ກອງປະຊຸມໃຫ່ຍຜູ້ແທນຄັ້ງທີ X ຂອງຜູ້ແທນແນວລາວສ້າງຊາດ ເມືອງຫຼວງນໍ້າທາ

ກອງປະຊຸມໃຫ່ຍຜູ້ແທນຄັ້ງທີ X ຂອງຜູ້ແທນແນວລາວສ້າງຊາດ ເມືອງຫຼວງນໍ້າທາ

ກອງປະຊຸມໃຫ່ຍຜູ້ແທນຄັ້ງທີ X ຂອງຜູ້ແທນແນວລາວສ້າງຊາດ ເມືອງຫຼວງນໍ້າທາ
ວັນທີ 25 ເມສາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນໍ້າທາ ໄດ້ເປີດກອງປະຊຸມໃຫຍ່ ຜູ້ແທນແນວລາວ ສ້າງຊາດ ຄັ້ງທີ X ຂຶ້ນໂດຍການເປັນປະທານຂອງທ່ານ ຄໍາພຸດ ໂພທິລາດ ກໍາມະການປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ.

ທ່ານ ແກ້ວໄພທຸນ ແກ້ວມະນີ ຮອງປະທານແນວລາວສ້າງຊາດເມືອງ ໄດ້ຜ່ານບົດລາຍງານ ການເມືອງ ທັງ 2 ພາກ ໃນການເຄື່ອນໄຫວວຽກງານຂອງຄະນະກໍາມະການແນວລາວສ້າງຊາດເມືອງ ຫຼວງນໍ້າທາ 5 ປີຜ່ານມາ (2020-2024) ແລະ ທິດທາງໃນຕໍ່ຫນ້າ (2025-2029).

ກອງປະຊມໃຫຍຜແທນຄງທ X ຂອງຜແທນແນວລາວສາງຊາດ ເມອງຫວງນາທາ - image 1
 

ໄລຍະ 5 ປີ ຜ່ານມາ ຄະນະກໍາມະການ ແນວລາວສ້າງຊາດເມືອງ ໄດ້ຕັ້ງໜ້າເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ ຂອງແນວລາວອິດສະຫຼະ ແລະ ແນວລາວຮັກຊາດໃນເມື່ອກ່ອນ, ສຶບຕໍ່ເປັນຄັນທຸງເຕົ້າໂຮມຄວາມສາ ມັກຄີທົ່ວປວງຊົນໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ແກ້ໄຂຄວາມຂັດຂ້ອງໜອງໃຈຂອງປະຊາຊົນ ແລະ ຊຸກຍູ້ປະຊາຊົນບັນດາເຜົ່າປົກປັກຮັກສາຮິດຄອງ ປະເພນີອັນດີງາມຂອງຊາດ, ຂອງເຜົ່າ, ເອົາໃຈໃສ່ຕິດ ຕາມກວດກາການຈັດຕັ້ງປະຕິບັດຂອງຄະນະກຳມະການ ແນວລາວສ້າງຊາດຂັ້ນເມືອງ-ຂັ້ນບ້ານ ໃຫ້ມີການເຄື່ອນໄຫວຖືກຕ້ອງສອດຄ່ອງກັບພະລະບົດບາດ, ສິດ ແລະ ໜ້າທີຂອງແນວລາວສ້າງຊາດ, ປະສານສົມທົບກັບອົງການພາຄີ, ອົງການຈັດຕັ້ງຕ່າງໆ ຕະຫຼອດຮອດພະນັກງານ-ລັດຖະກອນ ເປີດບັ້ນ ແຂ່ງຂັນຮັກຊາດ ແລະ ພັດທະນາວຽກງານກໍ້ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ໄດ້ສ້າງຕັ້ງກອງທືນສາມັກຄີໄດ້ 4 ກອງທືນ ມີສາມະຊິກ 3,423 ຄົນ, ມີເງິນກອງທືນໝູນວຽນທັງໝົດ 26 ຕື້ ກວ່າກີບ, ໄດ້ຈັດຕັ້ງປະຕິບັດຂະບວນການສ້າງເປັນຄອບຄົວ ແລະ ປະກາດຮັບຮອງບ້ານສາມັກຄີ ປອງດອງ ໄດ້ 76 ບ້ານ, ມີ 12,783 ຄອບຄົວ ເທົ່າກັບ 87,62%.

ກອງປະຊຸມ, ຄະນະກໍາມະການແນວລາວສ້າງຊາດຊຸດເກົ່າໄດ້ຂຶ້ນລາໜ້າທີ່ຕາມອາຍຸການ. ຈາກນັ້ນ, ກໍໄດ້ຜ່ານມາດຖານເງື່ອນໄຂຜູ້ສະໝັກ ແລະ ຜ່ານລາຍຊື່ຜູ້ທີ່ສະໝັກເປັນຄະນະກຳມະການ ແນວລາວສ້າງຊາດຊຸດ ໃໝ່ ຊຶ່ງມີຜູ້ສະໝັກ 43 ທ່ານ ຍິງ 5 ທ່ານ. ກອງປະຊຸມ ຄັ້ງປະຖົມມະລຶກຂອງ ຄະນະກໍາມະການແນວລາວ ສ້າງຊາດ ຊຸດທີ X ໄດ້ເປັນເອກະສັນຮັບຮອງເອົາຄະນະປະຈໍາ 5 ທ່ານ ຍິງ 2 ທ່ານ, ຕົກລົງຮັບຮອງເອົາ ທ່ານ ຄໍາພຸດ ໂພທິລາດ ກຳມະການປະຈຳພັກເມືອງ ເປັນປະທານ ແນວລາວສ້າງຊາດເມືອງ, ທ່ານ ນາງ ສອນເພັດ ແກ້ວວົງເພັດ ແລະ ທ່ານ ແກ້ວໄພທຸນ ແກ້ວມະນີ ເປັນຮອງປະທານ ແລະ 40 ທ່ານ ເປັນຄະນະກໍາມະການ ແນວລາວສ້າງຊາດເມືອຫຼວງນໍ້າທາ.

(ແຫຼ່ງຂ່າວ: ເມືອງຫຼວງນໍ້າທາ)

ຄໍາເຫັນ

ຂ່າວການເມືອງ

ສພຊ ໄດ້ພິຈາລະນາຮັບຮອງການສ້າງ ແລະ ປັບປຸງກົດໝາຍ 87 ສະບັບ

ສພຊ ໄດ້ພິຈາລະນາຮັບຮອງການສ້າງ ແລະ ປັບປຸງກົດໝາຍ 87 ສະບັບ

ໃນໄລຍະ 5 ປີ (2021-2025), ສະພາແຫ່ງຊາດ (ສພຊ) ໄດ້ພິຈາລະນາຮັບຮອງ ແລະ ປັບປຸງກົດໝາຍ ໄດ້ທັງໝົດ 87 ສະບັບ; ໃນນີ້, ກົດໝາຍສ້າງໃໝ່ 24 ສະບັບ ແລະ ກົດໝາຍປັບປຸງ 63 ສະບັບ ເທົ່າກັບ 90.62% ຂອງແຜນການ 5 ປີ ແລະ ມາຮອດປັດຈຸບັນ ສປປ ລາວ ມີກົດໝາຍທັງໝົດ 176 ສະບັບ. ນອກຈາກຜົນງານດ້ານນິຕິບັນຍັດນີ້, ກໍຍັງມີຜົນງານໃນດ້ານຕ່າງ; ຂະນະດຽວກັນ, ກໍໄດ້ມີແຜນວຽກຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026.
ຊີ້ແຈງຫຼາຍປະເດັນ ຕໍ່ກັບວຽກງານບໍລິຫານສານ ແລະ ບໍລິຫານຄະດີ

ຊີ້ແຈງຫຼາຍປະເດັນ ຕໍ່ກັບວຽກງານບໍລິຫານສານ ແລະ ບໍລິຫານຄະດີ

ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູນງສຸດ (ສປສສ) ໄດ້ຂຶ້ນຊີ້ແຈງຕາມເນື້ອໃນເຈາະຈີ້ມ ແລະ ການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ໃນຫຼາຍປະເດັນ ຕໍ່ກັບວຽກງານບໍລິຫານສານ ແລະ ບໍລິຫານຄະດີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊ ປະກອບຄໍາເຫັນໂດຍເນັ້ນໃສ່ ບັນຫາການດຳເນີນຄະດີ ທີ່ຍັງຊັກຊ້າ

ສສຊ ປະກອບຄໍາເຫັນໂດຍເນັ້ນໃສ່ ບັນຫາການດຳເນີນຄະດີ ທີ່ຍັງຊັກຊ້າ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄຳເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030),ປະຈໍາປີ 2026 ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊາສູງສຸດ (ອອປສ) ໃນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໃນວັນທີ 18 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ; ໃນນີ້, ສສຊ ໄດ້ມີຄຳເຫັນໂດຍສ່ວນໃຫຍ່ແມ່ນເນັ້ນໃສ່ບັນຫາການດຳເນີນຄະດີ ທີ່ຍັງຊັກຊ້າ; ຂະນະທີ່, ສສຊ ກໍໄດ້ສະເໜີໃຫ້ສືບຕໍ່ສ້າງ, ຝຶກຜູ້ພິພາກສາ ແລະ ພະນັກງານສານ ໃຫ້ເປັນມືອາຊີບ.
ສສຊສະເໜີໃຫ້ມີການກາຄືນ ທາດແທ້ຂອງສານ ແລະ ໄອຍະການ

ສສຊສະເໜີໃຫ້ມີການກາຄືນ ທາດແທ້ຂອງສານ ແລະ ໄອຍະການ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄໍາເຫັນ ຕໍ່ບົດລາຍງານກ່ຽວກັບການແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຊຶ່ງໃນນີ້ ທ່ານຈະເລີນເຢຍປາວເຮີຮອງປະທານສະພາແຫ່ງຊາດສສຊເຂດເລືອກຕັ້ງທີ 10 ແຂວງວຽງຈັນ ກໍໄດ້ສະເໜີ ສສຊສະເໜີໃຫ້ມີການກວດສອບທາດແທ້ຂອງສານແລະໄອຍະການ.
ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ໃນວັນທີ 11 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດຖະແຫຼງຂ່າວຜົນສໍາເລັດການພິຈາລະນາວຽກງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ແລະ ປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະແຜນປີ 2026 ແລະ ບົດລາຍງານສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX (ລະຫວ່າງວັນທີ 10 ຫາ 21ພະຈິກ 2025).
ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ

ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມຂອງວາລະດັ່ງກ່າວ ໄດ້ມີບາງຄໍາເຫັນເຈາະຈີ່ມ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030), ປະຈໍາປີ 2026 ຂອງ ສານປະຊາຊົນສູງສຸດ (ສປສສ) ແລະ ຂອງອົງການໄອຍະການປະຊາຊົນສູງສຸດ (ອອປສ) ຊຶ່ງໄດ້ມີຄໍາເຫັນດັ່ງນີ້:
ສະໜີ ອອປສ 7 ທັດສະນະ ເພື່ອໃຫ້ແຜນປີ 2026 ມີຜົນສຳເລັດ

ສະໜີ ອອປສ 7 ທັດສະນະ ເພື່ອໃຫ້ແຜນປີ 2026 ມີຜົນສຳເລັດ

ໃນຕອນບ່າຍວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງ ອອປສ ຊຶ່ງໄດ້ກ່າວວ່າ:
ຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ຕໍ່ ສປສສ

ຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ຕໍ່ ສປສສ

ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງສານປະຊາຊົນສູງສຸດ (ສປສສ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໂດຍໄດ້ຕີລາຄາສູງຕໍ່ຜົນສໍາເລັດ ແລະ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ເພື່ີອເຮັດໃຫ້ແຜນການຕໍ່ໜ້າຂອງ ສປສສ ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດ.
ອອປສ ມີຫຼາຍວຽກງານພົ້ນເດັ່ນ ໃນ 5 ປີຜ່ານມາ

ອອປສ ມີຫຼາຍວຽກງານພົ້ນເດັ່ນ ໃນ 5 ປີຜ່ານມາ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງ ອອປສ ຊຶ່ງໃນນີ້ ກໍໄດ້ລາຍງານຫຼາຍວຽກງານພົ້ນເດັ່ນຂອງການຈັດຕັ້ງປະຕິບັດໃນໄລຍະ 5 ປີຜ່ານມາ ໂດຍສະເພາະ ການຕິດຕາມກວດກາການປະຕິບັດກົດໝາຍແລະສັ່ງຟ້ອງຜູ້ຖືກຫາຂຶ້ນສານ.
ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 2 ສະໄໝທີ Vll ຈັດຂຶ້ນໃນວັນທີ 17 ພະຈິກນີ້ ທີ່ຫ້ອງປະຊຸມຊັ້ນ3 ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຕາງໜ້າຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.
ເພີ່ມເຕີມ