ກອງປະຊຸມພົບປະທຸລະກິດ ລາວ-ຈີນ

ກອງປະຊຸມພົບປະທຸລະກິດ ລາວ-ຈີນ ທີ່ ນະຄອນຫາງໂຈ ແຂວງເຈີຈຽງ ສປ ຈີນ

ກອງປະຊຸມພົບປະທຸລະກິດ ລາວ-ຈີນ ທີ່ ນະຄອນຫາງໂຈ ແຂວງເຈີຈຽງ  ສປ ຈີນ
ກອງປະຊຸມພົບປະທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 9 ພະຈິກຜ່ານມາ ທີ່ ນະຄອນຫາງໂຈແຂວງເຈີຈຽງສປ ຈີນ ໂດຍມີຄະນະນໍາຈາກພາກລັດ

 

ແລະ ພາກທຸລະກິດ ຂອງ ສປປ ລາວ ແລະ ແຂວງເຈີຈຽງ ສປ ຈີນ ເຂົ້າຮ່ວມທັງໝົດ 150 ກວ່າທ່ານ, ໂດຍພະນະທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມກ່າວສູນທອນພົດ ໃນກອງປະຊຸມດັ່ງກ່າວ.

ກອງປະຊຸມພົບປະທຸລະກິດ ລາວ-ຈີນ ຄັ້ງນີ້ ຮ່ວມຈັດໂດຍ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ສະພາສົ່ງເສີມການຄ້າສາກົນ ແຂວງເຈີຈຽງ ພາຍໃຕ້ການປະສານສົມທົບກັບ ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງການຕ່າງປະເທດ ຂອງ ສປປ ລາວ. ກອງປະຊຸມດັ່ງກ່າວເປັນເວທີໜຶ່ງທີ່ມີຄວາມສຳຄັນໃນການເສີມຂະຫຍາຍສາຍພົວພັນການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ຂອງ ສອງປະເທດ ລາວ-ຈີນ, ໂດຍສະເພາະການສະໜອງແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບນະໂຍບາຍດຶງດູດການລົງທຶນ,ທ່າແຮງການລົງທຶນ,ສະພາບການພັດທະນາບັນດາພື້ນຖານໂຄງລ່າງ ທາງດ້ານເສດຖະກິດ ລວມທັງເຂດເສດຖະກິດພິເສດ ເພື່ອສ້າງເງື່ອນໄຂໃຫ້ມີການເພີ່ມທະວີການຄ້າ ແລະການລົງທຶນລະຫວ່າງ 2 ປະເທດ ລາວ-ຈີນ.

ກອງປະຊຸມໃນຄັ້ງນີ້ ທັງສອງຝ່າຍ ໄດ້ມີການແລກປ່ຽນຄຳເຫັນ ກ່ຽວກັບສະພາບພົ້ນເດັ່ນ ຂອງການພັດທະນາເສດຖະກິດ ແລະ ກາລະໂອກາດຂອງການລົງທຶນ ເພື່ອຮັດແໜ້ນການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ ແລະ ເພີ່ມທະວີຄວາມຮັບຮູ້ກ່ຽວກັບຄວາມສາມາດບົ່ມຊ້ອນດ້ານການລົງທຶນຂອງ ລາວ-ຈີນ ໃນທຸກຂົງເຂດ ແລະ ໄດ້ເປີດເວທີໃຫ້ມີການນໍາສະເໜີໃນຫົວຂໍ້ຕ່າງໆຂອງພາກທຸລະກິດ ຂອງສອງປະເທດ ເພື່ອຍົກໃຫ້ເຫັນກາລະໂອກາດ ແລະ ທ່າແຮງ ຂອງການລົງທຶນຢູ່ໃນ ສປປ ລາວ ໃນຂະແໜງການສຳຄັນຕ່າງໆ ເປັນຕົ້ນການພັດທະນາພະລັງງານທົດແທນ, ການປຸງແຕ່ງແຮ່ທາດ,ໂລຈິສຕິກ, ການຄ້າເອເລັກໂຕຣນິກ, ການທ່ອງທ່ຽວ,ການລົງທຶນທີ່ເປັນມິດຕໍ່ສິ່ງແວດລ້ອມ ລວມເຖິງການພັດທະນາຢູ່ໃນເຂດເສດຖະກິດພິເສດ ແລະ ອື່ນໆ. ພ້ອມກັນນັ້ນ, ໃນໂອກາດກອງປະຊຸມຄັ້ງນີ້ ໄດ້ມີພິທີລົງນາມເອກະສານຮ່ວມມືລະຫວ່າງພາກທຸລະກິດຈຳນວນ 3 ສະບັບ ເພື່ອເພີ່ມທະວີການຮ່ວມມືລະຫວ່າງນັກທຸລະກິດລາວ ແລະ ຈີນ.

ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງອຳນາດການປົກຄອງແຂວງເຈີຈຽງ ແລະ ທັດສະນະສຶກສາ ກ່ຽວກັບວຽກງານການຫຼຸດຜ່ອນຄວາມທຸກຍາກ, ການພັດທະນານິຄົມອຸດສາຫະກໍາ ຈຳນວນໜຶ່ງ.

ສປ ຈີນ ແມ່ນຄູ່ຄ້າອັນດັບໜຶ່ງ ແລະ ເປັນປະເທດຜູ້ລົງທຶນທີ່ມີມູນຄ່າສູງທີ່ສຸດໃນ ສປປ ລາວ. ວິສາຫະກິດ ແລະ ນັກລົງທຶນຈາກ ສປ ຈີນ ໄດ້ມາລົງທຶນ ຢູ່ ສປປ ລາວ ໃນທຸກຂະແໜງການ ໂດຍສະເພາະຂະແໜງພະລັງງານ, ບໍ່ແຮ່, ພື້ນຖານໂຄງລ່າງ, ການບໍລິການ ແລະ ກະສິກໍາ, ແລະ ອື່ນໆ ຊຶ່ງລວມມີຫຼາຍກວ່າ 900 ໂຄງການ ມີມູນຄ່າຫຼາຍກວ່າ 15 ຕື້ ໂດລາ.

(ຂ່າວ-ພາບ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ ນີ້ ທີ່ຫ້ອງວ່າການນະຄອນຫຼວງ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມັນຕີ.
ມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ

ມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ

ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນໃນວັນທີ 28 ມັງກອນ ນີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີຮອງລັດຖະມົນຕີ, ຄະນະພັກ-ຄະນະກົມໃຫຍ່, ຫ້ອງວ່າການ, ວິທະຍາຄານ, ກອງບັນຊາການ, ພ້ອມດ້ວຍກົມ-ກອງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ, ແຂກຮັບເຊີນ ແລະ ນາຍຕໍາຫຼວດຂັ້ນນໍາພາ-ບັນຊາ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ ເລຂາຄະນະພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ ລະຫວ່າງ ເລຂາຄະນະພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຜູ້ເກົ່າ-ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ສະໂມສອນໃຫຍ່ຄະນະກວດກາສູນກາງພັກ. ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ,​ ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ, ຄະນະປະຈຳພັກ, ກຳມະການພັກແຂວງຄຳມ່ວນ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ພາຍໃນຄະນະກວດກາເຂົ້າຮ່ວມ.
ສະຫຼຸບການຈັດຕັ້ງປະຕິບັດວຽກງານ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ

ສະຫຼຸບການຈັດຕັ້ງປະຕິບັດວຽກງານ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ທິດທາງແຜນການ ປະຈຳປີ 2026 ຂອງ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ ຂອງ ສປປ ລາວ (ຄຊດລ) ໄດ້ຈັດຂຶ້ນວັນທີ 27 ມັງກອນ ນີ້ ທີີ່ສໍານັກງານນາຍົກລັດຖະມົນຕີ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ປະທານ ຄຊດລ ມີບັນດາທ່ານຄະນະກຳມະການ ຄຊດລ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເລຂາທິການໃຫຍ່ ປະທານປະເທດລາວ ສືບຕໍ່ເຄື່ອນໄຫວຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດລາວ ສືບຕໍ່ເຄື່ອນໄຫວຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 27 ມັງກອນ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ໄປວາງພວງມາລາ ທີ່ ອະນຸສາວະລີນັກຮົບວິລະຊົນ ຫວຽດນາມ ແລະ ສຸສານ ປະທານ ໂຮ່ຈິມິນ ເພື່ອສະແດງຄວາມເຄົາລົບ ແລະ ຮູ້ບຸນຄຸນຕໍ່ບັນດານັກຮົບປະຕິວັດທີ່ເສຍສະຫຼະເລືອດເນື້ອໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ຄຸນງາມຄວາມດີຂອງ ປະທານ ໂຮ່ຈິມິນ, ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ.
ເລຂາທິການໃຫຍ່, ປະທານປະເທດລາວ ພົບປະກັບ ປະທານສະພາແຫ່ງຊາດ ຫວຽດນາມ

ເລຂາທິການໃຫຍ່, ປະທານປະເທດລາວ ພົບປະກັບ ປະທານສະພາແຫ່ງຊາດ ຫວຽດນາມ

ໃນໂອກາດເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນວັນທີ 26-27 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈີ່ນ ແທັງ ເມີ້ນ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍຂອງວັນທີ 26 ມັງກອນ 2026 ທີ່ ຫໍສະພາແຫ່ງຊາດ ສສຫວຽດນາມ.
ປະທານປະເທດ ລາວ ແລະ ຫວຽດນາມ ພົບປະສອງຝ່າຍ

ປະທານປະເທດ ລາວ ແລະ ຫວຽດນາມ ພົບປະສອງຝ່າຍ

ໃນວັນທີ 26 ມັງກອນ ນີ້ ທີ່ ທໍານຽບປະທານປະເທດຫວຽດນາມ,ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນວັນທີ 26-27 ມັງກອນ 2026 ຊຶ່ງການມາຢ້ຽມຢາມລັດຖະກິດ ສສຫວຽດນາມ ຄັ້ງນີ້ ແມ່ນເຫດການທາງດ້ານການເມືອງ ທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ຊຶ່ງມີຂຶ້ນທ່າມກາງບັນຍາກາດອັນສະຫງ່າລາສີ ພາຍຫຼັງທີ່ສອງພັກ ຫາກໍສໍາເລັດກອງປະຊຸມໃຫຍ່ຂອງຕົນຢ່າງສະຫງ່າງ່າມ.
ລາວ-ຫວຽດນາມ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງ ຕາມຄໍາເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 26-27 ມັງກອນ 2026 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ການຢ້ຽມຢາມຄັ້ງນີ້ ແມ່ນເປັນຄັ້ງທໍາອິດ ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນຕົ້ນເດືອນມັງກອນ 2026 ຜ່ານມາ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 26 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 26-27 ມັງກອນ 2026
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ (ສນຊ)ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ສນຊ ໂດຍການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ