![]() |
ທ່ານ ເຈີ່ນ ດິ່ງ ຮ່າຍ ສະມາຊິກຄະນະບໍລິຫານງານ, ປະທານສະມາຄົມຫວຽດນາມ ປະຈໍາແຂວງເຊກອງ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານຂອງສະມາຄົມຫວຽດນາມປະຈໍາແຂວງເຊກອງ ສະໄໝທີ IV ໃນໄລຍະ 5 ປີຜ່ານມາ ໃຫ້ຮູ້ວ່າ: ສະມາຄົມຊາວຫວຽດນາມປະຈຳແຂວງເຊກອງ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 15 ມີນາ 2005. ປັດຈຸບັນ, ມີ 85 ຄອບຄົວ, ມີສະມາຊິກທັງໝົດ 430 ຄົນ. ສະມາຊິກທີ່ທຳມາຫາກິນ ແລະ ດຳລົງຊີວິດ ຢູ່ໃນ 4 ຕົວເມືອງ ຂອງແຂວງເຊກອງ ສ່ວນຫຼາຍແມ່ນດໍາລົງຊີວິດ ແລະ ທຳມາຫາກິນຢູ່ເມືອງລະມາມ; ໃນໄລຍະຜ່ານມາ, ຄະນະບໍລິຫານງານສະມາຄົມ ຊາວຫວຽດນາມ ໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກສະຖານກົງສູນໃຫຍ່ປະຈຳນະຄອນປາກເຊ, ໂດຍສະເພາະວັດຖຸ, ອຸປະກອນຕ່າງໆ ຈາກບັນດາແຂວງ/ນະຄອນຕ່າງໆ ຂອງ ສສ ຫວຽດນາມ ເຊັ່ນ: ການສະໜັບສະໜູນດ້ານການເງິນ ສໍາລັບການກໍ່ສ້າງສູນຊຸມຊົນ ແລະ ຈ້າງຄູສອນພາສາຫວຽດນາມ ແລະ ອື່ນໆ. ມອບອຸປະກອນການຮຽນ-ການສອນໃຫ້ແກ່ຄູ ແລະ ນັກຮຽນຢູ່ໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງເຊກອງ; ຄະນະບໍລິຫານງານ ແລະ ສະມາຊິກຂອງສະມາຄົມ ໄດ້ຂົນຂວາຍ, ລະດົມຊອກຫາທຶນ ເພື່ອການກໍ່ສ້າງໂຮງຮຽນ ໃຫ້ມີພື້ນທີ່ກວ້າງຂວາງ ແລະ ສວຍງາມຂຶ້ນ, ໃຫ້ສົມກັບວ່າເປັນໂຮງຮຽນມິດຕະພາບລາວ-ຫວຽດນາມຢ່າງແທ້ຈິງ. ປັດຈຸບັນ ໂຮງຮຽນມີຄູສອນ 33 ຄົນ, ມີ 19 ຫ້ອງຮຽນ, ມີນັກຮຽນທັງໝົດ 798 ຄົນ. ໃນນີ້, ມີນັກຮຽນ 56 ຄົນ ທີ່ເປັນລູກຫຼານຂອງຊາວຫວຽດນາມ. ພິເສດໃນ ປີ 2022 ທ່ານ ເຈືອງດົງເຫວ້ ອະດິດປະທານສະພາແຫ່ງຊາດ ສສ ຫວຽດນາມ ໄດ້ໃຫ້ທຶນເພື່ອສ້າງອາຄານບໍລິຫານເພີ່ມເຕີມໃຫ້ແກ່ໂຮງຮຽນ. ນອກນີ້, ພວກເຮົາໄດ້ປະກອບສ່ວນສະໜັບສະໜູນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງເຊກອງ, ຊ່ວຍເຫຼືອປະຊາຊົນບ້ານ ຕະລຸຍ ເມືອງກະລຶມ, ປະກອບສ່ວນງານບຸນຕ່າງໆຂອງແຂວງ ແລະ ຍັງໄດ້ຊຸກຍູ້ໃຫ້ສະມາຊິກຂອງພວກເຮົາ ປະກອບສ່ວນ ສະໜັບສະໜູນ ແລະ ຊ່ວຍເຫຼືອດ້ານຕ່າງໆຂອງບັນດາແຂວງ ແລະ ນະຄອນຕ່າງໆຂອງ ສສ ຫວຽດນາມ ໃນຊ່ວງທີ່ປະສົບໄພທາງທໍາມະຊາດ ທີ່ຜ່ານມາ; ສືບຕໍ່ສັງລວມເອກະສານ, ສຳມະໂນຄົວ ໃຫ້ກັບບຄອບຄົວທີ່ກຳລັງຊອກຫາບ່ອນຢູ່ອາໄສຖາວອນ; ໄດ້ຮັບຄວາມເອົາໃຈໃສ່ ແລະ ຄໍາແນະນໍາຈາກສະຖານກົງສູນໃຫຍ່ ໃນການສ້າງຂະບວນການ; ສ້າງກິດຈະກຳຕ່າງໆຂອງສະມາຄົມ ເພື່ອຮັກສາຄວາມສາມັກຄີພາຍໃນສະມາຊິກ; ສົ່ງເສີມການອະນຸລັກ ແລະ ພັດທະນາພາສາຫວຽດນາມ ແລະ ຮັກສາຮີດຄອງວັດທະນະທຳຢູ່ເລື້ອຍໆ. ຈາກນັ້ນ, ກໍໄດ້ຜ່ານທິດທາງແຜນການ ສະໄໝທີ V ຕື່ມອີກ.
![]() |
ກອງປະຊຸມໃຫຍ່ ຄັ້ງນີ້, ມີຜູ້ແທນເຂົ້າຮ່ວມ 45 ທ່ານ ທີ່ເປັນຕົວແທນໃຫ້ແກ່ສະມາຊິກສະມາຄົມ 430 ຄົນ ເພື່ອໃຊ້ສິດປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະມາຄົມຫວຽດນາມ ປະຈໍາແຂວງເຊກອງ ຊຸດໃໝ່, ຊຶ່ງມີຜົນດັ່ງນີ້, ເລືອກເອົາທ່ານ ເຈີ່ນ ດິ່ງ ຮ່າຍ ເປັນສະມາຊິກຄະນະບໍລິຫານງານ, ປະທານສະມາຄົມຫວຽດນາມ ປະຈໍາແຂວງເຊກອງ ອີກວາລະໜຶ່ງ, ທ່ານ ເຈີນ ງອກ ເຈົາ ແລະ ທ່ານ ນາງ ເຈີ່ນ ໂຕ່ ນີ່ ເປັນສະມາຊິກຄະນະບໍລິຫານງານ, ຮອງປະທານສະມາຄົມ, ທ່ານ ຫງຽນ ວັນ ທ້ວາຍ ເປັນຄະນະບໍລິຫານງານ, ການບັນຊີ ແລະ ທ່ານ ຫງຽນ ຮຶ່ວ ກຸ່ຍ ເປັນຄະນະບໍລິຫານງານ, ເລຂານຸການສະມາຄົມຫວຽດນາມ.
(ຂ່າວ:ພຸດທະສອນ)


ຄໍາເຫັນ