![]() |
ໃນກອງປະຊຸມ, ສະຫາຍ ນາງ ຕາເຟືອງຢຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ໄດ້ນໍາສະເໜີ ຄວາມສຳຄັນ, ນະໂຍບາຍ ແລະ ແນວທາງຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ການກະກຽມສຳລັບການຈັດຕັ້ງກອງປະຊຸມໃຫຍ່, ທິດທາງ-ໜ້າທີ່ສຳຄັນໃນໄລຍະທີ່ຈະມາເຖິງ, ລວມທັງບັນດາຄວາມກ້າວໜ້າທາງຍຸດທະສາດ ແລະ ໜ້າທີ່ສຳຄັນ; ການກະກຽມເອກະສານກອງປະຊຸມໃຫຍ່, ໂດຍສະເພາະແມ່ນນະວັດຕະກໍາໃນວິທີການຮ່າງເອກະ ສານ, ຊຶ່ງເກີດຂຶ້ນຈາກຄວາມເປັນຈິງໃໝ່ຂອງປະເທດ, ການພັດທະນາຄວາມເຂົ້າໃຈທາງທິດສະດີ ແລະ ການຈັດຕັ້ງປະຕິບັດ, ຮັບປະກັນຄວາມສອດຄ່ອງໃນເນື້ອໃນ. ກົງສູນໃຫຍ່ ຍັງໄດ້ແຈ້ງໃຫ້ຜູ້ແທນຮູ້ກ່ຽວກັບຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ສຳລັບໄລຍະ 2021-2025.
ສະຫາຍ ສົມບູນ ເຮືອງວົງສາ ໄດ້ກ່າວວ່າ: ກ່ອນອື່ນ ສະຫາຍໄດ້ຊົມເຊີຍຢ່າງສູງຕໍ່ການຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານຂອງກົງສູນໃຫຍ່ກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມໃນຄັ້ງນີ້, ຊຶ່ງໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງທັງສອງພັກ ແລະ ລັດທີ່ຈະພັດທະນາສາຍພົວພັນທີ່ໃກ້ຊິດເຊິ່ງກັນ ແລະ ກັນຕື່ມອີກ ແລະ ໄດ້ຕີລາຄາສູງຕໍ່ການນຳພາ ແລະ ການຊີ້ນຳຂອງພັກໃນການພັດທະນາເສດຖະກິດຂອງຫວຽດນາມ ແລະ ເພີ່ມທະວີການແຂ່ງຂັນໃນໂລກ.
ສອງພັກ, ສອງລັດ, ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ຢືນຢູ່ຄຽງຂ້າງກັນໃນການຕໍ່ສູ້ເພື່ອການປົດປ່ອຍຊາດ ແລະ ການທ້ອນໂຮມປະເທດຊາດຄືນໃໝ່ໃນອະດີດ ແລະ ໃນປັດຈຸບັນ, ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ສືບຕໍ່ປູກຝັງ ແລະ ພັດທະນາສາຍພົວພັນທີ່ເປັນເອກະລັກນີ້ໃຫ້ໝັ້ນຄົງ.
(ຂ່າວ-ພາບ: ຈັນທະວີສັກ)

ຄໍາເຫັນ