ຂ່າວລະບຸວ່າ: ໃນກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນກໍລະກົດ ຂອງລັດຖະບານ ຫວຽດນາມ ທີ່ຈັດຂຶ້ນໃນວັນທີ 5 ສິງຫາ ຜ່ານມາຢູ່ ຮ່າໂນ້ຍ, ທ່ານນາງ ຟາມທິທັງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: ສະພາບການຟື້ນຟູອຸດສາຫະກຳຂອງ ຫວຽດນາມ ໃນ 7 ເດືອນຜ່ານມາມີຫຼາຍຈຸດພົ້ນເດັ່ນ. ບັນດາດັດຊະນີສຳຄັນລ້ວນແຕ່ມີການເຕີບໂຕຢ່າງແຮງ, ການຜະລິດອຸດສາຫະກຳສ່ວນໃຫຍ່ແມ່ນບັນລຸລະດັບເຕີບໂຕໃນວົງກວ້າງຢູ່ 60/63 ທ້ອງຖິ່ນໃນເດືອນກໍລະກົດ.
ທ່ານນາງ ຟານທິທັງ ເນັ້ນໜັກວ່າ: ການຜະລິດອຸດສາຫະກຳພວມຟື້ນຟູຢ່າງແຂງແຮງເມື່ອທຽບໃສ່ປີ 2023 ແລະ ສືບຕໍ່ຮັກສາທ່າອ່ຽງຢ່າງຕັ້ງໜ້າ. ຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດໄດ້ກັບຄືນສູ່ບົດບາດນຳພາການເຕີບໂຕ. ກຳລັງຄວາມສາມາດໃນການຜະລິດຂອງບັນດາວິສາຫະກິດອຸດສາຫະກຳຢູ່ພາຍໃນປະເທດໄດ້ມີທ່າຟື້ນຟູຢ່າງຕັ້ງໜ້າ ແລະ ພ້ອມແລ້ວຈະນຳໃຊ້ບັນດາໂອກາດທີ່ຕະຫຼາດໃໝ່ນຳມາໃຫ້ໃນໄລຍະຈະມາເຖິງ. ຄວາມໄວ້ເນື້ອເຊື່ອໃຈຂອງບັນດາວິສາຫະກິດຜະລິດພາຍໃນປະເທດ ກໍຄືບັນດາວິສາຫະກິດຕ່າງປະເທດພວມໄດ້ຮັບການປັບປຸງຢ່າງແຂງແຮງ ຍ້ອນມີບັນດາສັນຍານທີ່ຕັ້ງໜ້າໃນການເຕີບໂຕການຜະລິດອຸດສາຫະກຳຂອງຊຸມເດືອນຕົ້ນປີ.
ການຄ້າລະຫວ່າງກຳປູເຈຍ ແລະ ອາຊຽນ ເພີ່ມຂຶ້ນຫຼາຍກວ່າ 20%
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ກະຊວງການຄ້າ ຂອງກຳປູເຈຍລາຍງານວ່າ, ມູນຄ່າການຄ້າລະຫວ່າງກຳປູເຈຍ ແລະ ບັນດາປະເທດສະມາຊິກອາຊຽນ ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດ 2026 ມີມູນຄ່າທັງໝົດ 11.6 ຕື້ໂດລາ, ເພີ່ມຂຶ້ນ 20.7% ເມື່ອທຽບໃສ່ປີກ່ອນ.
ຄໍາເຫັນ