ກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກກງານ ຂອງສານປະຊາຊົນ

ກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກກງານ ຂອງສານປະຊາຊົນ

ກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ຂອງສານປະຊາຊົນທົ່ວປະເທດ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ໄດ້ຈັດຂຶ້ນໃນວັນທີ 1 ມີນາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ມີບັນດາສະຫາຍຜູ້ຕາງໜ້າ ຈາກຄະນະຈັດຕັ້ງສູນກາງພັກ, ສະຫາຍຄະນະພັກ-ຄະນະນໍາ ສານປະຊາຊົນສູງສຸດ, ສານປະຊາຊົນພາກ, ສານປະຊາຊົນແຂວງ, ສານນະຄອນຫຼວງ ແລະ ສານເຂດ ເຂົ້າຮ່ວມ

   ສະຫາຍ ຂຸນສຸວັນ ສຸທຳມະວົງ ຄະນະປະຈຳພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ສຸດທີ່ມີຄວາມໝາຍ ແລະ ສໍາຄັນຢ່າງຍິ່ງ ເພາະວ່າຈະໄດ້ພ້ອມກັນທົບທວນຄືນກ່ຽວກັບການເຄື່ອນໄຫວວຽກງານໃນໄລຍະຜ່ານມາ. ຊອກໃຫ້ເຫັນຈຸດດີດ້ານຕັ້ງໜ້າກໍຄືຜົນສໍາເລັດທີ່ຈະຕ້ອງໄດ້ຮັກສາ ແລະ ເສີມຂະຫຍາຍໃຫ້ດີຂຶ້ນເລື່ອຍໆ ແລະ ຈຸດອ່ອນຂໍ້ຄົງຄ້າງ ຕໍ່ບັນຫາຕັ້ງຂຶ້ນທີ່ຈະຕ້ອງໄດ້ພ້ອມກັນສຸມໃສ່ແກ້ໄຂໃຫ້ໝົດໄປ ແລະ ທັນກັບສະພາບ. ບົນພື້ນຖານການຄົ້ນຄວ້າແນວທາງນະໂຍບາຍຂອງພັກ ກ່ຽວກັບວຽກງານຈັດຕັ້ງທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເພື່ອກ້າວໄປສູ່ການກໍານົດທິດທາງ. ວິທີການເຄື່ອນໄຫວ ຢ່າງເປັນປົກກະຕິ, ໃຫ້ມີປະສິດທິພາບ ແລະ ໄດ້ຮັບປະສິດທິຜົນສູງ, ທັງສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ແນໃສ່ປັບປຸງຍົກສູງຄຸນນະພາບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງສານໃຫ້ດີຂຶ້ນ, ສາມາດຮັບປະກັນໄດ້ຕໍ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ພ້ອມກັນນັ້ນ, ກໍເປັນພື້ນຖານໃຫ້ແກ່ການວາງທິດທາງຈຸດສຸມ ຂອງວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນລະບົບສານປະຊາຊົນ ທັງໃນສະເພາະໜ້າ ແລະ ຍາວນານ.

  ພ້ອມນັ້ນກອງປະຊຸມຍັງໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບວຽກງານຈັດຕັ້ງ-ກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ຂອງສານປະຊາຊົນ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ແລະ ຜູ້ແທນໄດ້ປະກອບຄຳເຫັນ ໃສ່ຫົວຂໍ້: ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ການກະກຽມເນື້ອໃນ ແລະ ບຸກຄະລາກອນ ເພື່ອດໍາເນີນກອງປະຊຸມໃຫຍ່ 3 ອົງການຈັດຕັ້ງມະຫາຊົນ, ສ້າງຄວາມເຂັ້ມແຂງໃນຂອດການປະສານງານກ່ຽວກັບຈຳນວນພົນ, ລະບົບຄິດໄລ່ເງິນເດືອນ ແລະ ເງິນນະໂຍບາຍຕ່າງໆຂອງພະນັກງານໃຫ້ກະຊວງພາຍໃນ, ການປັບປຸງ ແລະ ກໍ່ສ້າງພັກ ຕິດພັນກັບການປັບປຸງກົງຈັກການຈັດຕັ້ງຂອງສານ, ການປະເມີນແຜນກຳນົດ ພະນັກງານງານນຳພາ-ຄຸ້ມຄອງຂອງສານປະຊາຊົນ, ການສ້າງແຜນບຳລຸງ-ກໍ່ສ້າງພະນັກງານ, ຕາມແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສານປະຊາຊົນສູງສຸດຄຸ້ມຄອງ, ການປະຕິບັດກົນໄກ ປະສານງານກັບສາຍຕັ້ງ-ສາຍຂວາງ ໃນການຍົກຍ້າຍ, ສັບຊ້ອນ, ສັບປ່ຽນບ່ອນປະຈຳການ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງຕ່າງໆ ແລະ ຮັບຟັງການເຜີຍແຜ່ຄຳແນະນຳ ສະບັບເລກທີ 13/ຄຈສພ, ລົງວັນທີ 11 ມັງກອນ 2024 ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍ ການເລືອກເຟັ້ນ ແຕ່ງຕັ້ງ, ສັບປ່ຽນໜ້າທີ່ ຂອງພະນັກງານນຳພາ-ຄຸ້ມຄອງ ແລະ ເຜີຍແຜ່ຄຳແນະນຳ ສະບັບເລກທີ 14/ຄຈສພ, ລົງວັນທີ 11 ມັງກອນ 2024 ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍ ການຕີລາຄາຂອງພະນັກງານ. 

  ເພື່ອໃຫ້ກອງປະຊຸມເຕັມໄປດ້ວຍຄວາມໝາຍ ຄວາມສຳຄັນ ສະຫາຍ ນາງ ວຽງທອງ ສີພັນດອນ ໄດ້ມີຄຳເຫັນໂອ້ລົມ ເນັ້ນໃຫ້ທຸກພາກສ່ວນສຸມໃສ່ຂຸ້ນຂ້ຽວ, ສູ້ຊົນຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໄລຍະທ້າຍສະໄໝ ເວົ້າລວມ, ເວົ້າສະເພາະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງສະມາຊິກພັກ ອົງຄະນະພັກສານປະຊາຊົນສູງສຸດ ຊຶ່ງຜ່ານມາພວກເຮົາກໍໄດ້ ພ້ອມກັນຈັດຕັ້ງປະຕິບັດມີຜົນສໍາເລັດໃນຫຼາຍດ້ານ, ແຕ່ກໍຍັງມີຫຼາຍບັນຫາທີ່ປະຕິບັດບໍ່ທັນໄດ້ບັນລຸຕາມລະດັບຄາດໝາຍ. ສະນັ້ນ, ເພື່ອເປັນເສນາທິການໃຫ້ແກ່ອົງຄະນະພັກສານປະຊາຊົນສູງສຸດ, ໃນວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໃນປີ 2024 ໃຫ້ມີຜົນສໍາເລັດ ຮຽກຮ້ອງໃຫ້ ບັນດາສະຫາຍເອົາໃຈໃສ່ຕື່ມດັ່ງນີ້: 1. ວຽກງານກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ: ຄະນະໜ່ວຍພັກ ຕ້ອງສືບຕໍ່ເພີ່ມທະວີວຽກງານ ສຶກສາອົບຮົມນໍາພາການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ຮັບຮູ້ເຂົ້າໃຈ ສະພາບຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນຢູ່ປະເທດເຮົາ ໂດຍຕິດພັນກັບການ ຜັນຂະຫຍາຍ, ເຊື່ອມຊຶມ ມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V, ເພື່ອປຸກລະດົມ ຊຸກຍູ້ສະມາຊິກພັກ, ພະນັກງານຂອງຕົນ ເສີມຂະຫຍາຍຈິດໃຈເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ ຍູ້ແຮງການຜະລິດ, ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ. ສ້າງໃຫ້ສະມາຊິກພັກ, ພະນັກງານ, ຜູ້ພິພາກສາ ໃຫ້ມີຄວາມອຸ່ນອ່ຽນ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ພ້ອມກັນບຸກບືນ ແຂ່ງຂັນ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ຕີຖອຍແນວຄິດເອື່ອຍອີງ ຂາດຄວາມຮັບຜິດຊອບ ແລະ ອື່ນໆ.  

2. ວຽກງານກໍ່ສ້າງພັກທາງດ້ານການຈັດຕັ້ງ: ກົມຈັດຕັ້ງ-ພະນັກງານ ຕ້ອງສືບຕໍ່ເປັນເສນາທິການໃນການຕິດຕາມ, ຊຸກຍູ້ ບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ສານປະຊາຊົນສູງສຸດ ໃນການເຄື່ອນໄຫວນໍາພາ ຕາມສິດ ແລະ ໜ້າທີ່ ຊຶ່ງກໍານົດໃນກົດລະບຽບຂອງພັກ ສະໄໝທີ XI; ສຸມໃສ່ການສ້າງແຜນກະກຽມດໍາເນີນກອງປະຊຸມ 3 ອົງການຈັດຕັ້ງມະຫາຊົນ ແລະ ກອງປະຊຸມໃຫຍ່ຂອງໜ່ວຍພັກຕົນໃຫ້ສໍາເລັດໃນປີ 2024 ເພື່ອສ້າງເງື່ອນໄຂ ແລະ ຄວາມພ້ອມໃຫ້ແກ່ການກະກຽມກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ສານປະຊາຊົນສູງສຸດ.

3. ວຽກງານພະນັກງານ: ໃຫ້ຄະນະພັກ-ຄະນະນຳ ສານປະຊາຊົນແຕ່ລະຂັ້ນ ເອົາໃຈໃສ່ສືບຕໍ່ເຜີຍແຜ່, ເຊື່ອມຊຶມ ບັນດານິຕິກໍາ ກ່ຽວກັບວຽກງານພະນັກງານ ທີ່ສູນກາງພັກວາງອອກ ເປັນຕົ້ນແມ່ນມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 21/ກມສພ ວ່າດ້ວຍການຕີລາຄາພະນັກງານ, ມະຕິເລກທີ 04/ຄບສພ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຜັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານແລະ ມະຕິ ເລກທີ 13/ກມສພ ວ່າດ້ວຍການເລືອກເຟັ້ນ, ແຕ່ງຕັ້ງ, ສັບປ່ຽນໜ້າທີ່ຂອງພະນັກງານນຳພາ-ຄຸ້ມຄອງ ແລະ ຄຳແນະນຳ ເລກທີ 13/ຄຈສພ ວ່າດ້ວຍ ການເລືອກ ເຟັ້ນ, ແຕ່ງຕັ້ງ, ສັບປ່ຽນໜ້າທີ່ຂອງພະນັກງານນຳພາ-ຄຸ້ມຄອງ, ຄຳແນະນຳເລກທີ 14/ຄຈສພ ວ່າດ້ວຍການຕີລາຄາພະນັກງານ ເພື່ອໃຫ້ສະມາຊິກພັກ, ພະນັກງານຮັບຮູ້, ເຂົ້າ ໃຈ, ກໍາແໜ້ນ ແລະ ເປັນເອກະພາບ ໃນການຈັດຕັ້ງຜັນຂະຫຍາຍປະຕິບັດຕົວຈິງ; 

4. ວຽກງານປັບປຸງກົງຈັກການຈັດຕັ້ງ: ໃຫ້ກົມຈັດຕັ້ງ-ພະນັກງານ ເປັນເຈົ້າການປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນການຄົ້ນຄວ້າ ສ້າງ ແລະ ປັບປຸງນິຕິກຳກ່ຽວກັບວຽກງານການຄຸ້ມຄອງ, ແຕ່ງຕັ້ງ, ສັບປ່ຽນບ່ອນປະຈຳການ, ຍົກຍ້າຍ, ການປະຕິບັດນະໂຍບາຍ ແລະ ກຳນົດພາລະບົດບາດ, ຕຳແໜ່ງງານຂອງກົງຈັກການຈັດຕັ້ງສານປະຊາຊົນທົ່ວປະເທດ; 

ເປັນເຈົ້າການໃນການປັບປຸງກົງຈັກການຈັດຕັ້ງ ຂອງສານປະຊາຊົນແຕ່ລະຂັ້ນ ໃຫ້ເປັນລະບົບ, ສອດຄ່ອງກັບກົດໝາຍວ່າດ້ວຍສານປະຊາຊົນ ກໍຄືລະບົບຕຸລາການ, ໂດຍກໍານົດຕໍາແໜ່ງງານໃຫ້ຖືກຕ້ອງ ກັບການປະຕິບັດສິດ, ໜ້າທີ່ ແລະ ພາລະບົດບາດ ຂອງສານປະຊາຊົນແຕ່ລະຂັ້ນ; ເອົາໃຈໃສ່ການແຕ່ງຕັ້ງ, ສັບຊ້ອນ ບຸກຄະລາກອນ ຕ້ອງສະເລ່ຍໃສ່ບໍລິມາດຂອງວຽກ, ການກະຈາຍບຸກຄະລາກອນ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃຫ້ສົມສ່ວນກັນ, ຕ້ອງຫັນລົງສູ່ຮາກຖານໃຫ້ຫຼາຍ ເພື່ອເຮັດໃຫ້ການຈັດຕັ້ງຂອງສານປະຊາຊົນ ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ.  

(ຂ່າວ-ພາບ: ອານຸພົນ)

 

ຄໍາເຫັນ

ຂ່າວການເມືອງ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້,ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ໃນວາລະການພິຈາລະນາຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ), ທ່ານປອອາດສະພັງທອງສີພັນດອນສະມາຊິກສະພາແຫ່ງຊາດ (ສສຊ)ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ(ນວ) ໄດ້ປະກອບຄຳເຫັນຢ່າງກົງໄປກົງມາແລະມີຈຸດສຸມຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມເພື່ອແນໃສ່ເຮັດໃຫ້ກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ, ຮັດກຸມແລະສອດຄ່ອງກັບສະພາບການຂະຫຍາຍຕົວຂອງປະເທດ, ໂດຍໄດ້ມີຄໍາເຫັນໃນ 4 ຈຸດສຳຄັນທີ່ຄວນປັບປຸງເຂົ້າໃນຮ່າງກົດໝາຍດັ່ງກ່າວຄື:ຈຸດທີ 1ການກຳນົດເຂດຫ້າມບິນ (ມາດຕາ 68) ສະເໜີໃຫ້ຄົ້ນຄວ້າປັບປຸງຊື່ຂອງມາດຕາໂດຍໃຫ້ມີການອະທິບາຍລາຍລະອຽດກ່ຽວກັບເຂດຫ້າມບິນເພີ່ມຕື່ມ. ພ້ອມກັນນັ້ນໃຫ້ຕິດພັນກັບຄຳນິຍາມໃນມາດຕາ 31 ຂໍ້ທີ 3 ຕື່ມອີກ.
ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1ນະຄອນຫຼວງວຽງຈັນ (ນວ)ໄດ້ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ສພຊ)ຊຸດທີ X ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສຳເລັດການເຄື່ອນໄຫວວຽກງານປະຈຳປີ 2026 ແລະວາງທິດທາງແຜນການປີີ 2027 ເພື່ອເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຊາບຢ່າງທົ່ວເຖິງໃນວັນທີ 15 ຕຸລານີ້,ທີ່ສະພາແຫ່ງຊາດ.
ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີX ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ. ທ່ານດາລີວັນພູສະຫວັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວໄດ້ມີຄຳເຫັນແລກປ່ຽນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ).
ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ກອງປະຊຸມສະໄໝສາມັນເທື່ອທີ2 ຂອງສະພາແຫ່ງຊາດຊຸດທີX ໃນວັນທີ 15 ຕຸລານີ້ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ທ່ານຄຳພັນຄຸນສົມບັດສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນເພື່ອໃຫ້ມີເນື້ອໃນຮັດກຸມຖືກຕ້ອງຕາມຫຼັກການ. ໂດຍສະເໜີໃຫ້ມີການປັບປຸງແກ້ໄຂໃນພາກທີVIວ່າດ້ວຍມາດຕາ 83, 84 ແລະ 85 ຊຶ່ງມີລາຍລະອຽດຄື: ການປັບປຸງມາດຕາ 83 (ຫ້ອງການສືບສວນ-ສອບສວນ)ສະເໜີໃຫ້ປ່ຽນຈາກຄຳວ່າ "ຫ້ອງການສືບສວນ-ສອບສວນ" ມາເປັນ "ອົງການສືບສວນ-ສອບສວນ" ເນື່ອງຈາກການກໍານົດວຽກງານດັ່ງກ່າວມີຄວາມສຳຄັນແລະຄວນກຳນົດໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ.
ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານນາງໄກຍະສອນສີດາສະມາຊິກສະພາແຫ່ງຊາດ(ສຊຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານເຫຼັກໄຫຼສີວິໄລລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ (ຍທຂ)ໄດ້ສະເໜີເຫດຜົນ, ຄວາມຈໍາເປັນຂອງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານນາງດາລານີພົມມະວົງສາສະມາຊິກສະພາແຫ່ງຊາດ(ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນແລະນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນ ແລະ ເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ