ກອງປະຊຸມໃຫຍ່ຄັ້ງທີ IX ຜູ້ແທນແມ່ຍິງກະຊວງ ຖວທ

ກອງປະຊຸມໃຫຍ່ຄັ້ງທີ IX ຜູ້ແທນແມ່ຍິງກະຊວງ ຖວທ

ກອງປະຊຸມໃຫຍ່ ຄັ້ງທີ IX ຜູ້ແທນແມ່ຍິງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ ນີ້ ທີ່ຫໍວັດທະນະທຳແຫ່ງຊາດ. ໂດຍການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ສະຫາຍ ນາງ ບົວໄຂ ເພັງພະຈັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ ຖວທ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ; ບັນດາປ້າອາວຸໂສບໍານານ ພ້ອມດ້ວຍຄະນະສະຫະພັນແມ່ຍິງອ້ອມຂ້າງກະຊວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ວຽງທອງ ພິມພະຈັນ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຖວທ, ໄດ້ຜ່ານຮ່າງບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງ ຖວທ ຄັ້ງທີ IX ໂດຍຫຍໍ້, ສະຫະພັນແມ່ຍິງກະຊວງ ຖວທ ໂດຍພາຍໃຕ້ການຊີ້ນຳ ນໍາພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ສ້າງເງື່ອນໄຂໃຫ້ສະຫະພັນແມ່ຍິງເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ສາມາດປະຕິບັດ ແລະ ໄດ້ຮັບຜົນສຳເລັດຂອງວຽກງານ ໃນແຕ່ລະດ້ານ ໂດຍສະແດງອອກໃນດ້ານວຽກງານແນວຄິດການເມືອງ ໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງຂອງສະມາຊິກ ແລະ ພະນັກງານເພດຍິງ ໃນຂະແໜງການໃຫ້ມີນໍ້າໃຈຮັກຊາດ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ແລະ ປະຕິບັດວຽກງານຢ່າງມີຄວາມຮັບຜິດຊອບສູງ, ວຽກງານກໍ່ສ້າງພະນັກງານເພດຍິງ ໄດ້ຮັບການບຳລຸງທິດສະດີການເມືອງການປົກຄອງທັງໝົດ 156 ສະຫຍ ແລະ ໄດ້ເຂົ້າຮ່ວມຝຶກອົບຮົມດ້ານອື່ນໆ, ນອກຈາກນີ້ສະມາຊິກສະຫະພັນແມ່ຍິງອ້ອມຂ້າງກະຊວງ ຖວທ ຍັງໄດ້ຮັບການຍ້ອງຍໍ ໃນການປະກອບສ່ວນສ້າງສາພັດທະນາວຽກງານຮອບດ້ານໃນໄລຍະ 5 ປີ ຜ່ານມາ ໄດ້ຮັບຫຼຽນກາແຮງງານຊັ້ນ 1 ຈຳນວນ 151 ຫຼຽນ; ຊັ້ນສອງຈຳນວນ 270 ຫຼຽນ ແລະ ຊັ້ນ 3 ຈຳນວນ 273 ຫຼຽນ, ຫຼຽນກາມິດຕະພາບ 2 ຫຼຽນ, ຫຼຽນກາແຮງງານ 356 ຫຼຽນ, ໃບຍ້ອງຈາກລັດຖະບານ 300 ໃບ, ໃບຍ້ອງຍໍຈາກກະຊວງ 159 ໃບ, ໃບຂອບໃຈ 13 ໃບ, ໄດ້ຮັບໃບຍ້ອງຍໍບຸກຄົນ 3 ດີ ປະເພດ 1 ຈຳນວນ 719 ສະຫາຍ ແລະ ປະເພດສອງ 21 ສະຫາຍ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມຄຳຂວັນ, ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໃຫ້ສະມາຊິກສະຫະພັນແມ່ຍິງ ເປີດບັ້ນແຂ່ງຂັນພ້ອມຕີລາຄາສະຫຼຸບສັງລວມການຈັັດຕັ້ງປະຕິບັດຂໍ້ແຂ່ງຂັນໄລຍະ 1 ແລະ 2 ໄດ້ຮັບຜົນສຳເລັດ ສະແດງອອກຄື: ປີ 2021-2022 ມີສະມາຊິກ 3 ດີ ປະເພດ 1 ຈຳນວນ 735 ສະຫາຍ, ໜ່ວຍແມ່ຍິງ 3 ດີ ຈຳນວນ 49 ໜ່ວຍ, ປີ 2023-2024 ມີສະມາຊິກ 3 ດີ ປະເພດ 1 ຈຳນວນ 719 ຄົນ, ໜ່ວຍແມ່ຍິງ 3 ດີ 41 ໜ່ວຍ, ສຳລັບປີ 2024 ມີສະມາຊິກ 3 ດີ 677 ສະຫາຍ, ໜ່ວຍແມ່ຍິງ 3 ດີ 44 ໜ່ວຍ, ພາຍຫຼັງຜ່ານຮ່າງບົດລາຍງານ ບັນດາສະມາຊິກໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາໃສ່ຮ່າງບົດລາຍງານເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ, ໃນໂອກາດດັ່ງກ່າວ ທ່ານ ນາງ ບົວໄຂ ເພັງພະຈັນ ໄດ້ມອບໃບຍ້ອງຍໍ 3 ດີໃຫ້ບັນດາໜ່ວຍສະຫະພັນແມ່ຍິງອ້ອມຂ້າງກະຊວງ ຖວທ, ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຖວທ ຊຸດໃໝ່ໂດຍມີຜູ້ລົງສະໝັກທັງໝົດ 17 ສະຫາຍ, ເລືອກເອົາ 13 ສະຫາຍ, ຜ່ານການປ່ອນບັດຄັດເລືອກ ໃນກອງປະຊຸມຄັ້ງປະຖົມມະລືກໄດ້ຄັດເລືອກເອົາສະຫາຍ ນາງ ຈໍາພອນ ວົງສາ ເປັນປະທານສະຫະພັນແມ່ຍິງ ຊຸດທີ IX; ສະຫາຍ ນາງ ວອນວິໄລ ລັດຖະຟ້າສະຫວ່າງ ເປັນຮອງປະທານ ທັງເປັນປະທານກວດກາ ສະຫາຍ ນາງ ມະນີສາຄອນ ທໍາມະວົງໄຊ ເປັນຮອງປະທານ; ສະຫາຍ ນາງ ສິມມະນີ ແກ້ວແກ່ນ ເປັນຄະນະ, ເພື່ອມາບໍລິຫານວຽກງານຂອງສະຫະພັນແມ່ຍິງ ກະຊວງ ຖວທ.

ໃນໂອກາດດັັັັັັັ່ງກ່າວ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ໃຫ້ກຽດໂອ້ລົມ ສະແດງຄວາມຊົມເຊີຍຕໍ່ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຄັ້ງນີ້; ເພື່ອໃຫ້ຄະນະບໍລິຫານສະຫະພັນແມ່ຍິງ ກະຊວງ ຖວທ ຊຸດໃໝ່ ໄດ້ຮັບການຈັດຕັ້ງປະຕິບັດຂະຫຍາຍເຂົ້າສູ່ວຽກງານຕົວຈິງ. ດັ່ງນັ້ນ, ເພື່ອເພີ່ມຄວາມຮັບຜິດຊອບໃນການເຄື່ອນໄຫວຂອງຄະນະບໍລິຫານງານຊຸດໃໝ່ ຈົ່ງພ້ອມກັນເອົາໃຈໃສ່ຕື່ມບາງບັນຫາສຳຄັນດັ່ງນີ້: 1) ສືບຕໍ່ປະຕິບັດໜ້າທີ່ນໍາພາ-ຊີ້ນໍາສະຫະພັນແມ່ຍິງ, ຄົ້ນຄວ້າຮໍ່າຮຽນວຽກງານການ ເຄື່ອນໄຫວພາລະບົດບາດ, ສິດໜ້າທີ່ຂອງສະຫະພັນແມ່ຍິງໃຫ້ເຂົ້າໃຈຢ່າງເລິກເຊິ່ງ, ເອົາໃຈໃສ່ໃກ້ຊິດ, ຂໍທິດຊີ້ນໍາຈາກຄະນະພັກ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານ; 2). ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ຖັນແຖວພະນັກງານ-ລັດຖະກອນເພດຍິງ ໃຫ້ຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ, ແຜນພັດທະນາແມ່ຍິງ ຊຶ່ງໃນການສຶກສາອົບຮົມແນວຄິດນີ້ ໃຫ້ຖືສໍາຄັນ ການສຶກສາອົບຮົມຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ການປົກປັກຮັກສາວັດທະນະທໍາອັນດີງາມຂອງຊາດ ກໍຄື ແມ່ຍິງລາວ ແລະ ການສຶກສາອົບຮົມນີ້ກໍຕ້ອງນໍາໃຊ້ຫຼາຍວິທີການ, ຫຼາຍຮູບແບບ; 3). ປັບປຸງການຈັດຕັ້ງສະຫະພັນແມ່ຍິງໃຫ້ນັບມື້ນັບເຂັ້ມແຂງ ຊຶ່ງການປັບປຸງການຈັດຕັ້ງນີ້ແມ່ນໂດຍເລີ່ມຈາກການເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ກໍາແໜ້ນສິດ, ໜ້າທີ່ ຂອງສະຫະພັນແມ່ຍິງໃນການນໍາພາຈັດຕັ້ງປະຕິບັດວຽກງານທີີ່ການຈັດຕັ້ງມອບໝາຍໃຫ້ຂອງກະຊວງຄວນສ້າງແຜນງານ, ໂຄງການໃຫ້ລະອຽດໃນການນຳພາ-ຊີ້ນຳ ໃຫ້ເປັນລະບົບຄົບຊຸດບົນພື້ນຖານຮັບປະກັນປະລິມານ ແລະ ຄຸນນະພາບໂດຍໄປພ້ອມໆກັບການຍົກລະດັບຄວາມສາມາດຂອງຖັນແຖວເອື້ອຍນ້ອງແມ່ຍິງ. 4). ເອົາໃຈໃສ່ເປັນພິເສດໃນການສົ່ງເສີມຄວາມກ້າວໜ້າຂອງເອື້ອຍນ້ອງແມ່ຍິງໃຫ້ມີສິດສະເໝີພາບຍິງ-ຊາຍ, ເພື່ອຮອງຮັບໜ້າທີ່ການເມືອງທີ່ໄດ້ມອບໝາຍ. ໃນນີ້ຕ້ອງຖືສຳຄັນການການບຳລຸງຍົກລະດັບ, ກໍ່ສ້າງພະນັກງານເພດຍິງໜຸ່ມນ້ອຍໃຫ້ມີຄວາມຮູ້ຄວາມສາມາດຢ່າງເປັນລະບົບຄົບຊຸດທາງດ້ານທິດສະດີ ແລະ ວີຊາສະເພາະ ພ້ອມພຶດຕິກຳດ້ວຍການສ້າງຢູ່ພາຍໃນ ຫຼື ສົ່ງໄປສ້າງຢູ່ຕ່າງປະເທດບ່ອນທີ່ເໝາະສົມເພື່ອຮອງຮັບການພັດທະນາຂອງກະຊວງໃນສະເພາະໜ້າ ແລະ ຍາວນານ. 5). ຄະນະນໍາສະຫະພັນແມ່ຍິງທຸກຂັ້ນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງ ຕ້ອງຖືເອົາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຄື: ແຂ່ງຂັນກັນເປັນພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ໃຫ້ຕິດພັນຢ່າງສະໜິດແໜ້ນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ການເຄື່ອນໄຫວວຽກງານດ້ານວິຊາສະເພາະຂອງບັນດາສະຫາຍ ແລະ ຕິດພັນກັບໜ້າທີ່ການເມືອງທີ່ຄະນະພັກ, ຄະນະນໍາກະຊວງ ຖວທ ມອບໝາຍໃຫ້; 6). ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີຮັກແພງບົນຄວາມຈິງໃຈຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຮໍ່າຮຽນເອົາບົດຮຽນທີ່ດີຂອງພະນັກງານຮຸ່ນກ່ອນ, ຫຼີກເວັ້ນການຈຳກັດຮັດແຄບ, ເອົາລັດເອົາປຽບກັນ, ຫັນມາສະໜັບສະໜູນ, ສົ່ງເສີມ, ຍ້ອງຍໍພະນັກງານ-ລັດຖະກອນ ຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຜົນງານດີເດັ່ນ. ພ້ອມດຽວກັນນີ້, ກໍຕ້ອງຈິງໃຈຊ່ວຍເຫຼືອກໍ່ສ້າງຜູ້ທີ່ຍັງມີຂໍ້ຂາດຕົກບົກຜ່ອງ, ສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນເພດຍິງ ແນໃສ່ຍົກສູງຄວາມຮູ້ຄວາມສາມາດໃຫ້ແມ່ຍິງ ເພື່ອສ້າງໃຫ້ແມ່ຍິງໄດ້ມີໂອກາດເທົ່າທຽມກັບເພດຊາຍໃນດ້ານວິຊາສະເພາະ, ດ້ານການຄຸ້ມຄອງ, ນຳພາ ແລະ ຕັດສິນບັນຫາໃຫ້ມີຈໍານວນນັບມື້ນັບເພີ່ມຂຶ້ນ; 7). ເພີ່ມທະວີວຽກງານຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງສະຫະພັນແມ່ຍິງໃຫ້ແທດເຖິງ ໂດຍການສ້າງຄວາມເຂັ້ມແຂງ, ຍົກສູງຄວາມຮູ້ຄວາມສາມາດຂອງຜູ້ເຮັດວຽກງານກວດກາ ຂອງການຈັດຕັ້ງສະຫະພັນແມ່ຍິງ ກວດກາການປະຕິບັດກົດລະບຽບ, ກົດໜາຍຂອງແມ່ຍິງ ແລະ ກວດກາການປະຕິບັດມະຕິກອງປະຊຸມໃຫຍ່ ຂອງບັນດາສະຫາຍກໍຄືມະຕິກອງປະຊຸມໃຫຍ່ຂອງຜູ້ແທນແມ່ຍິງລາວທົ່ວປະເທດ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງແມ່ຍິງລາວໃນແຕ່ລະປີ ແນໃສ່ສົ່ງເສີມດ້ານດີ, ດ້ານຕັ້ງໜ້າ, ຊອກວິທີແກ້ໄຂຈຸດອ່ອນຂໍ້ບົກຜ່ອງໃຫ້ທັນເວລາ; 8). ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ໃນຄັ້ງນີ້ ພ້ອມທັງຜັນຂະຫຍາຍມະຕິເປັນແຜນງານ, ໂຄງການພັດທະນາແມ່ຍິງ, ມະຕິທີ່ໄດ້ຮັບຮອງເອົາກໍຄືທິດທາງວຽກງານທີ່ໄດ້ກໍານົດອອກນັ້ນ ມັນບໍ່ແມ່ນຄວາມຮັບຜິດຊອບຂອງສະຫາຍປະທານ ຫຼື ຄະນະສະຫະພັນແມ່ຍິງອົງການເທົ່ານັ້ນ ແຕ່ແມ່ນຄວາມຮັບຜິດຊອບລວມຂອງທຸກພາກສ່ວນ. ສະນັ້ນ ສະຫະພັນແມ່ຍິງທຸກຂັ້ນ ພ້ອມດ້ວຍສະມາຊິກທຸກສະຫາຍ ຕ້ອງໄດ້ນໍາໄປຜັນຂະຫຍາຍໃຫ້ສອດຄ່ອງກັບໜ້າທີ່ການເມືອງ, ໜ້າທີ່ວຽກງານວິຊາສະເພາະຂອງແຕ່ລະພາກສ່ວນທີ່ຕົນສັງກັດ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. (ຂ່າວ-ພາບ: ຍຸພິນທອງ

ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວການເມືອງ

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ

ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ

ເຊົ້າວັນທີ 20 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໄດ້ດໍາເນີນພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ; ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຕາງໜ້າຄະນະກຳມະການເລືອກຕັ້ງລະດັບຊາດ ຂຶ້ນລາຍງານການກະກຽມ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V.
ເຜີຍແຜ່ມະຕິກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງ

ເຜີຍແຜ່ມະຕິກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 20 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ (ສພຊ); ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຟັງການເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ການສະເໜີປະຫວັດຄວາມເປັນມາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ສະເໜີໃຫ້ ສສຊ ເພີ່ມທະວີການຄົ້ນຄວ້າໃຫ້ລະອຽດເລິກເຊິ່ງ ຊັດເຈນກ່ອນຮັບຮອງ

ສະເໜີໃຫ້ ສສຊ ເພີ່ມທະວີການຄົ້ນຄວ້າໃຫ້ລະອຽດເລິກເຊິ່ງ ຊັດເຈນກ່ອນຮັບຮອງ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ; ສູນກາງແນວລາວສ້າງຊາດ,ໄດ້ສະເໜີໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ເພີ່ມທະວີໃນການຄົ້ນຄວ້າໃຫ້ລະອຽດ, ເລິກເຊິ່ງ ແລະ ຊັດເຈນຕື່ມກ່ອນທີ່ຈະຮັບຮອງ.
ສພຊ ໄດ້ພິຈາລະນາຮັບຮອງການສ້າງ ແລະ ປັບປຸງກົດໝາຍ 87 ສະບັບ

ສພຊ ໄດ້ພິຈາລະນາຮັບຮອງການສ້າງ ແລະ ປັບປຸງກົດໝາຍ 87 ສະບັບ

ໃນໄລຍະ 5 ປີ (2021-2025), ສະພາແຫ່ງຊາດ (ສພຊ) ໄດ້ພິຈາລະນາຮັບຮອງ ແລະ ປັບປຸງກົດໝາຍ ໄດ້ທັງໝົດ 87 ສະບັບ; ໃນນີ້, ກົດໝາຍສ້າງໃໝ່ 24 ສະບັບ ແລະ ກົດໝາຍປັບປຸງ 63 ສະບັບ ເທົ່າກັບ 90.62% ຂອງແຜນການ 5 ປີ ແລະ ມາຮອດປັດຈຸບັນ ສປປ ລາວ ມີກົດໝາຍທັງໝົດ 176 ສະບັບ. ນອກຈາກຜົນງານດ້ານນິຕິບັນຍັດນີ້, ກໍຍັງມີຜົນງານໃນດ້ານຕ່າງ; ຂະນະດຽວກັນ, ກໍໄດ້ມີແຜນວຽກຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026.
ຊີ້ແຈງຫຼາຍປະເດັນ ຕໍ່ກັບວຽກງານບໍລິຫານສານ ແລະ ບໍລິຫານຄະດີ

ຊີ້ແຈງຫຼາຍປະເດັນ ຕໍ່ກັບວຽກງານບໍລິຫານສານ ແລະ ບໍລິຫານຄະດີ

ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູນງສຸດ (ສປສສ) ໄດ້ຂຶ້ນຊີ້ແຈງຕາມເນື້ອໃນເຈາະຈີ້ມ ແລະ ການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ໃນຫຼາຍປະເດັນ ຕໍ່ກັບວຽກງານບໍລິຫານສານ ແລະ ບໍລິຫານຄະດີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊ ປະກອບຄໍາເຫັນໂດຍເນັ້ນໃສ່ ບັນຫາການດຳເນີນຄະດີ ທີ່ຍັງຊັກຊ້າ

ສສຊ ປະກອບຄໍາເຫັນໂດຍເນັ້ນໃສ່ ບັນຫາການດຳເນີນຄະດີ ທີ່ຍັງຊັກຊ້າ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄຳເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030),ປະຈໍາປີ 2026 ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊາສູງສຸດ (ອອປສ) ໃນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໃນວັນທີ 18 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ; ໃນນີ້, ສສຊ ໄດ້ມີຄຳເຫັນໂດຍສ່ວນໃຫຍ່ແມ່ນເນັ້ນໃສ່ບັນຫາການດຳເນີນຄະດີ ທີ່ຍັງຊັກຊ້າ; ຂະນະທີ່, ສສຊ ກໍໄດ້ສະເໜີໃຫ້ສືບຕໍ່ສ້າງ, ຝຶກຜູ້ພິພາກສາ ແລະ ພະນັກງານສານ ໃຫ້ເປັນມືອາຊີບ.
ສສຊສະເໜີໃຫ້ມີການກາຄືນ ທາດແທ້ຂອງສານ ແລະ ໄອຍະການ

ສສຊສະເໜີໃຫ້ມີການກາຄືນ ທາດແທ້ຂອງສານ ແລະ ໄອຍະການ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄໍາເຫັນ ຕໍ່ບົດລາຍງານກ່ຽວກັບການແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຊຶ່ງໃນນີ້ ທ່ານຈະເລີນເຢຍປາວເຮີຮອງປະທານສະພາແຫ່ງຊາດສສຊເຂດເລືອກຕັ້ງທີ 10 ແຂວງວຽງຈັນ ກໍໄດ້ສະເໜີ ສສຊສະເໜີໃຫ້ມີການກວດສອບທາດແທ້ຂອງສານແລະໄອຍະການ.
ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ໃນວັນທີ 11 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດຖະແຫຼງຂ່າວຜົນສໍາເລັດການພິຈາລະນາວຽກງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ແລະ ປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະແຜນປີ 2026 ແລະ ບົດລາຍງານສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX (ລະຫວ່າງວັນທີ 10 ຫາ 21ພະຈິກ 2025).
ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ

ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມຂອງວາລະດັ່ງກ່າວ ໄດ້ມີບາງຄໍາເຫັນເຈາະຈີ່ມ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030), ປະຈໍາປີ 2026 ຂອງ ສານປະຊາຊົນສູງສຸດ (ສປສສ) ແລະ ຂອງອົງການໄອຍະການປະຊາຊົນສູງສຸດ (ອອປສ) ຊຶ່ງໄດ້ມີຄໍາເຫັນດັ່ງນີ້:
ເພີ່ມເຕີມ