລາວ ໃຫ້ໄດ້ຮັບການຍົກລະດັບທັກສະທາງດ້ານວິຊາຊີບ ກໍຄື ລະບຽບກົດໝາຍ, ຫຼັກນິຕິກຳ ແລະ ຫຼັກຈັນຍາບັນດ້ານສື່ມວນຊົນ, ລວມທັງວິທີການນໍາໃຊ້ເຕັກໂນໂລຊີສື່ ແບບດີຈີຕອນ ແລະ ສື່ແບບໃໝ່ ຢ່າງສ້າງສັນ ແລະ ເປັນປະໂຫຍດແລະ ທັງເພື່ອຊ່ວຍ ໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ຮັບຂໍ້ມູນຂ່າວສານທີ່ມີຄຸນນະພາບ ໂດຍຜ່ານການລາຍງານທີ່ມີຄວາມຮັບຜິດຊອບ ແລະ ຜ່ານສື່ທີ່ມີສີມືເປັນອາຊີບ ກ່ຽວກັບການພັດທະນາສີຂຽວ ແລະ ການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງພາຍໃນ ສປປ ລາວ. ໂຄງການນີ້ ແມ່ນໄດ້ຮັບການຕົກລົງເຫັນດີອະນຸມັດຈາກກະຊວງການຕ່າງປະເທດແຫ່ງ ສປປ ລາວແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍໄດ້ມອບໃຫ້ ກົມສື່ມວນຊົນເປັນຜູ້ລົງເລີກຊີ້ນໍາໂດຍກົງ,ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈະເປັນຜູ້ ຈັດຕັ້ງປະຕິບັດຕົວຈິງ ຮ່ວມກັບ ອົງການແຄຣ ນານາຊາດ ປະຈຳ ສປປ ລາວ ໂດຍຈະສຸມ ໃສ່ພື້ນທີ່ເປົ້າໝາຍຢູ່ 3 ແຂວງ ໃນ ສປປ ລາວ ຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ແລະ ຈຳປາສັກ, ພາຍໃຕ້ທຶນສະໜັບສະໜູນຈາກສະຫະພາບເອີຣົບ ເປັນໄລຍະເວລາ 4 ປີ ແຕ່ປີ 2023-2027.
  ຈາກນັ້ນ, ທ່ານ ແສງດາວ ພອນມະນີ ພະນັກງານໂຄງການທີ່ປະຈຳຢູ່ອົງການແຄຣນານາຊາດປະຈຳ ສປປ ລາວ ຍັງໄດ້ນໍາສະເໜີ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງ ທາງສັງຄົມເພື່ອການພັດທະນາ ສີຂຽວໃນ ສປປ ລາວ ໂດຍຫຍໍ້; ແຜນຈັດຕັ້ງປະຕິບັດໂຄງການໃນແຕ່ລະໄລຍະ, (6 ເດືອນ, 1 ປີ), ແລະ ແຜນ ກິດຈະກຳ, ວັນເວລາ ແລະ ແຜນໂຄງຮ່າງການຈັດຕັ້ງປະຕິບັດໂຄງການ ທີ່ໄດ້ຮັບການສະໜັບສະໜູນທຶນຮອນຈາກສະຫະພາບເອີຣົບ ຈາກນີ້ບັນດາທ່ານທີ່ເຂົ້າຮ່ວມຍັງໄດ້ມີການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາເພື່ອແນໃສ່ເຮັດໃຫ້ການປະຕິບັດໂຄງການນີ້ຢ່າງມີປະສິດທິຜົນສູງ.
      ໂຄງການນີ້ຈະສ້າງປະສິດທິຜົນຫຼາຍໃຫ້ແກ່ການ ພັດທະນາສື່ມວນຊົນເຮົາໃນຂອບເຂດທົ່ວປະເທດ, ໂດຍບັນດານັກຂ່າວທີ່ຈະໄດ້ຮັບການ ຝຶກອົບຮົມຈາກໂຄງການນີ້ ຈະໄດ້ຍົກລະດັບຂອງຕົນເອງໃນການຜະລິດເນື້ອໃນຂ່າວເພື່ອສະໜອງໃຫ້ຜູ້ບໍລິໂພກ ຜ່ານຫຼາກຫຼາຍຊ່ອງທາງ ໄດ້ຢ່າງວ່ອງໄວ, ແຫຼມຄົມ, ທົ່ວເຖິງ, ແລະ ຖືກຕ້ອງຊັດເຈນ ແລະ ທັງໄດ້ຮັບຄວາມເຊື່ອຖື ແລະ ຄວາມນິຍົມຊົມຊອບຈາກສັງຄົມຢ່າງກວ້າງຂວາງກ່ວາເກົ່າ.
ຂ່າວ-ພາບ:ດາວພາຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ