ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນສະເໜີປັບປຸງ ມີ 34 ມາດຕາ

ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນສະເໜີປັບປຸງ ມີ 34 ມາດຕາ
ທ່ານ ພົຕ ຄຳກິ່ງ ຜຸນຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຜ່ານບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 6 ພະຈິກ ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ 
ທ່ານ ພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ລາຍງານວ່າ: ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ຖືກຮັບຮອງໂດຍສະພາແຫ່ງຊາດ ສະບັບເລກທີ 03/ ສພຊ, ລົງວັນທີ 2 ກໍລະກົດ 2007 ແລະ ມີການປັບປຸງໜຶ່ງຄັ້ງ ໃນປີ 2017.ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບປັບປຸງ ປີ 2017 ໄດ້ກຳນົດໃຫ້ຜັນຂະຫຍາຍ ເປັນນິຕິກຳໃຕ້ກົດໝາຍ ມີ 5 ມາດຕາຄື: ມາດຕາ 16, ມາດຕາ 20, ມາດຕາ 22, ມາດຕາ 50 ແລະ ມາດຕາ 52.ຜ່ານການຈັດຕັ້ງປະເມີນຜົນກົດໝາຍສະບັບດັ່ງກ່າວ ຕາມແຜນການຂອງສະພາແຫ່ງຊາດ ໄດ້ກຳນົດ ເຫັນວ່າມາດຕາທີ່ຄວນປັບປຸງ ມີ 34 ມາດຕາ ເປັນຕົ້ນບັນຫາກ່ຽວກັບ ຊື່ຂອງກົດໝາຍສະບັບດັ່ງກ່າວ, ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວ, ຂອບເຂດສິດ ແລະ ໜ້າທີ່ ຂອງກຳລັງປ້ອງກັນຄວາມສະຫງົບອາຊີບ, ໂຄງປະກອບການຈັດຕັ້ງ ແລະ ໂຄງປະກອບບຸຄະລາກອນນໍາພາບັນຊາແຕ່ລະຂັ້ນ, ມາດຕະຖານຂອງນາຍ ແລະ ພົນຕຳຫຼວດ, ຂັ້ນ ແລະ ຊັ້ນຂອງນາຍຕຳຫຼວດ, ກຳນົດເວລາການເລື່ອນຊັ້ນ, ເງື່ອນໄຂການເລື່ອນຊັ້ນນາຍ ແລະ ພົນຕຳຫຼວດ, ການກຳນົດຊັ້ນໃສ່ຕຳແໜ່ງຜູ້ບັນຊາແຕ່ລະຂັ້ນ, ການທຽບຂັ້ນຕໍາແໜ່ງຂອງນາຍຕໍາຫຼວດ ລວມທັງ ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງຂອງນາຍຕຳຫຼວດ ແລະ ການແຕ່ງຕັ້ງນາຍຕຳຫຼວດໄປປະຕິບັດໜ້າທີ່ຢູ່ຂະແໜງການອື່ນ.
ຜ່ານການຈັດຕັ້ງປະຕິບັດຕົວຈິງ ກໍຄືການລົງປະເມີນຜົນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໃນຂອບເຂດທົ່ວປະເທດເຫັນມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານດີແລະ ຖອດຖອນໄດ້ ດັ່ງນີ້: ສາເຫດທີ່ພາໃຫ້ດີໄດ້ຮັບການນຳພາ-ຊີ້ນຳຂອງສູນກາງພັກ, ການຕິດຕາມຊຸກຍູ້ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ,ນະຄອນຫຼວງ, ລັດຖະບານ, ອົງການປົກຄອງທ້ອງຖິ່ນ, ການສະໜັບສະໜູນຂອງຂະແໜງການທີ່ກ່ຽວຂ້ອງ ແລະ ທົ່ວສັງຄົມ, ຄະນະພັກ-ຄະນະບັນຊາ ກະຊວງປ້ອງກັນຄວາມສະຫງົບ, ບັນດາກົມກອງອ້ອມຂ້າງກະຊວງ ແລະ ກອງບັການ ປກສ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ, ບັນຊາ ຄຸ້ມຄອງ ຕິດຕາມ, ກວດກາເຂົ້າສູ່ກົດໝາຍລະບຽບການຢ່າງເຂັ້ມງວດ,  ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວໜ້າທີ່ວຽກງານວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບຫັນ ໃນການຮັບປະກັນການປົກປັັກຮັກສາຄວາມສະຫງົບທາງດ້ານການເມືອງ,ຄວາມເປັນລະບຽບຮຽບຮ້ອຍທາງດ້ານເສດຖະກິດ ແລະ ສັງຄົມ, ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ຮັບການເຄົາລົບຈັດຕັ້ງປະຕິບັດຄຸ້ມຄອງ, ຕິິຕາມກວດກາ ຕາມກົດໝາຍຢ່າງເປັນລະບົບ, ຄ່ອງຕົວ, ມີປະສິດທິພາບ, ປະສິດທິຜົນ ໃນຂອບເຂດທົ່ວກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ, ການພັດ ທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ສອດຄ່ອງກັບພັນທະສາກົນ, ຍ້ອນນາຍ ແລະ ພົນຕຳຫຼວດ ທີ່ເຂົ້າຮ່ວມຮັບຟັງການໂຄສະນາເຜີຍແຜ, ເຊື່ອມຊຶມກຳແໜ້ນກົດໝາຍດັ່ງກ່າວ ສ່ວນຫຼາຍມີຄວາມຮັບຮູ້, ເຂົ້າໃຈຕໍ່ກັບຂໍ້ກຳນົດ, ກົດລະບຽບ ແລະ ຂໍ້ຫ້າມຕ່າງໆຂອງກຳລັງປ້ອງກັນຄວາມສະຫງົບ, ຍ້ອນພະນັກງານ, ການຈັດຕັ້ງທຸກຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດປະຊາຊົນແມ່ນໃຫ້ການຮ່ວມມືເປັນຢ່າງດີ.
ສຳລັບ ຂໍ້ຫຍຸ້ງຍາກ,  ການໂຄສະນາເຜີຍແຜ່ກົດໝາຍ ແລະ ການຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ການຍົກລະດັບຄວາມຮັບຮູ້ທາງດ້ານກົດໝາຍ ໃຫ້ນາຍ ແລະ ພົນຕຳຫຼວດ ຍັງມີລັກສະນະຈຳກັດ ຍັງບໍ່ທັນກວ້າງຂວາງ ແລະ ທົ່ວເຖິງ ຊຶ່ງສະແດງອອກຄື: ຍັງບໍ່ທັນໄດ້ລົງໂຄສະນາ ໂດຍກົງຢູ່ຂັ້ນກອງບັນຊາການ ປກສ ເມືອງ, ນະຄອນ ແລະ ອີງໃສ່ການປະເມີນຜົນ ແລະປະສານສົມທົບຢູ່ທ້ອງຖິ່ນຈຳນວນໜຶ່ງ ຄວາມຮັບຮູ້ຕໍ່ກົດໝາຍ ກໍຄືພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳລັງປ້ອງກັນຄວາມສະຫງົບ ຍັງຈຳກັດ;ການສ້າງນິຕິກໍາໃຕ້ກົດໝາຍ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ປະສານສົມທົບ ເຫັນວ່າມີຫຼາຍສະບັບ, ແຕ່ຂອດການຈັດຕັ້ງປະຕິບັດຕົວຈິງ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ;ນາຍ ແລະ ພົນຕຳຫຼວດ ຈຳນວນໜຶ່ງ ຍັງບໍ່ທັນກຳແໜ້ນເນື້ອໃນຂອງກົດໝາຍ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ອັນເຮັດໃຫ້ເກີດມີປະກົດການຫຍໍ້ທໍ້ໃນກຳລັງ ແລະ ເປັນຫາງສຽງຂອງສັງຄົມ;ຄວາມຮັບຮູ້ຄວາມເຂົ້າໃຈຂອງ ນາຍ ແລະ ພົນຕໍາຫຼວດ ຈຳນວນໜຶ່ງ ຍັງບໍ່ທັນກຳແໜ້ນຕໍ່ກັບເນື້ອໃນກົດໝາຍເປັນຕົ້ນກຳແໜ້ນແຕ່ມາດຕາ 28 ກຳນົດເວລາການເລື່ອນຊັ້ນນາຍ ແລະ ພົນຕຳຫຼວດ ແຕ່ພັດບໍ່ເບິ່ງມາດຕາ 29 ແລະ ມາດຕາ 32 ຫຼື ຈຳນວນໜຶ່ງກໍກຳແໜ້ນສະເພາະແຕ່ບັນຫາເລື່ອງນະໂຍ ບາຍເຊັ່ນ ເລື່ອນຊັ້ນ, ເລື່ອນຕຳແໜ່ງ, ຍົກຂັ້ນເງິນເດືອນ ແລະ ອື່ນໆ.
ຂ່າວ: ບຸນຕອມ, ພາບ: ສຸກສະຫວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ