ກອງປະຊຸມສ່ອງແສງປະຈໍາໄຕມາດທີIປີ 2024 ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວອ້ອມຂ້າງສູນກາງ ແລະ ນະຄອນຫຼວງວຽງຈັນ

ກອງປະຊຸມສ່ອງແສງປະຈໍາໄຕມາດທີIປີ 2024 ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວອ້ອມຂ້າງສູນກາງ ແລະ ນະຄອນຫຼວງວຽງຈັນ
ສະພາທິດສະດີສູນກາງພັກ ໄດ້ເປີດກອງປະຊຸມວິທະຍາສາດ ເພື່ອພິຈາລະນາ-ຮັບຮອງເອົາເນື້ອໃນຜົນການຄົ້ນຄວ້າໂຄງການລະດັບຊາດໃນຫົວຂໍ້ “ການສ້າງເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ຢູ່ ສປປ ລາວ” ໃນວັນທີ 27 ພຶດສະພາ ນີ້ ທີ່ຫ້ອງປະຊຸມ ສະພາທິດສະດີສູນກາງພັກ
ກອງປະຊຸມສ່ອງແສງເຄື່ອນທີ່ ປະຈໍາໄຕມາດທີ I ປີ 2024 ຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ກະຊວງ, ອົງການອ້ອມຂ້າງສູນກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 28 ມີນາ ຜ່ານມາທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ພາຍໃຕ້ເປັນປະທານຮ່ວມຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ມີບັນດາສະຫາຍຜູ້ຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຄະນະບໍລິຫານງານຊາວໜຸ່ມບັນດາກະຊວງ, ອົງການ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ສະຫາຍ ອາລຸນໄຊ ສູນນະລາດ ຕາງໜ້າໃຫ້ຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ໄດ້ກ່າວຕ້ອນຮັບ ພ້ອມທັງມີຄໍາເຫັນເນັ້ນໜັກຕໍ່ວຽກງານຊາວໜຸ່ມໂດຍສະເພາະການບໍລິຫານວຽກງານ 3 ແບບ ຄື: ຕ້ອງມີແບບແຜນການດຳລົງຊີວິດ,ແບບແຜນວິທີເຮັດວຽກ ແລະ ແບບແຜນວິທີການນໍາພາທີ່ດີ.ພ້ອມທັງ ຫັນປ່ຽນ 3ດ້ານ ຄື: 1) ຫັນປ່ຽນແນວຄິດລໍຖ້າຄໍາສັ່ງ ໄປສູ່ແນວຄິດຮັບຜິດຊອບ ແລະ ການເປັນເຈົ້າການ,2) ຫັນປ່ຽນແນວຄິດ ບໍ່ມີແຜນດໍາເນີນງານ ມາມີແຜນການ, ແຜນກິດຈະກໍາໃນການເຮັດວຽກ,3) ຫັນປ່ຽນຈາກການເຮັດວຽກຫຼາຍຂັ້ນຫຼາຍຂອດ ໃຫ້ຜ່ອນຂັ້ນຂອດລົງ ໂດຍສະເພາະການບໍລິຫານເອກະສານ ແລະ ອື່ນໆ. 
ໃນໂອກາດດຽວກັນ, ສະຫາຍ ສົມຄວນ ມາສຸວັນ ຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຫສນຍ ໄດ້ລາຍງານຫຍໍ້ສະພາບພົ້ນເດັ່ນຂອງການເຄື່ອນໄຫວວຽກງານໃນໄລຍະ 3 ເດືອນຜ່ານມາ ເຫັນວ່າ ຄະນະບໍລິຫານງານຊາວໜຸ່ມ ຫສນຍແຕ່ລະຂັ້ນໄດ້ຕັ້ງໜ້ານຳພາ-ຊີ້ນຳ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກຊາວໜຸ່ມ ໂດຍສະເພາະໄດ້ລະດົມໃຫ້ສະມາຊິກຊາວໜຸ່ມ ເຂົ້າຮັບຟັງການເຜີຍແຜ່ເຊື່ອມຊຶມເອກະສານຕ່າງໆ ຂອງພັກຂອງຊາດ ຈຳນວນຫຼາຍຄັ້ງ. ພ້ອມນັ້ນ,ໄດ້ເປັນເຈົ້າການໃນການຊ່ວຍຄະນະພັກ-ຄະນະນໍາ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນການແຈກຢາຍ ແລະ ຄົ້ນຄວ້າເອກະສານເຂົ້າ-ອອກ, ການປະສານກັບບັນດາຂະແໜງການ ແລະ ທ້ອງຖິ່ນ ເພື່ອເກັບກໍາຂໍ້ມູນບັນຫາຕ່າງໆ ລາຍງານການນໍາ ເພື່ອຊີ້ນໍາໃຫ້ຖືກຕ້ອງ,ເອົາໃຈໃສ່ຕໍ່ການບໍລິການຮັບໃຊ້ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ການປະຕິບັດໜ້າທີ່ ກໍຄືການເຄື່ອນໄຫວວຽກງານ ຂອງການນໍາດ້ວຍຄວາມຮັບຜິດຊອບສູງ,ໄດ້ສໍາເລັດການຂຽນແຜນດໍາເນີນທຸລະກິດຮ້ານກາເຟຊາວໜຸ່ມ ຫສນຍ ແລະ ສະເໜີຮູບແບບການບໍລິຫານ ທີ່ເໝາະສົມກັບລັກສະນະເພາະ ຂອງ ຫສນຍ,ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2023ແລະ ເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ2024ຂອງ ຫສນຍ.
    ສຳລັບທິດທາງແຜນວຽກຈຸດສຸມປະຈຳໄຕມາດ II ປີ 2024 ຂອງຄະນະບໍລິຫານງານຊາວໜຸ່ມ ຫສນຍຈະໄດ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມດ້ວຍຫຼາຍຮູບແບບ,ສືບຕໍ່ຊຸກຍູ້ສະມາຊິກຊາວໜຸ່ມເພື່ອຈັດຕັ້ງປະຕິບັດຄໍາຂວັນ 3 ດີແລະຂໍ້ແຂ່ງຂັນ 3 ຫັນຂອງ ຫສນຍຕິດພັນກັບການຈັດຕັ້ງປະຕິບັດຄໍາຂວັນ 3 ພັດທະນາຂອງຊາວໜຸ່ມຫສນຍ ແລະ ຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ປປລ ໃຫ້ມີປະສິດຜົນກວ່າເກົ່າ,ສືບຕໍ່ນໍາພາ-ຊີ້ນໍາ ແລະ ຊຸກຍູ້ບັນດາໜ່ວຍຮາກຖານຊາວໜຸ່ມ ໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງຕົນ ໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້ ແລະ ຊຸກຍູ້ບັນດາໜ່ວຍຮາກຖານຊາວໜຸ່ມ ທີ່ສໍາເລັດການດໍາເນີນກອງປະຊຸມໃຫຍ່ແລ້ວ ຮີບຮ້ອນແບ່ງຄວາມຮັບຜິດຊອບພາຍໃນຄະນະໜ່ວຍ,ຊຸກຍູ້ໃຫ້ສະມາຊິກຊາວໜຸ່ມ ສືບຕໍ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ຕາມສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ເພື່ອເຮັດໃຫ້ວຽກງານດໍາເນີນໄປຢ່າງເປັນລະບົບ, ໂປ່ງໄສ ແລະ ສາມາດກວດສອບໄດ້;ເປັນເຈົ້າການຄົ້ນຄວ້າ, ລາຍງານສະພາບການພົ້ນເດັ່ນທັງພາຍໃນ ແລະ ຕ່າງປະເທດ; ຜັນຂະຫຍາຍທິດຊີ້ນໍາຂອງການນໍາ ໃຫ້ມີຄວາມວ່ອງໄວທັນການ,ສືບຕໍ່ຊອກຄົ້ນແລະສ້າງໃຫ້ມີຊາວໜຸ່ມຕົວແບບພ້ອມສະເໜີຍ້ອງຍໍແລະໃຫ້ການຊຸກຍູ້ສົ່ງເສີມໃນຮູບແບບຕ່າງໆທີ່ເໝາະສົມ,ສືບຕໍ່ຕິດຕາມ, ຊຸກຍູ້ແລະສະເໜີໂຄງການແກ້ໄຂຊີວິດການເປັນຢູ່ ຂອງສະມາຊິກຊາວໜຸ່ມ ຫສນຍ,ສືບຕໍ່ຕິດຕາມ ຊຸກຍູ້ການເຄື່ອນໄຫວວຽກງານຂອງບັນດາໜ່ວຍຊາວໜຸ່ມ ໃຫ້ສາມາດຈັດຕັ້ງປະຕິບັດພາລະບົດບາດ ໜ້າທີ່ຂອງຕົນ ຕາມທີ່ໄດ້ກໍານົດໄວ້; ສືບຕໍ່ເປັນເສນາທິການຊ່ວຍຄະນະພັກ-ຄະນະນໍາ ຫສນຍປະສານງານກັບບັນດາຂະແໜງການກ່ຽວຂ້ອງ ແລະ ປຸກລະດົມໃຫ້ສະມາຊິກຊາວໜຸ່ມລາວບັນດາເຜົ່າ ມີສ່ວນຮ່ວມ ໃນການກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນແລະ ສ້າງຄວາມປະທັບໃຈໃຫ້ແກ່ບັນດາແຂກ ທີ່ຈະມາຮ່ວມປະຊຸມ ແລະ ກິດຈະກໍາປິ່ນອ້ອມຕ່າງໆ ຢູ່ ສປປ ລາວ ໃນປີ2024.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເມືອງເຊບັ້ງໄຟ ແຂວງຄຳມ່ວນ ວາງແຜນຟື້ນຟູການຜະລິດກະສິກຳ ຫຼັງປະສົບໄພນ້ຳຖ້ວມ ເຊິ່ງສົ່ງຜົນໃຫ້ເນື້ອທີ່ການຜະລິດເສຍຫາຍກວ່າ 3,000 ເຮັກຕາ ຄິດເປັນມູນຄ່າປະມານ 92 ຕື້ກີບ. ຂະນະທີ່ ຂະແໜງກະສິກໍາເມືອງ ກຳລັງກະກຽມມາດຕະການຟື້ນຟູທັງດ້ານການປູກພືດ, ສັດລ້ຽງ ແລະ ລະບົບຊົນລະປະທານ ພ້ອມວາງແຜນສະໜອງແນວພັນເຂົ້າ ສຳລັບການປູກເຂົ້ານາແຊງສົກປີ 2026-2027 ຈໍານວນ 214 ໂຕນ ເພື່ອປູກໃນເນື້ອທີ່ 2,680 ເຮັກຕາ.
ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດບັ້ນຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃຫ້ພະນັກງານຫ້ອງການ ແລະ ບັນດາກົມອ້ອມຂ້າງ ສຊປລ ໃນວັນທີ 14 ຕຸລານີ້ ທີ່ ສຊປລ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ໄລຍະ 5 ປີ (2021-2025) ຜ່ານການນໍາພາ-ຊີ້ນໍາ ຂອງອົງຄະນະພັກ ຄັ້ງທີ 1 ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານຂອງຄະນະພັກ, ເສີມຂະຫຍາຍຄວາມສາມັກຄີໃຫ້ເປັນປຶກແຜ່ນ, ບຸກທະລຸໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທຸກວຽກງານຂອງຫ້ອງວ່າການສໍານັກງານປະທານປະເທດ". ເຫັນໄດ້ວ່າ ບັນດາແຜນງານ, ໂຄງການ ແລະ ກິດຈະກຳ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ເຮັດໃຫ້ ຫສປທ ພົ້ນເດັ່ນຂຶ້ນເທື່ອລະກ້າວ.
ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ການຕໍ່າຫູກ-ທໍໄໝ ແມ່ນມໍລະດົກທາງພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ ຊຶ່ງໄດ້ນໍາມາສ້າງລາຍຮັບ, ສ້າງອາຊີບເສີມຂອງ​ຊົນ​ເຜົ່າ​ກະ​ຕູ່ ໃນງານ​ວາງສະແດງຜະລິດຕະພັນລາວ 2026 ທີ່​ຈັດ​ຂຶ້ນ​ຢູ່ ​ສູນ​ການ​ຄ້າ ລາວ​ໄອ​ເຕັກ​ຕຶກ​ເກົ່າ. ​
ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025), ກຳນົດທິດທາງແຜນການ 5 ປີ (2026–2030) ແລະ ເຊື່ອມຊຶມ – ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ), ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ຫ້ອງການ, ບັນດາຫົວໜ້າກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດ ໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມທັງແບບເຊິ່ງໜ້າ ແລະ ແບບທາງໄກອອນລາຍ.
ເພີ່ມເຕີມ