ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າເມືອງວຽງພູຄາ ສະໄໝທີ V

ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າເມືອງວຽງພູຄາ ສະໄໝທີ V
ກອງປະຊຸມໃຫຍ່ຂອງຜູ້ແທນນັກຮົບເກົ່າເມືອງວຽງພູຄາສະໄໝທີ V ແຂວງຫຼວງນໍ້າທາໄດ້ຈັດຂຶ້ນ ທີ່ສະໂມສອນເມືອງ ໃນວັນທີ 7 ພຶດສະພາ 2024ນີ້ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາເພົ້າ ສຸນາລົງ ປະທານສະຫະພັນນັກຮົບເກົ່າເມືອງ ໂດຍມີ ສະຫາຍ ນາງ ຈັນຄໍາ ທອງມີໄຊ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ, ສະຫາຍ ພັນໂທ ແສງວັນດີ ວ່າໄຊຢີ ປະທານສະຫະພັນນັກຮົບເກົ່າ ແຂວງຫຼວງນໍ້າທາ, ມີບັນດາປະທານ-ຮອງປະທານນັກຮົບເກົ່າຈາກ 4 ເມືອງເຂົ້າຮ່ວມ.
ສະຫາຍ ຄໍາເພົາ ສຸນາລົງ ໄດ້ກ່າວເປີດກອງປະຊຸມຂຶ້ນຢ່າງເປັນທາງການ ພ້ອມທັງຜ່ານຮ່າງບົດລາຍງານການເມືອງ ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຜູ້ແທນນັກຮົບເກົ່າ ຄັ້ງທີ IV ໃນໄລຍະ 5 ປີຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນເຖິງພະລະບົດບາດຂອງນັກຮົບເກົ່າ, ຜ່ານມານັກຮົບເກົ່າໄດ້ຖືສໍາຄັນ ແລະ ເອົາໃຈໃສ່ເຮັດວຽກງານອົບຮົບການເມືອງ-ແນວຄິດ, ປຸກລະດົມສະມາຊິກນັກຮົບເກົ່າ ແລະ ເສີມຂະຫຍາຍມູນເຊື້ອປະຕິວັດ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດດ້ວຍຄວາມເປັນເຈົ້າການ,ແລະ ໜ້າທີ່ການເມືອງທີ່ສໍາຄັນ ຂອງຄະນະສະຫະພັນນັກຮົບເກົ່າ ແລະ ສະມາຊິກນັກຮົບເກົ່າທຸກຄົນ, ທັງເປັນອຸດົມການອັນສະເໝີຕົ້ນສະເໝີປາຍ, ຈິດໃຈບໍລິສຸດຕໍ່ພັກ,ຕໍ່ປະເທດຊາດຂອງຖັນແຖວນັກຮົບຕະຫຼອດມາ, ນອກນັ້ນຍັງໄດ້ສົມທົບແໜ້ນ ກັບບັນດາອົງການຈັດຕັ້ງພັກ-ລັດທຸກຂັ້ນ ແລະ ສຸມໃສ່ປັບປຸງການຈັດຕັ້ງເຕົ້າໂຮມນັກຮົບເກົ່າເຂົ້າເປັນສະມາຊິກ, ປັບປຸງແບບແຜນວິທີເຮັດວຽກ; ປະຕິບັດໜ້າທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດ ອັນຊອບທໍາ ຂອງນັກຮົບເກົາພາຍໃຕ້ການນໍາພາຂອງພັກໄດ້ດີກວ່າເກົ່າ. ພ້ອມທັງປະຕິບັດຫຼັກການ, ລະບຽບຕິດຕາມ, ກວດກາສະກັດກັ້ນຕ້ານປະກົດການຫຍໍ້າທໍ້ໃນຂົງເຂດວຽກງານນັກຮົບເກົ່າ, ເອົາໃຈໃສ່ຜັນຂະຫຍາຍວຽກງານ 3 ດີ 6 ຮັກສາມູນເຊື້ອຂອງນັກຮົບເກົ່າຢ່າງກວ້າງຂວາງ ທົ່ວເມືອງ ມີໜ່ວຍນັກຮົບເກົ່າທັງໝົດ 15 ໜ່ວຍ, ມີສະມາຊິກ 345 ສະຫາຍ, ຍິງ 2 ສະຫາຍ, ໜ່ວຍນັກຮົບເກົ່າປະເພດ I ມີ 13 ໜ່ວຍ ເທົ່າກັບ 86%
ໜ່ວຍປະເພດ II ມີ 2 ໜ່ວຍ ເທົ່າກັບ 14% ສະມາຊິກປະເພດ I ມີ 295 ສະຫາຍ, ຍິງ 1 ສະຫາຍ ເທົ່າກັບ 85% ສະມາຊິກປະເພດ II ມີ 50 ສະຫາຍ, ຍິງ 1 ສະຫາຍ ເທົ່າກັບ 15 %, 5 ປີຜ່ານມາໄດ້ຮັບໃບຢັ້ງຢືນໜ່ວຍນັກຮົບເກົ່າ 3 ດີ, 6 ຮັກສາມູນເຊື້ອ 13 ໜ່ວຍ, ຮັບໃບຍ້ອງຍໍບຸກຄົນ ແລະ ກົມກອງ 3 ດີ, 6 ຮັກສາ 97 ໃບ, ບຸກຄົນ 3 ດີ, 6 ຮັກສາ ປະເພດ I ມີ 31 ສະຫາຍ, ປະເພດ II ມີ 66 ສະຫາຍ, ຍິງ 2 ສະຫາຍ. ພ້ອມນັ້ນກອງປະຊຸມຍັງໄດ້ວາງທິດທາງແຜນການໃນໄລຍະ 5 ປີຕໍ່ໜ້າ ສຶບຕໍ່ສຶກສາອົບຮົບການເມືອງ-ແນວຄິດ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ລັດຖະທໍາມະນູນ ແລະ ກົດ ໝາຍຂອງລັດ ປັບປຸງການຈັດຕັ້ງແຕ່ລະຂັ້ນໃຫ້ໜັກແໜ້ນ, ເຂັ້ມແຂງ, ສາມາປະຕິບັດພາລະບົດບາດເປັນຕົວແທນແຫ່ງສິດຜົນປະໂຫຍດ ອັນຊອບທໍາ ຂອງສະມາຊິກນັກຮົບເກົ່າ ຢ່າງແທ້ຈິງ, ຍົກສູງສະຕິລະວັງຕົວ ແລະ ປະຕິບັດລັດຖະທໍາມະນູນ, ກົດໝາຍຂອງລັດໃຫ້ໄດ້ດີ, ໃນກອງປະຊຸມຍັງໄດ້ຜ່ານມາດຖານເງືອນໄຂ ແລະ ປອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນນັກຮົບເກົາເມືອງສະໃໝທີ V ປະກອບມີ 5 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ ຮັບຮອງເອົາປະທານ, ຮອງປະທານ, ປະທານກວດກາສະຫະພັນນັກຮົບເກົາດັ່ງນີ້: ສະຫາຍ ພັນໂທ ທອງສີ ສຸຂະວົງ. ເປັນປະທານສະຫະພັນນັກຮົບເກົາເມືອງຊຸດໃໝ່, ສະຫາຍ ພັນໂທ ເຈີເເກ້ວ ສັນຍາສອນ, ເປັນປະທານກວດການັກຮົບເກົາ, ສະຫາຍ ຄິດ ວິວັນຮຽມ ເປັນຜູ້ຊ່ວຍວຽກກວດການັກຮົບເກົາ, ກອງປະຊຸມຍັງໄດ້ຄັດເລືອກເອົາຜູ້ແທນສົມບຸນເພື່່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ V ຂອງສະຫະພັນນັກຮົບເກົາແຂວງ.ຂ່າວ: ຄໍາປິງ- ພາບ: ທອງວີ

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ