![]() |
ໃນກອງປະຊຸມ, ໄດ້ພິຈາລະນາ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງປະທານຄະນະກຳມະການປົກຄອງເມືອງ 7 ເມືອງ ໃນທົ່ວແຂວງ ປະກອບມີບັນດາທ່ານດັ່ງນີ້: ທ່ານ ຄຳພັນ ສຸຍະລັດ ຮັກສາການປະທານຄະນະກຳມະການປົກຄອງເມືອງຜົ້ງສາລີ ເປັນປະທານຄະນະກຳມະການປົກຄອງເມືອງຜົ້ງສາລີ, ທ່ານ ຄຳໄລ ສຸທິພອນ ຮັກສາການປະທານຄະນະກຳມະການປົກຄອງເມືອງຂວາ ເປັນຄະນະກຳມະການປົກຄອງເມືອງຂວາ, ທ່ານ ທອງຄູນ ໄຊຍະຄອນ ຮັກສາການປະທານຄະນະກຳມະການປົກຄອງເມືອງ ໃໝ່ ເປັນປະທານຄະນະກຳມະການປົກຄອງເມືອງໃໝ່, ທ່ານ ນຸດ ໄຊຍະວົງ ຮັກສາການປະທານຄະນະກຳມະການປົກຄອງເມືອງສຳພັນ ເປັນປະທານຄະນະກຳມະການປົກຄອງເມືອງສຳພັນ, ທ່ານ ວິສັນ ວົງນະຄອນ ຮັກສາການປະທານຄະນະກຳມະການປົກຄອງເມືອງບຸນເໜືອ ເປັນປະທານຄະນະກຳມະການປົກຄອງເມືອງບຸນເໜືອ, ທ່ານ ທອງສີ ອິນທະຈັກ ຮັກສາການປະທານຄະນະກຳມະການປົກຄອງເມືອງຍອດອູ ເປັນປະທານຄະນະກຳມະການປົກຄອງເມືອງຍອດອູ ແລະ ສະເໜີແຕ່ງຕັ້ງ ທ່ານ ຄຳຫຼ້າ ດວງມະໄລ ຮັກສາການປະທານຄະນະກຳມະການປົກຄອງເມືອງບຸນໃຕ້ ເປັນປະທານຄະນະກຳມະການປົກຄອງເມືອງບຸນໃຕ້. ຮັບຮອງເອົາຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ. ໃນນີ້, ໄດ້ຮັບ ຮອງເອົາການສະເໜີແຕ່ງຕັ້ງ ທ່ານ ກອງແກ້ວ ຂັນທະພົມ ຫົວໜ້າໂຄງການພັດທະນາເທດສະບານແຂວງ ເປັນຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງຂອງແຂວງຜົ້ງສາລີ, ຜ່ານໜັງສືສະເໜີຂອງ ທ່ານເຈົ້າແຂວງ ກ່ຽວກັບການສະເໜີ ແລະ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ. ສຳລັບວຽກກົງຈັກຂະແໜງການ, ໜ່ວຍງານຂອງແຕ່ລະພະແນກ, ແຕ່ລະຫ້ອງການທີ່ຖືກໂຮມ, ຍຸບ, ໂອນ ຈະຂຶ້ນກັບພາກສ່ວນໃດນັ້ນ ແມ່ນໃຫ້ປະຕິບັດຕາມກົງຈັກຂັ້ນສູນກາງ ທີ່ຖືກຮັບຮອງ ແລະ ຕາມການຕົກລົງຂອງຂັ້ນເທິງ. ຈາກນັ້ນ, ບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ ກໍໄດ້ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ພາວະວິໄສ, ພ້ອມທັງພິຈາລະນາ, ລົງຄະແນນສຽງ ແລະ ຮັບຮອງເອົາບັນດາທ່ານ ທີ່ໄດ້ຮັບການສະເໜີແຕ່ງຕັ້ງໃນຄັ້ງນີ້ຢ່າງເປັນທາງການ. (ຂ່າວ: ສົມຄິດ)
ຄໍາເຫັນ