ກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ຍທຂ

ກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ຍທຂ ຄັ້ງທີ 18ສະໄໝທີ V

ກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ຍທຂ ຄັ້ງທີ 18ສະໄໝທີ V
ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ຍທຂ ຄັ້ງທີ 18ສະໄໝທີ V(ເປີດກວ້າງ) ຂຶ້ນໃນລະຫວ່າງວັນທີ 26-27 ທັນວານີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ສະຫາຍ ງາມປະສົງ

ເມືອງມະນີ ເລຂາຄະນະບໍລິຫານງານພັກລັດຖະມົນຕີ ກະຊວງ ຍທຂ, ສະຫາຍຮອງເລຂາ,ມີບັນດາຄະນະປະຈໍາພັກ, ກໍາມະການພັກກະຊວງ, ມີບັນດາຕາງໜ້າຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ,ຄະນະກວດກາສູນກາງພັກ ແລະ ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າກົມ-ຮອງກົມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ພະນັກງານຫຼັກແຫຼ່ງກະຊວງ ຍທຂ ເຂົ້າຮ່ວມ.
ສະຫາຍ ງາມປະສົງ ເມືອງມະນີ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ມີຄວາມໝາຍ-ຄວາມສໍາຄັນ,ຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລື, ສະຫຼຸບຕີລາຄາ, ປະກອບຄໍາເຫັນຕໍ່ກັບບັນດາບົດສະຫຼຸບ.ພ້ອມນັ້ນ, ໄດ້ຮັບຟັງດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກກະຊວງ ຍທຂຄື: ສະຫຼຸບຕີລາຄາການເຄື່ອນໄຫວນໍາພາຂອງຄະນະບໍລິຫານງານພັກກະຊວງ ຍທຂ ປີ 2024 ແລະກໍານົດແຜນການປີ 2025; ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນ ປີ 2024 ແລະ ກໍານົດແຜນການ ປີ 2025; ສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກກະຊວງ ຍທຂ ປີ 2024; ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກກະຊວງ ຍທຂ ປະຈໍາປີ 2024.
ສະຫາຍ ງາມປະສົງ ເມືອງມະນີ ກ່າວຕື່ມວ່າ: ກອງປະຊຸມໃນຄັ້ງນີ້, ມີເນື້ອໃນສຳຄັນຫຼາຍດ້ານ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍ ທີ່ເຂົ້າຮ່ວມກອງປະຊຸມຈົ່ງພ້ອມກັນຕັດສິນໃຈສູງ,ເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ, ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າແລະປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຖືກກັບສະພາບຕົວຈິງຂອງການເຄື່ອນໄຫວນຳພາຂອງຄະນະບໍລິຫານງານພັກກະຊວງຂອງພວກເຮົາ ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ທີ່ຕ້ອງໄດ້ຄົ້ນຄວ້າປັບປຸງແກ້ໄຂໃນຕໍ່ໜ້າແລະ ຈົ່ງເອົາໃຈໃສ່ໃນການວາງມາດຕະການຕໍ່ໜ້າຢ່າງເຂັ້ມງວດ.ຢາກເຮັດໄດ້ແນວນັ້ນ,ກ່ອນອື່ນໝົດພາຍໃນຄະນະບໍລິຫານງານພັກກະຊວງ ແລະ ຄະນະໜ່ວຍບັນດາຮາກຖານຕ້ອງເປັນເອກະພາບກັນສູງທາງດ້ານທັດສະນະແລະຄວາມຮັບຮູ້ ຕໍ່ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບການ ແລະ ກົດໝາຍຂອງລັດຢ່າງເຂັ້ມງວດ ພ້ອມກັນຕັ້ງໜ້າແກ້ໄຂສິ່ງຫຍໍ້ທໍ້ທັງໝົດທີ່ເກີດຂຶ້ນຢູ່ໃນກະຊວງ ຍທຂ ໃຫ້ໝົດໄປເທື່ອລະກ້າວ, ຕ້ອງຕັ້ງໜ້າປະຕິບັດ 4 ບຸກທະລຸ ທີ່ພັກເຮົາກໍານົດໃຫ້ມີຜົນສໍາເລັດ.ທັງໝົດເພື່ອແນໃສ່ເຮັດໃຫ້ກະຊວງ ຍທຂ ມີບາດກ້າວບຸກທະລຸໃໝ່ຮອບດ້ານແລະເຮັດໃຫ້ກອງປະຊຸມປະສົບຜົນສໍາເລັດຕາມຈຸດປະສົງຄາດໝາຍທີ່ໄດ້ກໍານົດໄວ້ຢ່າງຈົບງາມ,ຕາມຄຳຂວັນຂອງຂະແໜງ ຍທຂ ທີ່ວ່າ:“ພັດທະນາໂຍທາທິການ ແລະຂົນສົ່ງ ໃຫ້ເປັນປາຍແຫຼມ, ມີຈຸດສຸມ,ປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ”.
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການເມືອງ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກເມືອງເງິນຜູ້ເກົ່າ ແລະ ຜູ້ໃໜ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກເມືອງເງິນຜູ້ເກົ່າ ແລະ ຜູ້ໃໜ່

ວັນທີ 9 ເມສາຜ່ານມາ ຢູ່ທີ່ສະໂມສອນເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກເມືອງ ຜູ້ເກົ່າ ແລະ ຜູ້ໃໜ່, ໂດຍການເຂົ້າຮ່ວມຂອງສະຫາຍ ອາເມ ຊົງເຢ້ຽເລັ່ງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນໍາຄະນະພັກອົງການປົກຄອງເມືອງເງິນ.
ຜູ້ແທນອົງຄະນະພັກເມືອງຊຽງເງິນ ເລືອກເອົາສະຫາຍ ສົມແວວເພັດ ດວງປະສິດ ເປັນເລຂາພັກເມືອງ

ຜູ້ແທນອົງຄະນະພັກເມືອງຊຽງເງິນ ເລືອກເອົາສະຫາຍ ສົມແວວເພັດ ດວງປະສິດ ເປັນເລຂາພັກເມືອງ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊຽງເງິນ ແຂວງຫຼວງພະບາງ ຄັ້ງທີ VII ໄດ້ສຳເລັດໃນວັນທີ່ 8 ເມສາຜ່ານມາ, ຊຶ່ງບັນດາຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ແລະໄດ້ຮັບຮອງເອົາຢ່າງເປັນເອກະສັນ ບົດລາຍງານການເມືອງຂອງຄະນະບໍລິຫານງານພັກເມືອງ ຄັ້ງທີ VI ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VII,
ສະຫາຍ ຄໍາສິງ ອໍລະວັນ ຖຶກເລືອກເປັນເລຂາພັກເມືອງອີກ 1 ສະໄໝ

ສະຫາຍ ຄໍາສິງ ອໍລະວັນ ຖຶກເລືອກເປັນເລຂາພັກເມືອງອີກ 1 ສະໄໝ

ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງຜູ້ແທນອົງຄະນະພັກເມືອງຫິນບູນ ແຂວງຄໍາມ່ວນ ພາຍຫຼັງໄດ້ດໍາເນີນມາໃນ ລະຫວ່າງວັນທີ 8-9 ເມສາຜ່ານມາ ທີ່ສະໂມສອນເມືອງ ດັ່ງກ່າວ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໂດຍການເຂົ້າຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ.
ໄຂກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງວຽງຄຳ ຄັ້ງທີ V

ໄຂກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງວຽງຄຳ ຄັ້ງທີ V

ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງວຽງຄຳ ແຂວງວຽງຈັນ ຄັ້ງທີ V ໄດ້ໄຂຂຶ້ນໃນວັນທີ 27 ມີນານີ້ ທີເມືອງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ,
ຜູ້ແທນອົງຄະນະພັກເມືອງສາລະວັນ ເລືອກເອົາ ສະຫາຍ ຈັນສີລອນ ສີສົມບູນ ເປັນເລຂາຄະນະບໍລິຫານງານພັກເມືອງຊຸດໃໝ່.

ຜູ້ແທນອົງຄະນະພັກເມືອງສາລະວັນ ເລືອກເອົາ ສະຫາຍ ຈັນສີລອນ ສີສົມບູນ ເປັນເລຂາຄະນະບໍລິຫານງານພັກເມືອງຊຸດໃໝ່.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສາລະວັນ ແຂວງສາລະວັນ ຄັ້ງທີ X ອັດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 26 ມີນາຜ່ານມາ ທີ່ສະໂມສອນແຂວງ, ໂດຍມີຜູ້ແທນສົມບູນເຂົ້າຮ່ວມ 159 ສະຫາຍ ຍິງ 21 ສະຫາຍ
ເມືອງໄຊສະຖານ ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຄັ້ງທີ III

ເມືອງໄຊສະຖານ ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຄັ້ງທີ III

ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກ ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 26 ມີນານີ້ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ໂດຍການເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ
ເມືອງລະມາມ ດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ X

ເມືອງລະມາມ ດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງລະມາມ ແຂວງເຊກອງ ຄັ້ງທີ X ໄຂຂຶ້ນໃນວັນທີ 26 ມີນານີ້ ທີ່ສະໂມສອນເມືອງດັ່ງກ່າວ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດຂອງພັກ ເພື່ອນໍາພາແນວທາງປ່ຽນແປງໃໝ່ ຂອງພັກໃຫ້ແທດເຖິງຮາກຖານ ຕາມ 4 ເນື້ອໃນ
ເມືອງຫ້ວຍຊາຍ ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII

ເມືອງຫ້ວຍຊາຍ ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ ຄໍາຂວັນ “ກໍ່ສ້າງພັກ ໃຫ້ປອດໃສ ເຂັມແຂງ ໜັກແໜ້ນ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ,
ຜູ້ແທນອົງຄະນະພັກ ນະຄອນ-ຫຼວງພະບາງ ເລືອກເອົາ ສະຫາຍ ສຳນານ ສົນທະນີ ເປັນເລຂາຄະນະບໍລິຫານງານພັກຊຸດໃໝ່

ຜູ້ແທນອົງຄະນະພັກ ນະຄອນ-ຫຼວງພະບາງ ເລືອກເອົາ ສະຫາຍ ສຳນານ ສົນທະນີ ເປັນເລຂາຄະນະບໍລິຫານງານພັກຊຸດໃໝ່

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ຄັ້ງທີ VIII ໄດ້ອັດລົງໃນຕອນບ່າຍວັນທີ່ 25 ມີນານີ້ ພາຍຫຼັງດໍາເນີນມາເປັນເວລາ 2 ວັນ ຊຶ່ງໄດ້ເປັນເອກະສັນກັນຢ່າງສົມບູນ ຮັບຮອງເອົາແຕ່ລະບັນຫາ ຢ່າງມີປະຊາທິປະໄຕ
ສຳເລັດກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງຫີນເຫີບ ຄັ້ງທີ V

ສຳເລັດກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງຫີນເຫີບ ຄັ້ງທີ V

ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງຫີນເຫີບ ແຂວງວຽງຈັນ ຄັ້ງທີ V ໄດ້ອັດລົງໃນວັນທີ 25 ມີນານີ້ ດ້ວຍຜົນສໍາເລັດຢ່າງຈົບງາມ, ໂດຍການເຂົ້າຮ່ວມຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ
ເພີ່ມເຕີມ