ໃນນັ້ນ, ວຽກງານອົງການປົກຄອງແຂວງ ຈະໄດ້ຮັບຟັງບົດລາຍງານຫຍໍ້ຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025; ບົດລາຍງານ ຂອງພະແນກແຜນການ ແລະ ການລົງທືນ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025; ບົດລາຍງານຂອງພະແນກການເງິນ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025; ຮັບຟັງການລາຍງານບັນຫາທີ່ພົ້ນເດັ່ນ ຈາກຫົວໜ້າພະແນກ, ຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ ທີ່ກ່ຽວຂ້ອງຕາມການສະເໜີຂອງຄະນະປະຈຳສະພາປະຊາຊົນແຂວງ. ສ່ວນວຽກງານອົງການຕຸລາການ ຈະຮັບຟັງບົດລາຍງານ ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2025, ວຽກງານສະພາປະຊາຊົນແຂວງ ຈະຮັບຟັງບົດລາຍງານຂອງສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈຳ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍ ປີ 2025 ແລະ ຮັບຟັງການປະກອບຄໍາເຫັນ ຈາກຄະນະປະຈໍາສະພາປະຊາຊົນແຂວງ ຕໍ່ວຽກງານຂອງອົງການປົກຄອງແຂວງ, ອົງການຕຸລາການ ທີ່ໄດ້ລາຍງານ ຢູ່ໃນກອງປະຊຸມ.
ທ່ານ ສີວອນ ວົງຄຳຈັນ ໃຫ້ຮູ້ຕື່ມວ່າ: ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ, ຄະນະປະຈຳສະພາປະຊາຊົນແຂວງ ໄດ້ແຕ່ງຕັ້ງໃຫ້ມີໜ່ວຍງານສະເພາະ ເພື່ອຮັບຜິດຊອບວຽກງານ ໂທລະສັບສາຍດ່ວນ ເບີໂທ 071 156 ເພື່ອຮັບເອົາຄໍາສະເໜີ ແລະ ການສະແດງຄວາມເຫັນ ໂດຍກົງຈາກປະຊາຊົນ ທີ່ຈະນຳສົ່ງໄປຫ້ອງປະຊຸມ ແລ້ວລາຍງານຕໍ່ບັນດາທ່ານຜູ້ແທນກອງປະຊຸມ. ພ້ອມນີ້, ທ່ານໄດ້ຮຽກຮ້ອງໃຫ້ ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ແພດ-ໝໍ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ປັນຍາຊົນ, ຊາວຜູ້ອອກແຮງງານ, ປະຊາຊົນບັນດາເຜົ່າ, ຊາວຕ່າງປະເທດ ແລະ ພົນລະເມືອງ ທີ່ດຳລົງຊີວິດຢູ່ແຂວງຫຼວງພະບາງ ຈົ່ງຮ່ວມກັນຕິດຕາມຮັບຊົມ ແລະ ຮັບຟັງ ການດຳເນີນກອງປະຊຸມ ໃນຄັ້ງນີ້ ຜ່ານການນຳສະເໜີຂ່າວສານຂອງແຂວງ.
(ແຫຼ່ງຂ່າວ: ແຂວງຫຼວງພະບາງ)
ຄໍາເຫັນ