ກອງປະຊຸມໃຫຍ່ຂອງຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການສູນກາງພັກຄັ້ງທີ VII

ກອງປະຊຸມໃຫຍ່ຂອງຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການສູນກາງພັກຄັ້ງທີ VII

ກອງປະຊຸມໃຫຍ່ຂອງຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການສູນກາງພັກຄັ້ງທີ VII
ກອງປະຊຸມໃຫຍ່ຂອງຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການສູນກາງພັກຄັ້ງທີ VIIໄດ້ຈັດຂຶ້ນໃນ ຂອງວັນທີ 30 ເມສາ ຜ່ານມາທີ່ຫ້ອງປະຊຸມຂອງ ຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານຂອງສະຫາຍ ພຸດທະລາ ແກ້ວພິຈິດ ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການສູນກາງພັກ;

ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍຄໍາຜາ ພິມມະສອນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ແຂກຖືກເຊີນ ພ້ອມດ້ວຍ ຜູ້ແທນສົມບູນ.

ໃນວາລະ, ຜູ້ແທນກອງປະຊຸມໃຫຍ່ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ສ້າງສັນ, ມີຄວາມເປັນເອກະພາບສູງ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ຊຶ່ງສະແດງອອກ ຄື:ກອງປະຊຸມ ໄດ້ຮັບຮອງເອົາລາຍງານການເມືອງ, ໄດ້ຕີລາຄາສູງ ຕໍ່ຜົນສໍາເລັດທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIຂອງຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການສູນກາງພັກໃນໄລຍະຜ່ານມາອັນເປັນຜົນງານການປະກອບສ່ວນສໍາຄັນ ເຂົ້າໃນການປະຕິບັດໜ້າທີ່ການເມືອງ ກໍຄືໜ້າທີ່ເສນາທິການ ຂອງຫ້ອງວ່າການສູນກາງພັກເວົ້າລວມ, ເວົ້າສະເພາະວຽກງານຊາວໜຸ່ມ ທີ່ເປັນກໍາລັງແຮງສຳຄັນ ຊ່ວຍຄະນະພັກ-ຄະນະນໍາຫ້ອງວ່າການສູນກາງພັກ.ພ້ອມກັນນັ້ນ,ຍັງຊີ້ໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບາງບົດຮຽນທີ່ຖອດຖອນໄດ້ອັນເປັນພື້ນຖານໃຫ້ແກ່ການກໍໍານົດທິດທາງ, ວາງຄາດໝາຍ ແລະ ວຽກງານຈຸດສຸມໃນແຕ່ລະດ້ານ ໂດຍໄດ້ກໍານົດເປັນແຜນງານ ແລະ ໂຄງການພັດທະນາວຽກງານຊາວໜຸ່ມຫ້ອງວ່າການສູນກາງພັກ ໃນ 5 ປີຕໍ່ໜ້າ;ກອງປະຊຸມໃຫຍ່ ໄດ້ຮັບຟັງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການສູນກາງພັກ ສະໄໝທີ VI, ຊຶ່ງໄດ້ຊີ້ໃຫ້ເຫັນວ່າ ໃນໄລຍະຜ່ານມາເຖິງວ່າມີຄວາມຫຍຸ້ງຍາກ ແລະ ມີຫຼາຍບັນຫາບໍ່ເອື້ອອໍານວຍ, ແຕ່ກໍໄດ້ຍົກສູງຄວາມຮັບຜິດຊອບ, ມີຄວາມພະຍາຍາມ ແລະເປັນເຈົ້າການນໍາພາຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄັ້ງທີ VI ຂອງຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການສູນກາງພັກ ໄດ້ຮັບຜົນສໍາເລັດ ເປັນຢ່າງດີ.ກອງປະຊຸມ ຍັງໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການສູນກາງພັກ ຊຸດໃໝ່ເພື່ອເປັນແກນນຳ ໃນການນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຊາວໜຸ່ມ ຫ້ອງວ່າການສູນກາງພັກ ຄັ້ງທີ VII, ມີຜູ້ສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານຊາວໜຸ່ມ ຫ້ອງວ່າການສູນກາງພັກ ສະໄໝທີVIIທັງໝົດ 15 ສະຫາຍ, ໄດ້ປ່ອນບັດຄັດເລືອກເອົາ13ສະຫາຍ.ຈາກນັ້ນ, ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານຊາວໜຸ່ມ ຫ້ອງວ່າການສູນກາງພັກ ຄັ້ງທີVIIໄດ້ເປັນເອກະສັນ ເລືອກເອົາສະຫາຍຕົວຢ່າງ ເນັ່ງໄຊເກີເປັນເລຂາ, ສະຫາຍນາງ ອາລູໂນ ກວ້າງມະນີວັນເປັນຮອງເລຂາ ທັງເປັນປະທານກວດກາ, ສະຫາຍສຸກກັນຍາ ພອນຄໍາມາເປັນຮອງເລຂາ.

ກອງປະຊຸມໃຫຍ່ຄັ້ງນີ້ ຍັງໄດ້ຮັບຟັງການໂອ້ລົມແລະໃຫ້ທິດຊີ້ນໍາຈາກສະຫາຍ ທອງລີ ສີສຸລິດຊຶ່ງສະຫາຍໄດ້ຕີລາຄາແລະຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນຂອງຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການສູນກາງພັກ ສະໄໝີທີ VI ທີ່ຍາດມາໄດ້ ໃນໄລຍະຜ່ານມາພ້ອມທັງໃຫ້ທິດຊີ້ນໍາ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີVIIຂອງຊາວໜຸ່ມຫ້ອງວ່າການສູນກາງພັກ ໃນ 5 ປີ ຕໍ່ໜ້າ ໃຫ້ບັນລຸຜົນສໍາເລັດອັນໃໝ່ ແລະ ຍິ່ງໃຫຍ່ກວ່າເກົ່າ.ກອງປະຊຸມໃຫຍ່ໄດ້ສຳເລັດຕາມລະດັບຄາດໝາຍ, ຜົນສຳເລັດດັ່ງກ່າວ ໄດ້ຢັ້ງຢືນເຖິງຄວາມເອົາໃຈໃສ່ນໍາພາ-ຊີ້ນຳ, ອຳນວຍຄວາມສະດວກຂອງຄະນະພັກ-ຄະນະນໍາຂອງຫ້ອງວ່າການສູນກາງພັກ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວບວກກັບຄວາມເປັນເຈົ້າການ, ຄວາມສາມັກຄີເປັນປຶກແຜ່ນຂອງຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການສູນກາງພັກ ຕະຫຼອດຮອດສະມາຊິກຊາວໜຸ່ມທຸກສະຫາຍ ທີ່ໄດ້ປະກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາ ເຂົ້າໃນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຄັ້ງນີ້ມີປະສົບຜົນສຳເລັດຢ່າງຈົບງາມ; ກອງປະຊຸມ ຍັງໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການນຳພັກ-ລັດ,ຄະນະພັກ-ຄະນະຫ້ອງວ່າການສູນກາງພັກ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຊຶ່ງຍາມໃດກໍໄດ້ມີຄວາມເອົາໃຈໃສ່ ໃກ້ຊິດຕິດແທດ ແລະ ໃຫ້ທິດຊີ້ນຳ ຕໍ່ຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການສູນກາງພັກ; ສະແດງຄວາມຂອບໃຈ ຕໍ່ບັນດາກົມອ້ອມຂ້າງ ກໍຄືພາກສ່ວນຕ່າງໆທີ່ໄດ້ໃຫ້ຄວາມຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອ ຄະນະບໍລິຫານງານຊາວໜຸ່ມ ຫ້ອງວ່າການສູນກາງພັກ ມາໂດຍຕະຫຼອດ.

ພ້ອມນີ້, ກອງປະຊຸມໃຫຍ່ ຍັງໄດ້ຮຽກຮ້ອງມາຍັງ ຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທົ່ວຫ້ອງວ່າການສູນກາງພັກ ຈົ່ງຍົກສູງ ແລະ ເຊີດຊູບົດບາດຄວາມຮັບຜິດຊອບການເມືອງຂອງຕົນ, ຕັ້ງໜ້າເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການສູນກາງພັກ ໃຫ້ໄດ້ຮັບຜົນສໍາເລັດ ຢ່າງຈົບງາມ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ