ກອງປະຊຸມໃຫຍ່ຄັ້ງທີ XI ສະມາຊິກສະຫະພັນແມ່ຍິງກະຊວງຍຸຕິທຳ

ກອງປະຊຸມໃຫຍ່ຄັ້ງທີ XI ສະມາຊິກສະຫະພັນແມ່ຍິງກະຊວງຍຸຕິທຳ

ກອງປະຊຸມໃຫຍ່ຄັ້ງທີ XI ສະມາຊິກສະຫະພັນແມ່ຍິງກະຊວງຍຸຕິທຳ
ກອງປະຊຸມໃຫຍ່ຄັ້ງທີ XI ສະມາຊິກສະຫະພັນແມ່ຍິງກະຊວງຍຸຕິທຳ ໄດ້ຈັດຂຶ້ນໃນວັນທີ 13 ພຶດສະພາ ຜ່ານມາ ທີ່ສຳນັກງານດັ່ງກ່າວ ໂດຍການເປັນປະທານຂອງທ່ານນາງ ດວງມະນີ ລາວມາວ ປະທານສະຫະພັນແມ່ຍິງກະຊວງຍຸຕິທຳ, ມີທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງຍຸຕິທຳ, ທ່ານນາງ ຈັນໂສດາ ພອນທິບ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ມີບັນດາຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.

 

 

ທ່ານນາງ ສາຍຄິດ ວິສີສົມບັດ ຮອງປະທານສະຫະພັນແມ່ຍິງກະຊວງຍຸຕິທຳ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ຍົກໃຫ້ເຫັນຜົນງານການເຄື່ອນໄຫວຂອງເອື້ອຍນ້ອງແມ່ຍິງໃນ 5 ປີຜ່ານມາ (2020-2024) ແລະ ແຜນພັດທະນາແມ່ຍິງໃນ 5 ປີຕໍ່ໜ້າ (2025-2030) ໃນ 5 ປີຜ່ານມາ, ຄະນະສະຫະພັນແມ່ຍິງໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແມ່ຍິງ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ເອື້ອຍນ້ອງແມ່ຍິງ ຊຸກຍູ້ຂະບວນການເນື້ອໃນຂໍ້ແຂ່ງຂັນ 3 ດີ, ແຜນພັດທະນາແມ່ຍິງລາວ 5 ປີ, ລັດຖະທຳມະນູນ, ກົດໝາຍທີ່ພົວພັນເຖິງການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດແມ່ຍິງ, ແມ່ ແລະ ເດັກ, ເອົາໃຈໃສ່ຂະຫຍາຍສະມາຊິກແມ່ຍິງ ຊຶ່ງມາຮອດປັດຈຸບັນທົ່ວກະຊວງ ມີສະມາຊິກສະຫະພັນແມ່ຍິງທັງໝົດ 122 ຄົນ ເປັນສະມາຊິກພັກ 101 ສະຫາຍ ມີ 10 ໜ່ວຍ ແລະ 1 ຮາກຖານສະຫະພັນແມ່ຍິງຂຶ້ນກັບ ຄະນະສະຫະພັນແມ່ຍິງໄດ້ຊຸກຍູ້ໃຫ້ສະພາທະນາຍຄວາມລາວ ເພື່ອຂະຫຍາຍເປັນໜ່ວຍສະຫະພັນແມ່ຍິງໃນຕໍ່ໜ້າ, ເອົາໃຈໃສ່ຊຸກຍູ້ໃຫ້ສະມາຊິກແມ່ຍິງໃຫ້ໄດ້ຮັບການຍົກລະດັບຂັ້ນຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ສະມາຊິກແມ່ຍິງກວມ 90% ໄດ້ປະກອບສ່ວນມີຜົນງານພົ້ນເດັ່ນໃນແຕ່ລະປີ ທີ່ໄດ້ຮັບການປະກອບສ່ວນສ້າງສາພັດທະນາປະເທດຊາດ ຈຶ່ງໄດ້ຮັບການຍ້ອງຍໍຄື: ໃນ 5 ປີຜ່ານມາໄດ້ຮັບຫຼຽນໄຊແຮງງານຊັ້ນ 2 ຈຳນວນ 1 ໜ່ວຍ, ຊັ້ນ 3 ຈຳນວນ 3 ໜ່ວຍ, ໃບຍ້ອງຍໍລັດຖະບານ 360 ໃບ, ໃບຍ້ອງຍໍລັດຖະມົນຕີກະຊວງ 1,650 ໃບ ແລະ ໃບຍ້ອງຍໍຈາກສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມ ແລະ ກຳມະບານລາວຈຳນວນໜຶ່ງ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການບໍລິການໃຫ້ຄຳປຶກສາ, ຈັດຝຶກອົບຮົມ ແລະ ແກ້ໄຂບັນຫາເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກໄດ້ 127 ຄັ້ງ 1,143 ຄົນ ຍິງ 712 ຄົນ, ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ 4,924 ເທື່ອຄົນ ແລະ ໃຫ້ບໍລິການທັງໝົດ 120,512 ຄົນ ປະກອບສ່ວນລົງໂຄສະນາເຜີຍແຜ່ກົດໝາຍ ແລະ ຕັ້ງໂຕະໃຫ້ຄຳປຶກສາແບບເຄື່ອນທີ່ໄດ້ 547 ຄັ້ງ ມີຜູ້ເຂົ້າຮ່ວມ 20,692 ຄົນ, ໃຫ້ຄຳປຶກສາດ້ານກົດໝາຍໂດຍບໍ່ເສຍຄ່າພາຍໃຕ້ການສະໜັບສະໜູນງົບປະມານຈາກໂຄງການອົງການຈັດຕັ້ງສາກົນ ແລະ ຕ່າງປະເທດ ສາມາດເຄື່ອນໄຫວໄດ້ 148 ເມືອງ.

ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານສະຫະພັນແມ່ຍິງຊຸດໃໝ່ 13 ທ່ານ, ກອງປະຊຸມຄັ້ງມະລືກໄດ້ເປັນເອກະສັນເລືອກເອົາທ່ານນາງ ເກມອຸລາ ໄຊຍະວົງ ເປັນປະທານ, ທ່ານນາງ ເພັດສະໄໝ ໄຊມຸງຄຸນ ເປັນຮອງປະທານ, ທ່ານນາງ ລົດຈະນາ ເຂັມທອງ ເປັນຮອງປະທານ ທັງເປັນປະທານກວດກາ ແລະ ທ່ານນາງ ຄຳສະໄໝ ຈັນສະໝອນ ເປັນຮອງປະທານກວດກາ. ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນ 3 ທ່ານ, ສຳຮອງ 1 ທ່ານ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ IX ຂອງຜູ້ແທນແມ່ຍິງລາວທົ່ວປະເທດ ພ້ອມທັງຮັບຟັງການໂອ້ລົມໃຫ້ທິດຊີ້ນໍາຈາກປະທານກອງປະຊຸມຕື່ມອີກ.

ທີ່ມາ: ວຽງຈັນໃໝ່

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ