ກອງປະຊຸມສໍາມະນາກ່ຽວກັບພິທີກໍາທາງພຸດທະສາສະໜາ

ກອງປະຊຸມສໍາມະນາກ່ຽວກັບພິທີກໍາທາງພຸດທະສາສະໜາ
ວັນທີ 28 ທັນວາ ນີ້ທີ່ ສນຊກົມສາສະໜາສູນກາງແນວລາວສ້າງຊາດຮ່ວມກັບອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບພິທີກໍາທາງພຸດທະສາສະໜາ ໂດຍການເປັນປະທານກອງປະຊຸມຂອງທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ແລະ ພະອາຈານໃຫຍ່ມະຫາເວດ ມະເສໄນ ຮອງປະທານ ສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ທີ່ ສນຊ.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການສະເໜີເອກະສານກ່ຽວຂ້ອງກັບພິທີສຳຄັນທາງພຸດທະສາສະໜາ ແລະ ຄວາມໝາຍຄວາມສໍາຄັນຂອງ ຜູ້ເປັນໝໍພອນ ແລະ ສີລາວັດ ຊຶ່ງມີ 4 ເອກະສານຄື: ບົດບາດສໍາຄັນຂອງອຸບາສົກ-ອຸບາສິກາ ຕໍ່ພິທີກໍາທາງພຸດທະສາສະໜາໃນປາງບຸນຕ່າງໆ ບົດບາດຄວາມສໍາຄັນຂອງສີລະວັດຕໍ່ພິທີກໍາທາງພຸດທະສາສະໜາໃນ ສປປ ລາວ; ບົດຄວາມສໍາຄັນຂອງພິທີກໍາທາງພຸດທະສາສະໜາ ໃນ ສປປ ລາວ ແລະ ບົດຮຽນການສົ່ງເສີມ ແລະ ປະກວດໝໍພອນ; ໃນນີ້, ຍັງໄດ້ປຶກສາຫາລືແລກປ່ຽນປະສົບການ, ບົດຮຽນການເຄື່ອນໄຫວຂອງ ໝໍພອນ ແລະ ສາສະນະພິທີ ຢູ່ໃນຂອບເຂດທົ່ວປະເທດ: ເພື່ອຄົ້ນຄ້ວາ ປຶກສາຫາລື ຊອກຫາວິທີການສົ່ງເສີມ ເສີມຂະຫຍາຍດ້ານທີ່ຕັ້ງໜ້າ ແລະ ພ້ອມທັງຊອກວິທີການແກ້ໄຂ ປັບປຸງ ບັນດາຂໍ້ຄົງຄ້າງ ແລະ ຫາງສຽງຕ່າງໆ ຂອງສັງຄົມ ແນໃສ່ປັບປຸງໃຫ້ມີຄວາມສອດຄ່ອງກັບຍຸກສະໄໝ ແລະ ສະພາບເງື່ອນໄຂປັດຈຸບັນ.
ທ່ານຈັນເພັງ ສຸດທິວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບກະກຽມດໍາເນີນກອງປະຊຸມຄັ້ງນີ້ຊຶ່ງເປັນຂີດໝາຍສໍາຄັນທາງພຸດທະສາສະໜາໃນປັດຈຸ
ບັນ ທີ່ຕິດພັນກັບການດໍາລົງຊີວິດຂອງຄົນລາວ ແລະ ຄວາມເຊື່ອຮີດຄອງປະເພນີຂອງບັນດາເຜົ່າໂດຍສະເພາະແມ່ນຮີດ 12, ຄອງ 14 ຂອງພຸດທະສາສະນິດກະຊົນລາວ ທີ່ຕິດພັນກັບພຸດທະສາສະໜາ, ການເຊື່ອຖືຮີດຄອງເກົ່າແກ່ ແລະ ພິທີກໍາມາແຕ່ບູຮານຂອງປະຊາຊົນລາວບັນດາເຜົ່າ. ການບາສີສູ່ຂວັນ ເປັນພິທີກໍາອັນໜຶ່ງຂອງຊົນເຜົ່າລາວ, ທີ່ສືບທອດກັນມາແຕ່ບູຮານນະການ ແລະ ເປັນພິທີກໍາທີ່ມີຄວາມໝາຍສໍາຄັນຢ່າງຍິ່ງຕໍ່ວິຖີຊີວິດຂອງປະຊາຊົນລາວໃນເມື່ອກ່ອນ ແລະ ໃນປັດຈຸບັນພິທີສູ່ຂວັນຈັດຂຶ້ນຢ່າງກວ້າງຂວາງ ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນຕື່ມວ່າ: ການຈັດຕັ້ງງານບຸນທາງພຸດທະສາສະໜາໃນຕໍ່ໜ້າສົມຄວນຈະແຍກອອກເປັນແຕ່ລະລະດັບຕາມຄວາມເໝາະສົມເປັນຕົ້ນ: ລະດັບທາງການ, ລະດັບຊາດ ແລະ ລະດັບສາມັນທົ່ວໄປ, ລະດັບທ້ອງຖິ່ນ;  ພິທີທາງພຸດທະສາສະໜາ ຄວນມີຂະບວນທີ່ລຽບງ່າຍ, ບໍ່ຟຸ່ມເຟືອຍ, ບໍ່ຫຍຸ້ງຍາກ; ໃນຕໍ່ໜ້າຄວນຈະມີການແຕ່ງຕັ້ງຄະນະຮັບຜິດຊອບ, ສ້າງລະບຽບການ ຂໍ້ກໍານົດຫຼືຄູ່ມືກ່ຽວກັບສາສະໜາພິທີຂອງງານຕ່າງໆ; ສ້າງເງື່ອນໄຂ ໃນການກະກຽມຈັດຕັ້ງເປັນສະມາຄົມໝໍພອນ ຫຼື ໃຫ້ມີການຈັດຕັ້ງໃດໜຶ່ງຄຸ້ມຄອງໝໍພອນໃນຕໍ່ໜ້າ. 
ຂ່າວ-ພາບ: ສຸວັນລີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງບັນຊາການທະຫານແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ

ກອງບັນຊາການທະຫານແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ

ກອງບັນຊາການທະຫານແຂວງສາລະວັນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ວິໄລ ພິມມະວົງ ກໍາມະການຄະນະປະຈໍາພັກ, ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນເອກ ວິໄລວົງ ສີຫາຈັກ ກໍາມະການຄະນະພັກ, ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກອງພັນ, ກອງຮ້ອຍ, ພະນັກງານບໍານານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢູ່ກອງບັນຊາການທະຫານເມືອງໜອງບົກ ແລະ ກອງຮ້ອຍທະຫານຊາຍແດນ 315

ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢູ່ກອງບັນຊາການທະຫານເມືອງໜອງບົກ ແລະ ກອງຮ້ອຍທະຫານຊາຍແດນ 315

ວັນທີ 29 ກັນຍາຜ່ານມາ, ສະຫາຍ ພົນຈັດຕະວາ ສີສົມພູ ແກ້ວບຸນລ້ອມ ກຳມະການປະຈຳພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມຄະນະ ໄດ້ເຄື່ອນໄຫວເຜີຍແຜ່, ເຊື່ອມຊຶມມະ ຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ແລະ ເອກະສານສຳຄັນຕ່າງໆ ຢູ່ກອງບັນຊາການທະຫານເມືອງໜອງບົກ ແລະ ກອງຮ້ອຍທະຫານຊາຍແດນ 315, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສ້າງຂະບວນການອອກແຮງງານລວມ ຕອນຮັບວັນສຳຄັນຂອງຊາດ-ຂອງພັກ

ສ້າງຂະບວນການອອກແຮງງານລວມ ຕອນຮັບວັນສຳຄັນຂອງຊາດ-ຂອງພັກ

ຄະນະບໍລິຫານງານຊາວໜຸ່ມສຳນັກງານ, ອົງການ, ກົມກອງເມືອງໝື່ນ ແຂວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານລວມ, ອະນາໄມ, ຕັດຫຍ້າ, ເກັບຂີ້ເຫຍື້ອ ຢູ່ເດີ່ນທາງໜ້າຫ້ອງວ່າການປົກຄອງເມືອງ ໃນວັນທີ 1 ຕຸລານີ້, ນໍາພາໂດຍທ່ານ ນາງ ວົງເພັດ ເພັດລາສີ ຮັກສາການ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີເລຂາຊາວໜຸ່ມໜ່ວຍອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມໜ່ວຍອ້ອມຂ້າງສໍານັກງານເຂົ້າຮ່ວມ.
ແກ່ນທ້າວ ສະຫຼອງວັນຄົນພິການແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ແກ່ນທ້າວ ສະຫຼອງວັນຄົນພິການແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ວັນທີ 1 ຕຸລານີ້, ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະ ຫຼອງວັນຄົນພິການແຫ່ງຊາດ ຄົບຮອບ 34 ປີ (3 ທັນວາ 1992-3 ທັນວາ 2026) ແລະ ວັນຜູ້ອາຍຸສູງສາກົນ ຄົບຮອບ 27 ປີ (1 ຕຸລາ 1999-1 ຕຸລາ 2026) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳປຸ່ນ ນວນສະບັບ ກຳມະ ການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພະນັກງານອາວຸໂສບຳນານ, ແຂກຖຶກເຊີນ ແລະ ຜູ້ອາຍຸສູງເຂົ້າຮ່ວມ.
ຕິດຕາມແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານເເຫ່ງລັດຂອງເເຂວງ ກ່ຽວກັບໂຄງການລົງທຶນຂອງລັດ

ຕິດຕາມແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານເເຫ່ງລັດຂອງເເຂວງ ກ່ຽວກັບໂຄງການລົງທຶນຂອງລັດ

ກອງປະຊຸມຕິດຕາມກວດກາ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານເເຫ່ງລັດຂອງເເຂວງຫຼວງນໍ້າທາ ກ່ຽວກັບໂຄງການລົງທຶນຂອງລັດ ໄດ້ເປີດຂຶ້ນໃນວັນທີ 30 ກັນ ຍາຜ່ານມານີ້, ທີ່ສະໂມສອນຂອງເມືອງ ນາເເລ ແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານ ກົງເພັດ ແກ້ວບົວພາ ກໍາມະການພັກແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ, ຮອງປະທານສະພາປະຊາຊົນແຂວງ, ທ່ານ ທໍາມະວົງ ບຸນຖາວອນ ກໍາມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງນາແລ, ປະທານ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບເມືອງ ມີຮອງເລຂາພັກເມືອງ, ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ເຂົ້າຮ່ວມ.
ໜ່ວຍພັກຮາກຖານຫ້ອງການເມືອງ ປກສ ແຂວງຄຳມ່ວນ ເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງ

ໜ່ວຍພັກຮາກຖານຫ້ອງການເມືອງ ປກສ ແຂວງຄຳມ່ວນ ເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງ

ໜ່ວຍພັກຮາກຖານຫ້ອງການເມືອງ ປກສ ແຂວງຄຳມ່ວນ ເຜີຍແຜ່ເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງ ກວດກາກົມກອງແຂງ-ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ໃນວັນທີ 28 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັທ ສຸກທະວີ ອິນທະລັງສີ ເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງການເມືອງ, ມີສະຫາຍ ພັທ ລຸນນ້ອຍ ຄຳພັນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງ ຄະນະຮັບຜິດຊອບກວດກາກົມກອງແຂງ-ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຈຳ​ປາ​ສັກຫາ​ລືວາ​ລະ​ແຫ່ງ​ຊາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ຈຳ​ປາ​ສັກຫາ​ລືວາ​ລະ​ແຫ່ງ​ຊາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ແຂວງຈໍາປາສັກໄດ້ຈັດກອງປະຊຸມວິຊາການ ກຳນົດຫົວຂໍ້ສຳຄັນດ້ານການຈັດຕັ້ງປະຕິບັດແຜນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມ​ວາ​ລະ​ແຫ່ງ​ຊາດວ່າ​ດ້ວຍ​ການ​ພັດ​ທະ​ນາ​ຊົນ​ນະ​ບົດແລະແກ້​ໄຂ​ຄວາມ​ທຸກ​ຍາກໃນ​ວັນ​ທີ 30 ກັນ​ຍາ​ຜ່ານ​ມາທີ່ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ ທ່ານ ພິມພອນ ພັນດານຸວົງ ຮອງປະທານຄະນະກຳມະການປົກຄອງແຂວງ,ມີປະທານຄະນະກຳມະການປົກຄອງນະຄອນປາກເຊ,ປະທານ,ຮອງປະທານຄະນະກຳມະການປົກຄອງເມືອງ,ຫົວໜ້າ ແລະ ຮອງພະແນການອ້ອມຂ້າງແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໂຄງການ GMS4 ເມືອງທ່າແຂກ ຄືບໜ້າ 95.9% ພ້ອມເລັ່ງກໍ່ສ້າງໃຫ້ສໍາເລັດຕາມແຜນ

ໂຄງການ GMS4 ເມືອງທ່າແຂກ ຄືບໜ້າ 95.9% ພ້ອມເລັ່ງກໍ່ສ້າງໃຫ້ສໍາເລັດຕາມແຜນ

ໂຄງການພັດທະນາຕົວເມືອງຕາມແລວເສດຖະກິດ (GMS4) ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ມີຄວາມຄືບໜ້າ 95.9%. ໃນຂະ​ນະ​ທີ່ຄະນະທົບທວນຈາກກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທະນາຄານພັດທະນາອາຊີ ລົງຕິດຕາມວຽກງານພາກສະໜາມ ພ້ອມຊີ້ນຳໃຫ້ເລັ່ງກໍ່ສ້າງ ໃຫ້ສຳເລັດຕາມແຜນ ແລະ ຮັບປະກັນຄຸນນະພາບ.
ຈຳປາສັກ ຄັດເລືອກ 2 ຜະລິດຕະພັນ ສະ​ເໜີຕິດກາໝາຍ ODOP

ຈຳປາສັກ ຄັດເລືອກ 2 ຜະລິດຕະພັນ ສະ​ເໜີຕິດກາໝາຍ ODOP

ພະແນກອຸດສາຫະກຳ ແລະ ການຄ້າ (ອ​ຄ) ແຂວງຈຳປາສັກ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລື ກ່ຽວກັບການຄັດເລືອກຜະລິດຕະພັນສິນຄ້າ ເພື່ອຂໍຕິດກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ (ODOP).
ເມືອງ​ໝື່ນສຳເລັດຝຶກອົບຮົມໄອຊີທີ-ລະບົບອອນ​ລາຍໃຫ້​ພະ​ນັກ​ງານ

ເມືອງ​ໝື່ນສຳເລັດຝຶກອົບຮົມໄອຊີທີ-ລະບົບອອນ​ລາຍໃຫ້​ພະ​ນັກ​ງານ

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດຝຶກອົບຮົມໄອຊີທີ ແລະ ລະບົບລາຍງານແບບອອນລາຍ ໃຫ້ການນຳ ແລະ ພະນັກງານຫ້ອງການອ້ອມຂ້າງເມືອງໃນ​ວັນ​ທີ 30 ກັນ​ຍາ​ຜ່ານ​ມາ, ໂດຍມີທ່ານ ຄໍາຜູ ແກ້ວດວງສີ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ແລະ ພະນັກງານວິຊາການບັນດາຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ເພີ່ມເຕີມ