ຮ່າງລັດຖະທຳມະນູນສະບັບປັບປຸງປີ 2025 ຢູ່ແຂວງເຊກອງ

ກອງປະຊຸມທາບທາມຮ່າງລັດຖະທຳມະນູນສະບັບປັບປຸງປີ 2025 ຢູ່ແຂວງເຊກອງ

ກອງປະຊຸມທາບທາມຮ່າງລັດຖະທຳມະນູນສະບັບປັບປຸງປີ 2025 ຢູ່ແຂວງເຊກອງ
ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ (ຄລຊ) ໄດ້ຈັດກອງປະຊຸມທາບທາມຮ່າງລັດຖະທຳມະນູນສະບັບປັບປຸງປີ 2025 ຂຶ້ນໃນລະຫວ່າງວັນທີ 21-22 ມັງກອນຜ່ານມາ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງເຊກອງ
 ໂດຍການເປັນປະທານຂອງທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ, ຄະນະກຳມະການປັບປຸງລັດຖະທຳມະນູນລະດັບຊາດ ທັງເປັນຮອງຫົວໜ້າອະນຸກຳມະການໂຄສະນາ, ເປັນກຽດເຂົ້າຮ່ວມຂອງທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆເຊກອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງ 3 ແຂວງ: ສາລະວັນ, ເຊກອງ ແລະ ອັດຕະປືເຂົ້າຮ່ວມ.
ໃນວາລະກອງປະຊຸມ, ໄດ້ຮັບຟັງບົດອະທິບາຍການປັບປຸງເນື້ອໃນຂອງຮ່າງລັດຖະທໍາມະນູນຈາກທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄໍາເຫັນຢ່າງມີຈຸດສຸມ ແລະ ເປັນປະໂຫຍດເພື່ອໃຫ້ຄະນະກຳມະການປັບປຸງລັດຖະທຳມະນູນລະດັບຊາດ ນຳເອົາຄຳຄິດຄໍາເຫັນໄປຄົ້ນຄວ້າ ແລະ ປັບປຸງຮ່າງລັດຖະທຳມະນູນໃຫ້ເປັນສະບັບສົມບູນເພື່ອນໍາສະເໜີຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະເປີດຂຶ້ນໃນທ້າຍເດືອນມີນານີ້.
ກອງປະຊຸມຄັ້ງນີ້, ເພື່ອເຮັດໃຫ້ຮ່າງລັດຖະທຳມະນູນສະບັບປັບປຸງປີ 2025 ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດ ຄ່ອງກັບໂຄງການ ການເມືອງຂອງພັກສະບັບທີ 3 ແລະ ລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ເພື່ອເຊື່ອມຊຶມ ແລະ ສ້າງຄວາມຮັບຮູ້-ເຂົ້າໃຈທີ່ຖືກຕ້ອງກ່ຽວກັບຮ່າງລັດຖະທຳມະນູນສະບັບປັບປຸງ, ສືບຕໍ່ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນໃນທົ່ວສັງຄົມໃຫ້ດີຂຶ້ນກວ່າເກົ່າ ທັງເປັນການປະກອບສ່ວນຍູ້ແຮງຂະບວນການແຂ່ງຂັນ ສ້າງຜົນງານຂໍ່ານັບຮັບຕ້ອນການດໍາເນີນກອງປະຊຸມໃຫຍ່ສາມຂັ້ນ ແລະ ຂໍ່ານັບຮັບຕ້ອນສາມວັນປະຫວັດສາດທີ່ສໍາຄັນຂອງຊາດໃນປີ 2025. ຂ່າວ: ສນຊ

ຄໍາເຫັນ

ຂ່າວການເມືອງ

ສສຊ ເຂດ13ສະເໜີປັບປຸງບາງເນື້ອໃນຂອງກົດໝາຍສັງຄົມສົງເຄາະ

ສສຊ ເຂດ13ສະເໜີປັບປຸງບາງເນື້ອໃນຂອງກົດໝາຍສັງຄົມສົງເຄາະ

ສສຊ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດສະເໜີປັບປຸງເນື້ອໃນບາງມາດຕາຂອງກົດໝາຍວ່າດ້ວຍສັງຄົມສົງເຄາະ(ສ້າງໃໝ່)ເພື່ອໃຫ້ມີຄວາມຮັດກຸມ,ກະທັດຮັດ,ຊັດເຈນ ແລະມີເນື້ອໃນຖືກຕ້ອງເພື່ອກ້າວໄປໃນການຈັດຕັ້ງປະຕິບັດໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງໃນຄວາມເປັນຈິງ.
ສສຊ ສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ

ສສຊ ສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ

ເພື່ອຮັບປະກັນໃຫ້ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ມີເນື້ອໃນຄົບຖ້ວນສົມບູນຮັດກຸມ ເປັນບ່ອນອີງໃຫ້ສັງຄົມໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແນໃສ່ຊ່ວຍເຫຼືອຊີວິດການເປັນຢູ່ຂອງປະຊາຊົນ ເພື່ອສ້າງສັງຄົມສາມັກຄີປອງດອງຍຸຕິທຳ ແລະ ສີວິໄລ.
ຄວາມຈໍາເປັນໃນການສ້າງກົດໝາຍວ່າດ້ວຍສັງຄົມສົງເຄາະ

ຄວາມຈໍາເປັນໃນການສ້າງກົດໝາຍວ່າດ້ວຍສັງຄົມສົງເຄາະ

ທ່ານນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ)ໄດ້ສະເໜີກ່ຽວກັບການສ້າງກົດໝາຍວ່າດ້ວຍສັງຄົມສົງເຄາະຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ.
6 ຄໍາຖາມເຈາະຈີ້ມໃຫ້ ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ

6 ຄໍາຖາມເຈາະຈີ້ມໃຫ້ ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 17 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ. ທ່ານ ນາງ ແກ້ວ ຈັນທະມີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ (ສະບັບສ້າງໃໝ່).
ສປສສ ສະເໜີປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ

ສປສສ ສະເໜີປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ

ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ (ສປສສ) ໄດ້ສະເໜີກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາຜ່ານມານີ້ ພາຍໃຕ້ການເປັນປະທານຂອງທ່ານ ນາງສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງສະຫວັນນະເຂດ ຄັ້ງທີ XI ຢ່າງເປັນທາງການ

ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງສະຫວັນນະເຂດ ຄັ້ງທີ XI ຢ່າງເປັນທາງການ

ກອງປະຊຸມໃຫຍ່ ຄັ້ງທີ XI ຜູ້ແທນແມ່ຍິງແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢ່າງສະຫງ່າຜ່າເຜີຍໃນຕອນເຊົ້າວັນທີ 16 ມິຖຸນານີ້ ທີ່ສະໂມສອນຂອງຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມເປັນປະທານກິດຕິມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍ ນາງ ທຳມາ ເພັດວິໄຊ ຮອງເລຂາຄະນະພັກ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນ 179 ສະຫາຍ ທີ່ເປັນຕົວແທນແກ່ສະມາຊິກແມ່ຍິງທົ່ວແຂວງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງຫົວໜ້າ ປກສ ແຂວງສະຫວັນນະເຂດຜູ້ໃໝ່

ປະກາດແຕ່ງຕັ້ງຫົວໜ້າ ປກສ ແຂວງສະຫວັນນະເຂດຜູ້ໃໝ່

ໃນວັນທີ 13 ມີຖຸນາຜ່ານມານີ້, ທີ່ສະໂມສອນສຳນັກງານຫ້ອງວ່າການແຂວງສະຫວັນນະເຂດ, ໄດ້ຈັດພິທີປະກາດນາຍຕຳຫຼວດພັກການຮັບອຸດໜູນບຳນານ ແລະ ແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດຜູ້ໃໝ່, ໂດຍການເປັນປະທານຂອງສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເຈົ້າແຂວງສະຫວັນນະເຂດ.
ສະພາແຫ່ງຊາດສະເໜີໃຫ້ລັດຖະບານເອົາໃຈໃສ່ຫຼາຍວຽກງານ

ສະພາແຫ່ງຊາດສະເໜີໃຫ້ລັດຖະບານເອົາໃຈໃສ່ຫຼາຍວຽກງານ

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນສຳເລັດການພິຈາລະ ນາວຽກງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະ ມານແຫ່ງລັດ, ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ແລະ ບົດລາຍງານກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ສື່ມວນຊົນ ໃນວັນທີ 16 ມິຖຸນານີ້, ທີ່ຫໍສະພາແຫ່ງຊາດວ່າ:
ຜົນການຄົ້ນຄວ້າ ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່

ຜົນການຄົ້ນຄວ້າ ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່

ທ່ານ ສົມ​ມາດ ພົນ​ເສນາ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ໄດ້ຖະແຫຼງຂ່າວຜົນການຄົ້ນຄວ້າ ພິຈາລະນາ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ຕໍ່ສືມວນຊົນ ໃນວັນທີ 16 ມິຖຸນານີ້, ທີ່ຫໍສະພາແຫ່ງຊາດວ່າ:ຕໍ່ກັບບົດລາຍງານຂອງລັດຖະບານກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ສະມາ​ຊິກ​ສະພາ​ແຫ່​ງຊາດ ​ແມ່ນ​ເຫັນ​ດີ​ເປັນ​ເອກະ​ພາບດ້ານຫຼັກການລວມທັງ​ທິດ​ທາງ ​ແລະມາດ​ຕະການ​ຈັດ​ຕັ້ງ​ປະຕິບັດໃນ​ຕໍ່ໜ້າ, ແລະ ກອງປະຊຸມໄດ້ຄົ້ນຄວ້າໃຫ້ນະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ດັ່ງນີ້:
ການສົ່ງອອກໄຟຟ້າ ໃນ 6ເດືອນຕົ້ນປີນີ້ ຄາດວ່າຈະໄດ້ 17,813 ລ້ານກິໂລວັດໂມງ

ການສົ່ງອອກໄຟຟ້າ ໃນ 6ເດືອນຕົ້ນປີນີ້ ຄາດວ່າຈະໄດ້ 17,813 ລ້ານກິໂລວັດໂມງ

ບົດລາຍງານກ່ຽວກັບສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມີຕີ ທີ່ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີIXທີ່ໄດ້ກຳເນີນໃນວັນທີ 9 ມິຖຸນາຜ່ານມາ ໄດ້ໃຫ້ຮູ້ວ່າ: ການສົ່ງອອກໄຟຟ້າໄປຕ່າງປະເທດ ໃນ 6 ເດືອນຕົ້ນປີນີ້ ຄາດວ່າຈະໄດ້17,816 ລ້ານກິໂລວັດໂມງ ເທົ່າກັບ 42.33% ຂອງແຜນການ.
ເພີ່ມເຕີມ