ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ

ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ອອປສ ຄັ້ງທີ VI

ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ອອປສ ຄັ້ງທີ VI
ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ(ອອປສ) ຄັ້ງທີVIໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 25ກັນຍາ ນີ້ ທີ່ ອອປສໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ

 ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງສະຫະພັນແມ່ຍິງລາວແລະ ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ພອນທິບ ສາວະລີ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIIIປະທານຄະນະບໍລິຫານງານສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ,ມີບັນດາສະຫາຍຄະນະພັກອອປສ, ຄະນະໜ່ວຍພັກອ້ອມຂ້າງອົງການ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ,ຕາງໜ້າອົງການຈັດຕັ້ງກຳມະບານ, ອົງການຈັດຕັ້ງຊາວໜຸ່ມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນວາລະດັ່ງກ່າວ, ສະຫາຍ ນາງ ພອນທິບ ສາວະລີ ໄດ້ໃຫ້ກຽດຂຶ້ນກ່າວເປີດກອງປະຊຸມໃຫຍ່ ຄັ້ງທີ VI ຢ່າງເປັນທາງການ. ພ້ອມທັງຜ່ານຮ່າງບົດລາຍງານການເມືອງທັງສອງພາກ ຊຶ່ງບາງຕອນສະຫາຍໄດ້ກ່າວວ່າ: ຄະນະບໍລິຫານງານສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ ແມ່ນໜ່ວຍໜຶ່ງທີ່ເອກະລາດ ຊຶ່ງໄດ້ຈັດຕັ້ງເຄື່ອນໄຫວພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກ - ຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ມີພາລະບົດບາດໃນການສຶກສາອົບຮົມ ເຕົ້າໂຮມຄວາມສາມັກຄີປຸກລະດົມແມ່ຍິງປະຕິບັດໜ້າທີ່ວິຊາສະເພາະເປັນຕົວແທນປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກ ສົ່ງເສີມການປະຕິບັດສິດສະເໜີພາບລະຫວ່າງ ຍິງ-ຊາຍ ເປັນເຈົ້າການໃນການຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ ແລະ ມີຄວາມຫ້າວຫັນຕໍ່ໜ້າທີ່ວິຊາສະເພາະເຮັດສໍາເລັດໜ້າທີ່ການຈັດຕັ້ງມອບໝາຍໃຫ້ ແລະ ແຜນການທີ່ວາງໄວ້ເປັນແຕ່ລະໄລຍະ. ຕະຫຼອດໄລຍະ 5 ປີ ຜ່ານມາ ຄະນະບໍລິຫານງານສະຫະພັນແມ່ຍິງ ອອປສ ໄດ້ເປັນເຈົ້າການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ກໍຄືແຜນພັດທະນາ ໄລຍະ 5 ປີຕໍ່ໜ້າ (2026-2030) ມີ 8 ແຜນງານ, 12 ໂຄງການ, ຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີ ເຊື່ອມໂຍງກັບການປະຕິບັດວຽກວິຊາສະເພາະຄຽງຄູ່ກັບການປະຕິບັດ 2 ວາລະແຫ່ງຊາດ.ຄະນະບໍລິຫານງານສະຫະພັນແມ່ຍິງ ອົງການໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາເອື້ອຍນ້ອງແມ່ຍິງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ແລະມະຕິກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ V. ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກຄະນະນໍາ ສູນກາງສະຫະພັນແມ່ຍິງລາວ ເຮັດໃຫ້ສະຫະພັນແມ່ຍິງ ອອປສ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ສາມາດຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຕົນດ້ວຍຜົນສໍາເລັດ; ສະຫະພັນແມ່ຍິງອົງການໄດ້ດໍາເນີນກອງປະຊຸມຄົບຄະນະກາງສະໄໝ ແລະ ທ້າຍສະໄໝຂອງຄະນະບໍລິຫານງານສະຫະພັນແມ່ຍິງ ແລະໄດ້ນໍາພາດໍາເນີນກອງປະຊຸມໃຫຍ່ໜ່ວຍຮາກຖານທີ່ຂຶ້ນກັບສະຫະພັນແມ່ຍິງອອປສ ປັດຈຸບັນມີສະມາຊິກແມ່ຍິງທັງໝົດ 97 ສະຫາຍ ໃນນັ້ນຄະນະບໍລິຫານງານສະຫະພັນແມ່ຍິງ 7 ສະຫາຍ, ປະກອບມີ 8ໜ່ວຍ ແຕ່ລະໜ່ວຍມີຄະນະໜ່ວຍ 3 ສະຫາຍ ໃນນັ້ນ ມີຜູ້ຮັບຜິດຊອບວຽກງານກວດກາ 1 ສະຫາຍ. ຈາກນັ້ນ ຄະນະຊຸດເກົ່າກໍໄດ້ຂຶ້ນຜ່ານຜົນງານການຊີ້ນໍາ-ນໍາພາລວມຕະຫຼອດໄລຍະຜ່ານມາ ແລະ ກ່າວລາໜ້າທີ່. ພ້ອມດຽວກັນນີ້,ຜູ້ແທນກອງປະຊຸມໃຫຍ່ ໄດ້ນໍາໃຊ້ສິດປະຊາທິປະໄຕຂອງຕົນດ້ວຍຄວາມຮັບຜິດຊອບສູງປະຕິບັດຕາມກົດລະບຽບເພື່ອປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ ຊຸດທີ VIໃນນີ້ມີຜູ້ສະໝັກ 11ສະຫາຍ ເລືອກເອົາ 9 ສະຫາຍ, ກອງປະຊຸມປະຖົມມະລືກໄດ້ເປັນເອກະພາບກັນເລືອກເອົາສະຫາຍ ນາງ ພອນທິບ ສາວະລີ ເປັນປະທານ,ສະຫາຍ ນາງແສງສຸດາ ສີປະເສີດ ຮອງປະທານ ທັງເປັນປະທານກວດກາ, ສະຫາຍ ນາງຫວານໃຈ ພະສີວໍລະວົງຮອງປະທານ.

ໂອກາດນີ້, ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ມີຄຳເຫັນໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຄັ້ງປະຖົມມະລືກ ໃຫ້ເປັນແຜນງານ, ໂຄງການ ແລະ ກິດຈະກຳລະອຽດ ເພື່ອຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງ ພ້ອມກັນນັ້ນ ກໍຕ້ອງມີກົນໄກຊຸກຍູ້ຕິດຕາມກວດກາປະເມີນຜົນການຈັດຕັ້ງປະຕິບັດເປັນແຕ່ລະໄລຍະເປັນປົກກະຕິ; ສຶກສາອົບຮົມວຽກງານການເມືອງແນວຄິດໃຫ້ສະມາຊິກຢ່າງເປັນປົກກະຕິ, ບຸກບືນຍົກສູງບົດບາດ ຄວາມກ້າວໜ້າເພດຍິງທັງການຍົກລະດັບຄວາມຮູ້ ຄວາມສາມາດ ໃນຖັນແຖວພະນັກງານວິຊາການ ຂຶ້ນເປັນ ພະນັກງານນຳພາ; ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງ ກໍຄືວຽກງານວິຊາສະເພາະຢາງມີຄວາມຮັບຜິດຊອບສູງ ແລະ ມີຜົນສໍາ.
(ຂ່າວ-ພາບ: ສຸກ ອອປສ)

ຄໍາເຫັນ

ຂ່າວການເມືອງ

ການປັບປຸງຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກຈະເຮັດໃຫ້ມີຄວາມສະດວກ  ປອດໄພເປັນລະບຽບຮຽບຮ້ອຍ

ການປັບປຸງຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກຈະເຮັດໃຫ້ມີຄວາມສະດວກ ປອດໄພເປັນລະບຽບຮຽບຮ້ອຍ

ທ່ານເຫຼັກໄຫຼສີວິໄລລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້,ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ໃນວາລະການພິຈາລະນາຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ), ທ່ານປອອາດສະພັງທອງສີພັນດອນສະມາຊິກສະພາແຫ່ງຊາດ (ສສຊ)ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ(ນວ) ໄດ້ປະກອບຄຳເຫັນຢ່າງກົງໄປກົງມາແລະມີຈຸດສຸມຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມເພື່ອແນໃສ່ເຮັດໃຫ້ກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ, ຮັດກຸມແລະສອດຄ່ອງກັບສະພາບການຂະຫຍາຍຕົວຂອງປະເທດ, ໂດຍໄດ້ມີຄໍາເຫັນໃນ 4 ຈຸດສຳຄັນທີ່ຄວນປັບປຸງເຂົ້າໃນຮ່າງກົດໝາຍດັ່ງກ່າວຄື:ຈຸດທີ 1ການກຳນົດເຂດຫ້າມບິນ (ມາດຕາ 68) ສະເໜີໃຫ້ຄົ້ນຄວ້າປັບປຸງຊື່ຂອງມາດຕາໂດຍໃຫ້ມີການອະທິບາຍລາຍລະອຽດກ່ຽວກັບເຂດຫ້າມບິນເພີ່ມຕື່ມ. ພ້ອມກັນນັ້ນໃຫ້ຕິດພັນກັບຄຳນິຍາມໃນມາດຕາ 31 ຂໍ້ທີ 3 ຕື່ມອີກ.
ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1ນະຄອນຫຼວງວຽງຈັນ (ນວ)ໄດ້ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ສພຊ)ຊຸດທີ X ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສຳເລັດການເຄື່ອນໄຫວວຽກງານປະຈຳປີ 2026 ແລະວາງທິດທາງແຜນການປີີ 2027 ເພື່ອເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຊາບຢ່າງທົ່ວເຖິງໃນວັນທີ 15 ຕຸລານີ້,ທີ່ສະພາແຫ່ງຊາດ.
ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີX ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ. ທ່ານດາລີວັນພູສະຫວັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວໄດ້ມີຄຳເຫັນແລກປ່ຽນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ).
ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ກອງປະຊຸມສະໄໝສາມັນເທື່ອທີ2 ຂອງສະພາແຫ່ງຊາດຊຸດທີX ໃນວັນທີ 15 ຕຸລານີ້ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ທ່ານຄຳພັນຄຸນສົມບັດສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນເພື່ອໃຫ້ມີເນື້ອໃນຮັດກຸມຖືກຕ້ອງຕາມຫຼັກການ. ໂດຍສະເໜີໃຫ້ມີການປັບປຸງແກ້ໄຂໃນພາກທີVIວ່າດ້ວຍມາດຕາ 83, 84 ແລະ 85 ຊຶ່ງມີລາຍລະອຽດຄື: ການປັບປຸງມາດຕາ 83 (ຫ້ອງການສືບສວນ-ສອບສວນ)ສະເໜີໃຫ້ປ່ຽນຈາກຄຳວ່າ "ຫ້ອງການສືບສວນ-ສອບສວນ" ມາເປັນ "ອົງການສືບສວນ-ສອບສວນ" ເນື່ອງຈາກການກໍານົດວຽກງານດັ່ງກ່າວມີຄວາມສຳຄັນແລະຄວນກຳນົດໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ.
ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານນາງໄກຍະສອນສີດາສະມາຊິກສະພາແຫ່ງຊາດ(ສຊຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານເຫຼັກໄຫຼສີວິໄລລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ (ຍທຂ)ໄດ້ສະເໜີເຫດຜົນ, ຄວາມຈໍາເປັນຂອງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານນາງດາລານີພົມມະວົງສາສະມາຊິກສະພາແຫ່ງຊາດ(ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນແລະນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ເພີ່ມເຕີມ