ກະຊວງພາຍໃນ ແລະ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມວຽກງານການປົກຄອງທ້ອງຖິ່ນ ທົ່ວປະເທດ ຄັ້ງທີ I

ກອງປະຊຸມວຽກງານການປົກຄອງທ້ອງຖິ່ນ ທົ່ວປະເທດ ຄັ້ງທີ I

ກອງປະຊຸມວຽກງານການປົກຄອງທ້ອງຖິ່ນ ທົ່ວປະເທດ ຄັ້ງທີ I
ໃນວັນທີ 12 ກໍລະກົດ ນີ້ ກະຊວງພາຍໃນ ແລະ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມວຽກງານການປົກຄອງທ້ອງຖິ່ນ ທົ່ວປະເທດ ຄັ້ງທີ I ໄລຍະ ປີ 2021-2023 ແລະ ທິດທາງ, ແຜນວຽກຈຸດສຸມຮອດປີ 2025 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ; ມີບັນດາທ່ານ ລັດຖະມົນ ຕີ-ຮອງລັດຖະມົນຕີ, ເລຂາທິການສະພາແຫ່ງຊາດ, ເຈົ້າແຂວງ-ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກອົງການຈັດຕັ້ງພັກ-ລັດ, ຜູ້ຕາງໜ້າຈາກພະແນກພາຍໃນ, ຫ້ອງວ່າການປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຖືກເຊີນ ຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງກອງປະຊຸມ ແມ່ນເພື່ອພ້ອມກັນສະຫຼຸບຕີລາຄາຄືນ ສະພາບການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງທ້ອງຖິ່ນ ໃນໄລຍະທີ່ຜ່ານມາ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ສູ່ວຽກງານຕົວຈິງ ຢູ່ບັນດາຮາກຖານທ້ອງຖິ່ນ ໂດຍສຸມໃສ່ຊອກໃຫ້ເຫັນດ້ານດີ ທີ່ຈະຕ້ອງໄດ້ສືບຕໍ່ຮັກສາ ແລະ ເສີມຂະຫຍາຍໃຫ້ກວ້າງອອກ, ດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂໃຫ້ໄດ້ ຢ່າງຈິງຈັງ. ພ້ອມກັນນັ້ນ ກໍເພື່ອວາງທິດທາງແຜນການໃຫ້ແກ່ການພັດທະນາການປົກຄອງທ້ອງຖິ່ນໃນຊຸມປີຕໍ່ໜ້າ ໂດຍສະເພາະ ການປະຕິບັດບັນດາຄາດໝາຍໃຫຍ່ ທີ່ສູນກາງພັກໄດ້ກໍານົດໄວ້ ໃນມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ເຂັ້ມແຂງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ ໃຫ້ເປັນຮູບປະທໍາ, ທັງເປັນການປະກອບສ່ວນ ເຂົ້າໃນການປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ ໃຫ້ສອດຄ່ອງ ແລະ ຄົບຖ້ວນສົມບູນກວ່າເກົ່າ.

ກອງປະຊຸມ ໄດ້ຮັບຟັງລາຍງານ ແລະ ການສະເໜີບັນດາເນື້ອໃນສຳຄັນ ຈາກຜູ້ຕາງໜ້າຂະແໜງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ຈຳນວນໜຶ່ງ ເປັນຕົ້ນ ບົດສະຫຼຸບວຽກງານການປົກຄອງທ້ອງຖິ່ນ ທົ່ວປະເທດ ຄັ້ງທີ I ໄລຍະ ປີ 2021-2023 ແລະ ທິດທາງ, ແຜນວຽກຈຸດສຸມຮອດ ປີ 2025; ການຄຸ້ມຄອງບໍລິຫານລັດ ຕິດພັນການພັດທະນານະຄອນຫຼວງວຽງຈັນ ໃນໄລຍະໃໝ່ ຕາມມະຕິ 107/ກມສພ, ລົງວັນທີ 30 ເມສາ 2020; ບົດຮຽນ ແລະ ຜົນການຈັດຕັ້ງປະຕິບັດດຳລັດ 414/ລບ, ລົງວັນທີ 10 ທັນວາ 2019 ແລະ ວຽກງານເຂດແດນເຊື່ອມຕໍ່ ຂອງແຂວງໄຊສົມບູນ; ການກະກຽມການສ້າງຕັ້ງຕາແສງ ຂອງແຂວງສະຫວັນນະເຂດ; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງສາລະວັນ; ການຄຸ້ມຄອງບໍລິຫານລັດ ຂອງອົງການປົກຄອງແຂວງຫຼວງພະບາງ ຕາມພາລະບົດບາດທີ່ກໍານົດໄວ້ໃນກົດໝາຍ; ການຄຸ້ມຄອງ ແລະ ປະສານງານ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ; ການປັບປຸງກົງຈັກການຈັດຕັ້ງ ແລະ ກໍານົດຕໍາແໜ່ງງານ ຂອງແຂວງໄຊຍະບູລີ; ພາລະບົດບາດຂອງອົງການປົກຄອງ ພາຍຫຼັງສ້າງຕັ້ງເປັນນະຄອນປາກເຊ; ການກະກຽມການສ້າງຕັ້ງເທດສະບານ ເມືອງທ່າແຂກ; ການຈັດສັນງົບປະມານ ຕິດພັນກັບການແບ່ງຂັ້ນຄຸ້ມຄອງ ຂອງຂະແໜງການເງິນ; ການແບ່ງຂັ້ນຄຸ້ມຄອງ ທີ່ຕິດພັນກັບຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງແຜນການ ແລະ ການລົງທຶນ; ການກຳນົດຊື່ເອີ້ນອົງການປົກຄອງທ້ອງຖິ່ນ ແລະ ຊື່ເອີ້ນຫົວໜ້າອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ຕາມທິດນຳ ທີ່ກຳນົດໃນມະຕິ ສະບັບເລກທີ 05/ຄບສພ, ລົງວັນທີ 5 ກັນຍາ 2023. ນອກຈາກນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄໍາເຫັນ ຕໍ່ບັນດາເນື້ອໃນຫົວຂໍ້ ທີ່ໄດ້ນໍາມາສະເໜີໃນກອງປະຊຸມຄັ້ງນີ້ ຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ເອົາຈິງເອົາຈັງ, ຊອກເຫັນບັນຫາ ແລະ ເຮັດໃຫ້ບັນຫາຕ່າງໆທີ່ຕັ້ງຂຶ້ນມານັ້ນ ໄດ້ຮັບການຄົ້ນຄວ້າຢ່າງເລິກເຊິ່ງ, ລະອຽດຖີ່ຖ້ວນ ແລະ ມີທາງອອກທີ່ເປັນຮູບປະທຳຕົວຈິງ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນວຽກງານການປົກຄອງທ້ອງຖິ່ນ ຕາມທິດທາງທີ່ກອງປະຊຸມໃຫຍ່ ຂອງພັກວາງອອກ.

ໃນໂອກາດກ່າວປິດກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນສັງລວມເນື້ອໃນການດຳເນີນກອງປະຊຸມຄັ້ງນີ້, ພ້ອມທັງ ສະແດງຄວາມຍ້ອງຍໍຊົມເຊີຍ, ຕີລາຄາສູງ ຕໍ່ເນື້ອໃນ ແລະ ພາກສ່ວນຮັບຜິດຊອບ ໃນການກະກຽມ ແລະ ເຂົ້າຮ່ວມກອງປະຊຸມ. ໃນຕໍ່ໜ້າ ເພື່ອສືບຕໍ່ປັບປຸງອົງການປົກຄອງທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ສອດຄ່ອງ ເໝາະສົມ ແລະ ສາມາດເຄື່ອນໄຫວປະຕິບັດໜ້າທີ່ຢ່າງມີປະສິດທິພາບ; ຮັບປະກັນໃຫ້ການຄຸ້ມຄອງລັດ, ຄຸ້ມຄອງ ແລະ ພັດທະນາ ເສດຖະກິດ-ສັງຄົມ ດຳເນີນໄປບົນພື້ນຖານລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການ ກໍຄື ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ເຮັດໃຫ້ທ້ອງຖິ່ນ ສາມາດປະຕິບັດພາລະບົດບາດ ຄຸ້ມຄອງບໍລິຫານລັດ ແລະ ແກ້ໄຂວຽກງານໃນເຂດແຄ້ວນທ້ອງຖິ່ນຕົນຢ່າງມີປະສິດທິພາບ, ມີການພັດທະນາຢ່າງຮອບດ້ານ, ມີຄວາມສະຫງົບປອດໄພ, ຊິວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນເປັນກ້າວໆ, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ວຽກງານບາງດ້ານຕື່ມ ເປັນຕົ້ນ: 1). ການປັບປຸງການແບ່ງຂັ້ນຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງຂອງລະບົບບໍລິຫານລັດໃນໄລຍະໃໝ່ ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໂດຍສະເພາະ ດ້ານວິທີການ ແລະ ມາດຕະການຈັດຕັ້ງປະຕິບັດ ມອບໃຫ້ບັນດາກະຊວງ, ອົງການຂັ້ນສູນກາງ ສົມທົບກັບຂະແໜງການຂອງຕົນ ຢູ່ຂັ້ນທ້ອງຖິ່ນ ກວດກາຄືນການແບ່ງງານ, ແບ່ງຄວາມຮັບຜິດຊອບ ແລະ ກວດກາຄືນບັນດານິຕິກໍາອັນໃດ ທີ່ບໍ່ສອດຄ່ອງໃນເງື່ອນໄຂປັດຈຸບັນ ແລະ ອັນໃດບໍ່ທັນມີ ກໍຕ້ອງໄດ້ຄົ້ນຄວ້າສ້າງຂຶ້ນຕື່ມ ເພື່ອເຮັດໃຫ້ການຄຸ້ມຄອງບໍລິຫານ, ການພັດທະນາປະເທດ ດໍາເນີນໄປດ້ວຍດີ, ທົ່ວເຖິງ ແລະ ຖືກຕ້ອງ; 2). ການສ້າງຕັ້ງເທດສະບານ ຕ້ອງໄດ້ພ້ອມກັນຈັດຕັ້ງປະຕິບັດ, ບໍ່ໃຫ້ລັ່ງເລ, ສົງໄສ ແລະ ຕັ້ງບັນຫາຂຶ້ນອີກ. ພ້ອມກັນນີ້ ເພື່ອຮັບປະກັນໃຫ້ເທດສະບານ ສາມາດເຄື່ອນໄຫວວຽກງານບໍລິຫານ ແລະ ບໍລິການຕົວເມືອງ ໄດ້ຢ່າງເປັນລະບົບຄົບຊຸດ, ມີປະສິດທິພາບ, ປະສິດທິຜົນ ມີຄວາມຈໍາເປັນຕ້ອງໄດ້ມີນິຕິກໍາຮອງຮັບ ໂດຍສະເພາະ ແມ່ນວຽກງານການເງິນຂອງເທດສະບານ ຊຶ່ງກະຊວງການເງິນ ຈະຕ້ອງໄດ້ຮີບຮ້ອນຄົ້ນຄວ້າພິຈາລະນາ ເພື່ອໃຫ້ເທດສະບານ ແລະ ນະຄອນ ມີຄວາມສະດວກ, ຄ່ອງຕົວໃນການນໍາໃຊ້ງົບປະມານ ເພື່ອຊຸກຍູ້ຄວາມເປັນເຈົ້າການ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ນໍາໃຊ້ງົບປະມານຢູ່ເທດສະບານ, ນະຄອນ ໃຫ້ແຕກຕ່າງຈາກເມືອງທົ່ວໄປ ແລະ ຮັບປະກັນສະຖຽນລະພາບ ດ້ານການສະໜອງງົບປະມານ ໃນທົ່ວປະເທດ; 3). ໃຫ້ກະຊວງພາຍໃນ ສົມກັບພາກສ່ວນກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ຮີບຮ້ອນຄົ້ນຄວ້າສ້າງນິຕິກໍາ ເພື່ອກະກຽມໃຫ້ແກ່ການສ້າງຕັ້ງຕາແສງ ໃຫ້ມີຄວາມສອດຄ່ອງ ແລະ ເໝາະສົມ ເປັນຕົ້ນ ດ້ານກົງຈັກການຈັດຕັ້ງ, ຂອບເຂດສິດ ແລະ ໜ້າທີ່ໃນການບໍລິຫານລັດ; ການສ້າງຕັ້ງຕາແສງ ຕ້ອງເຮັດຢ່າງມີຈຸດສຸມ, ມີແຜນການລະອຽດ ຈາກນັ້ນ ຈຶ່ງສະຫຼູບຖອດຖອນບົດຮຽນ ແລະ ຂະຫຍາຍໄປທົ່ວປະເທດ; 4). ການປົກຄອງໃນເຂດທີ່ເປັນຕົວເມືອງ ແລະ ເຂດຊົນນະບົດ ແມ່ນມີຄວາມແຕກຕ່າງກັນ ໂດຍສະເພາະ ດ້ານພາລະບົດບາດ ແລະ ໜ້າທີ່ ເຊິ່ງມີຄວາມຈໍາເປັນຢ່າງຍິ່ງ ຕ້ອງມີກົນໄກຄຸ້ມຄອງບໍລິຫານ ແລະ ມີຮູບແບບການປົກຄອງສະເພາະ ທີ່ແທດເໝາະ. ສະນັ້ນ, ບັນດາກະຊວງ, ອົງການທີ່ກ່ຽວຂ້ອງຂັ້ນສູນກາງ ຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າຢ່າງລະອຽດຖີ່ຖ້ວນ ເພື່ອແນໃສ່ສ້າງໃຫ້ເຂດດັ່ງກ່າວ ກາຍເປັນຫົວຈັກ ແກ່ດຶງການພັດທະນາຂອງເຂດແຄ້ວນ ແລະ ຂອງປະເທດ ບົນພື້ນຖານຮັບປະກັນໄດ້ຄວາມສະອາດຈົບງາມ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.

ຄໍາເຫັນ

ຂ່າວການເມືອງ

ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ສະພາ ສະເໜີຫຼາຍບັນຫາໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເອົາໃຈໃສ່

ສະພາ ສະເໜີຫຼາຍບັນຫາໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເອົາໃຈໃສ່

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.ທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ,ການເງິນ ແລະ ການກວດສອບ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານ ຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026.
5ປີຜ່ານມາ ອົງການກວດສອບແຫ່ງລັດກວດສອບ 600 ເປົ້າໝາຍ

5ປີຜ່ານມາ ອົງການກວດສອບແຫ່ງລັດກວດສອບ 600 ເປົ້າໝາຍ

5ປີຜ່ານມາ ອົງການກວດສອບແຫ່ງລັດສາມາດກວດສອບ ບັນລຸໄດ້ 600 ເປົ້າໝາຍ ເທົ່າກັບ 100% ຂອງຄາດໝາຍສູ້ຊົນທີ່ໄດ້ກຳນົດໄວ້,ສະເພາະປີ 2025 ໄດ້ສຳເລັດການຕິດຕາມ, ຊຸກຍູ້ ການແກ້ໄຂຜົນການກວດສອບ ຢູ່ບັນດາກະຊວງ-ອົງການ, ແຂວງ-ນະຄອນຫຼວງວຽງຈັນ ສຳເລັດ 39 ເປົ້າໝາຍ. ໃນນັ້ນ,ຂັ້ນສູນກາງ 13 ເປົ້າໝາຍ ແລະ ທ້ອງຖິ່ນ 26 ເປົ້າໝາຍ.
ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

ອົງການກວດກາແຫ່ງລັດ ເຫັນວ່າໂຄງການລົງທຶນຂອງລັດ,ຄວາມເອົາໃຈໃສ່ຂອງເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາ ໃນການແກ້ໄຂບັນຫາຂໍ້ຄົງຄ້າງຕາມຜົນຂອງການກວດກາ ແຕ່ກໍຍັງເຫັນວ່າໃນການຈັດຕັ້ງປະຕິບັດໂຄງການຍັງບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ.
ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນລາຍງານການສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ແລະ ການດັດແກ້ແຜນງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍວິຊາການຂອງຂະແໜງການຂັ້ນສູງກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ກະຊວງ ຍທຂ ຊີ້ແຈງ ການສ້ອມແປງເສັ້ນທາງໃນໄລຍະໃໝ່

ກະຊວງ ຍທຂ ຊີ້ແຈງ ການສ້ອມແປງເສັ້ນທາງໃນໄລຍະໃໝ່

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ.
ສສກຊີ້ແຈ້ງການຈັດສັນງົບປະມານ-ການປັບປຸງລະບົບການສຶກສາມາເປັນ 6+3+3

ສສກຊີ້ແຈ້ງການຈັດສັນງົບປະມານ-ການປັບປຸງລະບົບການສຶກສາມາເປັນ 6+3+3

ກະຊວງສຶກສາທິການ ແລະ ກິລາ(ສສກ) ໄດ້ຊີ້ແຈ້ງຫຼາຍບັນຫາກ່ຽວກັບການຈັດສັນງົບປະມານ,ເພື່ອໃຫ້ໂຮງຮຽນຮຽນລັດມີຄຸນນະພາບ ແລະ ດຶງດູດ ໃຫ້ນັກຮຽນມາຮຽນເພີ່ມຂຶ້ນ, ການປະຕິບັດລະບົບການສຶກສາ ທີ່ປ່ຽນຈາກ 5+4+3 ມາເປັນ 6+3+3 ເຂົ້າໃນຂະແໜງສຶກສາທິການ ແລະ ກິລາຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII ແຂວງຫຼວງພະບາງໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້, ໂດຍການເປັນປະທານຂອງ ສະຫາຍ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ເຂົ້າຮ່ວມ.
ກະຊວງ ກສ ຊີ້ແຈງການຜະລິດ-ປຸງແຕ່ງຜະລິດຕະພັນກະສິກຳ

ກະຊວງ ກສ ຊີ້ແຈງການຜະລິດ-ປຸງແຕ່ງຜະລິດຕະພັນກະສິກຳ

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງ ກະສະກຳ ແລະ ສິ່ງແວດລ້ອມ(ກສ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາ ແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
5 ປີຜ່ານມາ ສາມາດມ້າງຄະດີຢາ​ເສບ​ຕິດໄດ້ 21,003 ເລື່ອງ

5 ປີຜ່ານມາ ສາມາດມ້າງຄະດີຢາ​ເສບ​ຕິດໄດ້ 21,003 ເລື່ອງ

ໃນໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ ໂດຍສະເພາະດ້ານການສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຊີ້ນໍາການຈັດຕັ້ງປະຕິບັດຮອບດ້ານ ເຮັດໃຫ້ໃນທົ່ວປະເທດສາມາດແກ້ໄຂມ້າງຄະດີໄດ້ 21,003 ເລື່ອງ.
ເພີ່ມເຕີມ