![]() |
ໃນພິທີ, ທ່ານ ສີວິໄລ ສຸນາເຄນ ກ່າວວ່າ: ການມອບເຄື່ອງຊ່ວຍເຫຼືອຄັ້ງນີ້, ກໍເພື່ອເປັນການສ້າງກິດຈະກຳພາຍໃນກຸ່ມ ປະກອບສ່ວນຊ່ວຍເຫຼືອນັກຮຽນໃນເຂດຫ່າງໄກ ທີ່ຂາດເຂີນອຸປະກອນການສຶກສາ ເພື່ອຊຸກຍູ້ການສຶກສາໃຫ້ກັບບັນດານັກຮຽນໃນເຂດບ້ານດັ່ງກ່າວ ໄດ້ມີອຸປະກອນການຮຽນທີ່ຄົບຊຸດ ແລະ ສ້າງທຸກເງື່ອນໄຂໃຫ້ນັກຮຽນຫັນມາເຂົ້າໂຮງຮຽນໃຫ້ຫຼາຍຂຶ້ນ, ເພື່ອລຸດຜ່ອນການປະລະຂອງນ້ອງນັກຮຽນເຂດຫ່າງໄກໃຫ້ລຸດລົງເທື່ອລະກ້າວ.
![]() |
ທ່ານ ວິຊຽນ ວົງດາລາ ຮອງປະທານຄະນະກໍາມະການປົກຄອງເມືຶອງ ໄດ້ມອບໃບສົມມະນາບຸນຄຸນ ແລະ ກ່າວສະແດງຄວາມຂອບໃຈ, ຮູ້ບຸນຄຸນເປັນຢ່າງສູງ ມາຍັງຄະນະກຸ່ມສະມາຄົມລົດວິບາກ ທີ່ໄດ້ນຳເອົາອຸປະກອນການຮຽນ-ການສອນມາມອບໃຫ້ກັບນັກຮຽນໂຮງຮຽນປະຖົມສົມບູນນາຄານໃນຄັ້ງນີ້.
(ຂ່າວ: ຖະແຫຼງຂ່າວປາກລາຍ)
ຄໍາເຫັນ