ກອງປະຊຸມພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ປະຈໍາປີ 2025

ກອງປະຊຸມພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ປະຈໍາປີ 2025

ກອງປະຊຸມພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ປະຈໍາປີ 2025
ກອງປະຊຸມພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 5 ກັນຍານີ້ ທີ່ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ໂດຍການເປັນປະທານຂອງທ່ານ ເຫີຈູຄຸນ ຫົວໜ້າກຸ່ມໜັງສືພິມລາຍວັນຢຸນນານ, ມີທ່ານ ນາງ ເຈີ່ງຢ້ຽນ (Zeng Yan) ຫົວໜ້າຄະນະໂຄສະນາອົບຮົມຄະນະພັກ ແຂວງຢຸນນານ, ທ່ານ ຊີຢຸນຜູ (Qu Yingpu) ຫົວໜ້າບັນນາທິການໃຫຍ່ສໍານັກໜັງສືພິມ China Daily ຊຶ່ງຄະນະຜູ້ແທນສື່ມວນຊົນຈາກ ສປປ ລາວ ໂດຍມີທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະຜູ້ແທນສື່ມວນຊົນຈາກ 80 ກວ່າປະເທດ ແລະ ເຂດແຄວ້ນໃນໂລກໃຕ້ເຂົ້າຮ່ວມ.

 

ກອງປະຊມພນທະມດສມວນຊນອາຊໃຕ-ອາຊຕາເວນອອກສຽງໃຕປະຈາປ 2025 - image 1
 

 

ກອງປະຊຸມຄັ້ງນີ້, ເປັນການເຜີຍແຜ່ໝາກຜົນການຮ່ວມມືຂອງພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນ ອອກສ່ຽງໃຕ້ປະຈໍາປີ 2025. ໃນນັ້ນ, ໄດ້ມີພິທີເປີດໂຄງການຮ່ວມມືພັນທະມິດສື່ມວນຊົນ. ສໍາລັບໂຄງການກ່ຽວກັບປະເທດລາວມີ: ງານວັດທະນະທໍາບຸນກຸດຈີນກ້າວເຂົ້າສູ່ລາວ ແລະ ໄທປີ 2025 ພາຍໃຕ້ຫົວຂໍ້: ດື່ມນໍ້າສາຍດຽວ ກົມກຽວດັ່ງຄອບຄົວດຽວກັນ; ໂຄງການຮ່ວມມືປະຈໍາປີລະຫວ່າງສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນ ອອກສ່ຽງໃຕ້ ແຂວງຢຸນນານ ກັບສື່ມວນຊົນຕ່າງໆຂອງລາວເຊັ່ນ: ໂຄງການ ລາຍການພາສາມື. ພ້ອມນັ້ນ, ຍັງມີງານພົບປະຕຽນສື ພາຍໃຕ້ຫົວຂໍ້: ການຮຽນຮູ້ຊຶ່ງກັນ ແລະ ກັນພັດທະນາຮ່ວມກັນ; ເວທີສົນທະນາໂຕະມົນໃນຫົວຂໍ້: ຂ້າມພູເຂົາ ແລະ ທະເລ, ຈັບມືກັນກ້າວເດີນໄປໜ້າ.

ໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ກ່າວວ່າ: ສື່ມວນຊົນເປັນຂົວຕໍ່ໃນການແລກປ່ຽນ ແລະ ການຮຽນຮູ້ຊຶ່ງກັນ ແລະ ກັນດ້ານອາລິຍະທໍາ ແລະ ເປັນຂົວຕໍ່ໃນການເພີ່ມທະວີຄວາມເຂົ້າໃຈກັນລະຫວ່າງປະຊາຊົນ. ພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ໄດ້ສ້າງເວທີທີ່ສຳຄັນໃຫ້ການແລກປ່ຽນດ້ານວັດທະນະທຳ, ການຮ່ວມມືດ້ານສື່ມວນຊົນລະຫວ່າງລາວ-ຈີນ, ເປັນກົນໄກທີ່ມີປະສິດທິຜົນໃນການຊຸກຍູ້ການຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນ, ການປະສານສົມທົບຊັບພະຍາກອນຮ່ວມກັນ ແລະ ການແລກປ່ຽນບຸກຄະລາກອນຂອງສື່ມວນຊົນໃນພາກພື້ນ. ສື່ມວນຊົນລາວໄດ້ຕັ້ງໜ້າຕອບສະໜອງຕໍ່ການສ້າງພັນທະມິດເຊັ່ນ: ໜັງສືພິມປະຊາຊົນ, ສຳນັກຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່ມວນຊົນອື່ນໆ ກໍແມ່ນສະມາຊິກຂອງພັນທະມິດດັ່ງກ່າວ. ສື່ມວນຊົນລາວ-ຢຸນນານ ໄດ້ສ້າງຮູບແບບການຮ່ວມມືທີ່ມີການປະດິດຄິດສ້າງຢ່າງຕໍ່ເນື່ອງ, ມີເນື້ອໃນຫຼາກຫຼາຍ ແລະ ມີໝາກຜົນນັບມື້ນັບພົ້ນເດັ່ນ.

ກອງປະຊມພນທະມດສມວນຊນອາຊໃຕ-ອາຊຕາເວນອອກສຽງໃຕປະຈາປ 2025 - image 2
 

ທ່ານ ຄໍາພັນ ເຜີຍຍະວົງ ກ່າວເນັ້ນຕື່ມວ່າ: ໃນອະນາຄົດ, ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວຈະຊຸກຍູ້ ແລະ ສະໜັບສະໜູນສື່ມວນຊົນລາວດໍາເນີນການແລກປ່ຽນ ແລະ ຮ່ວມມືກັບສື່ມວນຊົນປະ ເທດຕ່າງໆ ພາຍໃຕ້ຂອບຂອງພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ເປັນຕົ້ນຊຸກຍູ້ການແລກປ່ຽນບຸກຄະລາກອນ, ຝຶກອົບຮົມ, ສຳມະນາຮ່ວມກັນ ເພື່ອສ້າງໂອກາດດໍາເນີນການແລກປ່ຽນຄວາມຄິດຄວາມເຫັນ ແລະ ຍົກລະດັບຄວາມສາມາດໃຫ້ນັກສື່ມວນຊົນ ພ້ອມທັງຮ່ວມມືດ້ານເຕັກນິກ, ຮ່ວມກັນຊຸກຍູ້ເຕັກໂນໂລຊີທັນສະໄໝ, ປັນຍາປະດິດເພື່ອໃຫ້ເຕັກນິກດັ່ງກ່າວໄດ້ເກີດຜົນປະໂຫຍດຕໍ່ສະມາຊິກພັນທະມິດຫຼາຍກວ່າເກົ່າ, ເລັ່ງລັດຂະບວນການຫັນເປັນທັນສະໄໝຂອງສື່ມວນຊົນໃນພາກພື້ນ, ເພີ່ມທະວີການຊົມໃຊ້ຊັບພະຍາກອນຮ່ວມກັນ, ສ້າງເວທີສື່ມວນຊົນ, ແຫຼ່ງຂໍ້ມູນການເອົາຂ່າວ, ກົນໄກຊົມໃຊ້ຜະລິດຕະພັນສື່ຂ່າວຮ່ວມກັນໃຫ້ສົມບູນແບບ ເພື່ອຮ່ວມກັນເລົ່າເລື່ອງລາວການພັດທະນາຮ່ວມມືກັນຂອງບັນດາປະເທດໃນພາກພື້ນ, ສະແດງໃຫ້ເຫັນກາລະໂອກາດການຮ່ວມມືໃນພາກພື້ນເພື່ອປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ກອງປະຊມພນທະມດສມວນຊນອາຊໃຕ-ອາຊຕາເວນອອກສຽງໃຕປະຈາປ 2025 - image 3
 

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ໃນວັນທີ 7 ຕຸລາ ນີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ຮອງປະທານພັກ ປະຊາຊົນກໍາປູເຈຍ ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ.
ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ວັນທີ 1 ຕຸລາ 2026 ນີ້, ທີ່ ກອງພົນນ້ອຍຊ່າງແສງ 249 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ)ປະຈໍາປີ 2026, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຟ໋າມ ວັນຕີ ຮອງຫົວໜ້າກົມກອບກູ້ໄພພິບັດ ກອງທັບປະຊາຊົນຫວຽດນາມ ແລະ ຝ່າຍກຳປູເຈຍ ນຳໂດຍ ສະຫາຍ ພັນເອກ ຫຼົງກິມລຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ ກອງທັບຣາຊະອານາຈັກກຳປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສາມຝ່າຍ ເຂົ້າຮ່ວມ.
ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

​ ວັນທີ 30 ກັນຍາຜ່ານມາ, ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນສະຫະພັນແມ່ຍິງແຂວງຄໍາມ່ວນ (ສປປ ລາວ) ແລະ ຄະນະຜູ້ແທນສະຫະພັນແມ່ຍິງແຂວງກວາງຈິ (ສສ ຫວຽດນາມ) ເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງອົງການຈັດຕັ້ງແມ່ຍິງ. ຝ່າຍແຂວງຄໍາມ່ວນນໍາໂດຍ ທ່ານ ນາງ ໄພວັນ ພົນຫາລາດ ປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ດາລາມິນ ສີສະຫວ່າງ ຮອງປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານຂະແໜງການກ່ຽວຂ້ອງ, ສ່ວນຝ່າຍແຂວງກວາງຈິ ນໍາພາໂດຍ ທ່ານ ນາງ ເຈິ່ນ ຖິ ຖຸຍ ງາ ຮອງປະທານຜູ້ປະຈຳການສະຫະພັນແມ່ຍິງແຂວງກວາງຈິ ພ້ອມດ້ວຍຄະນະກໍາມະການ ແລະ ວິຊາການ.
ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ໃນວັນທີ 29 ກັນຍາຜ່ານມານີ້ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ແມ່ນ ທ່ານ ເນລ ພາຣຊັນ (H.E. Dr. Neil Parsan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ປະຈໍາອົງການສະຫະປະຊາຊາດ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ຈັດຂຶ້ນໃນວັນທີ 30 ກັນຍາຜ່ານມາ, ທີ່ຫ້ອງປະຊຸມໂຮງຮຽນລາວ-ຫວຽດແຂວງເຊກອງ ໂດຍມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ມີທ່ານ ເຈິ່ນ ດິງ ຮ່າຍ ປະທານສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ.
ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ)ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ(BEQUAL)ໄດ້ເລີ່ມດຳເນີນການຄົ້ນຄວ້າໃໝ່ ກ່ຽວກັບປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນໂດຍສະເພາະແມ່ນກຸ່ມນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນຫຼັກຢູ່ໃນຄອບຄົວ. ການຄົ້ນຄວ້າໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບແຜນງານບີຄວາ (BEQUAL).
ເພີ່ມເຕີມ