35 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ (22 ທັນວາ 1989 – 22 ທັນວາ 2024).ດ້ວຍຫົວຂໍ້ “ກອງທັບປະຊາຊົນ ຫວຽດນາມ - ມູນເຊື້ອອັນສະຫງ່າອົງອາດ, ພາລະກິດສະງ່າງາມ, ກຳລັງຫຼັກແຫຼ່ງສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດຢ່າງໝັ້ນຄົງເຂັ້ມແຂງ”.
ກ່າວຄຳເຫັນຊີ້ນຳໃນກອງປະຊຸມສຳມະນາ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ຢືນຢັນແນວທາງ, ແຜນນະໂຍບາຍທີ່ຖືກຕ້ອງ, ປະດິດຄິດສ້າງຂອງພັກ ກ່ຽວກັບການສ້າງກອງທັບປະຊາຊົນ ຫວຽດນາມ, ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ປົກປັກຮັກສາປະເທດສັງຄົມນິຍົມ ຫວຽດນາມ ໄວ້ຢ່າງໝັ້ນຄົງແລະ ຕໍ່ເນື່ອງ.
ໃນວັນດຽວກັນ, ຢູ່ສຸສານປະທານ ໂຮ່ຈິມິນທີ່ນະຄອນຫຼວງຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມໄດ້ເປັນປະທານພິທີລາຍງານຜົນງານ ແລະ ຈູດທູບທຽນຕໍ່ປະທານ ໂຮ່ຈິມິນ ຂອງຄະນະຜູ້ແທນຄະນະພັກການທະຫານສູນກາງ.
ຄໍາເຫັນ