ໃນວັນທີ 20 ມັງກອນ ຜ່ານມາຢູ່ສຳນັກງານສູນກາງພັກ ນະຄອນຫຼວງຮ່າໂນ້ຍ, ສະຫາຍ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄດ້ເປັນປະທານກອງປະຊຸມພົບປະກັບບັນດາການນຳ, ອະດີດການນຳພັກ, ລັດ ແລະ ແນວໂຮມປະເທດຊາດ ຫວຽດນາມ.
ກ່າວຄຳເຫັນໃນກອງປະຊຸມ, ສະຫາຍ ໂຕເລິມ ໄດ້ຫວນຄືນບັນດາໝາກຜົນທີ່ພົ້ນເດັ່ນສຳຄັນໃນຂົງເຂດເກືອບທັງໝົດຂອງປະເທດໃນປີຜ່ານມາ ແລະ ເນັ້ນໜັກເຖິງຜົນສຳເລັດທີ່ບັນລຸໄດ້, ໃນນັ້ນມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງບັນດາອະດີດການນຳ, ນັກປະຕິວັດຜູ້ອາວຸໂສ ແລະ ປັນຍາຊົນທັງຢູ່ພາຍໃນປະເທດ ແລະ ຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ.
ຂ່າວລະບຸວ່າ: ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ສະຫາຍເລຂາທິການໃຫຍ່ ເນັ້ນໜັກວ່າ, ຕ້ອງຍູ້ແຮງການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນໃນບັນດາການເຄື່ອນໄຫວຂອງພັກ. ພັກຕ້ອງກວດກາ, ຕິດຕາມເພື່ອໃຫ້ວຽກງານປະຕິບັດເປັນຢ່າງດີກວ່າເກົ່າ, ການປະຕິບັດມະຕິໃຫ້ມີປະສິດທິຜົນກວ່າເກົ່າ, ກົງຈັກຂອງພັກ, ລັດມີການເຄື່ອນໄຫວຢ່າງມີປະສິດທິຜົນປະສິດທິພາບ. ຖືກຕ້ອງກັບແຜນນະໂຍບາຍ, ແນວທາງ, ຖືກຕ້ອງກັບໜ້າທີ່, ວຽກງານ, ຄົ້ນພົບປັດໄຈໃໝ່, ວິທີການເຮັດ, ປະດິດຄິດສ້າງຢ່າງທັນການ.
ຄໍາເຫັນ