ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IX
ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວນະຄອນຫຼວງວຽງຈັນຄັ້ງທີ IX ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 23 ເມສາ ນີ້ ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນ,

ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ມອນໄຊ ລາວມົ່ວຊົງ ກຳມະການສຳຮອງສູນກາງພັກເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ຊົງເລົ່າ ຢົງນູ ຮອງເລຂາຄະນະພັກ ນະຄອນຫຼວງວຽງຈັນ, ມີຮອງເຈົ້າຄອງ, ການນໍານະຄອນຫຼວງ, ບັນດາເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ໃສ່ຮ່າງລາຍງານການເມືອງແລະ ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນ ເອກະພາບຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນຳ-ນໍາພາ ແລະປະຕິບັດມະຕິກອງປະຊຸມໃຫຍ່ໃນໄລຍະຜ່ານມາ, ພ້ອມກັນນັ້ນ ກອງປະຊຸມ ຍັງໄດ້ເປັນເອກະພາບນໍາເອົາທິດທາງແຜນການ ແລະ ຄາດໝາຍສູ້ຊົນ 5 ປີ ຕໍ່ໜ້າ ແຕ່ປີ 2025-2030ຊຶ່ງມີເນື້ອໃນຕົ້ນຕໍດັ່ງນີ້: ເພີ່ມທະວີການສຶກສາອົບຮົບການເມືອງ-ແນວຄິດ, ຍົກລະດັບຄວາມຮັບຮູ້, ຄວາມເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຄວາມຮູ້ດ້ານອື່ນໆ, ສະມາຊິກຊາວໜຸ່ມ-ໄວໜຸ່ມ ແລະ ເຍົາວະຊົນບັນດາເຜົ່າໃຫ້ໄດ້ 75% ຂອງຈຳນວນສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ທັງໝົດທົ່ວນະຄອນຫຼວງວຽງຈັນ.ຂະຫຍາຍສະມາຊິກຊາວໜຸ່ມໃຫ້ເຂົ້າເປັນສະມາຊິກພັກ ໃຫ້ໄດ້ 3% ຂອງຈຳນວນສະມາຊິກ,ຂະຫຍາຍສະມາຊິກເຍົາວະຊົນ-ອະນຸຊົນ ໃຫ້ໄດ້ 70% ຂອງເຍົາວະຊົນ-ອະນຸຊົນ,ສະມາຊິກ, ກອງເຍົາວະຊົນ 3ດີ 4ຮູ້ 70% ແລະ ກອງດຸລິຍາງເຍົາວະຊົນໃຫ້ໄດ້ 3ກອງ, ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຢູ່ບັນດາຮາກຖານ-ໜ່ວຍຊາວໜຸ່ມແຕ່ລະຂັ້ນໂດຍເລັ່ງໃສ່ກວດກາ,ປະເມີນຜົນ,ຈັດປະເພດສະມາຊິກຊາວໜຸ່ມ,ຮາກຖານ,ໜ່ວຍຮາກຖານຊາວໜຸ່ມ,ນະຄອນຫຼວງວຽງຈັນ 4 ບຸກໃຫ້ໄດ້ 80%, ສຸມໃສ່ການພັດທະນາ ແລະ ການສ້າງວຽກເຮັດງານທຳ ໃຫ້ຮັບປະກັນທາງດ້ານຄຸນະພາບ ໂດຍການສົ່ງເສີມການຝຶກວິຊາຊີບ, ການສ້າງມາດຖານດ້ານວິຊາຊີບ, ຂໍ້ມູນດ້ານແຮງງານ, ສຸມໃສ່ການແກ້ໄຂບັນຫາຢາເສບຕິດ, ປະກົດການຫຍໍ້ທໍ້ຕ່າງໆໃນຖັນແຖວຊາວໜຸ່ມ-ເຍົາວະຊົນ ດ້ວຍຫຼາຍວິທີຢ່າງເຂັ້ມງວດ,ສຸມໃສ່ສ້າງຕັ້ງສະຫະພັນຊາວໜຸ່ມນະຄອນຫຼວງ ແລະ ສ້າງຕັ້ງສະຫະພັນຊາວໜຸ່ມເມືອງ, ເພີ່ມທະວີການຮັບປະກັນສິດເທົ່າທຽມກັນຂອງຊາວໜຸ່ມ, ເຍົາວະຊົນທຸກຂອບເຂດ,ເພີ່ມທະວີການປັບປຸງ, ການຄຸ້ມຄອງ ແລະ ການບໍລິຫານໃຫ້ມີປະສິດທິພາບ, ທັນສະໄໝເປັນເສດຖະກິດດີຈີຕອນສາມາດຂັບເຄື່ອນພັດທະນາ-ເສດຖະກິດສັງຄົມ ຕາມທີ່ພັກເຮົາກຳນົດໄວ້,ຊຸກຍູ້ການສ້າງສະຄົມນັກທຸລະກິດໜຸ່ມຂອງເມືອງໃຫ້ໄດ້ 1 ເມືອງ ແລະ ສ້າງເສດຖະກິດໃນຖັນແຖວສະມາຊິກຊາວໜຸ່ມ,ສົ່ງເສີມ ແລະ ພັດທະນາສະມາຄົມນັກທຸລະກິດໜຸ່ມໃຫ້ມີການຂະຫຍາຍຕົວເຂັ້ມແຂງເພື່ອແຂ່ງຂັນກັບພາກພື້ນ. ສ້າງເງື່ອນໄຂໃຫ້ເຂົາເຈົ້າເຂົ້າເຖິງແຫຼ່ງທຶນ ເພື່ອສ້າງຄວາມເຂັ້ມແຂງຂຶ້ນເລື້ອຍໆ,ເພີ່ມທະວີການປະສານສົມທົບ ໃນການຍາດແຍ່ງການຮ່ວມ ແລະ ເຂົ້າເປັນຄູ່ຮ່ວມມືອົບຮົມວິຊາຊີບ ສ້າງວຽກເຮັດງານທຳ ໃຫ້ໄດ້ 3 ເມືອງ.

ກອງປະຊຸມ ໄດ້ເອກະພາບສູງຮັບຮອງເອົາ ບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານນະຄອນຫຼວງວຽງຈັນ ສະໄໝທີ VIII ແລະ ໄດ້ຮັບຟັງການປະກອບຄຳຄິດຄຳເຫັນ ຕາງໜ້າຂົງເຂດເສດຖະກິດ ແລະ ຄອບຄົວ.ການປະກອບຄຳເຫັນດັ່ງກ່າວລ້ວນແຕ່ສະແດງຄວາມເປັນເອກະພາບຕໍ່ລາຍງານການເມືອງທີ່ສະແດງໃຫ້ເຫັນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນ; ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມ ສະໄໝທີ IX ບົນພື້ນຖານຫຼັກການລວມສູນປະຊາທິປະໄຕສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ຊຶ່ງມີຜູ້ລົງສະໝັກຈໍານວນ 42 ສະຫາຍ, ເລືອກເອົາ 39 ສະຫາຍເປັນຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນ. ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະສັນກັນ ເລືອກເອົາ ສະຫາຍ ຫຸມແພງ ສີສົມບັດ ເປັນເລຂາຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນຕື່ມອີກສະໄໝ, ເລືອກເອົາສະຫາຍ ນາງ ລັດດາພອນ ປອນສາຍຄໍາ, ສະຫາຍ ສີລິວັນ ຫຼຽນວິໄລສັກ ແລະ ສະຫາຍ ນາງ ວິຍະດາ ພິມພັນ ເປັນຮອງເລຂາຄະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນ; ເລືອກເອົາປະທານ ແລະຮອງປະທານກວດກາຊາວໜຸ່ມ ແລະຄະນະປະຈໍາ ຈໍານວນ 11 ສະຫາຍ.

ພິເສດກອງປະຊຸມຍັງຈະໄດ້ຮັບຟັງຄໍາເຫັນໂອ້ລົມຂອງ ສະຫາຍ ຊົງເລົ່າ ຢົງນູ ແລະ ສະຫາຍ ມອນໄຊ ລາວມົວຊົ່ງ ເພື່ອໃຫ້ກອງປະຊຸມມີເນື້ອໃນສົມບູນ ແລະ ເລິກເຊິ່ງ.

(ຂ່າວ-ພາບ: ສ.ສັນທະນາ)

ຄໍາເຫັນ

ຂ່າວການເມືອງ

ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານນາງໄກຍະສອນສີດາສະມາຊິກສະພາແຫ່ງຊາດ(ສຊຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານເຫຼັກໄຫຼສີວິໄລລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ (ຍທຂ)ໄດ້ສະເໜີເຫດຜົນ, ຄວາມຈໍາເປັນຂອງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານນາງດາລານີພົມມະວົງສາສະມາຊິກສະພາແຫ່ງຊາດ(ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນແລະນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນ ແລະ ເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ

​ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີX ໃນວັນທີ 13ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.ທ່ານ ພັນໂທ ຈອນ ອຸດລາຍັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ໄດ້ມີຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ)ໃນບາງມາດຕາທີ່ສຳຄັນ ຄື:
ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍກໍາລັງປ້ອງກັນສະຫງົບປະຊາຊົນລາວ

ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍກໍາລັງປ້ອງກັນສະຫງົບປະຊາຊົນລາວ

ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ສະເໜີກົດໝາຍວ່າດ້ວຍ ກໍາລັງປ້ອງກັນສະຫງົບປະຊາຊົນລາວ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ສະເໜີປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍນາຍທະຫານກອງທັບເພື່ອໃຫ້ມີເນື້ອໃນຄົບຖ້ວນ

ສສຊ ຄຳມ່ວນ ສະເໜີປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍນາຍທະຫານກອງທັບເພື່ອໃຫ້ມີເນື້ອໃນຄົບຖ້ວນ

ທ່ານນາງ ສຸກຂະເສີມ ສິດທິເດດ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊສະເໜີປັບປຸງຫຼາຍມາດຕາຂອງກົດໝາຍວ່າດ້ວຍນາຍທະຫານກອງທັບ

ສສຊສະເໜີປັບປຸງຫຼາຍມາດຕາຂອງກົດໝາຍວ່າດ້ວຍນາຍທະຫານກອງທັບ

ສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ປກຊ ສະເໜີປັບປຸງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ

ປກຊ ສະເໜີປັບປຸງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ

ກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ພາຍຫຼັງຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນເຄື່ອງມືອັນສໍາຄັນໃຫ້ລັດໃນການຄຸ້ມຄອງວຽກງານນາຍທະຫານແບບລວມສູນ, ສ້າງສະຕິຕື່ນຕົວໃຫ້ນາຍທະຫານຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ. ທ່ານ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ) ໄດ້ສະເໜີກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ຊຶ່ງເປັນກົດໝາຍສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ