![]() |
ກອງປະຊຸມໄດ້ຜ່ານບົດລາຍງານການເມືອງທັງສອງພາກ ແລະ ແຜນພັດທະນາຂະແໜງການໃນ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ໂດຍຍົກໃຫ້ເຫັນວ່າ: ຄະນະພັກຮາກຖານດ່ານສາກົນຂົວມິດຕະ ພາບ 1 ມີສະມາຊິກພັກທັງໝົດ 193 ສະຫາຍ ຍິງ 68 ສະຫາຍ ປະກອບມີ 3 ໜ່ວຍພັກຂຶ້ນກັບຄື: ໜ່ວຍພັກຫ້ອງການບໍລິຫານ, ໜ່ວຍພັກຕຳຫຼວດກວດຄົນເຂົ້າເມືອງ, ໜ່ວຍພັກພາສີ ແລະ 1 ຈຸພັກຂະແໜງກະສິກຳ. ຜ່ານມາ, ຄະນະພັກຮາກຖານໄດ້ເອົາໃຈໃສ່ຊີ້ນໍາແຕ່ລະຂົງເຂດວຽກງານ ສາມາດຍາດໄດ້ຜົນງານພົ້ນເດັ່ນນຫຼາຍດ້ານ ເປັນຕົ້ນ ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ແຂັ້ມແຂງໜັກແໜ້ນ, ຂະຫຍາຍສະມາຊິກພັກ, ກໍ່ສ້າງ ບໍາລຸງພະນັກງານ-ສະມາຊິກພັກໃຫ້ມີຄວາມຮູ້ຄວາມສາມາດ ແລະ ຊຳນານງານໃນການປະຕິບັດໜ້າທີ່ວິຊາສະ ເພາະ ຕິດພັນກັບການຫັນລົງກໍ່ສ້າງຮາກຖານການເມືອງ ປັບປຸງລະບົບການບໍລິການ, ບໍລິຫານ-ຄຸ້ມຄອງ ແລະ ປະສານສົມທົບຫັນເຂົ້າສູ່ຄວາມທັນສະໄໝຢ່າງເປັນລະບົບຄົບຊຸດ, ປັບປຸງລະບົບແບບແຜນວິທີເຮັດວຽກໃຫ້ທັນກັບສະພາບການ, ປັບປຸງຂອດການບໍລິການ, ພັດທະນາລະບົບແຈ້ງພາສີຜ່ານປະຕູດຽວແຫ່ງຊາດ ເຊື່ອມໂຍງຂໍ້ມູນກັບຂະແໜງການທີ່ກ່ຽວຂ້ອງແບບເອເລັກໂຕຣນິກ, ປັບປຸງລະບົບການຊຳລະສະສາງພາສີ-ອາກອນ, ສ້າງກົນໄກການຮ່ວມມື, ເປັນເຈົ້າການປະຕິບັດພາລະບົດບາດໜ້າທີ່ ຮັກສາຄວາມສະຫງົບ ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງດ່ານຢ່າງເຂັ້ມງວດ. ເອົາໃຈໃສ່ກວດກາເອກະສານ ໄດ້ອອກໃບຕິດຕາມພາຫະນະ ແລະ ຜູ້ໂດຍສານເຂົ້າ-ອອກເມືອງໄດ້ 134,519 ໃບ, ແຈ້ງຄົນເຂົ້າເມືອງໄດ້ 3,894,066 ເທື່ອຄົນ, ແຈ້ງຄົນອອກເມືອງໄດ້ 3,945,122 ເທື່ອຄົນ, ແຈ້ງພາຫະນະເຂົ້າເມືອງໄດ້ 733,261 ເທື່ອຄັນ, ແຈ້ງພາຫະນະອອກເມືອງໄດ້ 789,901 ເທື່ອຄັນ, ການຈັດເກັບລາຍຮັບເຂົ້າງົບປະມານໃນ 3 ປີຜ່ານມາ (2022-2024) ຄື: ປີ 2022 ໄດ້ 3.97 ຕື້ກີບ ເທົ່າກັບ 107.96% ຂອງແຜນການປີ; ປີ 2023 ໄດ້ 5.51 ຕື້ກີບ ເທົ່າກັບ 136.70% ຂອງແຜນການປີ ແລະ ປີ 2024 ໄດ້ 6.92 ຕື້ກີບ ເທົ່າກັບ 129.52% ຂອງແຜນການປີ.
![]() |
ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່ ຊຶ່ງມີຜູ້ສະໝັກ 9 ສະຫາຍ ເລືອກເອົາ 7 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກໄດ້ເລືອກເອົາສະຫາຍ ດາວເພັດ ອາລຸນ ເປັນເລຂາຄະນະພັກຮາກຖານ, ສະຫາຍ ສົມລິດ ພັນທະຈັກ ເປັນຮອງເລຂາ ທັງເປັນປະທານກວດກາພັກ, ສະຫາຍ ສຸກສະຫວັນ ບົວພາ, ສະຫາຍ ແກ່ນຄຳ ແກ່ນທະວົງ, ສະຫາຍ ນາງ ສີລາວັນ ທຳມະວົງ ແລະ ສະຫາຍ ອານຸສອນ ວົງຄຳສອນ ເປັນຄະນະພັກຮາກຖານ; ສະຫາຍ ພອນປະເສີດ ນະລືໂຄດ ແລະ ສະຫາຍ ບຸນແສງ ແສງມະນີ ເປັນຮອງປະທານກວດກາພັກ. ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມໃຫ້ທິດເຍືອງທາງຈາກສະຫາຍເລຂາຄະນະພັກ ນວ ຕື່ມອີກ.
ຂ່າວ: ສົມສະຫວັນ


ຄໍາເຫັນ