ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກສະຫະພັນນັກຮົບເກົ່າ ແຂວງຄໍາມ່ວນ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກສະຫະພັນນັກຮົບເກົ່າ ແຂວງຄໍາມ່ວນ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກສະຫະພັນນັກຮົບເກົ່າ ແຂວງຄໍາມ່ວນ
ວັນທີ 5 ສິງຫານີ້, ໜ່ວຍພັກຮາກຖານສະຫະພັນນັກຮົບເກົ່າ ແຂວງຄໍາມ່ວນໄດ້ດຳເນີນກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງຕົນຂຶ້ນ ໂດຍການເປັນປະທານຂອງສະຫາຍ ພັທ ນາງ ຄໍາຜາຍ ອາດສົມພູ ວ່າການເລຂາໜ່ວຍພັກ ຮອງປະທານສະຫະພັນນັກຮົບເກົ່າແຂວງຄໍາມ່ວນ.
ກອງປະຊມໃຫຍສະມາຊກພກ ຄງທ V ຂອງໜວຍພກສະຫະພນນກຮບເກາ ແຂວງຄາມວນ - image 1
 

ສະຫາຍ ພັນໂທ ນາງ ຄຳຜາຍ ອາດສົມພູ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງກ່ຽວກັບການເຄື່ອນໄຫວນຳພາ-ຊີ້ນຳ ຂອງໜ່ວຍພັກແຕ່ປີ 2021-2025 ແລະ ທິດທາງແຜນການ 2026-2030, ຜ່ານບົດສໍາຫຼວດການນຳພາລວມຂອງໜ່ວຍພັກ ຊຶ່ງໄດ້ຊີ້ໃຫ້ເຫັນເຖິງວຽກງານອັນພົ້ນເດັ່ນ ແລະ ຂໍ້ຄົງຄ້າງວຽກງານພັັກ ແລະ ວຽກງານວິຊາສະເພາະໃນໄລຍະທີ່ຜ່ານມາ ພ້ອມດ້ວຍຜ່ານທິດທາງ ແຜນການໃນຕໍ່ໜ້າເພື່ອຊຸກຍູ້ສົ່ງເສີມ ແລະ ຜັນຂະຫຍາຍວຽກງານສະຫະພັນນັກຮົບເກົ່າໃນຕໍ່ໜ້າໃຫ້ຖືກຕ້ອງສອດຄ່ອງຕາມທິດທາງແຜນການຂອງຂັ້ນເທິງວາງອອກ.

ກອງປະຊຸມ, ຍັງໄດ້ດຳເນີນການປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຮາກຖານຊຸດໃໝ່ ຊຶ່ງມີຜູ້ສະໝັກ 5 ສະຫາຍ ຍິງ 2 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງຮັບຮອງເອົາສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ເປັນເລຂາໜ່ວຍພັກຮາກຖານສະຫະພັນນັກຮົບເກົ່າແຂວງຊຸດໃໝ່, ສະຫາຍ ພັນເອກ ພົມມາ ເດດຂຸນຟອງ ເປັນຮອງເລຂາ ທັງເປັນຜູ້ຮັບຜິດຊອບວຽກງານກວດກາ ແລະ ສະຫາຍ ພັນໂທ ນາງ ຄຳຜາຍ ອາດສົມພູ ເປັນກຳມະການໜ່ວຍພັກ.

ໃນຕອນທ້າຍ, ຜູ້ແທນກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດເຍືອງທາງຈາກ ສະຫາຍ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ຊຶ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳຂອງຄະນະໜ່ວຍພັກຊຸດເກົ່າ ທີ່ໄດ້ເອົາໃຈໃສ່ເຮັດສຳເລັດໜ້າທີ່ວຽກງານຮອບດ້ານ, ພ້ອມກັນນັ້ນ ສະຫາຍ ຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ບັນຫາທີ່ຍັງຄົງຄ້າງ ແລະ ໃຫ້ທິດຊີ້ນຳຕໍ່ວຽກງານແຕ່ລະດ້ານ. ສະຫາຍຍັງໄດ້ຝາກຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ຂອງຄະນະພັກຮາກຖານຊຸດໃໝ່ ທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດກອງປະຊຸມໃຫຍ່ ຄັ້ງທີ V ໃຫ້ບັນລຸຕາມແຜນການທີ່ວາງໄວ້, ຮຽກຮ້ອງໃຫ້ບັນດາສະຫາຍສະມາຊິກພັກທັງໝົດ ຈົ່ງສືບຕໍ່ຍົກສູງແນວຄິດຕື່ນຕົວ, ສະຕິຊາດ, ຮັກສາທາດແທ້ມູນເຊື້ອວິລະຊົນອັນມີກຽດສະຫງ່າ, ຕັ້ງໜ້າປະກອບສ່ວນກັບອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ, ພ້ອມກັນຕ້ານ ແລະ ສະກັດກັ້ນບັນດາກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ດີ ຢູ່ຂັ້ນຮາກຖານຢ່າງແຂງແຮງ, ບົນຈິດໃຈນຳເອົາບັນດາເນື້ອໃນຂອງກອງປະຊຸມໃຫຍ່ໃນຄັ້ງນີ້, ຫັນມາເປັນແຜນງານ, ໂຄງການອັນລະອຽດແຕ່ລະໄລຍະ ແລະ ແຕ່ລະຂົງເຂດຄວາມຮັບຜິດຊອບ ໃຫ້ສອດຄ່ອງ ແທດເໝາະກັບສະພາບຕົວຈິງ ແລະ ກ້າວໜ້າຂະຫຍາຍຕົວຂຶ້ນ.

(ແຫຼ່ງຂ່າວ: ແຂວງຄໍາມ່ວນ)

ຄໍາເຫັນ

ຂ່າວການເມືອງ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້,ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ໃນວາລະການພິຈາລະນາຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ), ທ່ານປອອາດສະພັງທອງສີພັນດອນສະມາຊິກສະພາແຫ່ງຊາດ (ສສຊ)ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ(ນວ) ໄດ້ປະກອບຄຳເຫັນຢ່າງກົງໄປກົງມາແລະມີຈຸດສຸມຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມເພື່ອແນໃສ່ເຮັດໃຫ້ກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ, ຮັດກຸມແລະສອດຄ່ອງກັບສະພາບການຂະຫຍາຍຕົວຂອງປະເທດ, ໂດຍໄດ້ມີຄໍາເຫັນໃນ 4 ຈຸດສຳຄັນທີ່ຄວນປັບປຸງເຂົ້າໃນຮ່າງກົດໝາຍດັ່ງກ່າວຄື:ຈຸດທີ 1ການກຳນົດເຂດຫ້າມບິນ (ມາດຕາ 68) ສະເໜີໃຫ້ຄົ້ນຄວ້າປັບປຸງຊື່ຂອງມາດຕາໂດຍໃຫ້ມີການອະທິບາຍລາຍລະອຽດກ່ຽວກັບເຂດຫ້າມບິນເພີ່ມຕື່ມ. ພ້ອມກັນນັ້ນໃຫ້ຕິດພັນກັບຄຳນິຍາມໃນມາດຕາ 31 ຂໍ້ທີ 3 ຕື່ມອີກ.
ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1ນະຄອນຫຼວງວຽງຈັນ (ນວ)ໄດ້ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ສພຊ)ຊຸດທີ X ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສຳເລັດການເຄື່ອນໄຫວວຽກງານປະຈຳປີ 2026 ແລະວາງທິດທາງແຜນການປີີ 2027 ເພື່ອເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຊາບຢ່າງທົ່ວເຖິງໃນວັນທີ 15 ຕຸລານີ້,ທີ່ສະພາແຫ່ງຊາດ.
ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີX ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ. ທ່ານດາລີວັນພູສະຫວັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວໄດ້ມີຄຳເຫັນແລກປ່ຽນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ).
ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ກອງປະຊຸມສະໄໝສາມັນເທື່ອທີ2 ຂອງສະພາແຫ່ງຊາດຊຸດທີX ໃນວັນທີ 15 ຕຸລານີ້ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ທ່ານຄຳພັນຄຸນສົມບັດສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນເພື່ອໃຫ້ມີເນື້ອໃນຮັດກຸມຖືກຕ້ອງຕາມຫຼັກການ. ໂດຍສະເໜີໃຫ້ມີການປັບປຸງແກ້ໄຂໃນພາກທີVIວ່າດ້ວຍມາດຕາ 83, 84 ແລະ 85 ຊຶ່ງມີລາຍລະອຽດຄື: ການປັບປຸງມາດຕາ 83 (ຫ້ອງການສືບສວນ-ສອບສວນ)ສະເໜີໃຫ້ປ່ຽນຈາກຄຳວ່າ "ຫ້ອງການສືບສວນ-ສອບສວນ" ມາເປັນ "ອົງການສືບສວນ-ສອບສວນ" ເນື່ອງຈາກການກໍານົດວຽກງານດັ່ງກ່າວມີຄວາມສຳຄັນແລະຄວນກຳນົດໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ.
ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານນາງໄກຍະສອນສີດາສະມາຊິກສະພາແຫ່ງຊາດ(ສຊຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານເຫຼັກໄຫຼສີວິໄລລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ (ຍທຂ)ໄດ້ສະເໜີເຫດຜົນ, ຄວາມຈໍາເປັນຂອງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານນາງດາລານີພົມມະວົງສາສະມາຊິກສະພາແຫ່ງຊາດ(ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນແລະນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນ ແລະ ເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ