ກອງທັບປະຊາຊົນລາວ ປະກອບສ່ວນຮ່ວມສຳພັນສູ້ຮົບໃນບັ້ນຮົບດຽນບຽນຝູ້

ກອງທັບປະຊາຊົນລາວ ປະກອບສ່ວນຮ່ວມສຳພັນສູ້ຮົບໃນບັ້ນຮົບດຽນບຽນຝູ້
ໄຊຊະນະດຽນບຽນຝູ້ ບໍ່ພຽງແຕ່ແມ່ນໄຊຊະນະຂອງກອງທັບ ແລະ ປະຊາຊົນຫວຽດນາມແຕ່ຍັງແມ່ນໄຊຊະນະລວມຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍອ້າຍນ້ອງທີ່ໄດ້ຮ່ວມສຳພັນສູ້ຮົບຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນເພື່ອປົດປ່ອຍຕົນເອງ ຊຶ່ງໄຊຊະນະດັ່ງກ່າວໄດ້ດັບມອດເຈດຈຳນົງການຮຸກຮານຂອງລັດທິລ່າເມືອງຂຶ້ນແບບເກົ່າ ແລະ ບັງຄັບໃຫ້ຍອມເຊັນສັນຍາເຊີແນວກ່ຽວກັບອິນດູຈີນ, ຮັບຮູ້ຄວາມເປັນເອກະລາດແຫ່ງຊາດອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ລາວ ແລະກຳປູເຈຍ.
    ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 2 ພຶດສະພາຜ່ານມາທ່ານໄດ້ຍົກໃຫ້ເຫັນໄຊຊະນະດຽນບຽນຝູ້ ກໍຄືການປະກອບສ່ວນຂອງກອງທັບປະຊາຊົນລາວໃນການຮ່ວມສຳພັນສູ້ຮົບໃນບັ້ນຮົບດຽນບຽນຝູ້ຈົນໄດ້ຮັບໄຊສະນະ ຊຶ່ງ ໄຊຊະນະດຽນບຽນຝູ້ໄດ້ບັງຄັບໃຫ້ພວກລ່າເມືອງຂຶ້ນແບບເກົ່າຕ້ອງຍອມຮັບເຊັນສັນຍາເຊີແນວປີ 1954 ກ່ຽວກັບອິນດູຈີນຮັບຮອງຄວາມເປັນເອກະລາດ ແລະ ອະທິປະໄຕຂອງ 3 ຊາດອິນດູຈີນ. ພາຍຫຼັງສັນຍາເຊີແນວບໍ່ໄດ້ເທົ່າໃດປີ, ຈັກກະພັດລ່າເມືອງຂຶ້ນແບບໃໝ່ໄດ້ເຂົ້າມາປ່ຽນແທນພວກລ່າເມືອງຂຶ້ນແບບເກົ່າຮຸກຮານລາວ ແລະ ຫວຽດນາມ ດ້ວຍລັດທິລ່າເມືອງຂຶ້ນແບບໃໝ່ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມໄດ້ສືບຕໍ່ຄຽງບ່າຄຽງໄຫຼ່ກັບພະນັກງານ-ນັກຮົບກອງທັບປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າດຳເນີນການຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນ ແລະ ອາດຫານຊານໄຊທີ່ສຸດດ້ວຍຈິດໃຈເຂົ້າເມັດຫັກ, ຜັກເສັ້ນໜຶ່ງກໍແບ່ງກັນກິນ ເພື່ອທັບມ້າງຍຸດທະສາດຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫຼ່ງຕີນມືຂາຍຊາດຂອງລັດຖະບານຫຸ່ນວຽງຈັນຍາດເອົາໄຊຊະນະເຊັ່ນ: ບັ້ນຮົບປົດປ່ອຍຫຼວງນໍ້າທາ 1962, ບັ້ນຮົບ 128, ບັ້ນຮົບນໍ້າບາກ 1968, ບັ້ນຮົບເມືອງສຸຍ 1969, ບັ້ນຮົບກູ້ກຽດ, ບັ້ນຮົບທະນົງກຽດ 1969-1970, ບັ້ນຮົບລາມເຊີນ 719 ປີ1971, ບັ້ນຮົບທົ່ງໄຫຫີນຊຽງແຂວງ, ລ້ອງແຈ້ງ, ບັ້ນຮົບສາລາພູຄູນ 1971-1972ແລະ ບັ້ນຮົບອື່ນໆ.
ເພື່ອຊ່ວຍໃຫ້ສະຫາຍຫວຽດນາມ ເຮັດສຳເລັດພາລະກິດປະຫວັດສາດໃນການປົດປ່ອຍພາກໃຕ້ຫວຽດນາມ, ພັກປະຊາຊົນປະຕິວັດລາວ, ສູນກາງແນວລາວຮັກຊາດ ກໍໄດ້ສ້າງທຸກເງື່ອນໄຂເອື້ອອຳນວຍໄດ້ອະນຸຍາດໃຫ້ເພື່ອນເປີດເສັ້ນທາງໂຮ່ຈິມິນຜ່ານດິນແດນລາວເພື່ອລຳລຽງຂົນສົ່ງກໍາລັງທະຫານ, ພາຫະນະສົງຄາມເປັນເວລາຫຼາຍປີ ປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນໃນວັນທີ 30 ເມສາ 1975 ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນໄຊຊະນະລວມຂອງສອງຊາດລາວ-ຫວຽດນາມ ໂດຍປະສານສົມທົບກັບໄຊຊະນະຂອງປະຊາຊົນຫວຽດນາມ, ຢູ່ລາວພວກເຮົາກໍໄດ້ເປີດບັ້ນຮົບປຸກລະດົມການລຸກຮືຂຶ້ນດ້ວຍ 3 ບາດຄ້ອນຍຸດທະສາດ, ກ້າວໄປສູ່ການຢຶດອໍານາດທົ່ວປະເທດໃນວັນທີ 23 ສິງຫາ 1975, ລຶບລ້າງລະບອບເກົ່າລາຊາທິປະໄຕລາດຊະອານາຈັກທີ່ເປັນເມືອງຂຶ້ນຂອງຕ່າງຊາດ, ສະຖາປະນາລະບອບໃໝ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນວັນທີ 2 ທັນວາ 1975 ຢ່າງສະຫງ່າງາມ.
    ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວໃຫ້ຮູ້ອີກວ່າ: ໄຊຊະນະດຽນບຽນຝູ້ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດພາຍນອກຂອງປະຊາຊົນຫວຽດນາມຜູ້ພິລະອາດຫານ ຊຶ່ງໄດ້ບັນທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ໃນສະຕະວັດທີ XX ທີ່ໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນແບບເກົ່າຂອງລັດທິຈັກກະພັດ, ມັນໄດ້ເຮັດໃຫ້ສັດຈະທຳມີຄວາມສະຫວ່າງສະໄຫວຂຶ້ນຢູ່ໃນຊາດເຄິ່ງສັກດີນາທີ່ເຄີຍເປັນຫົວເມືອງຂຶ້ນປະຊາກອນບໍ່ຫຼາຍ, ເສດຖະກິດຫຼ້າຫຼັງ, ກໍາລັງທະຫານ ແລະ ພາຫະນະ-ອາວຸດຍຸດໂທປະກອນມີໜ້ອຍ ແຕ່ດ້ວຍຄວາມສາມັກຄີຢ່າງແໜ້ນແຟ້ນພາຍໃນຊາດ, ການຊີ້ນຳ-ນຳພາຂອງພັກ ແລະ ປະທານໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່, ປຸກລະດົມ ແລະ ໝູນໃຊ້ກຳລັງປະກອບອາວຸດປະຕິບັດໜ້າທີ່ປ້ອງກັນປະເທດທົ່ວປວງຊົນເພື່ອເຮັດສົງຄາມປະຊາຊົນ, ຕີເອົາໄຊຊະນະກັບສັດຕູຜູ້ຮຸກຮານ ທີ່ມີພື້ນຖານເສດຖະກິດ ແລະ ການທະຫານເຂັ້ມແຂງ ແລະ ທັນສະໄໝກວ່າຫຼາຍເທົ່າຈົນໄດ້ຮັບໄຊຊະນະ.
ຂ່າວ: ທະນູທອງ, ພາບ: ຂັນໄຊ

ຄໍາເຫັນ

ຂ່າວການເມືອງ

ລັດ​ຖະ​ບານຈະສຸມໃສ່ຫຼາຍວຽກແກ້ໄຂບັນຫາຢາເສບຕິດ

ລັດ​ຖະ​ບານຈະສຸມໃສ່ຫຼາຍວຽກແກ້ໄຂບັນຫາຢາເສບຕິດ

ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາຊາດ.
ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດຢ່າງມີຈຸດສຸມ

ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດຢ່າງມີຈຸດສຸມ

ບັນດາສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງຕ່າງ ໄດ້ສຸມໃສປະກອບຄຳເຫັນໃສ່ບົດລາຍງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 5 ປີ(2021-2025) ແລະ ທິດທາງໃນຕໍ່ໜ້າຢ່າງກົງໄປກົງມາ ແລະ ມີຈຸດສຸມ ແນໃສ່ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຜົນສຳເລັດເປັນກ້າວໆ.
ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ແກ້ໄຂບັນຫາຢາເສບຕິດ

ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ແກ້ໄຂບັນຫາຢາເສບຕິດ

ທ່ານ ພົນໂທ ສຸວອນ ເລືອງບຸນມີຮອງປະທານສະພາແຫ່ງຊາດຕາງໜ້າຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5ປີ(2021-2025) ແລະ ທິດທາງໃນຕໍ່ໜ້າ,ສະເໜີໂດຍ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX,ໃນວັນທີ 12 ພະຈິກນີ້,ທີ່ສະພາແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ສະຫາຍ ວິລະພັນ ຊາພູວົງ ໄດ້ຮັບເລືອກຕັ້າງໃຫ້ເປັນເລຂາໜ່ວຍພັກຮາກຖານ ວສຊ

ສະຫາຍ ວິລະພັນ ຊາພູວົງ ໄດ້ຮັບເລືອກຕັ້າງໃຫ້ເປັນເລຂາໜ່ວຍພັກຮາກຖານ ວສຊ

ກອງປະຊຸມໃຫຍ່ ຄັ້ງທີ X ໜ່ວຍພັກຮາກຖານວິທະຍາໄລ ສິລະປະແຫ່ງຊາດ(ວສຊ) ກະຊວງວັດທະນະທໍາແລະການທ່ອງທ່ຽວ(ວທ) ໄດ້ເປີດຂຶ້ນໃນວັນທີ 12ພະຈິກ 2025 ທີ່ວິທະຍາໄລດັ່ງກ່າວ ໂດຍການປະທານຂອງ ສະຫາຍ ວິລະພັນ ຊາພູວົງ ຜູ້ອໍານວຍການ ວິທະຍາໄລສິລະປະແຫ່ງຊາດ ເລຂາ ໜ່ວຍພັກຮາກຖານ ວສຊ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ວທ, ພ້ອມດ້ວຍອາດີດການນໍາອາວຸໂສ-ບໍານານ ແລະ ສະມາຊິກພັກ ວສຊ ເຂົ້າຮ່ວມ.
ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດຢ່າງມີຈຸດສຸມ

ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດຢ່າງມີຈຸດສຸມ

ທ່ານໄຊ​ສົມ​ພອນພົມ​ວິ​ຫານປະທານສະພາແຫ່ງຊາດ ເນັ້ນໃຫ້ສະມາຊິກສະພາ ແຫ່ງຊາດ(ສສຊ) ປະກອບຄຳເຫັນໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ 5 ປີ(2021-2025) ຂອງລັດຖະບານຢ່າງມີຈຸດສຸມ ແລະ ສອດຄ່ອງກັບສະພາບຕົວຈິງ ຂອງປະເທດເຮົາໃນປັດຈຸບັນ,ຕໍ່ກັບການກຳນົດທິດທາງແຜນການໃນຕໍ່ໜ້າໃຫ້ເຊື່ອມສານເຂົ້າໃນແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງ ທີ X.
ສະພາແຫ່ງຊາດສະເໜີໃຫ້ລັດຖະບານແກ້ໄຂຂໍ້ຄົງຄ້າງ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ສະພາແຫ່ງຊາດສະເໜີໃຫ້ລັດຖະບານແກ້ໄຂຂໍ້ຄົງຄ້າງ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ລັດຖະບານຕ້ອງສຸມໃສ່ແກ້ໄຂຂໍ້ຄົງຄ້າງທາງດ້ານກົນໄກ, ຂອດອຸດຕັນ, ລະບອບລະບຽບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະຜ່ານມາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ,ໃນຂະນະດຽວກັນຕ້ອງເຊື່ອມສານເຂົ້າໃນຄາດໝາຍສູ້ຊົນໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X.
ລັດຖະບານຈະສຸມໃສ່ຫຼາຍບັນຫາເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ລັດຖະບານຈະສຸມໃສ່ຫຼາຍບັນຫາເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັັດຖະມົນຕີ ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025 ແລະ ທິດທາງຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາຊາດ.
5 ປີຜ່ານມາ ການຜະລິດສະບຽງອາຫານສະເລ່ຍ 6.75 ລ້ານໂຕນຕໍ່ປີ

5 ປີຜ່ານມາ ການຜະລິດສະບຽງອາຫານສະເລ່ຍ 6.75 ລ້ານໂຕນຕໍ່ປີ

ໃນໄລຍະ 5 ປີຜ່ານມາ ລັດຖະບານ ໄດ້ຊຸກຍູ້ການຜະລິດກະສິກຳ ຄໍ້າປະກັນສະບຽງອາຫານ ເພື່ອການຊົມໃຊ້ພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າ ຊຶ່ງສາມາດຜະລິດສະບຽງອາຫານໄດ້ທັງໝົດສະເລ່ຍ 6.75 ລ້ານໂຕນຕໍ່ປີ ເທົ່າກັບ 96% ຂອງແຜນການ.
ກອງປະຊຸມບໍລິຫານງານພັກຄັ້ງທີ 3 ສະໄໝທີ V ສານປະຊາຊົນສູງສຸດ

ກອງປະຊຸມບໍລິຫານງານພັກຄັ້ງທີ 3 ສະໄໝທີ V ສານປະຊາຊົນສູງສຸດ

ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ v ຂອງອົງຄະນະພັກ ສານປະຊາຊົນສູງສຸດ (ສປສສ)ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2025 , ພາຍໃຕ້ການເປັນປະທານຂອງສະຫາຍ ນ. ວຽງທອງ ສີພັນດອນ ຄະນະ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີ ຄະນະປະຈຳພັກ ແລະ ຄະນະພັກ ເຂົ້າຮ່ວມ
ສສຊ ສະເໜີໃຫ້ລັດຖະບານ ແກ້​ໄຂບັນ​ຫາ​ການ​ຂາດ​ແຄນ​ຄູ

ສສຊ ສະເໜີໃຫ້ລັດຖະບານ ແກ້​ໄຂບັນ​ຫາ​ການ​ຂາດ​ແຄນ​ຄູ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໃນ​ວັນ​ທີ 11 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ໄດ້​ປະ​ກອບ​ຄຳ​ເຫັນ​ຕໍ່​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານໂດຍ​ໄດ້​ສະ​ເໜີ​ໃຫ້​ລັດ​ຖະ​ບານເອົາໃຈໃສ່ແກ້ໄຂບັນ​ຫາຄວາມຫຍຸ້ງດ້ານເສດຖະກິດ-ການເງິນ, ການເປັນຢູ່ຂອງປະຊາຊົນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ,ການແກ້ໄຂເງິນເຟີ້, ການສໍ້ລາດບັງຫຼວງ,ການຂາດແຄນຄູສອນ.
ເພີ່ມເຕີມ