ກວດກາເນື້ອໃນຮອບດ້ານ ຮ່າງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ (ສະບັບປັບປຸງ)

ກວດກາເນື້ອໃນຮອບດ້ານ ຮ່າງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ (ສະບັບປັບປຸງ)
ກອງປະຊຸມກວດກາເນື້ອໃນຮອບດ້ານ ຮ່າງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ (ສະບັບປັບປຸງ) ໄດ້ມີຂຶ້ນໃນລະຫວ່າງວັນທີ 25-26 ເມສານີ້ ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ  ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານປະທານ-ຮອງປະທານກຳມາທິການແຜນການ, ການເງິນ ແລະ ການສວດສອບ, ຮອງປະທານກຳມາທິການກົດໝາຍ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ພ້ອມບັນດາແຂກຖືກເຊີນທີ່ກ່ຽວຂ້ອງ.
    ໃນວາລະຂອງກອງປະຊຸມ, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ,  ໄດ້ຜ່ານບົດສະເໜີກ່ຽວກັບການປັບປຸງ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໂດຍໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດໄລຍະຜ່ານມາ, ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍ, ຂະບວນການຄົ້ນຄວ້າປັບປຸງກົດໝາຍ, ໂຄງປະກອບ ແລະ ເນື້ອໃນສຳຄັນຂອງຮ່າງກົດໝາຍ ແລະ ອື່ນໆ ຊຶ່ງໃນໄລຍະຜ່ານມາ ເຫັນວ່າຍັງບໍ່ທັນແທດເໝາະກັບສະພາບຕົວຈິງ ແລະ ບໍ່ສອດຄ່ອງກັບເງື່ອນໄຂຂອງການພັດທະນາເສດຖະກິດສັງຄົມໃນປັດຈຸບັນ, ຍັງມີບາງເນື້ອໃນທີ່ບໍ່ຈະແຈ້ງ, ລະອຽດ, ຮັດກຸມ ແລະ ຄົບຖ້ວນ ເພື່ອຮັບປະກັນຜົນປະໂຫຍດຂອງເຈົ້າຂອງຊັບສິນທາງປັນຍາ ແລະ ປະຊາຊົນລາວບັນດາເຜົ່າ.
ໃນກອງປະຊຸມ, ຄະນະຮັບຜິດຊອບປັບປຸງກົດໝາຍ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳເຫັນ ແລະ ເປັນເອກະພາບກັນໃສ່ຮ່າງກົດໝາຍວ່າດ້ວຍການສົ່ງເສີມ (ສະບັບປັບປຸງ) ຢ່າງກົງໄປກົງມາ  ຊຶ່ງປະກອບມີ XII ພາກ, 28 ໝວດ ແລະ 103 ມາດຕາ ເພື່ອເຮັດໃຫ້ເນື້ອໃນຂອງກົດໝາຍດັ່ງກ່າວຄົບຖ້ວນ ແລະ ສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍອື່ນທີ່ປະກາດໃຊ້ແລ້ວ, ສົນທິສັນຍາ, ສັນຍາສາກົນທີ່ກ່ຽວຂ້ອງ ແລະ ການຈັດຕັ້ງປະຕິບັດຕົວຈິງ.
(ຂ່າວ: ນາງກຸກກິກບຸດດາໄຊ, ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຂວງຫຼວງພະບາງ ຈະປູກຕົ້ນໄມ້ 1 ລ້ານຕົ້ນ ຟື້ນຟູປ່າ ໃຫ້ໄດ້ 300 ເຮັກຕາ

ແຂວງຫຼວງພະບາງ ຈະປູກຕົ້ນໄມ້ 1 ລ້ານຕົ້ນ ຟື້ນຟູປ່າ ໃຫ້ໄດ້ 300 ເຮັກຕາ

ເພື່ອສຸມໃສ່ການກະກຽມ ຂະບວນການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ່ 1 ມິຖຸນາ ແລະ ສະເຫຼີມສະຫຼອງ ວັນສີ່ງແວດລ້ອມໂລກ-ວັນສີ່ງແວດລ້ອມແຫ່ງຊາດ ວັນທີ່ 5 ມິຖຸນາ, ໃນປີນີ້ ໃຫ້ຟົດຟື້ນ ກວ້າງຂວາງ ພະແນກກະສິກຳ ແລະ ສີ່ງແວດລ້ອມ ແຂວງຫຼວງພະບາງ ໄດ້ສົມທົບກັບບັນດາເມືອງ ສຳຫຼວດພື້ນທີ່ປູກຕົ້ນໄມ້, ມາຮອດປັດຈຸບັນມີຄວາມພ້ອມແລ້ວທຸກເມືອງ ຄາດວ່າຈະປູກຕົ້ນໄມ້ຟື້ນຟູ​ປ່າໃຫ້ໄດ້ 1 ລ້ານເບ້ຍ, ເນື້ອທີ່ 300 ກວ່າເຮັກຕາ.
ປກສ ຫຼວງນໍ້າທາ ປາຖະກະຖາວັນສ້າງຕັ້ງກໍາລັງພະລາທິການ ປກສ ຄົບຮອບ 55 ປີ

ປກສ ຫຼວງນໍ້າທາ ປາຖະກະຖາວັນສ້າງຕັ້ງກໍາລັງພະລາທິການ ປກສ ຄົບຮອບ 55 ປີ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງນໍ້າທາ ຈັດພິທີປາຖະກະຖາວັນສ້າງຕັ້ງກໍາລັງພະລາທິການປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ ແລະ ປະກາດຕຳແໜ່ງງານໃຫ້ນາຍຕຳຫຼວດ ໃນວັນທີ 15 ພຶດສະພາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັອ ອາຄົມ ວົງພະຈັນ ຄະນະປະຈຳພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຢຶດຊິ້ນສ່ວນສັດປ່າຫວງຫ້າມ 10.1 ກິໂລ ຢູ່ສະໜາມບິນສາກົນວັດໄຕ

ຢຶດຊິ້ນສ່ວນສັດປ່າຫວງຫ້າມ 10.1 ກິໂລ ຢູ່ສະໜາມບິນສາກົນວັດໄຕ

ໃນວັນທີ 15 ພຶດສະພາ ຜ່ານມານີ້, ຄະນະເຈົ້າໜ້າທີ່ກ່ຽວຂ້ອງປະຈຳສະໜາມບິນສາກົນວັດໄຕ ມີ: ເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ຕຳຫຼວດ ຕມ ແລະ ເຈົ້າໜ້າທີ່ກັກກັນພືດ-ສັດ ໄດ້ດຳເນີນການກວດກາ ແລະ ສາມາດສະກັດກັ້ນການລັກລອບຂົນສົ່ງຊິ້ນສ່ວນສັດປ່າຫວງຫ້າມຂ້າມຊາດ. ການປະຕິບັັດງານໃນຄັ້ງນີິ້ ແມ່ນຜົນສຳເລັດຂອງການປະສານງານ ແລະ ສົມທົບກັນຢ່າງກົມກຽວ ລະຫວ່າງ ເຄືອຂ່າຍບັງຄັບໃຊ້ກົດໝາຍ LAO-WEN ຮ່ວມກັນ ຄື: ກົມພາສີ, ກົມກວດກາຊັບພະຍາກອນທາມະຊາດ ແລະ ສິ່ງແວດລ້ອມ, ກົມຕຳຫຼວດສິ່ງແວດລ້ອມ, ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ເຈົ້າໜ້າທີ່ກັກກັນສັດ.
ສໍາມະນາ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ

ສໍາມະນາ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ

ກອງ​ປະ​ຊຸມ ສໍາມະນາວິທະຍາສາດ ກ່ຽວກັບການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດ ຜ່ອນຄວາມສ່ຽງໄພພິບັດ ໄດ້ຈັດຂຶ້ນລະຫວ່າງວັນທີ 18-20 ພຶດສະພາ 2026 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ປະທານກຳມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ (ກວສຊ), ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສຳເລັດກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ​ເງິນ ຄັ້ງທີ 5 ສະໄຫມທີ VI​

ສຳເລັດກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ​ເງິນ ຄັ້ງທີ 5 ສະໄຫມທີ VI​

ກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີ ຄັ້ງທີ 5 ສະໄຫມທີ VI​ ໄດ້​ປິດ​ລົງ​ໃນ​ວັນ​ທີ 19 ພຶດ​ສະ​ພາ​ນີ້ ທີ່ ເມືອງ​ເງິນ, ພາຍໃຕ້ການເປັນປະທານຂອງສະຫາຍ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງເງິນ, ໂດຍການເຂົ້າຮ່ວມເປັນກຽດ ຂອງສະຫາຍ ນາງ ໄກຍະສອນ ສີດາ ກໍາມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຜູ້ຊີ້ນໍາອົງການປົກຄອງເມືອງເງິນ, ມີບັນດາສະຫາຍ ຄະນະບໍລິຫານງານພັກເມືອງ ແລະ ພາ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຕະໂອ້ຍ ວາງແຜນຟື້ນຟູປ່າ 306 ເຮັກຕາ ຕັ້ງເປົ້າປູກໄມ້ໃຫ້ໄດ້ກວ່າ 218,000 ຕົ້ນ

ຕະໂອ້ຍ ວາງແຜນຟື້ນຟູປ່າ 306 ເຮັກຕາ ຕັ້ງເປົ້າປູກໄມ້ໃຫ້ໄດ້ກວ່າ 218,000 ຕົ້ນ

ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ແມ່ນວັນທີ່ມີຄວາມໝາຍຄວາມສຳຄັນລະດັບຊາດ ໃນການປູກຈິດສຳນຶກໃຫ້ປະຊາຊົນທຸກຊັ້ນຄົນ ເຫັນໄດ້ຄຸນປະໂຫຍດຂອງປ່າໄມ້, ຮ່ວມກັນປົກປັກຮັກສາສິ່ງແວດລ້ອມ, ເພີ່ມທະວີເນື້ອທີ່ປົກຫຸ້ມສີຂຽວ ແລະ ຟື້ນຟູຄວາມສົມດຸນຂອງລະບົບນິເວດວິທະຍາ ໃຫ້ມີຄວາມອຸດົມສົມບູນແບບຍືນຍົງ.
ປກສ ສະຫວັນນະເຂດ ນຳສົ່ງຜູ້ຖືກຫາແກ້ງຄໍເຊັນເຕີ ໃຫ້ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ

ປກສ ສະຫວັນນະເຂດ ນຳສົ່ງຜູ້ຖືກຫາແກ້ງຄໍເຊັນເຕີ ໃຫ້ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ

ໃນວັນທີ 15 ພຶດສະພາຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງສະຫວັນນະເຂດ ໄດ້ນຳສົ່ງຜູ້ຖືກຫາແກ້ງຄໍເຊັນເຕີຈຳນວນ 141 ຄົນ ຍິງ 46 ຄົນ,
ເມືອງພຽງ ປາຖະກະຖາ 3 ວັນປະຫວັດສາດຂອງພັກ-ຂອງຊາດ

ເມືອງພຽງ ປາຖະກະຖາ 3 ວັນປະຫວັດສາດຂອງພັກ-ຂອງຊາດ

ເມືອງພຽງ ແຂວງໄຊຍະບູລີ ຈັດພິທີປາຖະກະຖາ 3 ວັນປະຫວັດສາດຄື: ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ (18 ພຶດສະພາ 1959-18 ພຶດສະພາ 2026), ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ (24 ພຶດສະພາ 1960-24 ພຶດສະພາ 2026) ແລະ ວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890-19 ພຶດສະພາ 2026) ຂຶ້ນໃນວັນທີ 19 ພຶດສະພານີ້, ທີ່ຫ້ອງປະຊຸມເມືອງ ໂດຍການເປັນກຽດເຂົ້າຮ່ວມ ແລະ ໃຫ້ກຽດປາຖະກະຖາຂອງທ່ານ ເສນ ພັນລັກ ກຳມະການພັກແຂວງ ເລຂາພັກເມືອງໆພຽງ ພ້ອມດ້ວຍພະນັກ ງານຫຼັກແຫຼ່ງເຂົ້າຮ່ວມ.
ທົບທວນຄືນໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ໃນເຂດຊົນນະບົດ

ທົບທວນຄືນໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ໃນເຂດຊົນນະບົດ

ກົມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມທົບທວນຄືນກາງສະໄໝ ຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ໃນເຂດຊົນນະບົດ ໄລຍະ II ໃນວັນທີ 18 ພຶດສະພາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ທັດສະກາ ສະພັງທອງ ຫົວໜ້າກົມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ທ່ານ ເຄັນນິຈິ ນິຊິກະວະ ຊາເວສ ຫົວໜ້າທີມອາວຸໂສ ດ້ານເສດຖະກິດຂອງທະນາຄານໂລກ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ຕາງໜ້າກົມ, ກະຊວງທີ່ກ່ຽວຂ້ອງ, ຊ່ຽວຊານຈາກທະນາຄານໂລກ ແລະ ຫ້ອງການປະສານງານໂຄງການ ເຂົ້າຮ່ວມ.
ແນວຄິດໄກສອນ ພົມວິຫານ ກ່ຽວກັບບົດບາດຂອງແມ່ຍິງໃນຄອບຄົວ

ແນວຄິດໄກສອນ ພົມວິຫານ ກ່ຽວກັບບົດບາດຂອງແມ່ຍິງໃນຄອບຄົວ

ທ່ານ ນາງ ອານົງ ຂັນທະຍົງ ຮອງຫົວໜ້າຄະນະບໍລິຫານສາດ ຮອງປະທານສະຫະພັນແມ່ ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ລາຍງານຕໍ່ກອງປະຊຸມເຜີຍແຜ່ບົດຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງເມື່ອບໍ່ດົນມານີ້ ໃນຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບບົດບາດຂອງແມ່ຍິງໃນຄອບຄົວ.
ເພີ່ມເຕີມ