ກອງປະຊຸມຄັ້ງນີ້ສະຫາຍ ບົວໄລ ພານຸວົງໄດ້ຜ່ານບົດລາຍງານການເມືອງທັງສອງພາກ ໂດຍໄດ້ຍົກໃຫ້ເຫັນໃນການ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍພັກກົມໂຄສະນາ ໃນໄລຍະ 5 ປີ ຜ່ານມາ ແລະ ທິດທາງລວມ ,ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ 5 ປີ ຕໍ່ໜ້າ .ໃນກອງປະຊຸມ ບັນດາສະຫາຍ ສະມາຊິກພັກສົມບູນ ຍັງໄດ້ພ້ອມກັນ ປ່ອນບັດເລືອກເອົາ ຄະນະພັກກົມໂຄສະນາ ຊຸດໃໝ່, ມີຜູ້ລົງສະໝັກ ທັງໝົດ 5 ສະຫາຍ ຍິງ 1 ສະຫາຍ , ເລືອກເອົາ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີ ເປັນເອກະພາບ ເລືອກເອົາ ສະຫາຍ ບົວໄລ ພານຸວົງ ເປັນເລຂາໜ່ວຍພັກ ,ສະຫາຍ ນາງ ບຸນມະລີ ສິລິດາ ເປັນຮອງເລຂາ ແລະ ສະຫາຍ ບົວວົງ ພົມພັກດີ ເປັນຄະນະ ທັງເປັນປະທານກວດກາ . ພ້ອມນີ້, ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ສະໄໝທີ VI ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ຕື່ມອີກ.(ຂ່າວ:ຕຸໄລເພັດ)
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV
ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ຄໍາເຫັນ