ກອງປະຊຸມວິສາມັນຄັ້ງທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

ກອງປະຊຸມວິສາມັນຄັ້ງທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 15 ມັງກອນ ຜ່ານມາ ທີ່ຫໍສະພາແຫ່ງຊາດ ຫວຽດນາມ, ສະພາແຫ່ງຊາດ ຊຸດທີ XV ໄດ້ເປີດກອງປະຊຸມ ຄັ້ງທີ 5 ຂຶ້ນຢ່າງສົມກຽດ. ເຂົ້າຮ່ວມໃນພິທີ, ມີທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ຫວໍວັນເຖືອງ ປະທານປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ພ້ອມກັບບັນດາແຂກຖືກເຊີນ ແລະ ສສຊ ກວ່າ 400 ທ່ານ.
ຂ່າວລະບຸວ່າ: ທ່ານ ເວືອງດິ່ງເຫວ້ ກ່າວຄຳເຫັນເປີດກອງປະຊຸມ ວ່າ: ໃນກອງປະຊຸມ, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາ 4 ເນື້ອໃນ ຊຶ່ງລວມມີ: ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ); ຮ່າງມະຕິກ່ຽວກັບບາງກົນໄກ, ນະໂຍບາຍພິເສດສະເພາະ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຄົງຄ້າງ, ຊຸກຍູ້ຄວາມຄືບໜ້າໃນການປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ (ຕາມລຳດັບ, ລະບຽບການກະທັດລັດ); ບາງເນື້ອໃນສຳຄັນ, ຮີບດ່ວນກ່ຽວກັບການເງິນ ແລະ ງົບປະມານ.
ກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ທ່ານ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ: ນີ້ແມ່ນຮ່າງກົດໝາຍໃຫຍ່, ມີຄວາມໝາຍ ແລະ ສຳຄັນພິເສດໃນຊີວິດທາງດ້ານການເມືອງ, ເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາສິ່ງແວດລ້ອມຂອງປະເທດຊາດ; ມີຜົນກະທົບຢ່າງເລິກເຊິ່ງ, ກວ້າງຂວາງເຖິງປະຊາຊົນທຸກຊັ້ນວັນນະ ແລະ ປະຊາຄົມວິສາຫະກິດ, ພ້ອມທັງແມ່ນຮ່າງກົດໝາຍທີ່ຫຍຸ້ງຍາກ ແລະ ສັບສົນ.
ສຳລັບຮ່າງກົດໝາຍວ່າດ້ວຍສິນເຊື່ອສະບັບປັບປຸງ, ທ່ານ ເວືອງດິ່ງເຫວ້ ເນັ້ນໜັກວ່າ: ຮ່າງກົດໝາຍມີຜົນກະທົບໂດຍກົງເຖິງນະໂຍບາຍການເງິນ, ເງິນຕາ, ສະຖຽນລະພາບເສດຖະກິດມະຫາພາກ. ທ່ານສະເໜີວ່າ: ບັນດາເນື້ອໃນທີ່ຕັດສິນໃນກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນພິເສດ ບໍ່ພຽງແຕ່ສຳລັບການປະຕິບັດບັນດາແຜນພັດທະນາເສດຖະກິດ - ສັງຄົມຂອງປີ 2024 ເທົ່ານັ້ນ, ແຕ່ຍັງແມ່ນທັງອາຍຸການ ແລະ ມີຄວາມໝາຍພື້ນຖານ, ຍຸດທະສາດ, ຍາວນານ. ຂ້າພະເຈົ້າສະເໜີບັນດາ ສສຊ ເສີມຂະຫຍາຍປະຊາທິປະໄຕ, ຍົກສູງນ້ຳໃຈຄວາມຮັບຜິດຊອບ, ສຸມໃສ່ຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນຢ່າງສຸດຈິດສຸດໃຈ, ມີຄຸນນະພາບ ເພື່ອໃຫ້ກອງປະຊຸມນີ້ປະຕິບັດສຳເລັດທຸກເນື້ອໃນໂຄງການດ້ວຍຄວາມເຫັນດີເຫັນພ້ອມຢ່າງສູງ. ສະເໜີໃຫ້ບັນດາອົງການຂອງສະພາແຫ່ງຊາດ, ລັດຖະບານ ແລະ ບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງຈົ່ງຕັດສິນໃຈສູງ, ພະຍາຍາມ, ສົມທົບຢ່າງແໜ້ນແຟ້ນ, ສ້າງສຳເລັດຮ່າງກົດໝາຍ ແລະ ຮ່າງມະຕິ ບັນລຸຄຸນນະພາບສູງ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ ແລະ ຕັດສິນ.

ຄໍາເຫັນ

ຂ່າວຕ່າງປະເທດ

ກຳປູເຈຍ ໃຊ້ງົບປະມານຫຼາຍກວ່າ 1.2 ຕື້ໂດລາ ນຳເຂົ້ານໍ້າມັນ ແລະ ອາຍແກ໊ສ

ກຳປູເຈຍ ໃຊ້ງົບປະມານຫຼາຍກວ່າ 1.2 ຕື້ໂດລາ ນຳເຂົ້ານໍ້າມັນ ແລະ ອາຍແກ໊ສ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກໍລະກົດ ຜ່ານມາ; ກະຊວງ​ການ​ຄ້າ​ກຳປູ​ເຈຍ​ລາຍ​ງານ​ວ່າ: ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ, ນ້ຳມັນແອັດຊັງ ​ແລະ ​ອາຍ​ແກ໊ສທີ່ສາມາດ​ເຜົາ​ໄໝ້​ໄດ້ (combustion gas)ຂອງ​ກຳປູ​ເຈຍ​ໃນ​ເຄິ່ງປີ​ທຳ​ອິດ​ຂອງ​ປີ 2025 ​​ຫຼຸດ​ລົງ 13.2%.
ຍີ່ປຸ່ນ ເກີນດຸນການຄ້າຫຼຸດລົງ 30.8% ໃນເດືອນມິຖຸນາ

ຍີ່ປຸ່ນ ເກີນດຸນການຄ້າຫຼຸດລົງ 30.8% ໃນເດືອນມິຖຸນາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກໍລະກົດ ຜ່ານມາວ່າ: ກະຊວງການເງິນຂອງຍີ່ປຸ່ນລາຍງານຍອດເກີນດຸນການຄ້າໃນເດືອນມິຖຸນາ ຫຼຸດລົງ 30.8% ຈາກປີກ່ອນ ມາເປັນ 153 ຕື້ເຢນ, ເນື່ອງຈາກການສົ່ງອອກໄປ ສະຫະລັດ ອາເມຣິກາ ສືບຕໍ່ຫຼຸດລົງຍ້ອນຜົນກະທົບຂອງອັດຕາພາສີ.
ມູນ​ຄ່າ​ການ​ຄ້າ​ສິນ​ຄ້າ​ວັດ​ຖຸ​ຂາ​ເຂົ້າ​-ຂາ​ອອກ​ ຂອງ​ຈີນ​ໃນ​ 6 ເດືອນ​ຕົ້ນ​ປີ​ ບັນ​ລຸ 21.790 ຕື້ຢວນ

ມູນ​ຄ່າ​ການ​ຄ້າ​ສິນ​ຄ້າ​ວັດ​ຖຸ​ຂາ​ເຂົ້າ​-ຂາ​ອອກ​ ຂອງ​ຈີນ​ໃນ​ 6 ເດືອນ​ຕົ້ນ​ປີ​ ບັນ​ລຸ 21.790 ຕື້ຢວນ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ຕາມສະ​ຖິ​ຕິ​ຂອງ​ດ່ານ​ພາ​ສີ​ຈີນ, ​ໃນ​ 6 ເດືອນ​ຕົ້ນ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ສິນ​ຄ້າວັດ​ຖຸ​ຂາ​ເຂົ້າ​-ຂາ​ອອກ​ຂອງ​ຈີນໄດ້​ບັນ​ລຸ 21.790 ຕື້ ຢວນ, ເພີ່ມ​ຂຶ້ນ 2.9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.
ການ​ຫັນ​ເປັນ​ດີຈີ​ຕອນ​ພາກ​ລັດ - ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ

ການ​ຫັນ​ເປັນ​ດີຈີ​ຕອນ​ພາກ​ລັດ - ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເວທີປາໄສຫັນເປັນດີຈີຕອນພາກລັດ - ປະຖົມປັດໄຈໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໂດຍສື່ເອເລັກໂຕນິກວິທະຍຸກະຈາຍສຽງຫວຽດນາມ ຈັດຂຶ້ນໃນວັນທີ 17 ກໍລະກົດ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ.
ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ແລະ ແຫຼ່ງກຳລັງພັດທະນາ OCOP

ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ແລະ ແຫຼ່ງກຳລັງພັດທະນາ OCOP

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 16 ກໍລະກົດ ຜ່ານມາວ່າ: ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນແຫຼ່ງກຳລັງ, ແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີກັບບັນດາປະເທດມີເງື່ອນໄຂຄ້າຍຄືກັນດ້ານດິນຟ້າອາກາດ ເພື່ອພັດທະນາຜະລິດຕະພັນ OCOP ແລະ ພື້ນຖານກະສິກຳແບບຍືນຍົງ”. ນີ້ແມ່ນຄຳຢືນຢັນຂອງທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃນການຕ້ອນຮັບຄະນະຜູ້ແທນບັນດາລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງດ້ານກະສິກຳ ທີ່ເຂົ້າຮ່ວມເວທີປາໄສແລກປ່ຽນບົດຮຽນຂັ້ນສູງລະຫວ່າງບັນດາພາກພື້ນກ່ຽວກັບຮູບແບບແຕ່ລະຕາແສງມີຜະລິດຕະພັນໜຶ່ງ (OCOP), ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບອົງການອາຫານ ແລະ ການກະເສດ (FAO) ຈັດຂຶ້ນໃນວັນທີ 15 ກໍລະກົດ ຜ່ານມາ ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ.
ການຄ້າທົ່ວໂລກ ຂະຫຍາຍຕົວຫຼາຍກວ່າ 5% ໃນໄຕມາດທຳອິດ

ການຄ້າທົ່ວໂລກ ຂະຫຍາຍຕົວຫຼາຍກວ່າ 5% ໃນໄຕມາດທຳອິດ

ຂ່າວຕ່າງປະເທດລາຍງານ; ອົງການ​ການ​ຄ້າ​ໂລກ (WTO) ເປີດເຜີຍໃນວັນທີ 15 ກໍລະກົດ ຜ່ານມາວ່າ: ປະລິມານ​ການ​ຄ້າ​ທົ່ວ​ໂລກ​ຂະຫຍາຍ​ຕົວ​ຢ່າງ​ແຂງ​ແຮງ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2025, ແຕ່​ຄາດວ່າອັດຕາການຂະຫຍາຍຕົວ​ດ້ານ​ການ​ຄ້າ​ໃນ​ປີ 2025 ຈະ​ຊ້າ​ລົງ​ຍ້ອນ​ຜົນ​ກະທົບ​ຈາກ​ອັດຕາ​ພາສີ.
ຍີ່ປຸ່ນ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃນເຄິ່ງປີທຳອິດ 21.5 ລ້ານຄົນ

ຍີ່ປຸ່ນ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃນເຄິ່ງປີທຳອິດ 21.5 ລ້ານຄົນ

ຂ່າວຕ່າງປະເທດລາຍງານວ່າ: ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຍີ່ປຸ່ນ (JNTO) ເປີດເຜີຍຂໍ້ມູນໃນວັນທີ 16 ກໍລະກົດ ຜ່ານມາວ່າ: ຍີ່ປຸ່ນ ຕ້ອນຮັບນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດຈຳນວນ 21.5 ລ້ານ​​ຄົນ​ໃນ​ເຄິ່ງປີ​ທຳ​ອິດ​ ຂອງ​ປີ 2025, ​ໂດຍ​ຄວາມ​ຕ້ອງການ​ການເດີນທາງ​ຍັງ​ຄົງ​ແຂງ​ແຮງ ​ເຖິງແມ່ນວ່າຢູ່​ນອກ​ລະດູ​ການທ່ອງທ່ຽວ.
ທ່ານ ຮຸນມາເນດ ສັ່ງປາບປາມກຸ່ມສໍ້ໂກງທາງອອນລາຍ

ທ່ານ ຮຸນມາເນດ ສັ່ງປາບປາມກຸ່ມສໍ້ໂກງທາງອອນລາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ກໍລະກົດ ຜ່ານມານີ້ວ່າ: ທ່ານ ຮຸນມາເນດ ນາຍົກ ລັດຖະມົນຕີກຳປູເຈຍ ໄດ້ລົງນາມໃນຄຳສັ່ງປາບປາມເຄືອຂ່າຍການສໍ້ໂກງທາງອອນລາຍທີ່ແຜ່ຂະຫຍາຍໄປທົ່ວປະເທດ ໂດຍເຕືອນວ່າ: ເຈົ້າໜ້າທີ່ທີ່ຂັດຂວາງການປາບປາມອາດຖືກໄລ່ອອກຈາກວຽກ.
6 ເດືອນ​ຕົ້ນ​ປີ​ນີ້ຄົນ​ຕ່າງ​ປະ​ເທດເດີນ​ທາງ​ເຂົ້າ​​​ຈີນ​ແບບ​ຍົກ​ເວັ້ນ​ວີຊາ ເພີ່ມ​ຂຶ້ນ 53.9%

6 ເດືອນ​ຕົ້ນ​ປີ​ນີ້ຄົນ​ຕ່າງ​ປະ​ເທດເດີນ​ທາງ​ເຂົ້າ​​​ຈີນ​ແບບ​ຍົກ​ເວັ້ນ​ວີຊາ ເພີ່ມ​ຂຶ້ນ 53.9%

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 16 ກໍ​ລະ​ກົດ ຜ່ານມາ​, ກົມ​ຄຸ້ມ​ຄອງຄົນ​ເຂົ້າ​-ອອກ​ເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ຈັດກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ໂດຍ​ໃຫ້​ຮູ້​ວ່າ: ໃນ 6 ເດືອນ​ຕົ້ນ​ປີ​ນີ້, ຈີນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີຊາ​ສຳ​ລັບ​ກຸ່ມ​ນັກ​ທ່ອງ​ທ່ຽວ​ຈາກປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ທີ່​ຜ່ານດ່ານ​ຢູ່​ກິ່ງ​ແຂວ​ງ​ສິບ​ສອງ​ພັນ​ນາ ​ແຂວງ​ຢຸນ​ນານ​ ແລະ ​ເພີ່ມອິນ​ໂດ​ເນ​ເຊຍ​ເຂົ້າເປັນ​ປະ​ເທດ​ທີ່​​ສາ​ມາດ​​ນຳໃຊ້​ນະ​ໂຍ​ບາຍ​ຜ່ານ​ແດນຈີນ​ແບບ​​ຍົກ​ເວັ້ນ​ວີ​ຊາ​ພາຍ​ໃນ 240 ຊົ່ວ​ໂມງ.
ຫວຽດນາມ ຈັດກອງປະຊຸມທາງໄກທົ່ວປະເທດກ່ຽວກັບແຜນການເຕີບໂຕ

ຫວຽດນາມ ຈັດກອງປະຊຸມທາງໄກທົ່ວປະເທດກ່ຽວກັບແຜນການເຕີບໂຕ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 16 ກໍລະກົດ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມທາງໄກລະຫວ່າງລັດຖະບານກັບທ້ອງຖິ່ນ ກ່ຽວກັບແຜນການເຕີບໂຕເສດຖະກິດ ປີ 2025 ແລະ ບັນດາໜ້າທີ່, ມາດຕະການແກ້ໄຂ ເພື່ອປະຕິບັດເປົ້າໝາຍເຕີບໂຕປີ 2025. ກອງປະຊຸມໄດ້ຈັດຂຶ້ນໂດຍກົງຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ, ໂດຍເຊື່ອມຕໍ່ກັບ 34 ແຂວງ, ນະຄອນ ແລະ 3.300 ກວ່າຕາແສງ, ເຂດພິເສດໃນທົ່ວປະເທດ.
ເພີ່ມເຕີມ