![]() |
ສະຫາຍ ພັນໂທ ສຸລິກອນ ໄກຍະສອນ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 4 ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ຢູ່ກອງພົນທີ 4 ໃນນີ້, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນພັນຕີ 39 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍເອກ ຂຶ້ນພັນຕີ 9 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຮ້ອຍເອກ 58 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 10 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍຕີ ຂຶ້ນຮ້ອຍໂທ 3 ສະຫາຍ, ເລື່ອນຊັ້ນ ວາທີ ຂຶ້ນຮ້ອຍຕີ 62 ສະຫາຍ ແລະ ເລື່ອນທຽບຊັ້ນ ວາທີ ຂຶ້ນຮ້ອຍຕີ 5 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ປະທານ ໄດ້ເນັ້ນໜັກຫຼາຍບັນຫາສໍາຄັນ ເພື່ອໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນຕື່ມອີກ.
ຂ່າວ: ໂພຄຳ ພອນປະເສີດ

ຄໍາເຫັນ