ກົມຮ່ວມມືສາກົນກະຊວງຍຸຕິທຳ ໄດ້ເປີດກອງປະຊຸມຮ່ວມມືສາກົນ ທົ່ວປະເທດ ຂອງກະຊວງຍຸຕິທຳ ຄັ້ງທີ VI ຂຶ້ນໃນວັນທີ 22 ພະຈິກ ນີ້ ທີ່ ເມືອງວັງວຽງແຂວງວຽງຈັນ; ໂດຍການເປັນປະທານຂອງ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທຳ; ມີຕາງໜ້າຈາກຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ບັນດາສາຂາ, ສະພາທະນາຍຄວາມແຫ່ງ ສປປ ລາວ, ພະແນກຍຸຕິທຳທົ່ວປະເທດ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງພາຍໃນ, ຕາງໜ້າອົງການຈັດຕັ້ງສາກົນ ທີ່ໃຫ້ທຶນການຊ່ວຍເຫຼືອ ຂະແໜງຍຸຕິທຳ ພ້ອມທັງຄະນະຮັບຜິດຊອບເຂົ້າຮ່ວມ.
ຈຸດປະສົງ ເພື່ອເປັນການສະຫຼຸບລາຍງານວຽກງານຮ່ວມກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃນປີ 2023 ແລະ ທິດທາງປີ 2024; ຮັບຟັງການລາຍງານຈາກບັນດາກົມ, ຫ້ອງການ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທໍາແຫ່ງຊາດ ແລະ ບັນດາພະແນກຍຸຕິທໍາແຂວງ ທີ່ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະທດ ແລະ ອົງການຈັດຕັ້ງສາກົນ; ຮັບຟັງການແນະນຳກ່ຽວກັບ ລະບຽບການ ແລະ ຂັ້ນຕອນ ການຮັບຮອງເອົາບົດບັນທຶກຄວາມເຂົ້າໃຈ (MoU) ຂອງ CSO ແລະ INGOs; ພາບລວມກ່ຽວກັບລະບົບ ODA-MIS; ລະບຽບການຄຸ້ມຄອງ (CSOs) ຂໍ້ຕົກລົງການຄຸ້ມຄອງການຊ່ວຍເຫຼືອຂອງຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຕໍ່ຂະແໜງຍຸຕິທຳ; ການຮ່ວມມືຂອງອົງການຈັດຕັ້ງສາກົນ ໃຫ້ແກ່ຂະແໜງຍຸຕິທຳ. ພ້ອມກັນນັ້ນ ຍັງຈະໄດ້ແລກປ່ຽນຄຳຄິດເຫັນ ລະຫວ່າງ ຂະແໜງການຍຸຕິທໍາ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ເພື່ອເປັນການສືບຕໍ່ຮ່ວມມືໃຫ້ການຊ່ວຍເຫຼືອຂອງຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເຂົ້າໃນແຜນພັດທະນາ ຂອງຂະແໜງການຍຸຕິທໍາ (2020-2025) ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດກິດຈະກໍາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ ແລະ ຍືນຍົງ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ.
ກອງປະຊຸມຄັ້ງນີ້ ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການ ລາວ/037, ມູນນິທິເອເຊຍ, ອົງການ AFD, ອົງການໄຈກາ, ແຜນງານເຊກາ ແລະ ອົງການແບັບຊີໂຄ.
ຂ່າວ-ພາບ: ຊາຍພິມພອນ ສີຣິວົງໄຊ
ຄໍາເຫັນ