ກອງປະຊຸມສົ່ງເສີມການສຶກສາຂັ້ນຕົ້ນ ໃນເຂດພາກໃຕ້ລາວ ແລະ ຫວຽດນາມ.

ກອງປະຊຸມສົ່ງເສີມການສຶກສາຂັ້ນຕົ້ນ ໃນເຂດພາກໃຕ້ລາວ ແລະ ຫວຽດນາມ.

ກອງປະຊຸມສົ່ງເສີມການສຶກສາຂັ້ນຕົ້ນ ໃນເຂດພາກໃຕ້ລາວ ແລະ ຫວຽດນາມ.
ວັນທີ 20 ສິງຫາ 2025, ທີ່ຫ້ອງປະຊຸມສະຖານກົງສູນຫວຽດນາມ ປະຈໍານະຄອນປາກເຊ ແຂວງຈໍາປາສັກ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມທາງໄກ ເພື່ອສົ່ງເສີມການສຶກສາຂັ້ນຕົ້ນ ໃນເຂດພາກໃຕ້ລາວ ແລະ ຫວຽດນາມ ໂດຍມີທ່ານ ນາງ ຕ້າ ເຟືອງ ຢຸງ ກົງສູນໃຫຍ່ຫວຽດນາມ ປະຈໍາພາກໃຕ້ລາວ ທີ່ນະຄອນປາກເຊ ພ້ອມດ້ວຍຄະນະ, ທ່ານ ນາງ ຫງວຽນ ງ໋ອກ ທື ຫົວໜ້າພະແນກສຶກສາ ແລະ ກໍ່ສ້າງແຂວງກາວບັ່ງ ສສ ຫວຽດນາມ, ບັນດາຄະນະພະແນກສຶກສາທິການ ແລະ ກິລາ ຈາກ 4 ແຂວງພາກໃຕ້ລາວ, ຄະນະສະມາຄົມຫວຽດນາມ ແຂວງຈໍາປາສັກ, ສະມາຄົມນັກທຸລະກິດຫວຽດນາມ ປະຈໍາພາກໃຕ້ລາວ, ຄະນະອໍານວຍການ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ຈາກມະຫາວິທະຍາໄລຈໍາປາສັກ, ໂຮງຮຽນພອນສະຫວັນ ເລີມດົ່ງ-ຈໍາປາສັກ, ໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແລະ ໂຮງຮຽນນາໆຊາດ ເຂົ້າຮ່ວມ.

 

ກອງປະຊມສງເສມການສກສາຂນຕນ ໃນເຂດພາກໃຕລາວ ແລະ ຫວຽດນາມ. - image 1
 

ການສຶກສາ STEM Robotics ແມ່ນຫຼັກການສຶກສາທີ່ອີງໃສ່ພື້ນຖານຄວາມຄິດການໃຫ້ຄວາມຮູ້ແກ່ນັກຮຽນໃນ 4 ສາຂາວິຊາສະເພາະເຊັ່ນ: ວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳສາດ ແລະ ຄະນິດສາດ”. ການສິດສອນກ່ຽວກັບ STEM ແມ່ນການຮຽນແບບລວມກຸ່ມ ເພື່ອຮຽນຮູ້ ແລະ ທຳຄວາມເຂົ້າໃຈກ່ຽວກັບປາກົດການຕ່າງໆ ທີ່ເກີດຂຶ້ນໃນທຳມະຊາດ ໂດຍອີງໃສ່ພື້ນຖານຂອງເຫດ ແລະ ຜົນ.

ນອກຈາກນັ້ນ, ຍັງມີການຄຳນວນ, ການຈຳແນກຮູບຮ່າງ ແລະ ຄຸນນະສົມບັດຂອງວັດຖຸ ເພື່ອປະຍຸກໃຊ້ຄວາມຮູ້ທີ່ມີ ເຂົ້າໃນການໃຊ້ຊິວິດຕົວຈິງ. ພ້ອມກັນນັ້ນ, ຍັງມີການຄົ້ນຄິດເພື່ອແກ້ໄຂບັນຫາ ແລະ ຫາແນວທາງ ໃນການພັດທະນາສິ່ງໃໝ່ໆ ໄດ້ແບບບໍ່ມີທີ່ສິ້ນສຸດ. ຜົນປະໂຫຍດຂອງການສຶກສາກ່ຽວກັບ STEM ແມ່ນເຮັດໃຫ້ນັກຮຽນ ໄດ້ຮູ້ເຖິງຂະບວນການ ໃນການສ້າງແນວຄິດທີ່ສ້າງສັນ, ຈະຊີ້ໃຫ້ນັກຮຽນເຫັນ ເຖິງການຮ່ວມມືກັນໃນການເຮັດວຽກ, ຈະໄດ້ປະສົບການຮຽນຮູ້ ໂດຍການລົງມືປະຕິບັດຕົວຈິງ, ຈະກະຕຸ້ນໃຫ້ນັກຮຽນໃຊ້ແນວຄິດ ແລະ ຄວາມຮູ້ທີ່ມີ, ຈະໄດ້ແນວທາງທີ່ສຳຄັນໃນການແກ້ໄຂບັນຫາ, ຈະໄດ້ເພີ່ມພູນຄວາມຄິດດ້ານການວິເຄາະ.

ກອງປະຊມສງເສມການສກສາຂນຕນ ໃນເຂດພາກໃຕລາວ ແລະ ຫວຽດນາມ. - image 2
 

ນອກຈາກນີ້, ການສຶກສາ STEM ຜ່ານຫຸ່ນຍົນ ແມ່ນຊ່ວຍເສີມສ້າງຄວາມຄິດສ້າງສັນ ແລະ ແນວຄິດດ້ານການວິເຄາະ, ຊ່ວຍການຮຽນຮູ້ຜ່ານການເຮັດຕົວຈິງ ໃນການສ້າງຫຸ່ນຍົນ, ຊ່ວຍສ້າງຄວາມມ່ວນຊື່ນ ແລະ ແຮງບັນດານໃຈໃນການຮຽນຮູ້. ສິ່ງສໍາຄັນ ແມ່ນຊ່ວຍໃນການຮຽນຮູ້ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຢ່າງປອດໄພ. ພ້ອມກັນນີ້, ເພື່ອຍົກສູງບົດບາດຂອງການສຶກສາ STEM, ການຮ່ວມມືສ້າງຄວາມນິຍົມດ້ານການສຶກສາ STEM ລະຫວ່າງບັນດາແຂວງພາກໃຕ້ຂອງລາວ ແລະ ຫວຽດນາມ.

ໂອກາດດັ່ງກ່າວ, ທ່ານເຈົ້າແຂວງຈໍາປາສັກ ຍັງໄດ້ໃຫ້ກຽດມີຄໍາເຫັນ ຕອບຮັບການຮ່ວມມືໃນດ້ານການສຶກສາ ລະຫວ່າງບັນດາແຂວງພາກໃຕ້ຂອງລາວກັບຫວຽດນາມ ໃນຕໍ່ໜ້າ. ລັດຖະບານລາວ ເວລາໃດກໍໄດ້ສຸມໃສ່ ແລະ ໃຫ້ຄວາມສໍາຄັນເປັນບຸລິມະສິດພິເສດ ພ້ອມໃຫ້ຄວາມຮ່ວມມືກັບສາກົນ ພິເສດແມ່ນເພື່ອຍົກສູງວຽກງານການສຶກສາໃນຂັ້ນຕົ້ນ.

ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ເບິ່ງການສາທິດຫຸ່ນຍົນຕົວຈິງຂອງນັກຮຽນຈາກແຂວງກາວບັ່ງ ສສ ຫວຽດນາມ ທີ່ໄດ້ຕາງໜ້າໃຫ້ນັກຮຽນທີ່ເຄີຍໄດ້ລາງວັນ ໃນການແຂ່ງຂັນຫຸ່ນຍົນລະດັບໂລກ ໃນປີ 2023, ລາຍການແຂ່ງຂັນບັງຄັບຍົນບໍ່ມີຄົນຂັບ ທີ່ປະເທດເກົາຫຼີ, ລາງວັນ VEX Asia Open Robot Championship 2025 ທີ່ ສປ ຈີນ, ລາງວັນ Robot VEX ທີ່ອາເມຣິກາ... ໃນຄັ້ງນີ້, ໄດ້ສາທິດໃນການແຂ່ງຂັນ KC Bot, VEX AIM, VEX IQ ໃຫ້ທຸກຄົນໄດ້ຊົມ ເພື່ອແນະນໍານັກຮຽນຂອງຕົນຕໍ່ໄປ.

ໂອກາດດັ່ງກ່າວ, ກົງສູນໃຫຍ່ ແລະ ວິສາຫະກິດຫວຽດນາມ ກໍໄດ້ມອບຫຸ່ນຍົນ ໃຫ້ແກ່ມະຫາວິທະຍາໄລ ຈໍາປາສັກ, ໂຮງຮຽນພອນສະຫວັນ ເລີມດົ່ງ-ຈໍາປາສັກ, ໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແລະ ໂຮງຮຽນນາໆຊາດ ພາກສ່ວນລະ 3 ຊຸດ.

ກອງປະຊມສງເສມການສກສາຂນຕນ ໃນເຂດພາກໃຕລາວ ແລະ ຫວຽດນາມ. - image 3
 

ສໍາລັບກອງປະຊຸມທາງໄກຄັ້ງນີ້, ແມ່ນໄດ້ຮັບການສະໜັບສະໜູນອິນເຕີເນັດຄວາມໄວສູງ ລະບົບວິດີໂອຄອນເຟີເຣັນ ຈາກບໍລິສັດສະຕາໂທລະຄົມ ຢູ່ນີເທວ ເພື່ອເຮັດໃຫ້ສັນຍານພາບ ແລະ ສຽງ ມີຄວາມລະອຽດຊັດເຈນ./.

ຂ່າວ: ຖາວອນ ຈັນດາລາສຸກ

ພາບ: ຈັນທະວີສັກ ເຊັນສຸດໃຈ

ຄໍາເຫັນ

ຂ່າວການຮ່ວມມື

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ແຫ່ງ ຣາຊະອານາຈັກ ນອກແວ

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ແຫ່ງ ຣາຊະອານາຈັກ ນອກແວ

ຫວ່າງບໍ່ດົນມານີ້ ທີ່ພະຣາຊະວັງເຈົ້າຊີວິດຢູ່ນະຄອນຫຼວງໂອສະໂລ ປະເທດນອກແວ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ສົມເດັດພະຣາຊາ ຮາຣາດ ທີ 5 (Harald V) ແຫ່ງ ຣາຊະອານາຈັກນອກແວ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ນອກແວ.
ຄະ​ນະ​ຜູ້​ແທນແຂວງ​ຈ້ຽງ​ຊູ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນແຂວງ​ຈ້ຽງ​ຊູ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນ ຂອງຫ້ອງວ່າ​ການ​ນະ​ຄອນຫຼວງວຽງ​ຈັນ, ຄະ​ນະ​ຜູ້​ແທນແຂວງ​ຈ້ຽງ​ຊູ້ ສ​ປ ຈີນ ນຳ​ໂດຍສະ​ຫາຍ ຊູ ຢົງຫົງ (Chu Yonghong) ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງ ເລ​ຂາ​ທິ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ​ຈ້ຽງ​ຊູ້ ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະຈຳ​ນວນ 8 ​​ສະ​ຫາຍ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 14-16 ຕຸ​ລາ 2025.
ກອງທັບລາວ-ກໍາປູເຈຍ ເພີ່ມທະວີການຮ່ວມມືສອງຝ່າຍ

ກອງທັບລາວ-ກໍາປູເຈຍ ເພີ່ມທະວີການຮ່ວມມືສອງຝ່າຍ

​ ໃນລະຫວ່າງວັນທີ 13-16 ຕຸລາ ນີ້, ທ່ານ ພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຊຶ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 14 ຕຸລາ ນີ້ ຢູ່ກະຊວງປ້ອງກັນປະເທດ ໂດຍການຕ້ອນຮັບຂອງທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.
3 ກອງທັບຊ້ອມກອບກູ້ໄພພິບັດ

3 ກອງທັບຊ້ອມກອບກູ້ໄພພິບັດ

ກອງທັບກຳປູເຈຍ-ລາວ-ຫວຽດນາມຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກພາກສ່ວນເພື່ອໃຫ້ຂັ້ນເທິງສັງເກດການຄັ້ງທີ 2 ໃນວັນທີ 13 ຕຸລາ ຜ່ານມາ ທີ່ສະໜາມຝຶກຊ້ອມອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງ ທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບປະຈໍາປີ 2025, ທ່ານ ພັນເອກ ຟ້າມ ວັນຢູ້ງ ຮອງຫົວໜ້າເສນາທິການທະຫານເຂດ 4, ຫົວໜ້າຄະນະຊີ້ນໍາກອບກູ້ໄພພິບັດຮ່ວມ 3 ກອງທັບຝ່າຍຫວຽດນາມ, ທ່ານ ພັນເອກ ລົງ ກິມທຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ, ຫົວໜ້າຄະນະຊີ້ນໍາຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບຝ່າຍກໍາປູເຈຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ 3 ກອງທັບເຂົ້າຮ່ວມ.
ກອງປະຊຸມດ້ານການຂົນສົ່ງອາຊຽນ ຄັ້ງທີ 49 ແລະດ້ານການຂົນສົ່ງຜ່ານແດນ ຄັ້ງທີ 17

ກອງປະຊຸມດ້ານການຂົນສົ່ງອາຊຽນ ຄັ້ງທີ 49 ແລະດ້ານການຂົນສົ່ງຜ່ານແດນ ຄັ້ງທີ 17

ໃນລະຫວ່າງວັນທີ 14-17 ຕຸລາ 2025ນີ້, ທີ່ໂຮງແຮມສຸພັດຕານະຄອນ ຫຼວງພະບາງ ແຂວງຫຼວງພະບາງ, ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ໄດ້ຈັດກອງປະຊຸມໜ່ວຍງານວິຊາການ ອໍານວຍຄວາມສະດວກ ດ້ານການຂົນສົ່ງອາຊຽນ ຄັ້ງທີ 49 (49th Transport Facilitation Working Group Meeting) ແລະກອງປະຊຸມ ຫົວໜ້າຄະນະປະສານງານ ດ້ານການຂົນສົ່ງຜ່ານແດນ ຄັ້ງທີ 17 (17th Transit Transport Coordinating Board Meeting) ໂດຍເປັນປະທານຂອງ ທ່ານ ນາງ ອໍາໄພວັນ ແກ້ວປະດິດ ຮອງຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຄະນະຜູ້ແທນຈາກ ປະເທດສະມາຊິກ ອາຊຽນ 10 ປະເທດ, ກອງເລຂາອາຊຽນ ຄູ່ຮ່ວມພັດທະນາ ຈາກປະເທດ ຍີ່ປຸ່ນ, ອາເມລິກາ, ຕິມໍເລດເຕ ໃນຖານະປະເທດ ສັງເກດການ ແລະຜູ້ຕາງໜ້າຈາກອົງການຈັດຕັ້ງລັດທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເປີດກອງປະຊຸມຜູ້ນຳລະດັບໂລກວ່າດ້ວຍບົດບາດ ແລະ ສິດທິຂອງແມ່ຍິງ

ເປີດກອງປະຊຸມຜູ້ນຳລະດັບໂລກວ່າດ້ວຍບົດບາດ ແລະ ສິດທິຂອງແມ່ຍິງ

ກອງປະຊຸມ ຜູ້ນຳລະດັບໂລກວ່າດ້ວຍບົດບາດ ແລະ ສິດທິຂອງແມ່ຍິງ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 13 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດຂອງຈີນ ທີ່ປັກກິ່ງ, ໂດຍການເຂົ້າຮ່ວມຂອງທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມດ້ວຍ ພັນລະຍາ, ແລະ ຜູ້ຕາງໜ້າແມ່ຍິງຫຼາຍກວ່າ100ປະເທດ ຈາກ 5 ທະວີບ ທົ່ວໂລກ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ ເປັນຜູ້ຕາງໜ້າ ສປປ ລາວ ນຳພາຄະນະເຂົ້າຮ່ວມກອງປະຊຸມຄັ້ງນີ້.
ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

ໃນລະຫວ່າງວັນທີ 6-9 ຕຸລາ ຜ່ານມາ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນທາງການລາວເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34 ຢູ່ເຊລັງກໍ ປະເທດມາເລເຊຍ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ໂດຍການເປັນປະທານຂອງທ່ານ ດາໂຕະ ສຣິ ຕິຢອງ ຄິງ ຊິງ ລັດຖະມົນຕີກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳແຫ່ງມາເລເຊຍ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າສະພາວັດທະນະທຳ-ສັງຄົມອາຊຽນ, ຕີມໍແລັດສະເຕ ແລະ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ.
ລັດຖະບານ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ

ລັດຖະບານ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ

ໃນວັນທີ 9 ຕຸລານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຊູເດສ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ, ໃນໂອກາດທີ່ທ່ານສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ພ້ອມທັງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານເອກອັກຄະລັດຖະທູດ ສິງກະໂປ ເພື່ອເປັນການຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສິງກະໂປ ໄດ້ຢ່າງຈົບງາມ, ມີປະສິດທິພາບ ແລະ ປະສິດທິຜົນ.
ສະເຫຼີມສະຫຼອງ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ

ສະເຫຼີມສະຫຼອງ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ

ໃນຕອນຄໍ່າຂອງວັນທີ 9 ກັນຍາ ຜ່ານມານີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນໄດ້ມີພິທີສະເຫຼີມສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ຂຶ້ນຢ່າງເປັນທາງການ, ເຂົ້າຮ່ວມເປັນກຽດໃນພິທີດັ່ງກ່າວມີ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ຕາງໜ້າລັດຖະບານ ແຫ່ງ ສ ຣັດເຊຍ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ໃນລະຫວ່າງວັນທີ 1-2 ຕຸລາ ຜ່ານມາ ທີ່ ມະນີລາ, ປະເທດຟີລິບປິນ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ພ້ອມທັງເປັນລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ ປະກອບມີ:
ເພີ່ມເຕີມ