ກຸ່ມຊານກຸຂອງຈີນ (China's Shaangu Group)ມີ​ຄວາມໂດດເດັ່ນ ໃນງານ Hannover Messe ປະຈໍາປີ 2025

ກຸ່ມຊານກຸຂອງຈີນ (China's Shaangu Group)ມີ​ຄວາມໂດດເດັ່ນ ໃນງານ Hannover Messe ປະຈໍາປີ 2025

ກຸ່ມຊານກຸຂອງຈີນ (China's Shaangu Group)ມີ​ຄວາມໂດດເດັ່ນ  ໃນງານ Hannover Messe ປະຈໍາປີ 2025
ງານວາງສະແດງເຕັກໂນໂລຊີອຸດສະຫະກໍາຊັ້ນ​ນຳ​ຂອງ​ເຢຍລະ​ມັນ (Hannover Messe) ປະຈໍາປີ 2025​ ໄດ້​ສິ້ນ​ສຸດ​ລົງ​ເມື່ອ​ບໍ່​ດົນ​ມາ​ນີ້, ​ໄດ້​ຍົກ​ໃຫ້​ເຫັນ​ບັນດາ​ຫົວ​ຂໍ້​ທີ່​ທັນ​ສະ​ໄໝໃໝ່ ​ເຊັ່ນ: ປັນຍາ​ປະດິດ (AI), ພະລັງງານ​ສີຂຽວ ​ແລະ ການ​ຫັນປ່ຽນ​ດີ​ຈີ​ຕອນ, ໂດຍໄດ້ດຶງ​ດູດ​ຜູ້​ວາງສະ​ແດງຫຼາຍ​ກ່ວາ 3,800 ຮ້ານ (ບູດ) ຈາກ​ 60 ປະ​ເທດ ​ແລະ ພາກ​ພື້ນ.

 

ອີງຕາມການເປີດເຜີຍຂອງຜູ້ຈັດງານ, ບໍລິສັດຈີນຖືເປັນສັດສ່ວນທີ່ສໍາຄັນຂອງຜູ້ເຂົ້າຮ່ວມ, ໂດຍມີຜູ້ປະກອບການນຳສິນຄ້າມາວາງສະແດງປະມານ 1,000 ຮ້ານ, ເຮັດໃຫ້ຈີນເປັນກຸ່ມວາງສະແດງທີ່ໃຫຍ່ທີ່ສຸດອັນດັບສອງ ຮອງຈາກເຢຍລະມັນທີ່ເປັນປະເທດເຈົ້າພາບ.

ບູດຂອງShaanxi Blower (Group) Co., Ltd. (Shaangu Group) ເຕັມໄປດ້ວຍຜູ້ຄົນຈໍານວນຫຼາຍ. ບໍລິສັດໄດ້ພັດທະນາຈາກຜູ້ຜະລິດອຸປະກອນໄປສູ່ການແກ້ໄຂລະບົບແລະຜູ້ໃຫ້ບໍລິການໂດຍຜ່ານເສັ້ນທາງເຕັກໂນໂລຊີໃຫມ່ຂອງ “ການຜະລິດອຸປະກອນ+ການໃຫ້ບໍລິການ+ການດໍາເນີນງານ”.

ທ່ານ Fan Xiaolong, ຫົວໜ້າການວິໄຈ ແລະ ພັດທະນາຂອງບໍລິສັດ Shaangu Europe R&D, ຊຶ່ງເປັນບໍລິສັດຍ່ອຍຂອງ Shaangu Group ໃນປະເທດເຢຍລະມັນກ່າວວ່າ: "ສໍລັບອຸປະກອນຂະໜາດໃຫຍ່ ແລະ ມີກໍາລັງພະລັງງານສູງ, ລູກຄ້າຈະໃຫ້ຄວາມສໍາຄັນກັບປະສິດທິພາບຂອງລະບົບ ແລະ ປະສິດທິພາບການຈັດສົ່ງຫຼາຍກວ່າ." ທ່ານ Fan ກ່າວຕື່ມວ່າ:ໃນກໍລະນີນີ້, ບໍລິສັດສະໜອງການແກ້ໄຂແບບຄົບວົງຈອນ ຕັ້ງແຕ່ການຜະລິດອຸປະກອນ, ວິສະວະກໍາແບບຄົບວົງຈອນ, ການບໍລິການອຸດສາຫະກໍາ, ການເຮັດໃຫ້ລະບົບອັດສະລິຍະການດໍາເນີນງານໄດ້ຢ່າງເຕັມປະສິດທີພາບ ຕະຫຼອດຮອດການດໍາເນີນງານດ້ານພະລັງງານ ບໍ່ພຽງແຕ່ໃຫ້ບໍລິການດ້ານອຸປະກອນເທົ່ານັ້ນ.

ປັດຈຸບັນ, Shaangu Group ມີບໍລິສັດໃນຕ່າງປະເທດ ແລະ ບໍລິສັດສາຂາຍ່ອຍ ທີ່ໃຫ້ບໍລິການທັງໝົດ 28 ແຫ່ງໃນປະເທດຕ່າງໆ ເຊັ່ນ:ເຢຍລະມັນ, ສ ເຊັກໂກ, ອິນເດຍ ແລະ ອິນໂດເນເຊຍ, ຊື່ງກໍ່ໃຫ້ເກີດລະບົບລະດັບທົ່ວໂລກທີ່ລວມເອົາອຸປະກອນ, ການບໍລິການ ແລະ ການດໍາເນີນງານເຂົ້າດ້ວຍກັນ.

ບໍລິສັດໄດ້ຊື້ກິດຈະການ EKOL, ຊຶ່ງເປັນຜູ້ຜະລິດກັງຫັນລົມ( turbine )ຊັ້ນນໍາໃນ ສ ເຊັກໂກ, ດໍາເນີນການວິໄຈ ແລະ ພັດທະນາໃນທ້ອງຖິ່ນ ເພື່ອຕອບສະໜອງຄວາມຕ້ອງການຂອງອຸດສາຫະກໍາໃນທ້ອງຖິ່ນ, Shaangu Group ໄດ້ກໍ່ສ້າງໂຄງການແຍກອາກາດທີ່ໃຫຍ່ທີ່ສຸດໃນປະເທດອິນໂດເນເຊຍ.

ທ່ານ Fan ກ່າວອີກວ່າ:"ໂລກາວິວັດນີ້ບໍ່ແມ່ນແຕ່ຂະບວນກາຄັດລອກ ແລະ ວາງຢ່າງງ່າຍດາຍ(copy-paste), ແຕ່ເປັນການປັບປຸງ ແລະ ສ້າງຄວາມສາມາດໃຫມ່" ແລະ ກ່າວເສີມວ່າ:ບໍລິສັດພະຍາຍາມຂະຫຍາຍສາຂາແຕ່ລະພາກພື້ນ ເພື່ອຕອບສະໜອງຕໍ່ຄວາມຕ້ອງການຂອງລູກຄ້າຢ່າງໄວວາ.

ການພັດທະນາຂອງShaangu Groupເປັນຕົວຢ່າຂອງບໍລິສັດຈີນການເຊື່ອມໂຍງເຄືອຂ່າຍນະວັດກໍາອຸດສາຫະກໍາລະດັບໂລກ ໃນລັກສະນະທີ່ມີຄວາມເຕີບໂຕຫຼາຍກວ່າ ແລະ ເປັນລະບົບຫຼາຍຂື້ນ ບໍ່ວ່າຈະດ້ານລະບົບພະລັງງານ, ການຜະລິດທີ່ມີຄວາມຍືດຫຍຸ່ນຕະຫຼອດຮອດຫຸ່ນຍົນ, ການພິມຢາ ແລະ ຂົງເຂດອື່ນໆ.

ໃນການໃຫ້ສໍາພາດລະຫວ່າງງານດັ່ງກ່າວ ທ່ານ Stefan Hartung, ປະທານຄະນະບໍລິຫານຂອງ Robert Bosch GmbH, ຍັງໄດ້ຍົກໃຫ້ເຫັນຄວາມເປັນຜູ້ນໍາພາຂອງຈີນໃນການຫັນປ່ຽນສີຂຽວ ແລະ ການຜະລິດອັດສະລິຍະ, ພ້ອມທັງເນັ້ນຢໍ້າເຖີງບົດບາດສໍາຄັນທີ່ເພີ່ມຂຶ້ນຂອງຈີນໃນການສ້າງອະນາຄົດຂອງອຸດສາຫະກໍາໂລກ.

ຄໍາເຫັນ

ຂ່າວການຮ່ວມມື

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ພິທີມອບ-ຮັບປຶ້ມຫໍສະມຸດເຈີ້ຈ່ຽງ ມອບໃຫ້ຫໍສະມຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລານີ້ ທີ່ຫໍສະມຸດແຫ່ງຊາດລາວ, ໂດຍມີທ່ານ ສິວ ຢົງເຊີ້ງ ຮອງຜູ້ອຳນວຍການຫໍສະມຸດເຈີ້ຈ່ຽງ ທັງເປັນຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈ່ຽງ, ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະມຸດແຫ່ງຊາດລາວ, ທ່ານ ໂຫຼ ເວີ້ຍ ຈ້ຽນ ອຳນວຍການສູນວັດທະນະທຳຈີນ, ມີແຂກຖືກເຊີນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການ ການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ ນີ້, ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອຳເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈໍາປະເທດ ADB ປະຈໍາ ສປປ ລາວ, ພ້ອມດ້ວຍ ສໍາມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ໃນວັນທີ 28 ຕຸລານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບອຳລາ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ທີ່ຫ້ອງວ່າການສູນກາງພັກ, ກ່ອນທີ່ທ່ານທູດຈະສຳເລັດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້. ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບບຸລິມະສິດການພັດທະນາຂອງ ສປປ ລາວ ລວມທັງອະນາຄົດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົສຕຣາລີ; ທ່ານທູດ ຈອນສ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເພັດ ພົມພິພັກ ທີ່ໃຫ້ການສະໜັບສະໜູນໃນໄລຍະທີ່ທ່ານທູດປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງຮັບຮູ້ເຖິງການປະກອບສ່ວນຂອງທ່ານ ເພັດ ພົມພິພັກ ຕໍ່ການພັດທະນາປະເທດຊາດ, ລວມທັງບົດບາດໃນການສະໜັບສະໜູນການຕັດສິນໃຈຂອງພັກ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະສິດຂອງຊາດ.
ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ ຍູ້ແຮງການເຜີຍແຜ່ຄຳສອນອົງພະສໍາມາສໍາພຸດທະເຈົ້າໃຫ້ຍືນຍົງຄວາມສໍາພັນ ລະຫວ່າງພະພຸດທະສາສະໜາກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ໃນຍຸກດີຈີຕອນ ໄດ້ຖືກຍົກຂຶ້ນໃນເວທີສຳມະນາຊາວໜຸ່ມ ກັບພະພຸດທະສາສະໜາໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ໃນໂອກາດຈັດກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຢູ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ດຳລົງ ພິມມະຈັກ ຄະນະບໍລິຫານງານ ປະຈຳການ ຮອງປະທານ ຫົວໜ້າກຳມາທິການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ, ມີພະສົງຈາກ 30 ປະເທດ ແລະ ຊາວໜຸ່ມເຂົ້າຮ່ວມ
ເພີ່ມເຕີມ