![]() |
ໃນກອງປະຊຸມ ໄດ້ຮ່ວມກັນປຶກສາຫາລື ແລະ ເອກະພາບ ກ່ຽວກັບແຜນການເຝິກຊ້ອມ ກອບກູ້ໄພພິບັດ ເປັນຕົ້ນການປະສົມປະສານກຳລັງ ແລະ ການນຳໃຊ້ກຳລັງພົນ-ພາຫະນະ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ. ທັງນີ້, ເພື່ອແນໃສ່ເຮັດໃຫ້ບັ້ນເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້, ຮັບປະກັນໄດ້ຄວາມສະຫງົບ ແລະ ຄວາມປອດໄພ 100%, ທັງເປັນການເສີມສ້າງຄວາມສາມັກຄີແໜ້ນແຟ້ນ, ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມື ແລະ ຄວາມເຂົ້າໃຈກັນ ລະຫວ່າງ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ໃນການຮັບມືກັບໄພພິບັດທາງທຳມະຊາດ ຢ່າງມີຜົນສຳເລັດ. ຈາກນັ້ນ, ຄະນະທັງ 3 ຝ່າຍ ໄດ້ເຄື່ອນໄຫວກວດກາສະຖານທີ່ຕົວຈິງ ເປັນຕົ້ນແມ່ນ ສະຖານທີ່ຈັດພິທີ ເປີດ-ປິດ, ສະຖານທີ່ກູ້ໄພທາງນ້ຳ, ເຂດຕຶກຖະລົ່ມ, ເຂດເຄມີຮົ່ວໄຫຼ ແລະ ເຂດແພດສະໜາມ ຕື່ມອີກ.
![]() |
ໃນວັນດຽວກັນ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ໄດ້ໂອລົມ ແລະ ເນັ້ນໜັກໃຫ້ພະນັກງານ-ນັກຮົບ ກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມເຝິກຊ້ອມໃນຄັ້ງນີ້ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່, ເຄົາລົບ, ປະຕິບັດລະບຽບວິໄນ ຂອງກອງທັບຢ່າງເຂັ້ມງວດ, ຮັກສາຄວາມສາມັກຄີພາຍໃນ ແລະ ເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບ ກັບກອງທັບ ຫວຽດນາມ-ກຳປູເຈຍ, ຕັ້ງໜ້າຮຽນຮູ້, ແລກປ່ຽນບົດຮຽນດ້ານວິຊາການ ແລະ ທັກສະການກູ້ໄພຕົວຈິງ ເພື່ອໃຫ້ສາມາດນຳໃຊ້ເຂົ້າໃນການປະຕິບັດງານຢ່າງມີປະສິດທິພາບ ເພື່ອເຮັດໃຫ້ການເຂົ້າຮ່ວມເຝິກຊ້ອມໃນຄັ້ງນີ້ ບັນລຸຕາມຄາດໝາຍທີ່ວາງໄວ້. ຂ່າວ: ໄກ່ນ໋ອດ ເລັດນະຄອນ (ໂທລະພາບກອງທັບ)


ຄໍາເຫັນ