ກອງປະຊຸມຜູ້ປະກອບການແມ່ຍິງອາຊຽນ

ກອງປະຊຸມຜູ້ປະກອບການແມ່ຍິງອາຊຽນປີ 2024 ຄາດວ່າຈະເປີດຂຶ້ນໃນຕົ້ນເດືອນຕຸລານີ້

ກອງປະຊຸມຜູ້ປະກອບການແມ່ຍິງອາຊຽນປີ 2024 ຄາດວ່າຈະເປີດຂຶ້ນໃນຕົ້ນເດືອນຕຸລານີ້
ເພື່ອຊຸກຍູ້ຜູ້ປະກອບການແມ່ຍິງໃນພາກພື້ນອາຊຽນ,ສະມາຄົມນັກທຸລະກິດແມ່ຍິງລາວຈະໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ປະກອບການແມ່ຍິງອາຊຽນ ແລະພິທີມອບລາງວັນພິເສດຜູ້ປະກອບການແມ່ຍິງອາຊຽນປີ 2024 ຄາດວ່າຈະຈັດຂຶ້ນໃນວັນທີ 4 ຕຸລາ 2024 ນີ້ ທີ່ນະຄອນຫຼວງວຽງຈັນ.

 

ສະມາຄົມນັກທຸລະກິດແມ່ຍິງລາວໄດ້ຈັດພິທີຖະແຫຼງຂ່າວຂຶ້ນໃນວັນທີ 2 ກັນຍາຜ່ານມາ ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍການເປັນປະທານຮ່ວມຂອງທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວປະທານກອງປະຊຸມຜູ້ປະກອບການແມ່ຍິງອາຊຽນ ແລະພິທີມອບລາງວັນພິເສດຜູ້ປະກອບການແມ່ຍິງອາຊຽນປີ 2024, ທ່ານນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ແສງພະນົມຈອນ ອິນທະສານຮອງຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດານັກທຸລະກິດ, ຜູ້ໃຫ້ການສະໜັບສະໜູນ ພ້ອມດ້ວຍສື່ມວນຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມ.

ທ່ານນາງ ຈັນທະຈອນ ວົງໄຊ ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອຊຸກຍູ້ຜູ້ປະກອບການແມ່ຍິງໃນພາກພື້ນອາຊຽນເວົ້າລວມໂດຍສະເພາະທຸລະກິດແມ່ຍິງລາວເນັ້ນເຖິງການປະກອບສ່ວນຮ່ວມກັນຂອງຜູ້ປະກອບການຍິງໃນການຂະຫຍາຍດ້ານເສດຖະກິດ ແລະພັດທະນາສັງຄົມ; ເພື່ອອໍານວຍຄວາມສະດວກໃນການສ້າງເຄືອຂ່າຍເຮັດທຸລະກິດ, ສົ່ງເສີມການຮ່ວມມືລະຫວ່າງຜູ້ປະກອບການແມ່ຍິງ, ນັກລົງທຶນ, ຜູ້ວາງແຜນນະໂຍບາຍ ແລະພາກສ່ວນກ່ຽວຂ້ອງອື່ນໆ; ເພື່ອສະເຫຼີມສະຫຼອງຄວາມມານະພະຍາຍາມຂອງຜູ້ປະກອບການແມ່ຍິງອາຊຽນໃນການຊຸກຍູ້ການເຕີບໂຕທາງດ້ານເສດຖະກິດທີ່ຍືນຍົງ ແລະ ສ້າງຄວາມເຂັ້ມແຂງຂອງປະເທດອາຊຽນ ແລະການເຊື່ອມໂຍງເສດຖະກິດໃນພາກພື້ນ; ເພື່ອຮັບຮູ້, ຢັ້ງຢືນເຖິງຜົນສໍາເລັດອັນຊົງກຽດແກ່ຜູ້ປະກອບການແມ່ຍິງດີເດັ່ນ ທັງເປັນແຮງບັນດາໃຈໃຫ້ແກ່ຄົນຮຸ່ນໃໝ່ດ້ວຍການມອບລາງວັນພິເສດຂອງນັກທຸລະກິດແມ່ຍິງອາຊຽນປີ 2024; ເພື່ອສັງລວມສິນຄ້າຂອງສະມາຊິກສະມາຄົມນັກທຸລະກິດແມ່ຍິງລາວ ແລະ ຜູ້ສະໜັບສະໜູນຫຼັກມາວາງສະແດງ ເພື່ອເພີ່ມສີສັນໃນຂັ້ນຕອນຕ່າງໆ, ຕອບສະໜອງໃຫ້ແກ່ການຂະຫຍາຍເຄືອຂ່າຍຂອງຜູ້ປະກອບການແມ່ຍິງ ແລະຜູ້ມີສ່ວນຮ່ວມໃນກອງປະຊຸມດັ່ງກ່າວຊຶ່ງເປັນປະໂຫຍດຢ່າງໃຫຍ່ຫຼວງໃຫ້ທັງຜູ້ສະໜັບສະໜູນ ແລະເຈົ້າພາບຈັດກອງປະຊຸມຄັ້ງນີ້ຢ່າງແທ້ຈິງ.

ການຈັດກອງປະຊຸມຄັ້ງນີ້,ຍັງເປັນສ່ວນໜຶ່ງທີ່ຢັ້ງຢືນຕໍ່ສາກົນວ່າພັກ ແລະ ລັດຖະບານລາວເຮົາເວົ້າລວມ,ເວົ້າສະເພາະສະມາຄົມນັກທຸລະກິດແມ່ຍິງລາວມີຄວາມພ້ອມ ແລະ ພູມໃຈກະກຽມເປັນເຈົ້າພາບໃນການຈັດກອງປະຊຸມລະດັບອາຊຽນ ແລະ ກອງປະຊຸມອື່ນໆທີ່ປິ່ນອ້ອມໃນປີ 2024 ນີ້.ກອງປະຊຸມຄາດວ່າຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 4 ຕຸລາ 2024ນີ້ ທີ່ໂຮງແຮມແລນມາກແມ່ຂອງລີເວີໄຊ ນະຄອນຫຼວງວຽງຈັນ ສປປ ລາວ. ງານດັ່ງກ່າວຈະມີຜູ້ເຂົ້າຮ່ວມຈາກພາກລັດຖະບານ, ສະຖານທູດ, ທູຕານຸທູດ, ນັກວິຊາການ, ອົງການຈັດຕັ້ງສາກົນ ແລະ ຈາກບັນດາປະເທດສະມາຊິກອາຊຽນ(ລວມທັງຕີມໍແລັດສະເຕ) ລວມທັງສື່ມວນຊົນຈາກສປປລາວ ຄາດວ່າຈະມີຜູ້ເຂົ້າຮ່ວມປະມານ 200 ຄົນ.

ທ່ານນາງ ຈັນທະຈອນ ວົງໄຊ ກ່າວອີກວ່າ: ຄາດວ່າຜົນຈະໄດ້ຮັບຈາກກອງປະຊຸມຄັ້ງນີ້ເປັນການຢືນຢັນຄືນໃໝ່ຕໍ່ຄໍາໝັ້ນສັນຍາຂອງອາຊຽນໃນການຊຸກຍູ້ສົ່ງເສີມການພັດທະນາຜູ້ປະກອບການແມ່ຍິງແລະ ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໃຫ້ເປັນວາລະຂອງພາກພື້ນເພື່ອຮັບຮູ້ບົດບາດສໍາຄັນ, ທ່າແຮງຕ່າງໆ ແລະ ຄວາມເຂັ້ມແຂງຂອງຜູ້ນໍາແມ່ຍິງ ແລະ ແມ່ຍິງທຸກຄົນໃນຂອບເຂດອາຊຽນໃນການຫາແນວທາງເພື່ອກ້າວໄປຂ້າງໜ້າໃນການຟື້ນຟູທາງດ້ານເສດກິດຂອງແມ່ຍິງ ແລະ ສ້າງອະນາຄົດຂອງຂົງເຂດອາຊຽນໃນຊຸມປີຫຼັງເກີດໂຣກພະຍາດລະບາດແລະໄພພິບັດຕ່າງໆ; ສ້າງສາຍພົວພັນຮ່ວມມື ແລະ ສົມທົບລະຫວ່າງລັດຖະບານ, ພາກເອກະຊົນ ແລະ ບັນດາຜູ້ສະໜັບສະໜູນທີ່ມີສ່ວນຮ່ວມທີ່ສໍາຄັນໃນການຊຸກຍູ້ກອງປະຊຸມລະດັບສາກົນໃນຄັ້ງນີ້ໃຫ້ກ້າວໄປສູ່ການມີຄໍາໝັ້ນສັນຍາຕໍ່ໄປເລື້ອຍໆ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ