ກອງປະຊຸມສ່ອງແສງຄະນະພັກ ອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ

ກອງປະຊຸມສ່ອງແສງຄະນະພັກ ອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ
ກອງປະຊຸມສ່ອງແສງຄະນະພັກ ບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ເພື່ອລາຍງານຕໍ່ຄະນະເລຂາທິການສູນກາງພັກ ໃນຮູບແບບເຊິ່ງໜ້າ ແລະ ຜ່ານລະບົບວິດີໂອທາງໄກ ຈັດຂຶ້ນໃນວັນທີ 23 ພະຈິກ2023 ທີ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໂດຍມີບັນດາສະຫາຍເລຂາ, ຮອງເລຂາຄະນະພັກ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການລາຍງານ ແລະ ສ່ອງແສງກ່ຽວກັບບັນຫາສໍາຄັນ ແລະ ເຄັ່ງຮ້ອນ ຄື: ການຈັດຕັ້ງເຜີຍແຜ່ ແລະ ເຊື່ອມຊຶມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411/ຄລສພ ວ່າດ້ວຍການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ;ການແກ້ໄຂສະພາບການຄຸ້ມຄອງອັດຕາແລກປ່ຽນ,ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າຄອງຊີບ;ສະພາບການເກັບກ່ຽວຜົນລະປູກໃນລະດູຜ່ານມາ ແລະ ການກະກຽມການຜະລິດລະດູແລ້ງ;ການສ້ອມແປງເສັ້ນທາງຄົມມະນາຄົມໃນຂອບເຂດທົ່ວປະເທດ ແລະ ບາງວຽກທີ່ເຄັ່ງຮ້ອນຈຳນວນໜຶ່ງ. ຜ່ານການສ່ອງແສງລາຍງານ, ໂດຍລວມຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຈັດຕັ້ງເຊື່ອມຊຶມ ແລະ ເຜີຍແຜ່ບັນດາເອກະສານຂອງພັກທີ່ວາງອອກ ຢ່າງກວ້າງຂວາງ ໄປພ້ອມກັບການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ຕາມເງື່ອນໄຂ ແລະ ຄວາມອາດສາມາດຂອງຕົນ ໂດຍໄດ້ສຸມໃສ່ການເກັບກູ້ການຜະລິດລະດູຝົນ, ສົ່ງເສີມການຜະລິດເປັນສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກ ແລະ ປັບປຸງປົວແປງເສັ້ນທາງທີ່ເປ່ເພ ເຮັດໃຫ້ສະພາບທົ່ວໄປມີຄວາມສະຫງົບໂດຍພື້ນຖານ; ແນວໃດກໍຕາມ, ປະເທດເຮົາຍັງມີພື້ນຖານເສດຖະກິດທີ່ອ່ອນນ້ອຍ ບໍ່ທັນກຸ້ມຕົນເອງໃນຫຼາຍດ້ານ, ການກະທົບຈາກສະພາບເສດຖະກິດໂລກຈຶ່ງສູງຫຼາຍ.
    ໃນໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີທິດຊີ້ນຳ ບາງວຽກຈຸດສຸມຄື:
1.    ໃຫ້ຄະນະພັກກະຊວງ-ອົງການ ແລະ ທ້ອງຖິ່ນແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ນໍາພາເຮັດວຽກງານການເມືອງ-ແນວຄິດໃຫ້ເລິກເຊິ່ງ ແລະ ແທດເຖິງຕົວຈິງ ພ້ອມທັງເຮັດຢ່າງຕໍ່ເນື່ອງ ແລະ ແຂງແຮງ ໃນສະພາບທີ່ມີຄວາມຫຍຸ້ງຍາກຄືປັດຈຸບັນ ໃຫ້ແກ່ສະມາຊິກພັກ, ພະນັກງານ, ທະຫານ-ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ເພື່ອປຸກລະດົມນໍ້າໃຈແຂ່ງຂັນ, ນໍ້າໃຈເສຍສະຫຼະ, ຄວາມບຸກໜ້າບືນຕົວປະຕິບັດໜ້າທີ່ວຽກງານໃຫ້ດີ, ບໍ່ທໍ້ຖອຍ, ຍົກສູງຄວາມເປັນເຈົ້າໃນການພັດທະນາຕົນເອງ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໃຫ້ໄດ້; ພ້ອມກັນຈັດຕັ້ງເຜີຍແຜ່ມູນເຊື້ອຄຸນສົມບັດສິນທໍາປະຕິວັດຂອງການນໍາຮູ່ນກໍ່ຕັ້ງໃນໂອກາດວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ເປັນຕົ້ນແມ່ນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ.
2.    ການແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ອັດຕາແລກປ່ຽນ, ບັນຫາໄພເງິນເຟີ້ ແລະ ຄ່າຄອງຊີບສູງ ແມ່ນໃຫ້ສືບຕໍ່ພ້ອມກັນຈັດຕັ້ງປະຕິບັດຕາມມາດຕະການທີ່ລັດຖະບານ, ສະພາແຫ່ງຊາດ, ຄະນະສະເພາະກິດ ກໍຄືບັນດາມາດຕະການທີ່ກະຊວງ, ອົງການ ແລະ ທ້ອງຖິ່ນ ໄດ້ວາງອອກ ໃຫ້ເຂັ້ມງວດ ແລະ ເກີດຜົນຕົວຈິງ, ຖ້າຫາກເຫັນຈຸດໃດທີ່ຍັງຄົງຄ້າງ ແລະ ຫຍຸ້ງຍາກ ໃຫ້ພ້ອມກັນສຸມໃສ່ແກ້ໃຫ້ມີການຫັນປ່ຽນດີຂຶ້ນ;ຊຶ່ງບັນຫາທີ່ຕ້ອງໄດ້ສຸມໃສ່ແມ່ນການສົ່ງເສີມການຜະລິດເປັນສິນຄ້າອັນໃດຕື່ມ ເພື່ອທົດແທນການນໍາເຂົ້າ, ໃຫ້ໄລ່ລຽງຄັກແນ່ອັນທີ່ເຮົາສາມາດເຮັດໄດ້ພາຍໃນ ໂດຍໃຫ້ກໍານົດນະໂຍບາຍກະຕຸກຊຸກຍູ້ເຮັດຢ່າງແຂງແຮງ ແລະ ຕ້ອງນໍາໃຊ້ມາດຕະການທາງເສດຖະກິດເປັນຕົ້ນຕໍ.
3.    ສໍາລັບການຜະລິດລະດູແລ້ງ ແມ່ນໃຫ້ເນັ້ນໃສ່ການເຮັດນາແຊງ ແລະ ການປູກພືດທັນຍາຫານຕ່າງໆ ຊຶ່ງກະຊວງກະສິກໍາ ແລະ ປ່າໄມ້ ຕ້ອງຄົ້ນຄວ້າສະໜອງປັດໄຈການຜະລິດເປັນຕົ້ນ: ແນວພັນ, ຝຸ່ນ, ລະບົບຊົນລະປະທານ ຕະຫຼອດຮອດເຕັກນິກວິທີການໃໝ່ໆ ໃຫ້ແກ່ຊາວກະສິກອນ ແນໃສ່ຮັບປະກັນຄຸນນະພາບ ແລະ ຍົກລະດັບສະມັດຕະພາບການຜະລິດໃຫ້ສູງຂຶ້ນ, ດ້ານການລ້ຽງກໍເຊັ່ນດຽວກັນ. ນອກນັ້ນ, ໃຫ້ເອົາໃຈໃສ່ດັດສົມການຜະລິດກະສິກໍາທີ່ເປັນຂະບວນຟົດຟື້ນຂອງປະຊາຊົນ ໃຫ້ຖືກຕ້ອງຕາມລະບຽບ ແລະ ກົດໝາຍ ແລະ ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຂະແໜງເສດຖະກິດອື່ນ ໃນໄລຍະຍາວ ເປັນຕົ້ນແມ່ນ ການຈັດສັນທີ່ດິນ ຕິດພັນກັບການຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ ໂດຍໃຫ້ກະຊວງກະສິກໍາ-ປ່າໄມ້, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ທ້ອງຖິ່ນ ສົມທົບກັນແໜ້ນໃນການຄຸ້ມຄອງ 3 ປະເພດປ່າ, ໃຫ້ປະຕິບັດຕາມຄຳສັ່ງ ເລກທີ 11/ນຍ ວ່າດ້ວຍການເພິີ່ມທະວິຄວາມເຂັ້ມງວດໃນການນຳໃຊ້ ແລະປົກປັກຮັກສາປ່າໄມ້ຢ່າງເຂັ້ມງວດ.
4.    ການປົກປັກຮັກສາ ແລະ ສ້ອມແປງຖະໜົນຫົນທາງ ໃຫ້ຂະແໜງການໂຍທາທິການ ແລະ ຂົນສົ່ງແຕ່ລະຂັ້ນ ຕ້ອງເລັ່ງແກ້ໄຂ ໃຫ້ມີຈຸດສຸມຕາມຂອບເຂດຄວາມຮັບຜິດຊອບຂອງຕົນ, ບ່ອນໃດມັກເປ່ເພເລື້ອຍໆ ຄວນຊອກຫາສາເຫດແລ້ວແກ້ໄຂບັນຫາໃຫ້ຕົກໄປ ໂດຍສະເພາະ ເສັ້ນທາງທີ່ມີຄວາມສ່ຽງສູງຕໍ່ການເກີດອຸບັດຕິເຫດ, ເກີດໄພພິບັດ ດິນເຊາະເຈື່ອນ ແລະ ອື່ນໆ, ຄວນຂຶ້ນແຜນໄລຍະຍາວ ໃຫ້ເປັນລະບົບຄົບຊຸດ ແລະ ມາດຕະການເຕັກນິກອອກແບບເສັ້ນທາງ ຮັບປະກັນທາງດ້ານຄຸນນະພາບ ໃຫ້ມີປະສິດທິພາບສູງ. ພ້ອມທັງ ເອົາໃຈໃສ່ກວດກາ ແລະ ຄວບຄຸມນໍ້າໜັກລົດຂົນສົ່ງສິນຄ້າທຸກປະເພດ ບໍ່ໃຫ້ບັນທຸກນໍ້າໜັກເກີນມາດຕະຖານກໍານົດໄວ້ ລວມທັງຕິດຕາມ, ກວດກາ ການກໍ່ສ້າງ ຫຼື ສ້ອມແປງເສັ້ນທາງ ຢ່າງເປັນເຈົ້າການ ແລະ ຕ້ອງຮັບປະກັນດ້ານເຕັກນິກ ໃຫ້ໄດ້ມາດຕະຖານສາກົນ ແລະສາມາດເຊື່ອຖືໄດ້.
5.    ສືບຕໍ່ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ ບັນດາເອກະສານທີ່ກ່ຽວຂ້ອງກັບການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຖ້າມີບັນຫາຕັ້ງຂຶ້ນ ໃຫ້ຖືເອົາກົດລະບຽບພັກເປັນຕົ້ນຕໍ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກທິດ, ດໍາເນີນຕາມວິທີການແຕ່ລະຂັ້ນຕອນ ໃຫ້ມີປະສິດທິຜົນສູງສຸດ ເປັນຕົ້ນແມ່ນ: ຄໍາສັ່ງ ສະບັບ ເລກທີ 411/ຄລສພ, ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມ 3 ຂັ້ນຂອງພັກ, ຄໍາແນະນໍາ ສະບັບເລກທີ 211/ຄຈສພ, ການຈັດຕັ້ງປະຕິບັດຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມ 3 ຂັ້ນ ຂອງພັກ, ບົດແນະນໍາ ສະບັບເລກທີ 05/ຫສພ, ກ່ຽວກັບການກະກຽມເນື້ອໃນຮ່າງລາຍງານການເມືອງຂອງອົງຄະນະພັກແຕ່ລະຂັ້ນ, ຄໍາແນະນໍາ ສະບັບເລກທີ 285/ຄກສພ, ກ່ຽວກັບການກະກຽມ ແລະ ດໍາເນີນຊີວິດການເມືອງທ້າຍສະໄໝ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ນອກນັ້ນ, ໃຫ້ຄະນະພັກຂັ້ນທ້ອງຖິ່ນ ເອົາໃຈໃສ່ຕື່ມການປັບປຸງຄະນະພັກຮາກຖານກຸ່ມບ້ານ ຄວນມີການປັບປຸງ ແລະ ສ້າງຕື່ມແນວໃດ, ຈັດວາງ ແລະ ບໍາລຸງສ້າງພະນັກງານແນວໃດຕື່ມໂດຍໃຫ້ຕິດພັນກັບຂໍ້ກໍານົດຂອງຄະນະເລຂາທິການສູນກາງພັກ ເລກທີ 416/ຄລສພ, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະພັກຮາກຖານກຸ່ມບ້ານ ແລະ ບ້ານໃຫຍ່ ເພື່ອກຽມຄວາມພ້ອມໃນການສ້າງຕັ້ງຕາແສງຄືນໃໝ່ໃນອະນາຄົດ. ຊຶ່ງບັນຫາເຫຼົ່ານີ້, ກອງປະຊຸມຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 7 ກໍໄດ້ເນັ້ນໜັກ ການນໍາພາເຊື່ອມຊຶມ, ເຜີຍແຜ່ ແລະ ນໍາພາຈັດຕັ້ງປະຕິບັດ ແມ່ນຄວາມຮັບຜິດຊອບໂດຍກົງຂອງເລຂາຄະນະພັກ ແລະ ຄະນະປະຈໍາພັກ ຢູ່ແຕ່ລະບ່ອນຕ້ອງໄດ້ເປັນເຈົ້າການ ຮັບປະກັນຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ ຂັ້ນຂອງຕົນ ໃຫ້ດີທີ່ສຸດ. (ຂ່າວ-ພາບ: ຫ້ອງວ່າການສູນກາງພັກ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ