ກອງປະຊຸມສະຫຼຸບວຽກງານປະຈຳປີ 2024

ກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ຂອງສະພາທິດສະດີສູນກາງພັກ

ກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ຂອງສະພາທິດສະດີສູນກາງພັກ
ຫ້ອງການສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ແລະ ແຜນການປີ 2025 ໃນວັນທີ 8 ມັງກອນນີ້ ທີ່ຫ້ອງປະຊຸມຂອງສະພາທິດສະດີສູນກາງພັກ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ

 

ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະທານສະພາທິດສະດີສູນກາງພັກ,ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາ ສະພາທິດສະດີສູນກາງພັກ (ສທພ),ສະຫາຍ ກອງແກ້ວ ໄຊສົງຄາມກຳມະການສູນກາງພັກປະທານສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ ຮອງປະທານ ສທພ, ສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດຮອງປະທານ ສທພ, ສະຫາຍ ຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ, ບັນດາສະຫາຍຄະນະປະຈໍາສະພາທິດສະດີສູນກາງພັກ, ບັນນດາສະຫາຍສະມາຊິກສະພາທິດສະດີສູນກາງພັກ

ໃນວາລະສະຫາຍ ຄຳພັນ ເຜີຍຍະວົງ ກ່າວວ່າ: ພວກເຮົາຈັດຕັ້ງດຳເນີນກອງປະຊຸມສະຫຼຸບປະຈຳປີ 2024 ເພື່ອຕີລາຄາລວມສະພາບການເຄື່ອນໄຫວວຽກງານຕ່າງໆໝົດປີ 2024 ແລະ ວາງທິດທາງແຜນການເຄື່ອນໄຫວ ປະຈຳປີ 2025 ຊຶ່ງເປັນໄລຍະທ້າຍສະໄໝ ຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດຖະບານ.

ໂດຍພາຍໃຕ້ການນຳພາໂດຍກົງຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ; ສະພາທິດສະດີສູນກາງພັກໄດ້ປະຕິບັດພາລະບົດບາດເປັນໃຈກາງໃນການຈັດຕັ້ງດຳເນີນວຽກງານຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ, ປະກອບສ່ວນອັນສຳຄັນໃຫ້ແກ່ວຽກງານແນວຄິດ, ທິດສະດີຂອງພັກເຮົາ, ປະກອບສ່ວນໃນການເສີມຂະຫຍາຍລັດທິມາກ-ເລນິນ ແລະ ແນວຄິດໄກສອນພົມວິຫານ. ບົນພື້ນຖານນັ້ນ, ເຫັນໄດ້ວ່າຕະຫຼອດໄລຍະຜ່ານມາ, ຜົນສຳເລັດໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງແລະພາລະບົດບາດຂອງສະພາທິດສະດີສູນກາງພັກ ໄດ້ມີຜົນງານຫຼາຍດ້ານທີ່ເປັນການປະກອບສ່ວນໃຫ້ແກ່ການປັບປຸງ ແລະບູລະນະແນວທາງຂອງພັກກໍຄືໃນການເສີມຂະຫຍາຍບົດບາດການນຳພາຂອງພັກໃນຂົງເຂດວຽກງານຄົ້ນຄວ້າທິດສະດີແລະພຶດຕິກຳ.

ຕະຫຼອດໄລຍະ 1 ປີ ຜ່ານມາ, ເຫັນໄດ້ວ່າ ມີຫຼາຍວຽກງານທີ່ໄດ້ສຳເລັດໝາກຜົນ ແລະ ກໍຍັງມີຫຼາຍວຽກທີ່ຕ້ອງໄດ້ສຸມໃສ່ສືບຕໍ່ຈັດຕັ້ງດຳເນີນໃຫ້ສຳເລັດຕາມຄາດໝາຍ ແລະແຜນການກຳນົດໄວ້ ແນໃສ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ການເມືອງ ຂອງສະພາທິດສະດີສູນກາງພັກ ໂດຍສະເພາະການເປັນເສນາທິການໃຫ້ແກ່ສູນກາງພັກ ໃນການດຳເນີນວຽກງານຄົ້ນຄວ້າທິດສະດີ-ພຶດຕິກຳ, ການສະໜອງຂໍ້ມູນ-ຂ່າວສານທາງດ້ານທິດສະດີ ເພື່ອປັບປຸງບູລະນະແນວທາງ ຂອງພັກ ພິເສດແມ່ນເພື່ອຕອບສະໜອງໃຫ້ແກ່ການກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໂດຍສະເພາະບັນດາຫົວຂໍ້ສະເພາະທີ່ສູນກາງພັກໄດ້ມອບໝາຍໃຫ້.

ກອງປະຊຸມ, ສຸດທີ່ມີຄວາມໝາຍສຳຄັນ ເພື່ອສະຫຼຸບບົດຮຽນທີ່ຖອດຖອນໄດ້ໃນການປະຊຸມສຳມະນາທິດສະດີ ສອງພັກ ລາວ-ຫວຽດນາມ ຄັ້ງທີ XI, ລາວ-ຈີນ ຄັ້ງທີ XII ແລະ ສະຫຼຸບຕີລາຄາຜົນສຳເລັດ, ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້ໃນປີ 2024ທີ່ຜ່ານມາ ແນໃສ່ຍົກໃຫ້ເຫັນເພື່ອວາງທິດທາງແຜນການ ປະຈຳປີ 2025ໃຫ້ສອດຄ່ອງກັບເງື່ອນໄຂໃໝ່. ກອງປະຊຸມດຳເນີນເປັນເວລາ 1 ຄາບເຊົ້າຊຶ່ງບັນດາສະຫາຍຄະນະປະຈຳ, ບັນດາສະຫາຍຮອງປະທານແລະສະມາຊິກສະພາທິດສະດີສູນກາງພັກໄດ້ຮ່ວມກັນປະກອບຄຳຄິດຄຳເຫັນຕໍ່ກັບບົດສະຫຼຸບດັ່ງກ່າວ ແລະຮັບຮອງເອົາທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2025ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ